ວັນທີ 13 ເມສາ 2023, ທີ່ແຂວງ ເຊີນລາໄດ້ ຈັດກອງປະຊຸມວິທະຍາສາດ ຂອງກະຊວງປ້ອງກັນປະເທດ ພາຍໄຕ້ຫົວຂໍ້ “ໄຊຊະນະພາກເໜືອຂອງລາວ ປີ 1953 - ຄວາມສຳຄັນທາງປະຫວັດສາດ ແລະ ບົດຮຽນອັນລ້ຳຄ່າ” ໂດຍການເຂົ້າຮ່ວມຂອງ ສະຫາຍທ່ານພົນໂທ ປອ. ເລ ຮຸຍ ຫວີ່ງ (Lê Huy Vịnh) , ກໍາມະການສູນກາງພັກ, ເລຂາຄະນະພັກທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາການນຳ, ອະດີດການນຳພັກ ແລະ ລັດ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ການນຳແຂວງ ເຊີນລາ ແລະ ບັນດາສະຫາຍນັກຮົບເກົ່າປະຕິວັດ, ວິລະຊົນຂອງກອງທັບປະຊາຊົນ, ພະຍານປະຫວັດສາດ, ນາຍ ແລະ ພົນທະຫານ, ພະນັກງານນຳພາບັນຊາບັນດາອົງການ, ກົມກອງທົ່ວກອງທັບ, ບັນດານັກວິທະຍາສາດເຂົ້າຮ່ວມ.
ຕອນຄ່ຳຂອງວັນທີ່ 11 ເມສາ 2023, ທີ່ ເຂດວິນລ່າ ໂຮ່ເຕີຍ, ເມືອງ ເຕີຍໂຮ່, ນະຄອນຫຼວງຮ່າໂນ້ຍ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງບຸນປີໃໝ່ລາວ ປະຈໍາປີ ພ.ສ 2566.
ໃນວັນທີ 21 ເມສາ 2023, ກົມສົນທິສັນຍາ ແລະ ກົດໝາຍ ຮ່ວມກັບ ຄະນະບໍລິຫານງານຊາວໜຸ່ມກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມສຳມະນາ ກ່ຽວກັບ ການສ້າງສົນທິສັນຍາລະດັບ ລັດ ແລະ ລັດຖະບານ ລະຫວ່າງ ສປປ ລາວ ແລະ ຕ່າງປະເທດ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ເທບຖາວອນ ແສງມະນີ, ຮັກສາການແທນຫົວໜ້າກົມ ສົນທິສັນຍາ ແລະ ກົດໝາຍ ແລະ ທ່ານ ອຳມະລາ ແສນຈົງຮັກ, ຮອງເລຂາຄະນະບໍລິຫານງານຊາວໜຸ່ມກະຊວງການຕ່າງປະເທດ ໂດຍມີຜູ້ເຂົ້າຮ່ວມທັງໝົດ 45 ທ່ານ (ຍິງ 22 ທ່ານ).