ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງສະຖານທູດ ແລະ ບັນດາ ກົມ

ຫ້ອງການພົວພັນຕ່າງປະເທດແຂວງຢຸນນານ ມອບໜ້າກາກອະນາໄມໃຫ້ແກ່ກະຊວງການຕ່າງປະເທດ ແລະ 4 ແຂວງພາກເໜືອຂອງ ສປປ ລາວ

20210510CHI

ໃນວັນທີ 10 ພຶດສະພາ 2021, ທີ່ ກະຊວງການຕ່າງປະເທດ ໄດ້ມີພິທີມອບ-ຮັບເຄື່ອງຊ່ວຍເຫຼືອເປັນໜ້າກາກອະນາໄມ (ຜ້າອັດປາກ) ຈໍານວນ 1,000,000 ອັນ ຈາກຫ້ອງການພົວພັນຕ່າງປະເທດແຂວງຢຸນນານ, ສປ ຈີນ ມອບໃຫ້ແກ່ກະຊວງການຕ່າງປະເທດ ແລະ 4 ແຂວງພາກເໜືອຂອງ ສປປ ລາວ ຄື: ແຂວງຫຼວງນ້ຳທາ, ອຸດົມໄຊ, ຜົ້ງສາລີ ແລະ ຫຼວງພະບາງແຂວງລະ 100,000 ອັນ ແລະ ມອບໃຫ້ກະຊວງການຕ່າງປະເທດ 600,000 ອັນ ເພື່ອນໍາໃຊ້ເຂົ້າໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ ສປປ ລາວ. ໃຫ້ກຽດຕາງໜ້າກ່າວມອບໂດຍ ສະຫາຍ ຊຽງ ຟ່າງ ສຽງ, ທີ່ປຶກສາສະຖານເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ແລະ ຕາງໜ້າກ່າວຮັບໂດຍສະຫາຍ ໂພໄຊ ໄຂຄໍາພິທູນ, ຫົວໜ້າຫ້ອງການກະຊວງການຕ່າງປະເທດ, ມີພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ອ່ານເພີ່ມເຕີມ... 

ຄະນະປະສານງານຄະນະຊ່ຽວຊານການທະຫານ 959 ມອບ ຜ້າອັດປາກການແພດ ຈຳນວນ 250.000 ອັນໃຫ້ແກ່ ສປປ ລາວ

20210510Laoemb2

ວັນທີ 4 ​ພຶດສະພາ2021 ທີ່ ສະຖານ​ເອກ​ອັກຄະ​ລັດຖະທູດ ແຫ່ງ​ ສປປ ລາວ ປະຈຳ ສສ ຫວຽດນາມ ສະຫາຍ ບູ່​ຍ ມິ​ງ ຖື່ ​ຫົວໜ້າ​ຄະນະ​ປະສານ​ງານ​ທະຫານ​ອາສາ​ສະໝັກ ແລະ ຊ່ຽວຊານການທະຫານ ​ນະຄອນຫຼວງ​ຮ່າ​ໂນ້ຍ ພ້ອມ​ດ້ວຍຄະນະປະສານງານຄະນະຊ່ຽວຊານການທະຫານ 959 ໄດ້ນຳເອົາ ຜ້າ​ອັດ​ປາກກາ​ນ​ແພດຈຳນວນ 250.000 ອັນ ມາມອບໃຫ້ ສະຫາຍ ​ແສງ​ເພັດ​ ຮຸ່ງ​ບຸນ​ຍວງ ​ເອກ​ອັກຄະ​ລັດຖະທູດວິສາມັນ​ຜູ້​ມີ​ອຳນາດ​ເຕັມ ​ແຫ່ງ​ ສປປ ລາວ ປະຈຳ ສສ ຫວຽດນາມ ເພື່ອສົ່ງຕໍ່ໃຫ້ລັດ​ຖະບານ​ລາວ ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງຄະນະ​ນຳສະຖານ​ທູດລາວ​ທີ່​ຮ່າ​ໂນ້ຍ ພ້ອມ​ດ້ວຍພະນັກງານຂອງທັງສອງຝ່າຍ ລາວ-​ຫວຽດນາມ.

ອ່ານເພີ່ມເຕີມ... 

ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ຈັດຕັ້ງເຊື່ອມຊຶມເອກະສານສຳຄັນຂອງພັກ, ຂອງຊາດ

20210510LaoEmb

 

ວັນ​ທີ 07 ພຶ​ສະພາ 2021, ສະຖານ​ເອກ​ອັກຄະ​ລັດຖະທູດ ​ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ​ໄດ້ຈັດ​ຕັ້ງການ​ເຊື່ອມ​ຊມ​ເອກະສານ​ສຳຄັນ​ຂອງ​ພັກ, ຂອງ​ຊາດ, ພາຍ​ຕ້​ການ​ເປັນ​ປະທານ​ຂອງ ສະຫາຍ ​ແສງ​ເພັດ​ຮຸ່ງ​ບຸນ​ຍວງເອກ​ອັກຄະ​ລັດ​ຖະ​ທູດວິສາມັນຜູ້​ມີ​ອຳນາດ​ເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໂດຍ​ການ​ເຂົ້າ​ຮ່ວມ​ຮັບ​ຟັງ​ຂອງ​ຄະນະ​ນຳສະຖານທູດ, ຫ້ອງການຜູ້ຕາງໜ້າກະຊວງປ້ອງກັນຄວາມສະຫງົບ ແລະ ຫ້ອງການຜູ້ຕາງໜ້າການບິນລາວ, ພະນັກງານ ແລະ ຄອບຄົວ​ພະນັກງານສະຖານທູດ ຈຳນວນ 40 ສະຫາຍ.

ອ່ານເພີ່ມເຕີມ... 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485712
ມື້ນີ້11
ມື້ວານ206
ອາທິດນີ້748
ເດືອນນີ້5017