ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງສະຖານທູດ ແລະ ບັນດາ ກົມ

ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ເຂົ້າຢ້ຽມອໍາລາ ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ

   

  

  

20230920 Lao Am to VN 10

20230920 Lao Am to VN 11

  

  

ວັນທີ 20 ກັນຍາ 2023 ທີ່ ຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ໄດ້ເຂົ້າຢ້ຽມອຳລາ ສະຫາຍ ຫງວຽນ ຟູ່ ຈ້ອງ,  ເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ,  ເນື່ອງໃນໂອກາດສະຫາຍຈະຈົບວາລະການດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ.

ອ່ານເພີ່ມເຕີມ... 

ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ເຂົ້າຢ້ຽມອໍາລາ ເລຂາພັກນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ

  

  

  

20230920 Lao Am to VN 2

20230920 Lao Am to VN 1

20230920 Lao Am to VN 3

  

  

ວັນທີ 20 ກັນຍາ 2023, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີ ອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ໄດ້ເຂົ້າຢ້ຽມອຳລາ ສະຫາຍ ດິ້ງ ຕ້ຽນ ຢູ່ງ, ກຳມະການກົມການເມືອງສູນກາງພັກ, ເລຂາພັກນະຄອນຫຼວງຮ່າໂນ້ຍ,  ເນື່ອງໃນໂອກາດສຳເລັດການປະຕິບັດໜ້າທີ່ການທູດຢູ່ ສສ ຫວຽດນາມ.

ອ່ານເພີ່ມເຕີມ... 

ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ເດີນທາງຢ້ຽມຢາມ ແລະ ອຳລາຢູ່ ແຂວງເຊີນລາ, ສສ ຫວຽດນາມ

  

  

20230917 19 Lao Am To VN 1

20230917 19 Lao Am To VN 2

    

     

ໃນລະຫວ່າງວັນທີ 17-19 ກັນຍາ 2023, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເດີນທາງ  ໄປຢ້ຽມຢາມ ແລະ ອຳລາ ຢູ່ ແຂວງ ເຊີນລາ ສສ ຫວຽດນາມ.

  

ໃນວັນທີ 18 ກັນຍາ 2023, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ໄດ້ເຂົ້າຢ້ຽມອຳລາ ສະຫາຍຫງວຽນ ຫິວ ດົງ, ກຳມະການສູນກາງພັກ,  ເລຂາພັກແຂວງ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ. ໂອກາດນີ້, ສະຫາຍເລຂາພັກແຂວງໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດ ທີ່ຍາດມາໄດ້ໃນໄລຍະປະຕິບັດໜ້າທີ່ຢູ່ ສສ ຫວຽດນາມຂອງສະຫາຍ ແສງເພັດ  ຮຸ່ງບຸນຍວງ ຕະຫຼອດ ໄລຍະເວລາຜ່ານມາ, ພ້ອມດຽວກັນນັ້ນສະຫາຍຍັງໄດ້ລາຍງານໂດຍຫຍໍ້ກ່ຽວກັບສະພາບເສດຖະກິດສັງຄົມ ແລະ ການພັດທະນາຂອງແຂວງໃນໄລຍະ ຜ່ານມາ ໂດຍສະເພາະແມ່ນການຮ່ວມມືສອງຝ່າຍລະຫວ່າງຫວຽດນາມ-ລາວເວົ້າລວມ, ເວົ້າສະເພາະແມ່ນແຂວງເຊີນລາກັບ 9 ແຂວງຂອງລາວຄື: ແຂວງຫົວພັນ, ແຂວງຜົ້ງສາລີ, ແຂວງອຸດົມໄຊ, ແຂວງຫຼວງນ້ຳທາ, ແຂວງໄຊຍະບູລີ, ແຂວງບໍ່ແກ້ວ, ແຂວງຊຽງຂວາງ, ແຂວງໄຊສົມບູນ ແລະ ແຂວງຫຼວງພະບາງ, ໂດຍສະເພາະແມ່ນການປະກອບສ່ວນພັດທະນາພື້ນຖານໂຄງລ່າງ, ການສ້າງຊັບພະຍາກອນ ມະນຸດໃຫ້ແກ່ທ້ອງຖິນຂອງລາວ, ປະຈຸບັນແຂວງເຊີນລາໄດ້ໃຫ້ທຶນຊ່ວຍເຫຼຶອ ການສຶກສາຂອງລາວ 768 ຄົນ ທີ່ກໍາລັງ ສຶກສາຢູ່ແຂວງເຊີນລາ, ນອກຈາກນັ້ນມີພະນັກງານມາຮຽນພາສາຫວຽດຈໍານວນ 135 ຄົນທີ່ມາຈາກ 9 ແຂວງ ຂອງລາວ ທີ່ຫາກໍສໍາເລັດການສຶກສາໃນກາງເດືອນກັນຍານີ້.

   

ສະຫາຍແສງເພັດ  ຮຸ່ງບຸນຍວງ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ພ້ອມທັງສະແດງ ຄວາມຂອບໃຈຢ່າງສູງຕໍ່ການນຳພັກ-ລັດ ກໍຄືຄະນະພັກອຳນາດການປົກຄອງ ແລະ ປະຊາຊົນ ແຂວງເຊີນລາ ທີ່ໄດ້ອຳນວຍຄວາມສະ ດວກໃຫ້ແກ່ການປະຕິບັດໜ້າທີ່ ທີ່ພັກ, ລັດມອບໝາຍໃຫ້ຈົນປະສົບຜົນສຳເລັດຢ່າງຈົບງາມ ພ້ອມທັງຂອບໃຈຢ່າງສູງມາຍັງການນຳແຂວງເຊີນລາທີ່ໄດ້ໃຫ້ການຊຸກຍູ້ຊ່ວຍເຫຼືອບັນດາແຂວງທ້ອງຖິນຂອງລາວໃນໄລຍະຜ່ານມາ. ໂດຍສະເພາະການສ້າງພື້ນຖານໂຄງລ່າງ, ການໃຫ້ທຶນການສ້າງຊັບພະຍາກອນມະນຸດ, ການສຶກສາ ໃຫ້ແກ່ບັນດາແຂວງ ທ້ອງຖິນຂອງລາວ. ພ້ອມດຽວກັນນັ້ນສະຫາຍເອກອັກຄະລັດຖະທູດຍັງໄດ້ຢືນຢັນວ່າ: ເຖິງວ່າ ຈະສຳເລັດໜ້າທີ່ການ ທູດຢູ່ ສສ ຫວຽດນາມ ແລະ ກັບຄືນປະເທດຈະຢູ່ໃນຕຳແໜ່ງ ຫຼື ສະຖານະໃດກໍຕາມ, ແຕ່ຈະສືບຕໍ່ເປັນຂົວຕໍ່ ປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີ ແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນ ສອງຊາດລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະແມ່ນບັນດາແຂວງພາກເໜືອຂອງລາວ ກັບແຂວງ ເຊີນລາ ໃຫ້ນັບມື້ ແໜ້ນແຟ້ນ ຍິ່ງໆຂື້ນ.

  

  

  

20230917 19 Lao Am To VN 3

20230917 19 Lao Am To VN 4

     

ໃນວັນດຽວກັນ, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ໄດ້ເຂົ້າຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງ ອຽນເຈົາ, ນຳພາຄະນະໄປມີ ສະຫາຍຫງວຽນ ຫິວ ດົງ, ກຳມະການສູນກາງພັກ,  ເລຂາພັກແຂວງ, ຫົວໜ້າຄະນະ ສະມາຊິກ ສະພາ ປະຊາຊົນແຂວງພ້ອມດ້ວຍການນຳແຂວງຈຳນວນໜຶ່ງ, ໂອກາດນີ້ສະຫາຍ ຕອງ ເທ້ ແອງ, ກຳມະການພັກ ແຂວງ, ເລຂາພັກເມືອງ ອຽນເຈົາ ແຈ້ງໃຫ້ຊາບກ່ຽວກັບສະພາບການພັດທະນາເສດຖະກິດສັງຄົມ ແລະ ການພົວພັນ ກັບບັນດາເມືອງທ້ອງຖິນຂອງລາວ, ໂດຍສະເພາະເມືອງອຽນເຈົາ ມີການຮ່ວມມື ກັບເມືອງຊຽງຄໍ້ ແຂວງຫົວພັນ, ໃນໄລຍະຜ່ານມາ ສອງເມືອງ ໄດ້ມີການຮ່ວມມື ທີ່ດີມີການໄປມາ ແລກປ່ຽນຄະນະ ຜູ້ແທນນຳກັນ.

  

ໂອກາດນີ້, ສະຫາຍແສງເພັດ  ຮຸ່ງບຸນຍວງ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ພ້ອມທັງ ສະແດງຄວາມຂອບໃຈຢ່າງສູງຕໍ່ການນຳ ແລະ ປະຊາຊົນແຂວງເຊີນລາກໍຄືເມືອງອຽນເຈົາ ທີ່ໄດ້ອໍານວຍຄວາມ ສະດວກໃຫ້ແກ່ການປະຕິບັດໜ້າທີ່ການທູດຂອງຂ້າພະເຈົ້າຈົນປະສົບຜົນສຳເລັດຢ່າງຈົບງາມ ພ້ອມທັງຢືນຢັນວ່າ: ເຖິງວ່າຈະສຳເລັດໜ້າທີ່ການທູດຢູ່ ສສ ຫວຽດນາ ແລະ ກັບຄືນປະເທດຈະຢູ່ໃນຕຳແໜ່ງ ຫຼື ສະຖານະໃດກໍຕາມ, ແຕ່ຈະສືບຕໍ່ເປັນຂົວຕໍ່ປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມເວົ້າລວມ, ເວົ້າສະເພາະແມ່ນເມືອງອຽນເຈົາ ແລະ ເມືອງຊຽງຄໍ້ແຂວງຫົວພັນໃຫ້ນັບມື້ພັດທະນາ ຂຶ້ນ ເລື້ອຍໆ.

  

ກ່ອນໜ້ານັ້ນ, ວັນທີ 17 ກັນຍາ ທ່ານເອກອັກຄະລັດຖະທູດພ້ອມດ້ວຍຄະນະໄດ້ໄປຢ້ຽມຢາມແຫຼງທ່ອງທ່ຽວ ແລະ ຢ້ຽມຊົມສະຖານທີ່ປູກຝັງລ້ຽງສັດເຊັ່ນ: ຢ້ຽມຊົມທຳມະຊາດແມ່ນ້ຳ ແລະ ບ່ອນລ້ຽງປາກະຊັງ ຢູ່ເມືອງກິ່ງຍາຍ ເປັນອ່າງເກັບນ້ຳຂອງເຂືອນໄຟຟ້າຊົງດາແຂວງເຊີນລາ. ນອກນັ້ນຍັງໄດ້ໄປຢ້ຽມຊົມສ່ວນໝາກລຳໃຍທີ່ເປັນບ້ານ ຕົວ ແບບ ຢູ່ບ້ານເຟືອງນາມ, ຕາແສງ ລ່ອງພຽງ, ເມືອງອຽນເຈົາ.

  

  

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485815
ມື້ນີ້114
ມື້ວານ206
ອາທິດນີ້851
ເດືອນນີ້5120