ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງສະຖານທູດ ແລະ ບັນດາ ກົມ

ທູດລາວ ປະຈຳ ຫວຽດນາມ ເຂົ້າຢ້ຽມຂ່ຳນັບຫົວໜ້າສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ, ປະທານສະພາບັນດິດສູນກາງພັກກອມມູນິດຫວຽດນາມ

 

20240118 LaoAmb HeadofVNPolInstitute 01

 

ໃນໂອ​ກາດ​ດຳ​ລົງ​ຕໍາ​ແໜ່ງ​ເປັນ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ສ​ປ​ປ ລາວ ປະ​ຈຳ ສ​ສ ຫວຽດ​ນາມ, ຕອນແລງຂອງ ວັນທີ 18 ມັງ​ກອນ 2024, ສະຫາຍ ນາງ ຄຳເພົາ ເອີນທະວັນ ພ້ອມ​ຄະ​ນະຜູ້ແທນ ສະຖານເອກອັກຄະລັດຖະທູດລາວ ໄດ້ເຂົ້າຢ້ຽມ​ຂ່ຳ​ນັບ​ ແລະ ສະ​ເໜີ​ຕົວ​ຕໍ່ ສະ​ຫາຍ  ສຈ, ປອ ຫງວຽນ ຊວັນ ຖັງ, ກຳມະການກົມການເມືອງສູນກາງພັກ, ຫົວໜ້າສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ, ປະທານສະພາທິດສະດີ ສູນກາງພັກກອມ​ມູ​ນິດ​ຫວຽດ​ນາມ ​ໂດຍ​ສະ​ຫາຍ​ໄດ້​ນຳ​ເອົາ​ຄຳຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ຄຳອວຍພອນ​ອັນ​ປະ​ເສີດຂອງ ສະຫາຍ ຄຳພັນ ເຜີຍຍະວົງ, ເລຂາທິການສູນກາງພັກ, ປະທານສະພາທິດສະດີສູນກາງພັກ ແລະ ສະຫາຍ ຮສຈ, ພູວົງ ອຸ່ນຄໍາແສນ, ກໍາມະການສູນກາງພັກປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຖິງ ສະຫາຍ ສຈ, ປອ ຫງວຽນ ຊວັນ ຖັງ ພ້ອມຄະນະ ເນື່ອງໃນໂອກາດ ປີໃໝ່ສາກົນ ທີ່​ຜ່ານ​ພົ້ນ​ໄປ ແລະ ບຸນປີໃໝ່ປະຈຳຊາດຫວຽດນາມຈະໝູນ​ວຽກມາເຖິງໃນ​ມໍ່ໆ​ນີ້.

ອ່ານເພີ່ມເຕີມ... 

ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ເຂົ້າຢ້ຽມຂ່ຳນັບ ເລຂາທິການສູນກາງພັກ, ຫົວໜ້າຄະນະຂົນຂວາຍສູນກາງພັກກອມມູນິດຫວຽດນາມ

 

Lao Em Viet1

Lao Em Viet2

 

ໃນຕອນເຊົ້າຂອງ ວັນທີ 12 ມັງ​ກອນ 2024, ສະຫາຍ ນາງ ຄຳເພົາ ເອີນທະວັນ ພ້ອມ​ຄະ​ນະຜູ້ແທນສະຖານເອກອັກຄະລັດຖະທູດ ສປປ ລາວ ປະຈຳ ສສ ຫວຽດນາມ  ເຂົ້າຢ້ຽມ​ຂ່ຳ​ນັບ​ ສະ​ຫາຍ  ນາງ ບຸ່ຍ ຖິ ມິງ ຮວ່າຍ, ເລ​ຂາ​ທິ​ການ​ສູນ​ກາງ​ພັກ, ຫົວໜ້າຄະນະຂົນຂວາຍ ສູນກາງພັກກອມມູນິດຫວຽດນາມ ໃນ​ໂອ​ກາດ​ທີ່​​ສະ​ຫາຍດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ​ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນລາວ ປະຈໍາ ສ​າ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດນາມ.

 

ສະ​ຫາຍ ນາງ ບຸ່ຍ ຖິ ມິງ ຮວ່າຍ , ເລ​ຂາ​ທິ​ການ​ສູນ​ກາງ​ພັກ, ຫົວໜ້າຄະນະຂົນຂວາຍສູນກາງພັກ ກອມມູນິດຫວຽດນາມ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ສະແດງ​ຄວາມ​ຊົມເຊີຍຕໍ່ການມາ​ປະ​ຕິ​ບັດ​ໜ້າ​ທີ່​ ດຳ​ລົງ​ຕຳ​ແໜ່ງເປັນເອກອັກຄະລັດຖະທູດຜູ້ມີອໍານາດເຕັມ ປະຈໍາ ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມຫວຽດນາມ ຂອງ​ສະ​ຫາຍ ນາງ ຄຳ​ເພົາ ເອີນ​ທະ​ວັນ. ສະຫາຍໄດ້​ສະແດງຄວາມດີອົກດີໃຈທີ່ເຫັນວ່າ ໃນໄລຍະຜ່ານມາ ສາຍ​ພົວ​ພັນມິດຕະພາບ ​ລະຫວ່າງສອງປະເທດໄດ້ຮັບການຂະຫຍາຍຕົວ ແລະ ເຂົ້າສູ່ລວງເລິກ ປະກົດຜົນເປັນຈິງ ມີປະສິດທີ່ຜົນສູງໃນຫຼາຍຂົງເຂດ ເປັນຕົ້ນແມ່ນຂົງເຂດການເມືອງ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຊຶ່ງເປັນການປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຕ່ລະປະເທດ. ພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍຖືສຳຄັນຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອດດ້ານ ແລະ ສະແດງຄວາມຮູ້ບຸນຄຸນອັນເລິກເຊິ່ງຕໍ່ການສະໜັບສະໜູນ ຊ່ວຍເຫຼືອອັນລ້ຳຄ່າຂອງ ພັກ, ລັດ ແລະ ປະຊາຊົນລາວໃນສະໄໝຕໍ່ສູ້ກູ້ຊາດ ກໍຄືໃນພາລະກິດປ່ຽນແປງໃໝ່ໃນປັດຈຸບັນ. ສຳລັບ ການພົວພັນຮ່ວມມືຂອງສອງຄະນະຂົນຂວາຍ ສຸນກາງພັກກອມມູນິດຫວຽດນາມ ແລະ ສູນກາງແນວລາວສ້າງຊາດ ຜ່ານມາ ໄດ້ມີຫຼາຍບົດບັນທຶກໃນການຮ່ວມມື ແລກປ່ຽນບົດຮຽນ ທັງທິດສະດີ ແລະ ພຶດຕິກຳຕົວຈິງມາໂດຍ ຕະຫຼອດ. ສະຫາຍຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ, ດ້ວຍຄວາມ​ຮູ້ ​ຄວາມ​ສາ​ມາດ ແລະ ປະ​ສົບ​ປະ​ການໃນ​ວຽກງານການທູດຫຼາຍປີຜ່ານ​ມາ, ສະຫາຍເອກອັກ ຄະລັດຖະທູດຄົນ​ໃໝ່ ຈະປະຕິບັດໜ້າທີ່ໆພັກ ແລະ ລັດຖະບານມອບໃຫ້ເປັນຢ່າງຈົບງາມ, ສືບ​ຕໍ່ເປັນຂົວຕໍ່ອັນສຳຄັນໃຫ້ແກ່ການພົວພັນ ມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ  ແລະ ການຮ່ວມມືຮອບດ້ານລະ​ຫວ່າງ​ສອງ​ປະ​ເທດ​ໃຫ້ຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ.

 

ໂອກາດນິ້, ສະຫາຍ ນາງ ຄໍາ​ເພົາ ເອີນ​ທະ​ວັນ ເອກອັກຄະລັດຖະທູດລາວ ​ໄດ້​​ສະ​ແດງ​ຄວາມ​ຂອບ​ໃຈຕໍ່ສະ​ຫາຍ ນາງ ບຸ່ຍ ຖິ ມິງ ຮວ່າຍ, ເລ​ຂາ​ທິ​ການ​ສູນ​ກາງ​ພັກ, ຫົວ​ໜ້າ​ຄະ​ນະຂົນຂວາຍສູນກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​​ທີ່​ໃຫ້​ການ​ຕ້ອນ​ຮັບ​ຢ່າງ​ອົບ​ອຸ່ນ, ​ສະ​ໜິດ​ສະ​ໜົມ​​. ຝາກຄຳຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ຄຳອວຍພອນ ອັນປະເສີດຈາກສະຫາຍ ປອ. ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງ ແນວລາວສ້າງຊາດ ເຖິງສະຫາຍ ນາງ ບຸ່ຍ ຖິ ມິງ ຮວ່າຍ, ເລຂາທິການສູນກາງພັກ, ຫົວໜ້າຄະນະຂົນຂວາຍສູນກາງ ພັກກອມມູນິດຫວຽດນາມ ແລະ ຄະນະ ເນື່ອງໃນໂອກາດປີໃໝ່ສາກົນ 2024 ແລະ ປີໃໝ່ປະຈຳຊາດຫວຽດນາມ ໃກ້ຈະໝູນວຽນມາເຖິງນີ້. ສະຫາຍຍັງໄດ້ສະ​ແດງ​ຄວາມຍິນ​ດີ​ຕໍ່​ໝາກ​ຜົນ​ສຳ​ເລັດ​​ໃນກາ​ນ​ຈັດ​ຕັ້ງ​ປະ​ຕິ​ບັດ​ມະ​ຕິກອງ​ປະ​ຊຸມ​ໃຫຍ່ ຄັ້ງ​ທີ XIII ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ​ພາຍ​ໃຕ້​ການ​ນຳ​ພາ​ອັນ​ສະຫຼາດ​ສ່ອງ​ໃສ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ​ຊຶ່ງ​ນຳ​ໂດຍ​ສະ​ຫາຍ ຫງວຽນ ຝູ ຈ້ອງ ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໄດ້ເຮັດໃຫ້​ປະ​ເທດ​ຊາດ​​ພັດ​ທະ​ນາ​ຢ່າງຮອ​ບ​ດ້ານ ແລະ ກ້າວ​ກະ​ໂດດ, ການ​ແກ້​ໄຂ​ຄວາ​ມ​ຫຍຸ້ງ​ຍາກທາງ​ດ້ານ​ເສດ​ຖະ​ກິດ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ພະ​ຍາດ​ໂຄວິດ 19 ໄດ້​ຢ່າງວ່ອງ​ໄວ, ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ດີ​ຂຶ້ນ​ຢ່າງ​ຈະ​ແຈ້ງ, ອິດ​ທິ​ພົນ, ບົດ​ບາດ, ຊື່​ສຽງ​ຂອງ​ຫວຽດ​ນາມ​ນັບ​ມື້​ນັບ​ສູງ​ເດັ່ນ​ຂຶ້ນ​ໃນ​ພາກ​ພື້ນ ແລະ ສາ​ກົນ. ພ້ອມນີ້, ສະ​ຫາຍຍັງໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມື​ຂອງສອງປະເທດ​ ເວົ້າ​ລວມ, ເວົ້າ​ສະ​ເພາະ ​ແມ່ນ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ສອງຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ ຊຶ່ງ​ສະ​ແດງ​ອອກ​ໃນ​ການ​ກະ​ກຽມ​ການ​ຢ້ຽມ​ຢາມ​ຂອງ​ຜູ້​ນຳ​ຂັ້ນ​ສູງ​ສຸດຂອງ​ສອງ​ປະ​ເທດ​ໃນ​ໄລ​ຍະ​ຜ່ານ​ມາ.

 

ສະຫາຍ ເອກອັກຄະລັດຖະທູດລາວ ຍັງໄດ້ຕາງໜ້າພັກ, ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຮູ້​ບຸນ​ຄຸນ ແລະ ຂອບໃຈຕໍ່ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍ​ນ້ອງ ທີ່ຍາມ​ໃດ​ກໍໃຫ້ການ​ຊ່ວຍ​ເຫຼືອ​ອັນ​ລ້ຳ​ຄ່າ ​ສະ​ແດງ​ເຖິງ​ນ້ຳ​ໃຈ ຄວາມ​ສາ​ມັກ​ຄີ​ພິ​ເສດ ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ ແລະ ປະ​ຊາ​ຊົນ​ສອງ​ຊາດ​ລາ​ວ-ຫວຽດ​ນາມ ຊຶ່ງ​ມີ​ໜຶ່ງ​ດຽວ​ໃນ​ໂລກນີ້.

 

ກອງປະຊຸມປຶກສາຫາລື ກ່ຽວກັບ ຂະບວນການຮ່າງ ບົດລາຍງານແຫ່ງຊາດແບບສະໝັກໃຈ ສະບັບທີ 3 ການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ ຢູ່ ສປປ ລາວ

 

2030 12030 2

 

ວັນທີ 9 ມັງກອນ 2023, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນນາມກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ຢູ່ ສປປ ລາວ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບ ຂະບວນການຮ່າງ ບົດລາຍງານແຫ່ງຊາດແບບສະໝັກໃຈ ສະບັບທີ 3 ກ່ຽວກັບ ຄວາມຄືບໜ້າໃນການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ ຢູ່ ສປປ ລາວ ໂດຍພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ດາວວີ ວົງໄຊ, ຫົວໜ້າກົມອົງການຈັດຕັ້ງສາກົນ, ຫົວໜ້າກອງເລຂາ ປພຍ ແຫ່ງຊາດ, ກະຊວງການຕ່າງປະເທດ ແລະ ທ່ານ ນາງ ມາຕິນ ເທີເຣີ, ຮັກສາການຊົ່ວຄາວ ຜູ້ປະສານງານອົງການ ສປຊ ປະຈໍາ ສປປ ລາວ, ຜູ້ຕາງໜ້າ ອົງການ ສປຊ ເພື່ອການພັດທະນາ (UNDP) ປະຈໍາ ສປປ ລາວ. ກອງປະຊຸມດັ່ງກ່າວ ປະກອບມີຜູ້ເຂົ້າຮ່ວມຈາກ ບັນດາກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງ, ບັນດາສະຖານທູດ, ອົງການເຄືອຂ່າຍ ສປຊ, ຄະນະກໍາມາທິການເສດຖະກິດ-ສັງຄົມ ສປຊ ປະຈໍາພາກພື້ນອາຊີ-ປາຊິຟິກ ທີ່ ບາງກອກ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ, ອົງການຈັດຕັ້ງສັງຄົມ ແລະ ພາກເອກະຊົນ ຫຼາຍກວ່າ 80 ທ່ານ.

ອ່ານເພີ່ມເຕີມ... 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485587
ມື້ນີ້92
ມື້ວານ196
ອາທິດນີ້623
ເດືອນນີ້4892