ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງສະຖານທູດ ແລະ ບັນດາ ກົມ

ກອງປະຊຸມໃຫຍ່ ຄັ້ງທີ V ຂອງໜ່ວຍພັກກົມກົງສຸນ

20200617CS

 

ໃນຕອນບ່າຍຂອງວັນທີ 05 ມິຖຸນາ 2020 ທີ່ ກະຊວງການຕ່າງປະເທດ, ກອງ​ປະ​ຊຸມ​ໃຫຍ່ ຄັ້ງ​ທີ V ຂອງໜ່ວຍ​ພັກ​ກົມກົງສຸນ ໄດ້ໄຂຂຶ້ນຢ່າງເປັນທາງການໃນທ່າມກາງທີ່ກະຊວງການຕ່າງປະເທດ ກໍ່ຄືທົ່ວພັກ ທົ່ວປວງຊົນລາວທັງຊາດພວມດໍາເນີນການສ້າງຜົນງານເພື່ອຂໍ່ານັບຮັບຕ້ອນວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 45 ປີ ແລະ ວັນສໍາຄັນອື່ນໆຂອງຊາດຢ່າງເປັນຂະບວນຟົດຟື້ນມ່ວນຊື່ນ, ໂດຍການໃຫ້ກຽດເຂົ້າຮ່ວມ​​ເປັນປະທານຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ ແລະ ສະຫາຍ ສະຫາຍ ບຸນເຫຼືອ ພັນດານຸວົງ, ເລຂາໜ່ວຍພັກ ກົມກົງສຸນ, ກະຊວງການຕ່າງປະເທດ ຊຶ່ງມີສະມາຊິກພັກເຂົ້າຮ່ວມທັງໝົດ51 ສະຫາຍ, ໃນນັ້ນ ມີສະມາຊິກພັກສົມບູນ 47 ສະຫາຍ ຍິງ 09 ສະຫາຍ ແລະ ສະມາຊິກພັກສໍາຮອງ 4 ສະຫາຍ ຍິງ 02 ສະຫາຍ, ສະມາຊິກພັກສົມບູນ 1 ສະຫາຍບໍ່ສາມາດເຂົ້າຮ່ວມໄດ້ ເນື່ອງຈາກຖືກແຕ່ງຕັ້ງໄປປະຕິບັດພາລະກິດຮີບດ່ວນຢູ່ແຂວງພາກເຫນືອ. ເຂົ້າຮ່ວມກອງປະຊຸມດັ່ງກ່າວຍັງມີ ສະຫາຍເລຂາ, ຮອງເລຂາ ແລະ ຜູ້ຕາງຫນ້າຫນ່ວຍພັກອ້ອມຂ້າງກະຊວງການຕ່າງປະເທດ ຈຳນວນ 5 ສະຫາຍ.

    ກອງປະຊຸມ ໄດ້ເຫັນດີຮັບຮອງເອົາບົດລາຍງານການເມືອງ ແລະ ບົດສຳຫຼວດການຊີ້ນຳ-ນຳພາຂອງຄະນະໜ່ວຍພັກຊຸດເກົ່າໃນໄລຍະ 5 ປີຜ່ານມາ ລວມທັງທິດທາງໃນຕໍ່ໜ້າຂອງໜ່ວຍພັກກົມກົມກົງສຸນ, ຊຶ່ງໄດ້ຕີລາຄາຮອບດ້ານຕໍ່ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງໜ່ວຍພັກ ຊຶ່ງສັງເກດໄດ້ທັງດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ທີ່ຄວນສືບຕໍ່ປັບປຸງແກ້ໄຂ, ບັນດາສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ເປັນຕົ້ນ ການນຳພາດ້ານການເມືອງ-ແນວຄິດ ຊຶ່ງໄດ້ກະຕຸກຊຸກຍູ້ ແລະ ສ້າງເງື່ອນໄຂອັນສະດວກໃຫ້ສະມາຊິກພັກ ແລະ ພະນັກງານໃນການສຶກສາອົບຮົມດ້ານການເມືອງ-ແນວຄິດ, ການຈັດຕັ້ງ, ວຽກງານວິຊາສະເພາະໃນແຕ່ລະດ້ານ, ວຽກງານນຳພາປັບປຸງກໍ່ສ້າງພັກ-ພະນັກງານ, ວຽກນະໂຍບາຍ, ວຽກງານການປ້ອງກັນ ແລະການນໍາພາອົງການຈັດຕັ້ງມະຫາຊົນ ພ້ອມທັງໄດ້ກໍານົດບັນດາທິດທາງໃນ 05 ປີຕໍ່ຫນ້າ ເພື່ອເປັນທິດທາງໃຫ້ແກ່ການເຂົ້າຮ່ວມຂະບວນການແຂ່ງຂັນສ້າງຫນ່ວຍພັກ ໃຫ້ກາຍເປັນໜ່ວຍພັກ ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ໂດຍສືບຕໍ່ສຸມໃສ່ວຽກງານດ້ານການເມືອງ-ແນວຄິດ ແລະ ການຈັດຕັ້ງ, ດ້ານວຽກງານກໍ່ສ້າງພັກ ແລະ ພະນັກງານ ເພື່ອຮັບປະກັນທາງດ້ານເນື້ອໃນ ແລະ ຮູບປະທຳ ໂດຍກຳນົດແຜນຈັດຕັ້ງປະຕິບັດເປັນແຕ່ລະບາດກ້າວຢ່າງລະອຽດ ແລະ ຖືກຕ້ອງຕາມຫຼັກການຂອງພັກ, ການຍົກສູງຄຸນນະພາບຂອງວຽກງານດ້ານວິຊາສະເພາະ ເພື່ອຮັບປະກັນການເປັນເສນາທິການໃຫ້ຂັ້ນເທິງ,ເອົາໃຈໃສ່ຊີ້ນຳໆພາ 03 ອົງການຈັດຕັ້ງມະຫາຊົນ ໃຫ້ມີການເຄື່ອນໄຫວຕາມພາລະບົດບາດຂອງຕົນຢ່າງຕັ້ງໜ້າ ແລະ ເປັນຂະບວນຟົດຟື້ນກວ່າເກົ່າ.

ພ້ອມນີ້, ກອງປະຊຸມໃຫຍ່ຍັງໄດ້ຕົກລົງເຫັນດີຮັບຮອງເອົາບົດສໍາຫຼວດການນໍາພາລວມຂອງຄະນະໜ່ວຍພັກຊຸດເກົ່າໃນໄລຍະຜ່ານມາ, ຊຶ່ງຕີລາຄາໄດ້ເຖິງຈຸດດີ, ຈຸດອ່ອນ, ຂໍ້ຄົງຄ້າງ ແລະ ຖອດຖອນບົດຮຽນໄດ້ໃນດ້ານຕັ້ງຫນ້າເພື່ອນຳໄປຈັດຕັ້ງປະຕິບັດໃນຕໍ່ຫນ້າ. ສຳລັບທິດທາງຕໍ່ຫນ້າ ຄະນະໜ່ວຍພັກ ຈະໄດ້ຖືເອົາການເຮັດວຽກງານສຶກສາອົບຮົມ ທາງດ້ານຄຸນທາດການເມືອງ ແລະຄຸນສົມບັດສິນທໍາປະຕິວັດ ຕິດພັນກັບການນຳພາທາງດ້ານວິຊາສະເພາະໃຫ້ແກ່ສະມາຊິກພັກ-ພະນັກງານໃຫ້ເຊື່ອມຊືມ ແລະ ຮັບຮູ້ຢ່າງຫນັກແຫນ້ນ, ຖືສຳຄັນດ້ານວຽກງານກໍ່ສ້າງພັກ ແລະ ຂະຫຍາຍພັກຢ່າງຕັ້ງໜ້າ, ມີແບບແຜນການນໍາພາ ແລະ ແບບແຜນວິທີເຮັດວຽກ ຕາມຫຼັກການຂອງພັກລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ ແບ່ງໃຫ້ບຸກຄົນຮັບຜິດຊອບ, ມີຄວາມເປັນເອກະພາບກັນໃນການຕັດສິນບັນຫາ, ສຸມສະຕິປັນຍາ ແລະ ເຫື່ອແຮງ ເຂົ້າໃນການເຄື່ອນໄຫວຊີ້ນໍາ-ນໍາພາ ຢ່າງຕໍ່ເນື່ອງ ລວມທັງໄດ້ກໍານົດມາດຕະການ ແລະ ວິທີແກ້ໄຂ ເພື່ອກ້າວໄປຂ້າງຫນ້າຢ່າງຫນັກແຫນ້ນ.

ໃນກອງປະຊຸມຄັ້ງນີ້,ຜູ້ແທນກອງປະຊຸມ ໄດ້ໃຊ້ສິດປະຊາທິປະໄຕປ່ອນບັດເລືອກເອົາຄະນະຫນ່ວຍພັກກົມກົງສຸນຊຸດໃຫມ່ ຈຳນວນ 5 ສະຫາຍ ແລະ ໃນກອງປະຊຸມຄັ້ງປະຖົມມະເລີກ ຂອງຄະນະໜ່ວຍພັກຊຸດໃໝ່ ໄດ້ເປັນເອກະພາບເລືອກເອົາ:

  1. ສະ​ຫາຍ ສີພັນດອນ ອ້ອຍບົວບຸດດີ, ເປັນເລ​ຂາໜ່ວຍ​ພັກ​;
  2. ສະ​ຫາຍ ພອນສີບຸນມີໄຊ, ​ເປັນຮອງ​ເລ​ຂາໜ່ວຍ​ພັກ​;
  3. ສະ​ຫາຍ ສີສຸພັນ ມະນີວັນ, ​ເປັນກຳ​ມະ​ການ​ພັກ ແລະປະ​ທານກວດ​ກາຫນ່ວຍພັກ;
  4. ສະຫາຍ ສຸລິສັກ ເລັ່ງສະຫວັດ, ເປັນກຳມະການພັກ;
  5. ສະຫາຍ ດາວສະຫວັນ ບູລົມມະວົງ, ເປັນກຳມະການພັກ.

ກອງປະຊຸມ ຍັງໄດ້ເປັນກຽດຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນໍາຂອງ ສະຫາຍ ສະ​ເຫຼີມ​ໄຊ ກົມ​ມະ​ສິດ, ກໍາມະການສູນກາງພັກ, ເລ​ຂາຄະນະບໍລິຫານງານພັກກະ​ຊວງ​ການ​ຕ່າງ​ປະ​ເທດ, ເຊິ່ງໄດ້​ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຂອງໜ່ວຍພັກກົມກົງສຸນໃນໄລຍະຜ່ານມາ ແລະ ຍັງໄດ້ໃຫ້ທິດຊີ້ນໍາ ໂດຍເນັ້ນໃຫ້ເອົາໃຈໃສ່ຊີ້ນຳໆພາໃນດ້ານວຽກພັກ-ພະນັກງານໃຫ້ຫຼາຍຂຶ້ນ ແລະ ໃຫ້ເລິກເຊິ່ງກວ່າເກົ່າ, ຄະນະໜ່ວຍພັກຊຸດໃໝ່ ຕ້ອງເປັນແບບຢ່າງນຳໜ້າທາງດ້ານທິດສະດີ ກໍຄືພຶດຕິກຳ ໃນການປະຕິບັດແບບແຜນວິທີການເຮັດວຽກ ໂດຍຍຶດຫມັ້ນຫຼັກການລວມສູນປະຊາທິປະໄຕ, ເອົາໃຈໃສ່ວຽກງານກໍ່ສ້າງພັກ ແລະ ພະນັກງານ ໃຫ້ມີຄຸນນະພາບເປັນຫຼັກ, ຍົກສູງປະສິດທິພາບ ແລະປະສິດທິຜົນໃນການປະຕິບັດໜ້າທີ່ດ້ານວິຊາສະເພາະໃຫ້ດີຍິ່ງຂຶ້ນ ໂດຍສະເພາະການຫັນເອົາການຄຸ້ມຄອງບໍລິຫານດ້ານວຽກງານກົງສຸນໄປສູ່ລະບົບທັນສະໝເທື່ອລະກ້າວເພື່ອຮັບປະກັນປະສິດທິພາບ, ຄວາມວ່ອງໄວ, ໂປ່ງໃສ ແລະ ສາມາດກວດສອບໄດ້. ນອກຈາກນັ້ນ, ຈະຕ້ອງໄດ້ເອົາໃຈໃສ່ຝຶກຝົນ ແລະ ບຳລຸງສ້າງພະນັກງານໃຫ້ມີຄວາມຮູ້ຄວາມສາມາດໃນວຽກງານຄົ້ນຄວ້າ, ຂີດຂຽນ ລວມທັງພາສາຕ່າງປະເທດ ໃຫ້ຫຼາຍກວ່າເກົ່າ, ເພີ່ມທະວີການເຮັດວຽກງານບໍລິການປະຊາຊົນ ເຊັ່ນ: ການປັບປຸງລະບຽບຫຼັກການ, ການປະຊາສຳພັນລະບຽບການຕ່າງໆ ແລະ ການໃຫ້ການບໍລິການຕົວຈິງຂອງພະນັກງານກົມກົງສຸນ ເພື່ອສ້າງຄວາມປະທັບໃຈ ແລະ ເພີ່ງພໍໃຈໃຫ້ແກ່ຜູ້ທີ່ມາພົວພັນເຮັດໜັງສືຜ່ານແດນ ກໍຄືດ້ານວຽກງານອື່ນໆ ທີ່ປິ່ນອ້ອມວຽກງານກົງສຸນ ໃຫ້ຫຼາຍຂຶ້ນເພື່ອຮັບປະກັນການເປັນເສນາທິການ ໃຫ້ແກ່ຄະນະພັກ ແລະ ຄະນະນໍາກະຊວງການຕ່າງປະເທດ.

ກອງປະຊຸມດັ່ງກ່າວ ໄດ້ດຳເນີນໄປດ້ວຍຜົນສໍາເລັດຢ່າງຈົບງາມ ແລະ ໄດ້ປິດລົງໃນຕອນແລງຂອງວັນດຽວກັນ.

ກອງປະຊຸມທາງໄກ ເຈົ້າໜ້າທີ່ອາວຸໂສ ຂອບການຮ່ວມມື ແມ່ນໍ້າຂອງ-ຍີ່ປຸ່ນ

20200611MekongJapanA

ອ່ານເພີ່ມເຕີມ... 

ກອງປະຊຸມໃຫຍ່ ຄັ້ງທີ I ຂອງໜ່ວຍພັກສະຖານທູດລາວ ທີ່ ນິວເດນລີ

 

20200529 LaoEmToIndia1

20200529 LaoEmToIndia2

 

ກອງປະຊຸມໃຫຍ່ຄັ້ງທີ I ຂອງໜ່ວຍພັກສະຖານທູດລາວ ທີ່ ນິວເດນລີ ໄດ້ໄຂຂຶ້ນຢ່າງເປັນທາງການໃນເວລາ 14:00 ໂມງ ຂອງວັນທີ 29 ພຶດສະພາ 2020, ທີ່ຫ້ອງປະຊຸມໃຫຍ່ ສະຖານທູດລາວ ທີ່ ນິວເດນລີ, ໂດຍມີ ສະມາຊິກພັກສົມບູນ 5 ສະຫາຍ ເຂົ້າຮ່ວມຢ່າງພ້ອມພຽງ. ໃນກອງປະຊຸມ ສະຫາຍ ບຸນແນມ ຈວງຫອມ, ເລຂາໜ່ວຍພັກສະຖານທູດລາວ, ໄດ້ຜ່ານ​ບົດ​ລາຍ​ງານ​ການ​ເມືອງ ແລະ ບົດສໍາຫຼວດານນໍາພາລວມຂອງຄະນະໜ່ວຍພັກໃນ 5 ປີຜ່ານມາ, ຊຶ່ງໄດ້ສັງເກດຕີລາຄາຢ່າງເລິກເຊິ່ງ ແລະ ຄົບຖ້ວນ ຕໍ່ການນໍາພາຂອງຄະນະໜ່ວຍພັກໃນໄລຍະຜ່ານມາ ໂດຍໄດ້ຍົກໃຫ້ເຫັນຜົນສໍາເລັດ ແລະ ຜົນງານທີ່ຍາດມາໄດ້, ບົດຮຽນທີ່ຖອດຖອນໄດ້, ຂໍ້ຄົງຄ້າງທີ່ຈະຕ້ອງແກ້ໄຂໃນຕໍ່ໜ້າ ແລະ ໄດ້ວາງທິດທາງແຜນການ ກໍຄືວຽກງານຈຸດສຸມສໍາລັບປີ 2020-2025.

ອ່ານເພີ່ມເຕີມ... 

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480412
ມື້ນີ້70
ມື້ວານ172
ອາທິດນີ້810
ເດືອນນີ້6643