ໃນວັນທີ 12 ສິງຫາ 2016, ທ່ານ ອາລຸນແກ້ວ ກິດຕິຄຸນ, ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ຍັງໄດ້ເປັນປະທານກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນບວກສາມ (ຈີນ, ຍີ່ປຸ່ນ, ສ. ເກົາຫຼີ) ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສຂອງກອງປະຊຸມສຸດຍອດອາຊີຕາເວັນອອກ (ອີເອເອສ), ຊຶ່ງໄດ້ຈັດຂຶ້ນຢູ່ທີ່ໂຮງແຮມ ລາວ ພລາຊາ, ນະຄອນຫຼວງວຽງຈັນ.
ຈຸດປະສົງຫຼັກໃນການພົບປະຂອງບັນດາເຈົ້າໜ້າທີ່ອາວຸໂສອາຊຽນບວກສາມ ແລະ ອີເອເອສ ໃນຄັ້ງນີ້ ແມ່ນເພື່ອກະກຽມດ້ານເນື້ອໃນ ແລະ ອື່ນໆໃຫ້ແກ່ກອງປະຊຸມສຸດຍອດອາຊຽນບວກສາມ ຄັ້ງທີ 19 ແລະ ກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 11, ຊຶ່ງຈະຈັດຂຶ້ນໃນວັນທີ 7 ແລະ ວັນທີ 8 ກັນຍາ 2016 ຢູ່ ນະຄອນຫຼວງວຽງຈັນ. ສຳຄັນແມ່ນກອງປະຊຸມໄດ້ປຶກສາຫາລື ກ່ຽວກັບບັນດາເອກະສານທີ່ຈະນຳສະເໜີໃຫ້ຜູ້ນຳຮັບຮອງເອົາຢູ່ສອງກອງປະຊຸມສຸດຍອດດັ່ງກ່າວ, ໃນນັ້ນລວມທັງ 2 ເອກະສານທີ່ສະເໜີ ໂດຍ ສປປ ລາວ ຄື: ຖະແຫຼງການອາຊຽນບວກສາມ ວ່າດ້ວຍການສົ່ງເສີມການພັດທະນາແບບຍືນຍົງ ແລະ ຖະແຫຼງການ ອີເອເອສ ວ່າດ້ວຍການສົ່ງເສີມການຮ່ວມມືເພື່ອພັດທະນາພື້ນຖານໂຄງລ່າງຢູ່ອາຊີຕາເວັນອອກ.