ວັນທີ 09 ກັນຍາ 2021 ທີ່ສະຖານທູດແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ, ຄະນະພັກຮາກຖານໄດ້ຈັດຕັ້ງການເຜີຍແຜ່ເຊື່ອມຊຶມແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ແລະ ເອກະສານກ່ຽວກັບວັນລັດທະທຳມະນູນແຫ່ງຊາດຄົບຮອບ 30 ປີ (15/08/1991-15/08/2021) ພາຍໃຕ້ການເຂົ້າຮ່ວມເປັນປະທານ ແລະ ເຜີຍແຜ່ເອກະສານ ຂອງ ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເລຂາຄະນະພັກຮາກຖານ ສະຖານ ທູດ , ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໂດຍມີການເຂົ້າຮ່ວມຮັບຟັງຂອງຄະນະພັກ, ຄະນະນຳພ້ອມດ້ວຍພະນັກງານສະຖານທູດຢ່າງພ້ອມພຽງ.
ເພື່ອເປັນການສືບຕໍ່ຂະຫຍາຍສາຍພົວພັນການທູດ ກັບບັນດາປະເທດເພື່ອນມິດໃນໂລກ ພ້ອມທັງ ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ປານາມາ (Republic of Panama), ໃນຕອນບ່າຍຂອງວັນທີ 9 ກັນຍາ 2021 ຢູ່ທີ່ ສຳນັກງານຜູ້ຕາງໜ້າຖາວອນ ແຫ່ງ ສາທາລະນະລັດ ປານາມາ ປະຈຳອົງການສະຫະປະຊາຊາດ ທີ່ນະຄອນ ນິວຢອກ, ສະຫະລັດ ອາເມລິກາ ໄດ້ມີພິທີລົງນາມ ໃນຖະແຫຼງການຮ່ວມ ວ່າດ້ວຍ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ປານາມາ.