ໃນວັນທີ 08 ເມສາ 2019, ທີ່ ນະຄອນຫຼວງວໍຊິງຕັນ ດີຊີ, ທ່ານ ຄຳພັນ ອັ່ນລາວັນ ໄດ້ຍື່ນສານຕາຕັ້ງຕໍ່ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມລິກາ ເພື່ອດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ສະຫະລັດ ອາເມລິກາ.
ໃນຕອນບ່າຍຂອງວັນທີ 8 ເມສາ 2019, ທີ່ທໍານຽບປະທານາທິບໍດີ, ນະຄອນຫລວງບູດາເແປັສ, ທ່ານ ສີທົງ ຈິດໂຍທິນ, ໄດ້ຍື່ນສານຕາຕັ້ງຕໍ່ ພະນະທ່ານ ຈາໂນດສ ອາເດ (Janos Ader), ປະທານາທິບໍດີ ແຫ່ງ ສາທາລະນະລັດ ຣົງກາຣີ ເພື່ອດໍາລົງຕໍາແຫນ່ງເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສ. ຣົງກາຣີ.
ໃນຕອນເຊົ້າຂອງວັນທີ05 ເມສາ 2019,ກະຊວງການຕ່າງປະເທດໄດ້ເປັນເຈົ້າພາບຈັດກອງປະຊຸມປຶກສາຫາລືສອງຝ່າຍ ລະຫວ່າງ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ກະຊວງການຕ່າງປະເທດ ແຫ່ງ ສສ ເຢຍລະມັນ ຄັ້ງປະຖົມມະລຶກ ໃນລະດັບຫົວໜ້າກົມ, ອັນເປັນການຜັນຂະຫຍາຍຜົນການຢ້ຽມຢາມເຢຍລະມັນ ຢ່າງເປັນທາງການ ຄັ້ງປະຫວັດສາດ ຂອງທ່ານນາຍົກລັດຖະມົນຕີລາວເຮົາ ເມື່ອຕົ້ນເດືອນມີນນາທີ່ຜ່ານມາ, ໂດຍການເປັນປະທານຮ່ວມຂອງ ທ່ານ ພົມມາ ຄໍາມະນີຈັນ, ຫົວໜ້າກົມເອີຣົບ-ອາເມລິກາ, ກະຊວງການຕ່າງປະເທດລາວ ແລະ ທ່ານ ນາງ ອີນາ ເລີແປນ (Ina LEPEL), ຫົວໜ້າກົມອາຊີ ແລະ ປາຊີຟິກ, ກະຊວງການຕ່າງປະເທດ ເຢຍລະມັນ.