ໃນຕອນເຊົ້າຂອງວັນທີ 12 ພະຈິກ 2021 ຜ່ານມາ ທ່ານ ນາງ ຟອງສະໝຸດ ອັ່ນລາວັນ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈຳປະເທດຍີ່ປຸ່ນ ໄດ້ຕາງໜ້າລັດຖະບານລາວ ມອບສານແຕ່ງຕັ້ງໃຫ້ແກ່ ທ່ານ ຢາຊູຢູກິ ໂອຮາລາ (Mr. Yasuyuki OHARA), ເປັນກົງສຸນກິດຕິມະສັກ ແຫ່ງ ສປປ ລາວ ຄົນໃໝ່ ປະຈໍາເມືອງນາໂກຢາ, ແຂວງໄອຈິ, ປະເທດຍີ່ປຸ່ນ ຢ່າງສົມກຽດ ທີ່ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ໂຕກຽວ.
ວັນທີ 19 ພະຈິກ 2021, ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ຟາມ ກວກ ຈິງ (Phạm Quốc Chính), ປະທານສະພາບໍລິຫານ, ທັງເປັນຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນທໍ່ຢາງຊຸບເປີເຈື່ອງຟັດ, ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມຄະນະໄດ້ໄປພົບປະເຮັດວຽກກັບ ບໍລິສັດ ແລະ ຢ້ຽມຢາມໂຮງງານທໍ່ຢາງຊຸບເປີເຈືອງຟັດ ຢູ່ແຂວງບັກນິງ.
ໃນວັນທີ 16 ພະຈິກ 2021, ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ແລະ ສະຖານທູດເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກດານມາກ ປະຈໍາ ສປປ ລາວ ໄດ້ຮ່ວມກັນຈັດງານລ້ຽງ ເພື່ອສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ດານມາກ ຄົບຮອບ 65 ປີ ໂດຍມີ ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວປະຈຳ ສສ ຫວຽດນາມ, ທ່ານ Kim Højlund Christensen, ເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ຣາຊະອານາຈັກດານມາກ ປະຈໍາ ສປປ ລາວ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງຂອງສອງຝ່າຍ ແລະ ບັນດາທູຕານຸທູດຂອງ ປະເທດທີ່ວ່າການລາວ ທີ່ມີສໍານັກງານຕັ້ງຢູ່ ນະຄອນຫຼວງຮ່າໂນ້ຍ ເຂົ້າຮ່ວມ.