ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມບໍ່ເປັນທາງການຂອງເຈົ້າຫນ້າທີ່ອາວຸໂສອາຊຽນ ທີ່ ບາຫລີ, ອິນໂດເນເຊຍ

ALK AS8-9

 

ທ່ານ ອາລຸນແກ້ວ ກິດຕິຄຸນ, ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ທັງເປັນຫົວຫນ້າເຈົ້າຫນ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ, ໄດ້ເປັນປະທານກອງປະຊຸມບໍ່ເປັນທາງການຂອງເຈົ້າຫນ້າທີ່ອາວຸໂສອາຊຽນ, ຈັດຂຶ້ນທີ່ ບາຫລີ, ອິນໂດເນເຊຍ, ໃນວັນທີ 8-9 ທັນວາ 2016. ໃນກອງປະຊຸມຄັ້ງນີ້, ບັນດາຫົວຫນ້າເຈົ້າຫນ້າທີ່ອາວຸໂສອາຊຽນ ໄດ້ແລກປ່ຽນຄວາມຄິດຄວາມເຫັນ ກ່ຽວກັບ ສະພາບການພາກພື້ນ ແລະ ສາກົນ ໂດຍສະເພາະແມ່ນສະພາບການໃຫມ່ ທີ່ເກີດຂຶ້ນຫວ່າງບໍ່ດົນມານີ້ເຊັ່ນ: ການຖອນຕົວອອກຈາກສະຫະພາບເອີຣົບຂອງອັງກິດ ແລະ ການປ່ຽນແປງການນໍາໃຫມ່ ໃນຫລາຍປະເທດ ລວມທັງສະພາບການພາຍຫລັງການເລືອກຕັ້ງຢູ່ ສະຫະລັດອາເມລິກາ ຊຶ່ງເປັນສະພາບການໃຫມ່ ທີ່ອາຊຽນ ແລະ ພາກພື່ນອື່ນໆ ຕິດຕາມຢ່າງໃກ້ຊິດ.

 

ກອງປະຊຸມເຈົ້າຫນ້າທີ່ອາວຸໂສ ເຫັນວ່າ ເຖິງແມ່ນວ່າສະພາບການພາກພື້ນ ແລະ ສາກົນ ຈະມີການປ່ຽນແປງໄປແນວໃດກໍຕາມ, ອາຊຽນ ຈະສືບຕໍ່ຢຶດຫມັ້ນບັນດາຫລັກການຂອງອາຊຽນ ທີ່ເຮັດໃຫ້ອາຊຽນ ມີຜົນສໍາເລັດເທື່ອລະກ້າວ ແລະ ຈົນສາມາດປະກາດສ້າງຕັ້ງປະຊາຄົມອາຊຽນ ໃນທ້າຍປີ 2015, ອາຊຽນຈະສືບຕໍ່ຮັດແຫນ້ນປະຊາຄົມອາຊຽນ ໃຫ້ເຂັ້ມແຂງ ແລະ ຈະເລີນກ້າວຫນ້າ, ສືບຕໍ່ຂະບວນການການເຊື່ອມໂຍງເສດຖະກິດໃຫ້ເລິກເຊິ່ງ ແລະ ກວ້າງຂວາງ ເພື່ອຜົນປະໂຫຍດຂອງປະຊາຊົນບັນດາປະເທດອາຊຽນ. ພ້ອມກັນນີ້, ອາຊຽນ ກໍຈະສືບຕໍ່ເສີມຂະຫຍາຍຄວາມເປັນເອກະພາບ ແລະ ຄວາມສາມັກຄີ ໃນການຮັບມືກັບບັນຫາທີ່ມີຄວາມເປັນຫ່ວງຮ່ວມກັນ ກໍຄື ສືບຕໍ່ເສີມຂະຫຍາຍທ່ວງທ່າທີດີ ຂອງການຮ່ວມມືກັບບັນດາຄູ່ເຈລະຈາອາຊຽນ ແລະ ຮັດແຫນ້ນຄວາມເປັນແກນກາງຂອງອາຊຽນ ໃນການພົວພັນກັບພາຍນອກ ກໍຄືໃນໂຄງສ້າງພາກພື້ນທີ່ພວມຜັນແປ.

 

ໃນໂອກາດນີ້, ກອງປະຊຸມຍັງໄດ້ປຶກສາຫາລື ກ່ຽວກັບ ກິດຈະກໍາເພື່ອສະເຫລີມສະຫລອງ ຄົບຮອບ 50 ປີ ຂອງການສ້າງຕັ້ງອາຊຽນ ໃນປີ 2017 ໃນດັບພາກພື້ນ ແລະ ຢູ່ພາຍໃນປະເທດສະມາຊິກອາຊຽນ. ນອກຈາກນີ້, ບັນດາເຈົ້າຫນ້າທີ່ອາວຸໂສອາຊຽນ ຍັງໄດ້ປຶກສາຫາລື ກ່ຽວກັບ ການຜັນຂະຫຍາຍຜົນຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ຈັດຂຶ້ນຢູ່ ນະຄອນຫລວງວຽງຈັນ ໃນເດືອນ ກັນຍາ 2016 ຜ່ານມາ.

 

ການເປັນປະທານອາຊຽນ ຂອງ ສປປ ລາວ ຈະສີ້ນສຸດລົງ ໃນວັນທີ 31 ທັນວາ 2016.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480267
ມື້ນີ້97
ມື້ວານ157
ອາທິດນີ້665
ເດືອນນີ້6498