ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ເຜີຍແຜ່ຜົນສໍາເລັດຂອງການເປັນປະທານອາຊຽນ ຂອງ ສປປ ລາວ ໃຫ້ບັນດາແຂວງພາກກາງ, ພາກໃຕ້ ແລະ ນະຄອນຫລວງວຽງຈັນ

alk pakse

ໃນວັນທີ 4 ພະຈິກ 2016, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ ​ແລະ    ຜັນ​ຂະຫຍາຍຜົນສໍາເລັດຂອງການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2016ທີ່ ໂຮງແຮມຈຳປາສັກແກ​ຣນ, ແຂວງຈຳປາສັກ. ທ່ານ ອາລຸນແກ້ວ ກິດຕິຄຸນ, ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ​ໄດ້​​ເປັນ​ປະທານ​ກອງ​ປະຊຸມດັ່ງກ່າວ ​ແລະ ມີຕາງຫນ້າພະແນກການຕ່າງປະເທດ, ພະແນກອຸດສະຫະກຳ ແລະ ການຄ້າ​ແລະ ສະພາການຄ້າ​ຂອງ​ບັນດາ​ແຂວງ​ພາກ​ກາງ, ພາກ​ໃຕ້ ​ແລະ ນະຄອນຫລວງ​ວຽງ​ຈັນ ລວມທັງໝົດ​ຈໍານວນປະ​ມານ 150 ທ່ານ​ ເຂົ້າ​ຮ່ວມ.

ຜູ້ຕາງຫນ້າ​ຈາກ 3 ​ເສົາ​ຄໍ້າປະຊາ​ຄົມ​ອາ​ຊຽນ ຄື: ປະຊາ​ຄົມ​ການ​ເມືອງ​-ຄວາມ​ຫມັ້ນຄົງ, ປະຊາ​ຄົມ​ເສດຖະກິດ ​ແລະ ປະ​ຊາ​ຄົມ​ວັດທະນະ​ທໍາ-ສັງຄົມ ​ໄດ້ເຜີຍແຜ່ຜົນສໍາເລັດຂອງການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2016 ພາຍໃຕ້ຄໍາຂວັນ“ຫັນວິໄສທັດໃຫ້ເປັນຮູບປະທໍາ  ເພື່ອຄວາມເຂັ້ມແຂງຂອງປະຊາຄົມອາຊຽນ” ໂດຍສະເພາະແມ່ນເນື້ອໃນຂອງບັນດາເອກະສານທີ່ຜູ້ນໍາອາຊຽນ ແລະ ອາຊຽນກັບຄູ່ເຈລະຈາໄດ້ລົງນາມ, ຮັບຮອງເອົາ ແລະ ຮັບຊາບ ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ແລະ ກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ ທີ່​​ໄດ້ຈັດ​ຂຶ້ນ​ໃນ​ວັນ​ທີ 6-8 ກັນຍາ 2016 ທີ່ ນະຄອນຫລວງ​ວຽງ​ຈັນ,​ໃນ​ນີ້​ເອກ​ະສານທີ່​ສໍາຄັນ​ມີແຜນແມ່ບົດວ່າດ້ວຍການເຊື່ອມຈອດອາຊຽນ 2025 ແລະ ແຜນງານສໍາລັບຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ ສະບັບທີ 3, ບັນດາຂອບວຽກທີ່ກ່ຽວຂ້ອງກັບການສົ່ງເສີມວິສະຫະກິດຈຸນລະ, ຂະໜາດນ້ອຍ ແລະ ກາງ, ການອໍານວຍຄວາມສະດວກດ້ານການຄ້າ; ການທ່ອງທ່ຽວ; ການສົ່ງເສີມວຽກເຮັດງານທໍາ; ການປົກປັກຮັກສາ ແລະ ສົ່ງເສີມມໍລະດົກທາງວັດທະນະທໍາ ແລະ ເອກະສານອື່ນໆ ​ເຊິ່ງ​ແມ່ນ​ເອກະສານ​ເພື່ອ​ຈັດຕັ້ງ​ຜັນ​ຂະຫຍາຍ 8​ ແຜນ​ບູລິ​ມະ​ສິດ ​ການ​ເປັນ​ປະທານ​ອາ​ຊຽນ ຂອງ ສປປ ລາວ ​ໃນ​ປີ 2016. ພ້ອມ​ດຽວ​ກັນ​ນີ້, ກອງ​ປະຊຸມ​ກໍ່ໄດ້ຊຸກຍູ້ໃຫ້ບັນດາຜູ້​ເຂົ້າ​ຮ່ວມ​ຈາກບັນດາ​ແຂວງ ​ແລະ ນະຄອນຫລວງວຽງຈັນ ນຳເອົາເນື້ອໃນຈິດໃຈຂອງບັນດາເອກະສານທີ່ກ່າວມາຂ້າງເທິງ ໄປຈັດຕັ້ງຜັນຂະຫຍາຍຕາມພາລະບົດບາດ ແລະ ໜ້າວຽກທີ່ຕົນຮັບຜິດຊອບ ແນໃສ່ເພື່ອເສີມຂະຫຍາຍຜົນຂອງການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2016 ທີ່ໄດ້ຮັບຜົນສໍາເລັດຢ່າງຈົບງາມນັ້ນ ໃຫ້ເກີດດອກອອກຜົນ ແລະ ນໍາຜົນປະໂຫຍດອັນສູງສຸດມາໃຫ້ແກ່ ສປປ ລາວ.

ໂອກາດດັ່ງກ່າວນີ້, ບັນດາ​ຜູ້ຕາງຫນ້າ​ຈາກ​ຂະ​ແຫນງ​ການ​ຂອງ​ແຂວງ ​ແລະ ນະຄອນຫລວງວຽງຈັນ ກໍໄດ້ແຈ້ງສະພາບດ້ານການ​ພັດ​ທະ​ນາການຄ້າ ແລະ ການລົງທຶນ, ລວມທັງຍົກໃຫ້ເຫັນບັນ​ດາຂໍ້ສະດວກ ແລະ ສິ່ງທ້າທາຍຕ່າງໆ ຢູ່ພາຍໃນແຂວງຂອງຕົນ ​ໂດຍ​ສະ​ເພາະ​ແມ່ນ​ພາຍຫລັງ​ການ​ສ້າງ​ຕັ້ງ​ປະຊາ​ຄົມ​​ເສດຖະກິດ​ອາ​ຊຽນ ​ໃນ​ທ້າຍ​ປີ 2015.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484566
ມື້ນີ້82
ມື້ວານ188
ອາທິດນີ້1004
ເດືອນນີ້3871