ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມ ຄັ້ງທີ 38 ຂອງຄະນະກຳມາທິການລະຫວ່າງລັດຖະບານອາຊຽນ ວ່າດ້ວຍ ສິດທິມະນຸດ (ASEAN Intergovernmental Commission on Human Rights ຫຼື AICHR) ໃນວັນທີ 20-23 ກຸມພາ 2024 ທີ່ ໂຮງແຮມເສດຖາປາລຣາດ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ທູດ ຢົ້ງ ຈັນທະລັງສີ, ຜູ້ຕາງໜ້າ ສປປ ລາວ ປະຈໍາ ຄະນະກໍາມາທິການ ລະຫວ່າງ ລັດຖະບານອາຊຽນ ວ່າດ້ວຍ ສິດທິມະນຸດ ແລະ ທັງເປັນປະທານຂອງ ຄະນະກຳມາທິການລະຫວ່າງລັດຖະບານອາຊຽນ ວ່າດ້ວຍ ສິດທິມະນຸດ ສຳລັບປີ 2024. ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ ມີຜູ້ຕາງໜ້າຂອງແຕ່ລະປະເທດສະມາຊິກອາຊຽນ ປະຈຳຄະນະກຳມາທິການດັ່ງກ່າວ ແລະ ພະນັກງານຈາກກອງເລຂາອາຊຽນ. ນອກນັ້ນ, ກໍມີຜູ້ຕາງໜ້າຈາກປະເທດ ຕີມໍ ເລສເຕ ເຂົ້າຮ່ວມໃນຖານະປະເທດສັງເກດການ. ກອງປະຊຸມຄັ້ງນີ້ ແມ່ນກອງປະຊຸມສະໄໝສາມັນຄັ້ງທຳອິດຂອງຄະນະກຳມາທິການລະຫວ່າງລັດຖະບານອາຊຽນ ວ່າດ້ວຍ ສິດທິມະນຸດ ສຳລັບປີ 2024 ພາຍໃຕ້ການເປັນປະທານຂອງ ສປປ ລາວ.
ໃນວັນທີ 16 ກຸມພາ 2024, ໂດຍອີງຕາມຮອບວຽນການເປັນປະທານຄະນະກໍາມະການອາຊຽນ-ເຊີແນວ (ASEAN Committee in Geneva (ACG)) ສົກປີ 2024, ສໍານັກງານຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ທີ່ ເຊີແນວ, ສະວິດເຊີແລນ, ໄດ້ສໍາເລັດການເປັນປະທານກອງປະຊຸມ ACG ຄັ້ງທີ 1 ດ້ວຍຜົນສໍາເລັດອັນຈົບງາມ ໂດຍມີບັນດາທູດ ອາຊຽນ ແລະ ຕີມໍແລັດສະເຕ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນຕອນເຊົ້າຂອງວັນທີ 19 ກຸມພາ 2024, ຢູ່ສໍານັກງານປະທານາທິບໍດີ, ນະຄອນຫຼວງ ດີລີ, ສາທາລະນະລັດ ປະຊາທິປະໄຕ ຕີມໍ-ແລັດສະເຕ, ທ່ານ ຄຳເຟື້ອງ ພັນທະໄຊ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ພະນະທ່ານ ໂຮເຊ ຣາໂມສ ອໍຕາ (H.E. Mr. Jose Ramos-Horta), ປະທານາທິບໍດີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ແລັດສະເຕ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ແລັດສະເຕ, ເຊິ່ງມີສຳນັກງານຕັ້ງຢູ່ ນະຄອນຫຼວງ ຈາກາກຕາ, ສ.ອິນໂດເນເຊຍ.