ທ່ານ ສົງການ ຫຼວງມຸນິນທອນ, ຫົວໜ້າກົມເສດຖະກິດ, ຫົວໜ້າເຈົ້າໜ້າທີ່ອາວຸໂສ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສຟີແລັກ ຄັ້ງທີ 17 (17th Forum for East Asia-Latin America Coorperation Senior Officials’ Meeting), ຊຶ່ງຈັດຂຶ້ນໃນລະຫວ່າງວັນທີ 24-26 ສິງຫາ 2016, ທີ່ປະເທດ ກົວເຕີມາລາ, ມີບັນດາຄະນະຜູ້ແທນຈາກປະເທດສະມາຊິກ ຟີແລັກ ເຂົ້າຮ່ວມກອງປະຊຸມຄັ້ງນີ້ ຈຳນວນ 36 ປະເທດ ຈາກພາກພື້ນອາຊີຕາເວັນອອກ ແລະ ອາເມລິກາລາຕິນ.
ໃນວັນທີ 30 ສິງຫາ 2016, ທີ່ ບາງກອກ, ຣາຊະອານາຈັກໄທ, ທ່ານ ກິ່ງໂພແກ້ວ ພົມມະຫາໄຊ, ອຸປະທູດຊົ່ວຄາວ ແຫ່ງ ສປປ ລາວ ປະຈໍາ ຣາຊະອານາຈັກໄທ ພ້ອມດ້ວຍຄະນະນຳສະຖານທູດ ໄດ້ເຂົ້າອວຍພອນ ທ່ານ ຫງວຽນ ຕັດ ທັນ, ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ປະຈໍາ ຣາຊະອານາຈັກໄທ, ເນື່ອງໃນໂອກາດວັນຊາດ ແຫ່ງ ສສ. ຫວຽດນາມຄົບຮອບ 71 ປີ (2 ກັນຍາ 1945 - 2 ກັນຍາ 2016).
ໃນໂອກາດດັ່ງກ່າວ, ທ່ານ ກິ່ງໂພແກ້ວ ພົມມະຫາໄຊ ໄດ້ສະແດງຄວາມຊົມເຊີຍຜົນສໍາເລັດໃນຫລາຍດ້ານແຫ່ງການພັດທະນາເສດຖະກິດ-ສັງຄົມ ຂອງ ສສ. ຫວຽດນາມ ຕະຫລອດໄລຍະຜ່ານມາ, ຕີລາຄາສູງການພົວພັນແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງຊາດ ລາວ-ຫວຽດນາມ; ອວຍພອນໄຊອັນປະເສີດແກ່ຜູ້ນໍາ ພັກ-ລັດ ແລະ ປະຊາຊົນບັນດາເຜົ່າຫວຽດນາມ ເວົ້າລວມ, ເວົ້າສະເພາະແມ່ນ ທ່ານເອກອັກຄະລັດຖະທູດຫວຽດນາມ ພ້ອມດ້ວຍພະນັກງານ ຈົ່ງມີແຕ່ຄວາມສຸກໂຊກດີມີຜົນສໍາເລັດໃໝ່ໃນໜ້າທີ່ວຽກງານ, ນໍາພາປະເທດຫວຽດນາມ ກ້າວສູ່ຄວາມສໍາເລັດໃນທຸກດ້ານ; ອວຍພອນໃຫ້ສາຍພົວພັນແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ຈົ່ງຈະເລີນງອກງາມຍິ່ງໆຂຶ້ນໄປ.
ໃນໂອກາດດຽວກັນ, ທ່ານເອກອັກຄະລັດຖະທູດ ຫງວຽນ ຕັດ ທັນ ກໍ່ໄດ້ກ່າວສະແດງຄວາມດີໃຈ ແລະ ຂອບໃຈຕໍ່ຄຳອວຍພອນໄຊອັນປະເສີດມາຍັງ ທ່ານ ກິ່ງໂພແກ້ວ ພົມມະຫາໄຊ ພ້ອມດ້ວຍຄະນະນໍາສະຖານທູດລາວ ແລະ ຫວັງເປັນຢ່າງຍິ່ງວ່າສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຫວຽດນາມ-ລາວ ຈະໄດ້ຮັບການເສີມຂະຫຍາຍໃຫ້ແຕກດອກອອກຜົນຈະເລີນງອກງາມເລື້ອຍໆໄປ.
ໃນວັນທີ 26 ສິງຫາ 2016, ທີ່ ໂຮງແຮມອ່າງຄຳ, ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມແລກປ່ຽນບົດຮຽນ ລະຫວ່າງ ກົມການຂ່າວ, ກະຊວງການຕ່າງປະເທດ ແລະ ເຈົ້າໜ້າທີ ປກສ ເພື່ອຮັບໃຊ້ເຂົ້າໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29, ໂດຍການເປັນປະທານຂອງ ທ່ານ ພອນທະວີ ບຸດດາລາ, ຫົວໜາກົມການຂ່າວ,ກະຊວງການຕ່າງປະເທດ, ຫົວໜ້າສູນຂ່າວຕ່າງປະເທດ ໃນອານຸກຳມະການໂຄສະນາ, ວັດທະນາທຳ ແລະ ຂ່າວສານ, ມີຄະນະກົມການຂ່າວ, ບັນດາເຈົ້າໜ້າທີ່ ປກສ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.