ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງສະຖານທູດ ແລະ ບັນດາ ກົມ

ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ຮົງກາຣີ

 

 

202308 1611

 

ໃນຕອນບ່າຍຂອງວັນທີ 14 ສິງຫາ 2023, ທີ່ ທຳນຽບປະທານາທິບໍດີ (Sandor Palace), ນະຄອນຫລວງ ບູດາແປສ, ປະເທດ ຮົງກາຣີ, ທ່ານ ຄຳພອນ ວົງສັນຕິ ໄດ້ຍື່ນສານຕາຕັ້ງຕໍ່ ພະນະທ່ານ ນ. ກາຕາລິນ ໂນແວັກ (H.E. Ms. Katalin Novák), ປະທານາທິບໍດີ ແຫ່ງ ຮົງກາຣີ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ຮົງກາຣີ, ຊຶ່ງມີສຳນັກງານຕັ້ງຢູ່ ນະຄອນບູດາແປສ, ປະເທດ ຮົງກາຣີ.

ອ່ານເພີ່ມເຕີມ... 

ທູດລາວຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ແຫ່ງ ສາທາລະນະລັດ ອາກຊັງຕິນ

 

20230815 oversea

 

ໃນຕອນແລງຂອງວັນທີ 1 ສິງຫາ 2023, ທີ່ ທຳນຽບປະທານາທິບໍດີ, ນະຄອນຫລວງ ບູເອນົດສ ໄອເຣັດສ(Buenos Aires), ສາທາລະນະລັດ ອາກຊັງຕິນ, ທ່ານ ວັນທາ ແສງເມືອງ ໄດ້ຍື່ນສານຕາຕັ້ງຕໍ່ ພະນະທ່ານ Alberto Ángel Fernández, ປະທານາທິບໍດີ ແຫ່ງ ສາທາລະນະລັດ ອາກຊັງຕິນ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳ ສາທາລະນະລັດ ອາກຊັງຕິນ ທີ່ມີສໍານັກງານສະຖານທູດຕັ້ງຢູ່ ນະຄອນຫຼວງລາຮາວານ, ປະເທດ ສ.ກູບາ.

 

ໃນໂອກາດດັ່ງກ່າວ, ທ່ານ ວັນທາ ແສງເມືອງ ໄດ້ສະແດງຄວາມຂອບໃຈຢ່າງສູງ ແລະ ເປັນກຽດຢ່າງຍິ່ງ ທີ່ທ່ານປະທານາທິບໍດີ ສ.ອາກຊັງຕິນ ໄດ້ໃຫ້ກຽດຮັບສານຕາຕັ້ງດັ່ງກ່າວ ແລະ ໄດ້ໃຫ້ຄໍາໝັ້ນສັນຍາວ່າ ໃນໄລຍະການມາປະຕິບັດໜ້າທີ່ການທູດຂອງຕົນ ຢູ່ ສ.ອາກຊັງຕິນ ຈະພະຍາຍາມເຮັດສຸດຄວາມສາມາດຂອງຕົນ ເພື່ອຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີຂອງສອງປະເທດ ໃຫ້ມີບາດກ້າວໃໝ່ຂະຫຍາຍຕົວຂຶ້ນຕື່ມ. ພ້ອມນີ້, ທ່ານເອກອັກຄະລັດຖະທູດ ໄດ້ນຳເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ, ຄໍາພອນໄຊອັນປະເສີດ ແລະ ຄວາມຮັກແພງຖານເພື່ອນມິດ ຈາກ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ສົ່ງເຖິງ ພະນະທ່ານ Alberto Ángel Fernández ແລະ ຜ່ານພະນະທ່ານ ໄປຍັງ ລັດຖະບານ ແລະ ປະຊາຊົນ ອາກຊັງຕິນ ທຸກຖ້ວນໜ້າ.    

 

ໃນໂອກາດດຽວກັນ, ພະນະທ່ານ Alberto Ángel Fernández, ປະທານາທິບໍດີ ແຫ່ງ ສ.ອາຊັງຕິນ ກໍໄດ້ສະແດງຄວາມຍີນດີຕ້ອນຮັບ ແລະ ຊົມເຊີຍ ພ້ອມທັງຕີລາຄາສູງ ຕໍ່ ທ່ານ ວັນທາ ແສງເມືອງ ໃນການມາດໍາລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳ ສ. ອາກຊັງຕິນ ໃນຄັ້ງນີ້, ພ້ອມທັງໄດ້ສະແດງຄວາມຫວັງວ່າ ທ່ານເອກອັກຄະລັດຖະທູດ ຈະສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນອັນດີິຂອງສອງປະເທດທີ່ມີມາແຕ່ດົນນານ. ພ້ອມນັ້ນ, ກໍ່ໄດ້ສົ່ງຄຳຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ອວຍພອນໄຊອັນປະເສີດມາຍັງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ, ລັດຖະບານ ແລະ ປະຊາຊົນລາວ ທຸກທົ່ວໜ້າ, ອວຍພອນໃຫ້ ທ່ານເອກອັກຄະລັດຖະທູດຄົນໃໝ່ ປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ທາງການທູດຂອງຕົນ ປະຈໍາ ສ.ອາກຊັງຕິນ ໃນຄັ້ງນີ້ ເພື່ອສົ່ງເສີມການພົວພັນຮ່ວມມືຂອງສອງປະເທດໃຫ້ຂະຫຍາຍຕົວໃນຕໍ່ໜ້າ.

 

ພາຍຫຼັງສໍາເລັດການຍື່ນສານຕາຕັ້ງ, ທ່ານ ວັນທາ ແສງເມືອງ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສ.ອາກຊັງຕິນ ຄົນໃໝ່ ກໍ່ໄດ້ເດີນທາງໄປຢ້ຽມຢາມພີ້ນ້ອງຊາວລາວ ແລະ ວັດລາວ ຣັດຕະນະຣັງສີຍະຣານ ແກ້ວສະຫວ່າງ ຢູ່ ເມືອງໂປຊາດາສ (Posadas), ແຂວງ Misiones, ສ.ອາກຊັງຕິນ ເພື່ອເປັນການທໍາຄວາມຮູ້ຈັກ, ແນະນໍາຕົວ ແລະ ພ້ອມທັງຢ້ຽມຢາມຖາມຂ່າວພີ້ນ້ອງຊາວລາວເຮົາ ທີ່ດໍາລົງຊີວິດ ແລະ ອາໃສຢູ່ແຂວງດັ່ງກ່າວ, ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກພໍ່ແມ່ພີ້ນ້ອງຊາວລາວເຮົາ ພ້ອມດ້ວຍເຖົ້າແກ່ແນວໂຮມ ຂອງຊຸມຊົນຄົນລາວ ແລະ ພຣະອາຈານວັດລາວ ຢ່າງອົບອຸ່ນ ແລະ ຮັກແພງ.

 

ແລກປ່ຽນບົດຮຽນ ການສ້າງວາລະສານເອເລັກໂຕຣນິກ “ການຕ່າງປະເທດ”

 

20230811 Emag01

 

ກອງປະຊຸມແລກປ່ຽນບົດຮຽນ ກ່ຽວກັບ ການສ້າງວາລະສານເອເລັກໂຕຣນິກ “ການຕ່າງປະເທດ” ລະຫວ່າງ ກົມການຂ່າວ, ກະຊວງການຕ່າງປະເທດ ກັບ ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຈັດຂຶ້ນໃນວັນທີ 11 ສິງຫາ 2023, ທີ່ ກົມການຂ່າວ, ໂດຍການເປັນປະທານຮ່ວມຂອງ ທ່ານ ພອນທະວີ ບຸດດາລາ, ຫົວໜ້າກົມການຂ່າວ ແລະ ທ່ານ ນາງ ວະໄລລັກ ອະໄພ, ຫົວໜ້າສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ, ມີ ຄະນະພະແນກ ແລະ ພະນັກງານວິຊາການຂອງທັງສອງຝ່າຍ ເຂົ້າຮ່ວມ.

 

ອ່ານເພີ່ມເຕີມ... 

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480225
ມື້ນີ້55
ມື້ວານ157
ອາທິດນີ້623
ເດືອນນີ້6456