ໃນວັນທີ 17 ຕຸລາຄົມ 2016 ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ຜັນຂະຫຍາຍຜົນຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງອື່ນໆຂຶ້ນ ທີ່ກະຊວງການຕ່າງປະເທດ ໂດຍການໃຫ້ກຽດເປັນປະທານຮ່ວມຂອງ 3 ເຈົ້າໜ້າທີ່ອາວຸດໂສ ຄື: ທ່ານ ອາລຸນແກ້ວ ກິດຕິຄຸນ, ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸດໂສອາຊຽນ, ຫົວໜ້າເຈົ້າໜ້າທີ່ອາວຸດໂສເສົາຄໍ້າປະຊາຄົມເສດຖະກິດອາຊຽນ ແລະ ຫົວໜ້າເຈົ້າໜ້າທີ່ອາວຸດໂສເສົາຄໍ້າວັດທະນະທໍາ-ສັງຄົມອາຊຽນຂອງ ສປປ ລາວ.
ກອງປະຊຸມຄັ້ງນີ້ໄດ້ເນັ້ນໃສ່ເຜີຍແຜ່ເນື້ອໃນເອກະສານທີ່ຜູ້ນໍາອາຊຽນ ແລະ ອາຊຽນກັບຄູ່ເຈລະຈາ ໄດ້ຮັບຮອງເອົາ ແລະ ຮັບຊາບ ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ຊຶ່ງລວມມີ 57 ສະບັບ ໂດຍສະເພາະແມ່ນບັນດາເອກະສານເພື່ອຈັດຕັ້ງຜັນຂະຫຍາຍ 8 ບູລິມະສິດຂອງການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2016 ເຊັ່ນ: ແຜນວຽກຂໍ້ລິເລີ່ມວ່າດ້ວຍການເຊື່ອມໂຍງອາຊຽນຄັ້ງທີ 3, ແຜນແມ່ບົດວ່າດ້ວຍການເຊື່ອມຈອດອາຊຽນ 2025, ບັນດາຂອບວຽກທີ່ກ່ຽວຂ້ອງກັບການສົ່ງເສີມວິສະຫະກິດຈຸນລະພາກຂະໜາດນ້ອຍ ແລະ ກາງ, ການອໍານວຍຄວາມສະດວກດ້ານການຄ້າ; ການທ່ອງທ່ຽວ; ການສົ່ງເສີມວຽກເຮັດງານທໍາ; ການປົກປັກຮັກສາ ແລະ ສົ່ງເສີມມໍລະດົກທາງວັດທະນະທໍາ ແລະ ເອກະສານອື່ນໆ.
ໃນໂອກາດນີ້, ກອງປະຊຸມໄດ້ມອບໝາຍໃຫ້ບັນດາກະຊວງທີ່ກ່ຽວຂ້ອງນໍາເອົາເນື້ອໃນຈິດໃຈຂອງບັນດາເອກະສານດັ່ງກ່າວໄປຈັດຕັ້ງຜັນຂະຫຍາຍຕາມຂອບວຽກທີ່ຕົນຮັບຜິດຊອບ ແນໃສ່ເສີມຂະຫຍາຍຜົນຂອງການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2016 ພາຍໃຕ້ຄໍາຂວັນ “ ຫັນວິໄສທັດໃຫ້ເປັນຮູບປະທໍາ ເພື່ອຄວາມເຂັມແຂງຂອງປະຊາຄົມອາຊຽນ ” ທີ່ໄດ້ຮັບຜົນສໍາເລັດຢ່າງຈົບງາມນັ້ນ ໃຫ້ເກີດດອກອອກຜົນ ແລະ ນໍາຜົນປະໂຫຍດໃຫ້ແກາການສືບຕໍ່ຮັບແໜ້ນປະຊາຄົມອາຊຽນໃຫ້ເຂັ້ມແຂງກໍຄືໃຫ້ແກ່ ສປປ ລາວ.