ໃນວັນທີ 21-23 ມິຖຸນາ ຜ່ານມາ, ທ່ານ ສົງການ ຫລວງມູນິນທອນ, ຫົວໜ້າກົມເສດຖະກິດ ກະຊວງການຕ່າງປະເທດ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸອາເຊັມ ຂອງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊີ-ເອີຣົບ ທີ່ ບຣຸກແຊນ, ປະເທດ ແບນຊິກ.
ໃນວັນທີ 28 ພຶດສະພາ 2017 ໃນໂອກາດເດີນທາງມາເຮັດວຽກທາງລັດຖະການ ເພື່ອເຂົ້າຮ່ວມ ກອງປະຊຸມອາເຊັມວ່າດ້ວຍການສ້າງ ຄວາມເຂັ້ມແຂງທາງດ້ານເສດຖະກິດຂອງແມ່ຍິງ ທີ່ປະເທດ ລີຕົວນີ, ນຳໂດຍ ທ່ານ ນາງ ດຣ ອິນລາວັນ ແກ້ວບຸນພັນ, ກຳມະການສູນກາງພັກ, ປະທານບໍລິຫານງານສູນກາງສະຫະພັນແມ່ຍິງ ລາວ ພ້ອມດ້ວຍຄະນະ ໄດ້ຖືໂອກາດດີ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ທີ່ ນະຄອນຫຼວງປາຣີ, ຄະນະດັ່ງກ່າວ ຮ່ວມກັບສະຖານທູດ ລາວ ໄດ້ຈັດສຳມະນາເຜີຍແຜ່ວຽກແມ່ຍິງລາວ ໃນວັນທີ 28 ພຶດສະພາ 2017 ທີ່ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ປາຣີ, ເຊິ່ງມີເອື້ອຍນ້ອງແມ່ຍິງລາວ 70 ກວ່າທ່ານ ທີ່ດຳລົງຊີວິດ ທີ່ປະເທດຝຣັ່ງ ເຂົ້າຮ່ວມຟັງການເຜີຍ ແຜ່ຜົນສຳເລັດວຽກງານແມ່ຍິງທີ່ສາມາດຍາດມາໄດ້ ໃຫ້ເອື້ອຍນ້ອງແມ່ຍິງລາວໄດ້ຮັບຮູ້ ແລະ ເຂົ້າໃຈຕື່ມກ່ຽວ ກັບແນວທາງນະໂຍບາຍຂອງພັກ-ລັດຖະບານ ທີ່ຍາມໃດກໍ່ເອົາໃຈໃສ່ກໍ່ສ້າງສົ່ງເສີມຄວາມຮູ້ຄວາມສາມາດຂອງເອື້ອຍນ້ອງແມ່ຍິງລາວ ຍົກສູງພາລະບົດບາດການນຳພາ. ໃນບາດກ້າວໃໝ່, ແມ່ຍິງລາວແມ່ນມີຄວາມສາມາດຍາດ ໄດ້ຜົນສຳເລັດຫຼາຍຢ່າງ ເປັນກຳລັງແຮງໜຶ່ງທີ່ຊຸກຍູ້ຫົວໜ່ວຍເສດຖະກິດແຫ່ງຊາດ ໃຫ້ມີການຂະຫຍາຍຕົວ ເຊິ່ງເຫັນໄດ້ຈາກການເຂົ້າຮ່ວມກອງປະຊຸມອາເຊັມ ທີ່ເວົ້າເຖິງການສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດຂອງແມ່ຍິງ ເປັນອີກບາດກ້າວໜຶ່ງທີ່ຈະເປັນກຳລັງແຮງຍູ້ໜູນ ໃຫ້ເອື້ອຍນ້ອງແມ່ຍິງລາວເຮົາ ສາມາດເຮັດວຽກ ແລະ ເທົ່າທຽມກັບເພດຊາຍ ອັນເປັນການບົ່ງບອກເຖິງຄວາມສາມາດທີ່ແມ່ຍິງລາວຍາດມາໄດ້. ເຂົ້າຮ່ວມຮັບຟັງການສຳມະນາເຜີຍແຜ່ໃນຄັ້ງນີ້ມີ ທ່ານ ຢົງ ຈັນທະລັງສີ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ປະເທດຝຣັ່ງ ພ້ອມດ້ວຍພັນລະຍາ, ຄະນະກຳມະການແນວລາວສ້າງຊາດ ປະຈຳ ປະເທດຝຣັ່ງ ທ່ານ ສຸວັນລັງ ເພັດຈັນເພັງ, ທ່ານ ຈູມຄຳ ຫຼວງວັນ, ປະທານສຳພັນຄົນລາວ ທີ່ປະເທດຝຣັ່ງ, ຄະນະໜ່ວຍແມ່ຍິງລາວສຳພັນຄົນລາວ ແລະ ເອື້ອຍນ້ອງແມ່ຍິງລາວ ເຂົ້າຮ່ວມ.
ໃນຕອນບ່າຍຂອງວັນທີ 4 ພຶດສະພາ 2017, ຢູ່ສຳນັກງານສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຣາຊາອານາຈັກໄທ ທີ່ ບາງກອກ, ໄດ້ຈັດຕັ້ງກອງປະຊຸມເຊື່ອມຊືມມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການເປີດບັ້ນດຳເນີນຊິວິດການເມືອງ ເພື່ອປັບປຸງປົວແປງພາຍໃນພັກ ໂດຍການໃຫ້ກຽດເຜີຍແຜ່ຂອງ ສະຫາຍ ຫລີ ບຸນຄໍ້າ, ເລຂາໜ່ວຍພັກ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຣາຊາອານາຈັກໄທ, ມີບັນດາຄະນະພັກ ແລະ ສະມາຊິກພັກຂອງສະຖານທູດ ເຂົ້າຮ່ວມຢ່າງພ້ອມພຽງ.