ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາປະເທດຍີ່ປຸ່ນ ໄດ້ຮ່ວມມືກັບ ສູນອາຊຽນ-ຍີ່ປຸ່ນ ຈັດຕັ້ງກອງປະຊຸມເພື່ອຊຸກຍູ້ສົ່ງເສີມການລົງທຶນ ແລະ ການທ່ຽວທ່ຽວ ຢູ່ ສປປ ລາວ ພາຍໃຕ້ຫົວຂໍ້ “ແຂວງບໍ່ແກ້ວ ເປັນທາງເລືອກທີ່ດີຂອງນັກລົງທຶນ ແລະ ນັກທ່ອງທ່ຽວ” ຂຶ້ນ, ທີ່ສໍານັກງານຂອງສູນອາຊຽນ-ຍີ່ປຸ່ນ ທີ່ ໂຕກຽວ, ໃນຕອນແລງຂອງວັນທີ 28 ມິຖຸນາ 2016, ໂດຍມີ ທ່ານ ເຄນທອງ ນວນທະສິງ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາຍີ່ປຸ່ນ; ທ່ານ ມາຊາຕາກະ ຟູຈິຕະ, ເລຂາທີການໃຫຍ່ ສູນອາຊຽນ-ຍີ່ປຸ່ນ, ພ້ອມດ້ວຍນັກທຸລະກິດຍີ່ປຸ່ນ ແລະ ພະນັກງານສະຖານທູດລາວ ທີ່ ໂຕກຽວ ເຂົ້າຮ່ວມຫລາຍກ່ວາ 180 ຄົນ.
ໃນຕອນເຊົ້້າຂອງວັນທີ 15 ມິຖຸນາ 2016, ທີ່ ນະຄອນຫຼວງດິລິ, ສະທາລະນະລັດ ປະຊາທິປະໄຕ ຕີມໍ ເລັດສະເຕ, ທ່ານ ນາງ ພາວັນ ນວນທະສິງ ໄດ້ຍື່ນສານຕາຕັ້ງຕໍ່ ພະນະທ່ານ ເຕົາ ມາເຕັນ ຣຸອັກ (Taur Matan RUAK), ປະທານາທິບໍດີ ແຫ່ງ ສະທາລະນະລັດ ປະຊາທິປະໄຕ ຕີມໍ ເລັດສະເຕ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສະທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ສະທາລະນະລັດ ປະຊາທິປະໄຕ ຕີມໍ ເລັດສະເຕ ໂດຍມີສຳນັກງານຕັ້ງຢູ່ ນະຄອນຫຼວງຈາກາຕາ, ສະທາລະນະລັດ ອິນໂດເນເຊຍ.
ໃນວັນທີ 15 ມິຖຸນາ 2016, ເວລາ 18:30 ໂມງ, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ໄດ້ຈັດງານລ້ຽງສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ-ກຳປູເຈຍ ຄົບຮອບ 60 ປີ (15/06/1956-15/06/2016) ຢ່າງຄຶກຄື້ນ ແລະ ມີຄວາມໝາຍສໍາຄັນຢ່າງຍິ່ງ ທາມກາງບັນຍາກາດທີ່ເຕັມໄປດ້ວຍໄມຕິຈິດມິດຕະພາບຂອງບັນດາແຂກທີ່ເຂົ້າມາຮ່ວມງານ ໂດຍເປັນກຽດເຂົ້າຮ່ວມຂອງ ພະນະທ່ານ ລີ ທົດ, ລັດຖະມົນຕີອາວຸໂສ, ລັດຖະມົນຕີປະຈໍາສໍານັກງານາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ, ບັນດາສະມາຊິກສະພາສູງ, ສະມາຊິກສະພາແຫ່ງຊາດ, ລັດຖະມົນຕີວ່າການ, ຊ່ວຍວ່າການ, ຫົວໜ້າກົມ, ຮອງຫົວໜ້າກົມ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ, ບັນດາທູຕານຸທູດ, ອົງການຈັດຕັ້ງສາກົນ ແລະ ນັກທຸລະກິດ ຕະຫຼອດຮອດບັນດານັກສຶກສາລາວ ແລະ ຄອບຄົວຄົນລາວທີ່ດໍາລົງຊີວິດຢູ່ຣາຊະອານາຈັກ ກໍາປູເຈຍ ເຂົ້າຮ່ວມ ລວມທັງໝົດ 300 ກວ່າທ່ານ.