ໃນຕອນເຊົ້າ ຂອງ ວັນທີ 04 ທັນວາ 2023, ທີ່ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ ນະຄອນ ຫຼວງ ແບກແລງ, ປະເທດ ເຢຍລະມັນ, ທ່ານ ໄມບົວ ໄຊຍະວົງ ໄດ້ຍື່ນສານຕາຕັ້ງຕໍ່ ພະນະທ່ານ Klaus Iohannis, ປະທານາທິບໍດີ ຣູມານີ ໂດຍມອບສໍາເນົາສານຜ່ານ ທ່ານ Traian Laurențiu Hristea, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຣູມານີ ຜ່ານກອງປະຊຸມທາງໄກ (ອອນລາຍ) ເພື່ອດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ຣູມານີ, ຊຶ່ງມີ ສຳນັກງານຕັ້ງຢູ່ ນະຄອນຫຼວງ ແບກແລງ, ສາທາລະນະລັດ ສະຫະພັນ ເຢຍລະມັນ.
ໃນວັນທີ 30 ພະຈິກ 2023, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ ແບກແລງ ໄດ້ຈັດພິທີປາຖະກະຖາ ແລະ ເຜີຍແຜ່ເອກະສານສຳຄັນຈຳນວນໜຶ່ງ ເພື່ອຄຳນັບຮັບຕ້ອນ ແລະ ສະເຫລີມສະຫລອງວັນຊາດ ແຫ່ງ ສປປ ລາວ ຄົບຮອບ 48 ປີ (2 ທັນວາ 1975 – 2 ທັນວາ 2023) ໂດຍການເປັນປະທານ ແລະ ໃຫ້ກຽດບັນລະຍາຍໂດຍ ທ່ານ ໄມບົວ ໄຊຍະວົງ, ເອກອັກຄະລັດຖະທູດລາວ ປະຈຳ ເຢຍລະມັນ ແລະ ມີພະນັກງານສະຖານທູດ, ສະມາຊິກຄອບຄົວ, ຄະນະສະມາຄົມຄົນເຊື້ອຊາດລາວ ແລະ ພີ່ນ້ອງຊາວລາວ ທີ່ ແບກແລງ ເຂົ້າຮ່ວມໃນພິທີຫລາຍກ່າວ 30 ທ່ານ. ເອກກະສານທີ່ນຳມາບັນຍາຍໃນຄັ້ງນີ້ ປະກອບມີ 3 ເອກະສານ ຄື: (1) ວັນເກີດປະທານສຸພານຸວົງ, (2) ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນ ທີ່ ທົ່ງໄຫຫີນ ຊຽງຂວງ, ວິລະກຳໂຕນຄຸກມະຫັດສະຈັນ ຂອງ ບັນດາຜູ້ນຳພັກແນວລາວສ້າງຊາດ, ແລະ (3) ຍຸດທະສາດແຫ່ງຊາດ ວ່າດ້ວຍ ການບໍລິຫານຂອງລັດຜ່ານປະຕູດຽວ ຮອດປີ 2030.
ໃນຕອນເຊົ້າຂອງວັນທີ 01 ທັນວາ 2023, ທີ່ ສະຖານກົງສຸນໃຫ່ຍ ແຫ່ງ ສປປລາວ ທີ່ ນະຄອນດານັງ ໄດ້ຕ້ອນຮັບສະຫາຍ ເລືອງ ຫງວຽນ ມິງ ຈຽດ, ກຳມະການສູນກາງພັກ, ປະທານສະພາປະຊາຊົນ ນະຄອນດານັງ ພ້ອມດ້ວຍຄະນະພັກ, ຄະນະນຳ, ອໍານາດການປົກຄອງ ບັນດາແຂວງພາກກາງ-ໄຕຫງວຽນ ສສ ຫວຽດນາມ ເຂົ້າອວຍພອນ ເນື່ອງໃນໂອກາດວັນຊາດ ແຫ່ງ ສປປລາວ ທີ 2 ທັນວາ ຄົບ ຮອບ 48 ປີ.