ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຜົນສໍາເລັດຂອງກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ່ 49 ແລະ ກອງປະຊຸມລັດຖະມົນຕີອື່ນໆ ທີ່ກ່ຽວຂ້ອງ

ALK

 

ໃນວັນທີ 29 ກໍລະກົດ 2016, ທີ່ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ທ່ານ ອາລຸນແກ້ວ ກິດຕິຄຸນ, ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ໃຫ້ສໍາພາດຕໍ່ໂທລະພາບແຫ່ງຊາດ ກ່ຽວກັບ ຜົນສໍາເລັດຂອງກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 49 ແລະ ກອງປະຊຸມລະດັບລັດຖະມົນຕີອື່ນໆທີ່ກ່ຽວຂ້ອງ ຊຶ່ງໄດ້ຈັດຂຶ້ນໃນວັນທີ 21-26 ກໍລະກົດ 2016 ທີ່ ນະຄອນຫຼວງວຽງຈັນ.

ທ່ານໄດ້ກ່າວວ່າ: ກອງປະຊຸມດັ່ງກ່າວ ແມ່ນໄດ້ດໍາເນີນໄປດ້ວຍບັນຍາກາດທີ່ດີ, ສ້າງສັນ, ມິດຕະພາບ ແລະ ບັນລຸຜົນສໍາເລັດຢ່າງສະຫງ່າງາມ ທັງດ້ານເນື້ອໃນ ແລະ ພິທີການ. ບັນດາລັດຖະມົນຕີ ຕ່າງປະເທດອາຊຽນ, ຄູ່ເຈລະຈາ ແລະ ປະເທດອື່ນໆທິ່ເຂົ້າຮ່ວມກອງປະຊຸມ ແມ່ນໄດ້ຍ້ອງຍໍຊົມເຊີຍ ສປປ ລາວ ທີ່ເປັນເຈົ້າພາບທີ່ດີ ແລະ ສໍາຄັນແມ່ນໄດ້ນໍາພາກອງປະຊຸມໃນຖານະເປັນປະທານ ຢ່າງປະສົບຜົນ ສໍາເລັດ ແລະ ເປັນສິ່ງຢັ້ງຢືນເຖິງຄວາມເປັນເອກະພາບ, ຄວາມສາມັກຄີ ແລະ ຄວາມເປັນແກນກາງຂອງອາຊຽນ ຢ່າງໜຽວແໜ້ນ.

ໃນໂອກາດກອງປະຊຸມຄັ້ງນີ້, ບັນດາລັດຖະມົນຕີການຕ່າງປະເທດອາຊຽນ ໄດ້ຮັບຮອງເອົາຖະແຫຼງການຮ່ວມຂອງລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 49 ຢ່າງເປັນເອກະສັນ ຊື່ງເນື້ອໃນຕົ້ນຕໍແມ່ນ ເວົ້າເຖິງການສ້າງປະຊາຄົມອາຊຽນ ພາຍຫຼັງທີ່ຜູ້ນໍາຮັບຮອງເອົາວິໄສທັດປະຊາຄົມອາຊຽນ 2025 ແລະ ບັນດາ​​ແຜນແມ່ບົດ ເພື່ອຮັດແໜ້ນປະຊາຄົມອາຊຽນ ເພື່ອບັນລຸເປົ້າໝາຍການສ້າງປະຊາຄົມອາຊຽນ ທີມີ ຄວາມເປັນປຶກແຜ່ນທາງດ້ານການເມືອງ, ມີການເຊື່ອມໂຍງທາງດ້ານເສດຖະກິດ ແລະ ມີຄວາມຮັບຜິດຊອບທາງສັງຄົມ. ນອກນັ້ນ, ຖະແຫຼງການຮ່ວມຍັງເວົ້າເຖິງການປະເມີນການຮ່ວມມື ແລະ ການວາງທິດທາງ ໃນຕໍ່ໜ້າ ສໍາລັບການຮ່ວມມືກັບ 10 ຄູ່ເຈລະຈາ ແລະ ແລກປ່ຽນຄວາມຄິດເຫັນ ກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມເປັນຫ່ວງ ແລະ ຄວາມສົນໃຈຮ່ວມກັນ.

ພ້ອມດຽວກັນນີ້, ສປປ ລາວ ໃນນາມປະທານ ກໍໄດ້ອອກຖະແຫຼງການປະທານ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ກັບແຕ່ລະຄູ່ເຈລະຈາ (10+1), ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ບວກ ສາມ ຄັ້ງທີ 17, ກອງປະຊຸມລັດຖະມົນຕີຕ່າງປະເທດຂອງກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 6 ແລະ ກອງປະຊຸມເວທີພາກພື້ນອາຊຽນ ຄັ້ງທີ 23 ຊຶ່ງ ສປປ ລາວ ໄດ້ມີການປຶກສາຫາລື ກັບບັນດາ ປະເທດທີ່ກ່ຽວຂ້ອງຢ່າງຄັກແນ່ ແລະ ເອົາໃຈໃສ່ ຊຶ່ງເນື້ອໃນເວົ້າລວມ ກໍເປັນທີຮັບໄດ້ຂອງບັນດາຝ່າຍທີ່ກ່ຽວຂ້ອງ.

ສປປ ລາວ ໃນນາມປະທານອາຊຽນ ໃນປີ 2016 ນີ້ ມີຄວາມເອກອ້າງທະນົງໃຈເປັນຢ່າງຍິ່ງ ທີ່ໄດ້ສໍາເລັດການເປັນປະທານກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 49 ແລະ ກອງປະຊຸມລະດັບລັດຖະມົນຕີອື່ນໆ ທີ່ກ່ຽວຂ້ອງໃນຄັ້ງນີ້ ຢ່າງສະຫງ່າງາມ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484733
ມື້ນີ້44
ມື້ວານ205
ອາທິດນີ້1171
ເດືອນນີ້4038