ໃນວັນທີ 12 ຕຸລາ 2016, ທ່ານ ອາລຸນແກ້ວ ກິດຕິຄຸນ, ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມ ເຈົ້າໜ້າທີ່ອາວຸໂສ ອາຊຽນ-ອີຢູ ເພື່ອກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ອີຢູ ຄັ້ງທີ 21, ຊຶ່ງຈະຈັດຂຶ້ນໃນວັນທີ 13-14 ຕຸລາ 2016 ທີ່ ບາງກອກ, ປະເທດໄທ.
ກອງປະຊຸມໄດ້ປຶກສາຫາລືກ່ຽວກັບແຜນການເຄື່ອນໄຫວ ແລະ ວຽກງານພາລາທິການດ້ານຕ່າງໆຂອງ ກອງປະຊຸມລັດຖະມົນຕີ, ລວມທັງບັນດາຫົວຂໍ້ປຶກສາຫາລື ແລະ ເອກະສານຜົນກອງປະຊຸມ ເພື່ອນໍາສະເໜີໃຫ້ ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ອີຢູ ພິຈາລະນາຮັບຮອງເອົາເປັນຕົ້ນແມ່ນຖະແຫຼງການບາງກອກ ວ່າດ້ວຍການສົ່ງເສີມການເປັນຄູ່ຮ່ວມສາກົນ ລະຫວ່າງ ອາຊຽນ ແລະ ອີຢູ ເພື່ອກ້າວໄປສູ່ການຍົກລະດັບຂຶ້ນ ເປັນຄູ່ຮ່ວມຍຸດທະສາດໃນອະນາຄົດ.
ກອງປະຊຸມຈັດຂຶ້ນພາຍໃຕ້ການເປັນປະທານຮ່ວມ ລະຫວ່າງ ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງໄທ, ໃນຖານະເປັນປະເທດປະສານງານອາຊຽນ-ອີຢູ ສໍາລັບປີ 2015-2018, ແລະ ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງອີຢູ.