ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງສະຖານທູດ ແລະ ບັນດາ ກົມ

ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຍື່ນສານຕາຕັ້ງຕໍ່ ສົມເດັດພະຣາຊິນີ Queen Margrethe II ແຫ່ງ ຣາຊະອານາຈັກ ເດັນມາກ

 

ໃນຕອນເຊົ້າຂອງວັນທີ 17 ມິຖຸນາ 2020, ທີ່ພະຣາຊະວັງ Amalienborg, ນະຄອນຫລວງ ໂຄເປັນຮາເກັນ, ທ່ານ ບຸນລຽບ ຮຸ່ງວົງສອນ ໄດ້ຍື່ນສານຕາຕັ້ງຕໍ່ ສົມເດັດພະຣາຊິນີ Queen Margrethe II ແຫ່ງ ຣາຊະອານາຈັກ ເດັນມາກ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປລາວ) ປະຈຳ ຣາຊະອານາຈັກ ເດັນມາກ ທີ່ມີສຳນັກງານ ສະຖານເອກອັກຄະລັດຖະທູດ ຢູ່ນະຄອນຫຼວງ ສະຕ໋ອກໂຮມ, ຣາຊະອານາຈັກ ຊູແອັດ.

ອ່ານເພີ່ມເຕີມ... 

ກອງປະຊຸມໃຫຍ່ ຄັ້ງທີ II ໜ່ວຍພັກສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ທີ່ ນະຄອນຄຸນມິງ

20200619KM

20200619KM1

       ໃນວັນທີ 06 ມີຖຸນາ 2020, ໜ່ວຍພັກສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ທີ່ ນະຄອນຄຸນມິງ ສປ ຈີນ ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ II ຂອງຕົນຂື້ນຢ່າງເປັນທາງການ, ໂດຍການເປັນປະທານຂອງ ສະຫາຍ ຄຳພອນ ວົງສັນຕິ, ເລຂາໜ່ວຍພັກ. ເປັນກຽດເຂົ້າຮ່ວມມີ ສະຫາຍ ນ. ຄຳເພົາ ເອີນທະວັນ, ຄະນະປະຈຳພັກກະຊວງການຕ່າງປະເທດ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສປ ຈີນ ທີ່ ນະຄອນຫຼວງປັກກິ່ງ, ມີສະມາຊິກພັກສະຖານກົງໃຫຍ່ ແລະ ແຂກຖືກເຊີນເຂົ້າຮ່ວມທັງໝົດ 14 ສະຫາຍ.

ອ່ານເພີ່ມເຕີມ... 

ສະຖານເອກອັກຄະລັດຖະທູດ ແຫ່ງ ສະຫະລັດ ອາເມຣິກາ ປະຈຳ ສປປ ລາວ ງົດການອອກວີຊາບາງປະເພດ ໃຫ້ແກ່ພົນລະເມືອງລາວ

 

ກົມກົງສຸນ ກະຊວງການຕ່າງປະເທດ ຂໍຖືເປັນກຽດແຈ້ງມາພໍ່ແມ່, ພີ່ນ້ອງປະຊາຊົນລາວທຸກທົ່ວໜ້າ, ໂດຍອີງຕາມຈົດໝາຍແຈ້ງຈາກ ສະຖານເອກອັກຄະລັດຖະທູດ ແຫ່ງ ສະຫະລັດ ອາເມຣິກາ ປະຈຳ ສປປ ລາວ, ສະບັບເລກທີ 20-334/CONS, ລົງວັນທີ 6 ເມສາ 2020, ຊາບວ່າ: ເລີ່ມແຕ່ວັນທີ 01 ເມສາ 2020 ເປັນຕົ້ນມາ, ສະຖານເອກອັກຄະລັດຖະທູດ ແຫ່ງ ສະຫະລັດ ອາເມຣິກາ ທີ່ ນະຄອນຫຼວງວຽງຈັນ ໄດ້ງົດການອອກວິຊາ (Visa) ເຂົ້າ ສະຫະລັດ ອາເມລິກາ ໃຫ້ແກ່ພົນລະເມືອງລາວ ທີ່ມີຈຸດປະສົງເດີນທາງໄປ ສະຫະລັດ ອາເມຣິກາ ແບບບໍ່ເປັນທາງການ ເຊັ່ນ: ທ່ອງທ່ຽວ, ຢ້ຽມຢາມ, ໄປເຂົ້າຮ່ວມຝຶກອົບຮົມ, ໄປສຶກສາຮໍ່າຮຽນ, ໄປອອກແຮງງານ ແລະ ໂຄງການແລກປ່ຽນຕ່າງໆ, ເດີນທາງຜ່ານ, ໄປຫາຄູ່ໝັ້ນ, ໄປຫາຜົວ ຫຼື ເມຍ, ເອົາລູກໄປຢູ່ນຳພໍ່ແມ່ ທີ່ ອາເມຣິກາ ແລະ ອື່ນໆ (ຍົກເວັ້ນບຸກຄົນທີ່ຈະໄປວຽກທາງການ ໃນຂອບເຄືອຂ່າຍຂອງ ອົງການສະຫະປະຊາຊາດ ຫຼື ໄປປະຕິບັດໜ້າທີ່ຢູ່ສຳນັກງານຜູ້ຕາງໜ້າການທູດ ແຫ່ງ ສປປ ລາວ ປະຈຳ ສະຫະລັດ ອາເມຣິກາ, ຊຶ່ງຍັງຈະໄດ້ຮັບການສືບຕໍ່ພິຈາລະນາ).

 

ອ່ານເພີ່ມເຕີມ... 

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480408
ມື້ນີ້66
ມື້ວານ172
ອາທິດນີ້806
ເດືອນນີ້6639