ໃນຕອນເຊົ້າຂອງວັນທີ 25 ມິຖຸນາ 2019, ທີ່ ທຳນຽບປະທານາທິບໍດີ, ນະຄອນຫລວງແບນກຣາດ, ສາທາລະນະລັດ ແຊັກບີ, ທ່ານ ສີທົງ ຈິດໂຍທິນ ໄດ້ຍື່ນສານຕາຕັ້ງຕໍ່ ທ່ານ Aleksandar Vucic, ປະທານາທິບໍດີ ແຫ່ງ ສາທາລະນະລັດ ແຊັກບີ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ແຊັກບີ, ໂດຍມີສໍານັກງານສະຖານທູດຕັ້ງຢູ່ນະຄອນຫຼວງວຽນ, ປະເທດໂອຕຣິດ.
ໃນວັນທີ 21 ພຶດສະພາ 2019, ທີ່ ຫໍພິພິຕະພັນ Ethnography (Ethnografiska Museet), ນະຄອນຫຼວງສະຕ໋ອກໂຮມ, ຣາຊະອານາຈັກ ຊູແອດ, ໄດ້ມີພິທີມອບເຄື່ອງນຸ່ງພື້ນເມືອງລາວປະດັບດ້ວຍລາຍປັກດິ່ງຫຼວງພະບາງ ຈໍານວນ 3 ຊຸດ, ໃນນັ້ນມີຊຸດຍິງ 2 ຊຸດ ແລະ ຊຸດຊາຍ 1 ຊຸດ ໃຫ້ແກ່ ຫໍພິພິຕະພັນດັ່ງກ່າວ.ເຂົ້າຮ່ວມໃນພິທີມອບເຄື່ອງຄັ້ງນີ້, ຝ່າຍລາວມີ ທ່ານ ບຸນແພງ ຊາຍກັນຍາ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ຣາຊະອານາຈັກ ຊູແອດ ພ້ອມດ້ວຍພັນລະຍາ ແລະ ພະນັກງານສະຖານທູດ, ຝ່າຍຊູແອດມີ ທ່ານ ນາງ ແອນ ຟໍລິນ (Ann Follin), ອະທິບໍດີຫໍພິພິຕະພັນແຫ່ງຊາດ ດ້ານວັດທະນະທໍາສາກົນ (National Museums of World Culture), ມີບັນດາທູຕານຸທູດ ພ້ອມດ້ວຍພັນລະຍາ, ພະນັກງານທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນ ເຂົ້າຮ່ວມຫລາຍກວ່າ 50 ທ່ານ.
ໃນວັນທີ 04 ມິຖຸນາ 2019, ທີ່ ກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກ ຊູແອດ ໄດ້ມີການເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກ ຊູແອດ ວ່າດ້ວຍການປຶກສາຫາລື ສອງຝ່າຍ, ຮ່ວມລົງນາມບົດບັນທຶກຄັ້ງນີ້ ຝ່າຍລາວແມ່ນ ທ່ານ ບຸນແພງ ຊາຍກັນຍາ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປລາວ ປະຈຳ ຣາຊະອານາຈັກ ຊູແອດ ແລະ ຝ່າຍຊູແອດແມ່ນ ທ່ານ ນາງ ແອນນິກກາ ໂຊເດີ (Annika Sӧder), ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກ ຊູແອດ.