ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງສະຖານທູດ ແລະ ບັນດາ ກົມ

ງານພົບປະປີສາມັກຄີມິດຕະພາບລາວ-ຫວຽດນາມ, ຫວຽດນາມ-ລາວ ລະຫວ່າງ ສະຖານເອກອັກຄະລັດຖະທູດລາວ ແລະ ຫວຽດນາມ ປະຈຳຣັດເຊຍ

lao viet party russia

ໃນຕອນເຊົ້າຂອງວັນທີ 05 ສີງຫາ 2017, ໃນເວລາ 9:30 ໂມງ, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ແລະ ສະຖານເອກອັກຄະລັດຖະທູດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຢູ່ ນະຄອນຫລວງ ມົດສະກູ, ສ. ຣັດເຊຍ ໄດ້ຮ່ວມກັນຈັດງານພົບປະປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ 2017 ຂື້ນ, ເພື່ອສະເຫຼີມສະຫຼອງສອງວັນປະຫວັດສາດ ຄື ວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ ແລະ ຫວຽດນາມ ຄົບຮອບ 55 ປີ ແລະ ປີສາມັກຄີມິດຕະພາບລາວ-ຫວຽດນາມ ຄົບຮອບ 40 ປີ.

ອ່ານເພີ່ມເຕີມ... 

ທຸດລາວຍື່ນສານຕາຕັ້ງຕໍ່ເລຂາທິການແຫ່ງລັດຂອງ ສ.ກາຊັກສະຖານ

em-kazakhstan

    ໃນຕອນແລງຂອງວັນທີ 7/08/2017, ເວລາ 16.00 ໂມງຕາມເວລາທ້ອງຖິ່ນ, ທີ່ທໍານຽບປະທານາທິບໍດີ ໃນນະຄອນຫລວງອາຊະຕານາ, ທ່ານ ສີວຽງເພັດ ເພັດວໍຣະສັກ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສະຫະພັນລັດເຊຍ ໄດ້ຍື່ນສານຕາຕັ້ງ ຕໍ່ພະນະທ່ານນາງ ກູນຊາຣາ ອັບດີກາລີໂກວາ, ເລຂາທິການແຫ່ງລັດ ຂອງສາທາລະນະລັດກາຊັກສະຖານ ເພື່ອດໍາລົງຕໍາແຫ່ນງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ຄົນໃຫມ່ ປະຈໍາ ສ.ກາຊັກສະຖານ ໂດຍມີສໍານັກງານຕັ້ງຢູ່ນະຄອນຫລວງມົດສະກູ, ສ.ລັດເຊຍ.

ອ່ານເພີ່ມເຕີມ... 

ທູດລາວຍື່ນສານຕາຕັ້ງຂອງຕໍ່ ເຈົ້າຊາຍແຫ່ງ ລິກເຕິນສະຕາຍ

khanin lic

ຫວ່າງບໍ່ດົນຜ່ານມານີ້, ທ່ານ ຄໍາອິນ ຄິດຈະເດດ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ເຈົ້າຊາຍ ອາລອຍ ( His Serene Highness Hereditary Prince Alois ) ທີ່ສໍານັກງານພະຣາຊະວັງແຫ່ງ ລິດເຕິນສະຕາຍ ທີ່ນະຄອນວາດູສ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປປ ລາວ ປະຈໍາ ລິກເຕິນສະຕາຍ ທີ່ສະຖານທູດລາວຕັ້ງຢູ່ນະຄອນເຊີແນວ.

ອ່ານເພີ່ມເຕີມ... 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485462
ມື້ນີ້163
ມື້ວານ227
ອາທິດນີ້498
ເດືອນນີ້4767