ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຄະນະຜູ້ແທນພັກ ປປ ລາວ ຢ້ຽມຢາມ ສາທາລະນະລັດ ເກົາຫລີ

sounthone r korea  sounthone r korea 1

 

ໂດຍຕອບສະຫນອງຕາມການເຊື້ອເຊີນ ຂອງ ພັກແຊນນູລີ ສ.ເກົາຫລີ, ຄະນະຜູ້ແທນພັກປະຊາຊົນປະຕິວັດ ລາວ ນຳໂດຍ ພະນະທ່ານ ນາງ ສຸນທອນ ໄຊຍະຈັກ, ກຳມະການ ສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມ ສາທາລະນະລັດ ເກົາຫລີ ແຕ່ວັນທີ 04-08 ກໍລະກົດ 2016.

ໃນຕອນບ່າຍ ຂອງວັນທີ 5 ກໍລະກົດ 2016, ພະນະທ່ານ ນາງ ສູນທອນ ໄຊຍະຈັກພ້ອມດ້ວຍຄະນະ ໄດ້ພົບ ປະກັບ ພະນະທ່ານ ນາງ ນາ ກວາງວອນ, ຜູ້ຕາງໜ້າສະມາຊິກສະພາແຫ່ງຊາດ ຂອງ ພັກແຊນນູລີ. ໃນການພົບປະ, ພະນະທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ໄດ້ນຳເອົາຄວາມຢື້້ຢາມຖາມຂ່າວຂອງ ພະນະທ່ານ ບຸນຍັງ ວໍລະຈິດ, ເລຂາທິການໃຫ່ຍ ຄະນະບໍລິຫານງານສູນກາງພັກ ປປລາວ, ປະທານປະເທດແຫ່ງ ສປປ ລາວ ເຖິງ ພະນະທ່ານ ນາງ ປັກກຶນເຮ, ປະທານາທິບໍດີ ສ.ເກົາຫລີ; ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການ ຮ່ວມມື ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ສ.ເກົາຫລີ ໃນໄລຍະທີ່ຜ່ານມາ ກໍ່ຄື ທິດທາງການ ພົວພັນຮ່ວມມືໃນຕໍ່ໜ້າ; ເຫັນດີສືບຕໍ່ການຮັກສາການໄປມາຫາສູ່ກັນ ລະຫວ່າງການນຳຂັ້ນຕ່າງໆຂອງສອງພັກ, ສອງ ລັດ ນຳກັນຢ່າງເປັນປົກປະຕິ.

ພະນະທ່ານ ນາງ ນາ ກວາງວອນ, ໄດ້ສະແດງຄວາມຊົມເຊີຍ ຕໍ່ ກອງປະຊູມໃຫ່ຍຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກ ປປ ລາວ ແລະ ກອງປະຊຸມສະພາແຫ່ງຊາດ ສະໄໝທີ່ VIII ທີ່ໄດ້ໄຂຂຶ້ນໃນຕົ້ນປີ 2016 ຜ່ານມາ ດ້ວຍຜົນສຳເລັດອັນຈົບງາມ ແລະ ເຊື້ອໝັ້ນວ່າ ພາຍໃຕ້ການຊີ້ນຳນຳພາຂອງ ພັກ ປປ ລາວ ອັນມີ ພະນະທ່ານ ບຸນຍັງ ວໍລະຈິດ, ເລຂາທິການໃຫ່ຍ, ປະທານປະເທດ ນັ້ນ, ສ​ປ​ປ ລາວ ຈະສາມາດຍາດໄດ້ຜົນສໍາ​ເລັດອັນໃຫຍ່ຫລວງ ໃນການຈັດຕັ້ັ້ງຜັນ ຂະຫຍາຍມະຕິກອງປະຊູມໃຫຍ່ ຄັ້ງທີ X ຂອງພັກ ແລະ ແຜນການພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ່ VIII ແລະ ນໍາພາປະເທດຊາດຫລຸດພົ້ນອອກຈາກສະຖານະພາ​ບດ້ອຍພັດທະນາ ຕາມເປົ້້້າໝາຍທີ່ ກອງປະຊຸມໃຫຍ່ ຄັ້ງທີ X ຂອງ ພັກ ປປ ລາວ ໄດ້ວາງອອກ.

ພະນະທ່ານ ນາງ ນາ ກວາງວອນ ໄດ້ສະແດງຄວາມຂອບໃຈ ຕໍ່ ພັກ, ລັດ ລາວ ທີ່ໄດ້ສົ່ງຄະນະຜູ້ແທນໄປຢ້ຽມ ຢາມ ແລະ ແລກປ່ຽນສະພາບການຕ່າງໆ ລະຫວ່າງ ສອງພັກ, ສອງລັດ ​ໃນຄັ້ງນີ້.

          ພະນະທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ສະແດງຄວາມຂອບໃຈຕໍ່ ພັກແຊນນູລີ ທີ່ໄດ້ສົ່ງໂທລະເລກອວຍ ພອນກອງປະຊູມໃຫຍ່ ຄັ້ງທີ X ຂອງພັກ ແລະ ສານຊົມເຊີຍຂອງ ພະນະທ່ານ ປັກກຶນເຮ, ປະທານນາທີບໍດີ ສ.ເກົາຫລີ ແລະ ພະນະທ່ານ ກຶມມູຊຸງ, ອາດີດ​ປະ​ທານພັກແຊນນູລີ ມາຍັງ ພະນະທ່ານ ບຸນຍັງ ວໍລະຈິດ, ເລຂາທິການໃຫ່ຍ, ປະ ທານປະເທດແຫ່ງ ສປປ ລາວ ເນື່່ອງໃນໂອກາດທີ່່ໄດ້ຮັບເລືອກຕັ້ງ ເປັນເລຂາທິການໃຫ່ຍ, ປະທານປະເທດແຫ່ງ ສ ປປ ລາວ; ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງ ຊາດລາວ-ສ.ເກົາຫລີ ໃນໄລຍະທີ່ຜ່ານມາ ກໍ່ຄື ໃນປະຈຸບັນ ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມ​ຂະ​ຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ສ.ເກົາຫລີ ໃຫ້ນັບມື້ນັບຂະຫຍາຍຕົວຂຶ້ນເລື້ອຍໆ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ ກໍ່ຄື ເພື່ອພາລະກິດສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມືໃນພາກພື້ນ ແລະ ໃນໂລກ.

          ນອ​ກ​ຈາກພົບ​ປະ​ກັບ​ ພະ​ນະ​ທ່ານ ນາງ ນາ ກວາງວອນ ແລ້ວ, ຄະ​ນະ​ຍັງ​ໄດ້​ພົບ​ປະ​ເຮັດ​ວຽກ​ກັບ ລັດ​ຖະ​ມົນ​ຕີ​ຊ່ວຍ ຮັບ​ຜິດ​ຊອບ​ວຽກ​ງານ​ເສດ​ຖະ​ກິດ ຂອງ ກະ​ຊວງ​ການ​ຕ່າງ​ປະ​ເທດ ສ.ເກົາ​ຫລີ, ພົບ​ປະ​ກັບ​ຜູ້​ຮັບ​ຜິດ​ຊອບ​ວຽກ​ງານ​ແຫລມ​ເກົາ​ຫລີ ຂອງກະ​ຊວງ​ການ​ຕ່າງ​ປະ​ເທດ​ ສ.ເກົາ​ຫລີ; ພົບ​ປະ​ກັບເລ​ຂາ​ທິ​ການ​ໃຫຍ່​ສູນ​ຮ່ວມ​ມື​ ສ.ເກົາ​ຫລີ-ອາ​ຊຽນ, ຢ້ຽມ​ຢາມ​ສູນ​ຊຶມ​ມາ​ອຸນ​ດົງ (ພັດ​ທະ​ນາ​ຊົນ​ນະ​ບົດ), ອົງ​ການ​ໂກຍກ​າ​, ໂຮງ​ງານ​ຜະ​ລິດ​ລົດ​ເກຍ​ມໍ​ເຕີ ແລະ ຢ້ຽມ​ຢາມ​ພື້ນ​ຖານ​ວັດ​ທະ​ນະ​ທຳ, ປະ​ຫວັດ​ສາດ ຈຳ​ນວນ​ໜຶ່ງ ຂອງ ສ.ເກົາ​ຫລີ ໃນ​ນະ​ຄອນ​ຫລວງ​ເຊ​ອູນ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485404
ມື້ນີ້105
ມື້ວານ227
ອາທິດນີ້440
ເດືອນນີ້4709