ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງສະຖານທູດ ແລະ ບັນດາ ກົມ

ຫນ່ວຍຮາກຖານຊາວຫນຸ່ມສະຖານທູດ-ນັກສຶກສາລາວ ທີ່ ສ.ເກົາຫລີ ຈັດຕັ້ງພິທີເປີດ ຂະບວນການຂໍ້ແຂ່ງຂັນ 4 ບຸກ ຂອງຊາວຫນຸ່ມ ປປລ ແລະ ກິດຈະກຳກິລາປະຈຳປີ

emlao in seoul1

emlao in seoul2

​    ໂດຍປະຕິບັດຕາມການຊີ້ນຳຂອງຄະນະບໍລິຫານງານຊາວຫນຸ່ມກະຊວງການຕ່າງປະເທດ ແລະ ພາຍໃຕ້ການຊີ້ນຳຂອງຄະນະພັກ-ຄະນະນຳສະຖານທູດ. ໃນຕອນບ່າຍວັນທີ 11 ພະຈິກ 2017, ຫນ່ວຍຊາວຫນຸ່ມສະຖານທູດລາວ ກໍ​ຄື​ຈຸ​ຊາວ​ຫນຸ່ມ​ນັກ​ສຶກ​ສາ ຮ່ວມ​ກັບ ສະ​ມາ​ຄົມ​ນັກ​ສຶກ​ສາລາວ ທີ່.ເກົາ​ຫລີ ໄດ້ຈັດຕັ້ງພິທີເປີດຂະບວນການຂໍ້ແຂ່ງຂັນ 4 ບຸກຂອງຊາວຫນຸ່ມ ແລະ ກິ​ດຈະ​ກຳກິລາ​ປະ​ຈຳ​ປີ​ 2017 ຂອງ​ນັກ​ສຶກ​ສາ​ລາວ, ໂດຍ​ມີ​ພະ​ນັກ​ງານ​ສະ​ຖານ​ທູດ ແລະ ສະ​ມາ​ຊິກ​ຊາວ​ຫນຸ່ມ ປ​ປ​ລ ເຂົ້າ​ຮ່ວມ 50 ກວ່າ​ສະ​ຫາຍ (ໃນ​ນັ້ນ​ມີ​ຊາວ​ຫນຸ່ມ​ຈາກສະ​ຖານ​ທູດ, ​ການ​ບິນ​ລາວ ແລະ ນັກ​ສຶກ​ສາ).

ອ່ານເພີ່ມເຕີມ... 

ທີເປີດຖ້ຽວບິນຂອງສາຍການບິນ Air Busan ຂອງ ສ.ເກົາຫລີ ຈາກ ສະຫນາມບິນສາກົນ ກິມແຮ ຫາ ສະຫນາມບິນສາກົນ ວັດໄຕ

open air

       ໃນ​ວັນ​ທີ 30 ຕຸ​ລາ 2017, ທ່ານ​ ຄຳ​ສວຍ ແກ້ວ​ດາ​ລາ​ວົງ, ເອກ​ອັກ​ຄະ​ລັດ​ຖະ​ທູດລາວ ປະ​ຈຳ ສ.ເກົາ​ຫລີ ​ຂຶ້ນ​ກ່າວ​ສະ​ແດງ​ຄວາມ​ຊົມ​ເຊີຍໃນ​ພິ​ທີ​ເປີດ​ຖ້ຽວ​​ບິນຂອງ​ສາຍ​ການບິນ Air Busan ຂອງ ສ.ເກົາ​ຫລີ ຈາກ ສະ​ຫນາມ​ບິນ​ສາ​ກົນ ກິມ​ແຮ ຫາ ສະ​ຫນາມ​ບິນ​ສາ​ກົນ ວັດ​ໄຕ (ກິມ​ແຮ-ວັດ​ໄຕ-ກິມ​ແຮ 5 ຖ້ຽວ​ຕໍ່​ອາ​ທິດ) ​​ທີ່ ສະ​ຫນາມ​ບິນ​ສາ​ກົນ ກິມ​ແຮ, ປູ​ຊານ. ​ພ້ອມ​ທັງໄດ້​ສະ​ແດງ​ຄວາມຂອ​ບ​ໃຈ​ຕໍ່​ສາຍ​ການ​ບິນ Air Busan ທີ່​ເລືອກ​ເປີດ​ຖ້ຽວ​ບິນ​ໂດຍ​ກົງ​ໄປ​ນະ​ຄອນ​ຫລວງວຽງ​ຈັນ ເຊິ່ງ​ຈະ​ເປັນ​ການ​ສົ່ງ​ເສີມ​ດ້ານ​ການ​ທ່ອງ​ທ່ຽວ ແລະ ການ​ໄປມາ​ຫາ​ສູ່​ລະ​ຫວ່າງ​ປະ​ຊາ​ຊົນ​ຂອງ​ທັງ​ສອງ​ປະ​ເທດ​ໃຫ້​ຫລາຍ​ຂຶ້ນ. ​ໃນ​ໂອ​ກາດ​ດຽວ​ກັນ​ນີ້, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຍັງ​ໄດ້​ແຈ້ງ​ໃຫ້​ຜູ້​ເຂົ້າ​ຮ່ວມ​ໃນ​ພິ​ທີ​ຊາບ​ ແລະ ເຊີນ​ຊວນ​ໃຫ້​ປະ​ຊາ​ຊົນ​ເກົາ​ຫລີໄປ​ທ່ຽວລາວ ເນື່ອງ​ໃນ​ໂອ​ກາດ​ທີ່ ສ​ປ​ປ ລາວ ເປີດ​ປີ​ທ່ອງ​ທ່ຽວ​ລາວໃນ​ປີ 2018 ທີ່​ຈະ​ມາ​ເຖິງ.

ອ່ານເພີ່ມເຕີມ... 

ກອງປະຊຸມໜ່ວຍງານວິຊາການລະດັບພາກພື້ນ ແມ່ນ້ຳຂອງຕອນລຸ່ມ-ສະຫະລັດອາເມລິກາ ຄັ້ງທີ 10 ແລະ ເພື່ອນແມ່ນ້ຳຂອງຕອນລຸ່ມ

mekong USA

          ​​ໃນ​​ໄລຍະ​ວັນ​ທີ 16-17 ພະຈິກ 2017, ກະຊວງການ​ຕ່າງປະ​ເທດ ​ແຫ່​ງ ສປປ ລາວ ຮ່ວມກັບ ສະຫະລັດອາ​ເມ​ລິ​ກາ ​ໄດ້​ເປັນ​ເຈົ້າພາບ​ຮ່ວມ​ຈັດ​ກອງ​ປະຊຸມ​ໜ່ວຍ​ງານ​ວິຊາ​ການ​ລະດັບ​ພາກ​ພື້ນ​ແມ່​ນ້ຳຂອງ​ຕອນ​ລຸ່ມ-ສະຫະລັດອາ​ເມ​ລິ​ກາ ຄັ້ງ​ທີ 10 ​ແລະ ​ເພື່ອນ​ແມ່​ນ້ຳຂອງ​ຕອນ​ລຸ່ມ ຂື້ນ ທີ່ ນະຄອນຫຼວງ​ວຽງ​ຈັນ, ​​ເປັນ​ກຽດ​ກ່າວ​ເປີດ​ກອງ​ປະຊຸມ​ຄັ້ງ​ນີ້ ​ໂດຍ​ທ່ານ​ ສົງການ ຫຼວງ​ມຸນິນ​ທອນ, ຫົວໜ້າ​ກົມ​ເສດຖະກິດ, ກະຊວງ​ການ​ຕ່າງປະ​ເທດ ​ແລະ ທ່ານ ນາງ ຣິນາ ບິດ​ເຕີ, ​ເອກອັກ​ຄະລັດຖະທູດ ສະຫະລັດອາ​ເມ​ລິ​ກາ ປະຈຳ​ ສປປ ລາວ ພ້ອມ​ດ້ວຍ​ຄະນະ​ຜູ້​ແທນ​ຈາກ​ແຕ່ລະ​ປະ​ເທດ​ສະມາຊິກ. ກອງປະຊຸມ​ດັ່ງ​ກ່າວ ປະກອບມີ​ຜູ້​ເຂົ້າຮ່ວມຈາກບັນດາພາກ​ລັດ ​ແລະ ​ເອກະ​ຊົນ​ ຂອງ​ປະ​ເທດສະ​ມາ​ຊິກ​​ແມ່​ນ້ຳຂອງ ​ແລະ ສະຫະລັດອາ​ເມລິ​ກາ (ກໍາປູເຈຍ, ສປປ ລາວ, ມຽນມາ, ໄທ, ຫວຽດນາມ, ​ແລະ ສະຫະລັດອາ​ເມ​ລິ​ກາ) ​ແລະ ​ບັນດາ​ເພື່ອນ​ແມ່​ນ້ຳຂອງ​ຕອນ​ລຸ່ມ (ສາທາລະນະ​ລັດ​ເກົາ​ຫຼີ, ຍີ່ປຸ່ນ, ອົດ​ສະ​ຕາ​ລີ, ນິວຊີ​ແລນ, ທະນາຄານພັດທະນາ​ອາຊີ, ທະນາຄານ​ໂລກ, ​ແລະ ກອງ​ເລຂາ​ອາ​ຊຽນ) ລວມມີ​ປະມານ 150 ທ່ານ.

ອ່ານເພີ່ມເຕີມ... 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485602
ມື້ນີ້107
ມື້ວານ196
ອາທິດນີ້638
ເດືອນນີ້4907