ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກະຊວງການຕ່າງປະເທດ ຈັດກອງປະຊຸມເຜີຍແຜ່ ກ່ຽວກັບ ການຈັດຕັ້ງປະຕິບັດ ກົດໝາຍ ວ່າດ້ວຍ ການປະກັນສັງຄົມ

 

Pakun1 Pakun2

Pakun3

 

ໃນວັນທີ 31 ພຶດສະພາ 2017, ກະຊວງການຕ່າງປະເທດ ຮ່ວມກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຕາງໜ້າໂດຍຫ້ອງການກອງທຶນປະກັນສັງຄົມແຫ່ງຊາດ ຈັດກອງປະຊຸມເຜີຍແຜ່ຄຳແນະນຳ ວ່າດ້ວຍ ການຈັດຕັ້ງປະຕິບັດກົດໝາຍປະກັນສັງຄົມ ໂດຍການເຂົ້າຮ່ວມຂອງບັນດາຫົວໜ້າກົມ-ຮອງກົມ, ຫົວໜ້າພະແນກ-ຮອງພະແນກ ພ້ອມດ້ວຍພະນັກງານວິຊາການຫຼັກແຫຼ່ງຂອງກະຊວງການຕ່າງປະເທດ ເຂົ້າຮ່ວມຫຼາຍກວ່າ 200 ທ່ານ, ຊຶ່ງມີທີມງານຈາກຫ້ອງການກອງທຶນປະກັນສັງຄົມແຫ່ງຊາດ ພ້ອມດ້ວຍຄະນະເຂົ້າຮ່ວມເຜີຍແຜ່.

ໃນພິທີ ທ່ານ ນາງ ວັນໄຊ ສຸວັນນະເມທີ, ຮອງຫົວໜ້າກົມປະກັນສັງຄົມ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ໃຫ້ກຽດຂຶ້ນກ່າວ ໂດຍລວມກ່ຽວກັບ ກົດໝາຍ ວ່າດ້ວຍ ການປະກັນສັງຄົມ, ຈາກນັ້ນ ທ່ານ ກໍ່ໄດ້ມອບເວທີໃຫ້ ທ່ານ ນາງ ກິ່ງເມືອງ ວົງສາລະວັນ, ຮອງຫົວໜ້າພະແນກປະຊາສຳພັນຫ້ອງການກອງທຶນປະກັນສັງຄົມແຫ່ງຊາດ ຂຶ້ນເຜີຍແຜ່ກ່ຽວກັບ ລະບົບປະກັນສັງຄົມໃນ ສປປ ລາວ ແມ່ນຈັດຕັ້ງປະຕິບັດພາຍໃຕ້ກົດໝາຍວ່າດ້ວຍ ການປະກັນສັງຄົມ ສະບັບເລກທີ 34/ສພຊ. ໂດຍແມ່ນຫ້ອງການກອງທຶນປະກັນສັງຄົມແຫ່ງຊາດເປັນຜູ້ຈັດຕັ້ງປະຕິບັດວຽກງານດັ່ງກ່າວ ຊຶ່ງໄດ້ເລັ່ງໃສ່ 2 ກຸ່ມເປົ້າໝາຍໃນການຄຸ້ມຄອງຄື: ແບບບັງຄັບ ແລະ ແບບສະມັກໃຈ. ແບບບັງຄັບ ຈະກວມເອົາອົງການຈັດຕັ້ງພັກ-ລັດ, ພະນັກງານລັດຖະກອນ, ທະຫານ, ຕຳຫຼວດ, ຫົວນ່ວຍແຮງງານ ແລະ ຜູ້ອອກແຮງງານ ລວມທັງຄົນລາວທີ່ເຮັດວຽກຢູ່ສະຖານທູດ, ກົງສູນ, ອົງການຕາງທ ແລະ ຄົນຕ່າງປະເທດທີ່ເຮັດວຽກໃນຫົວໜ່ວນແຮງງານຕ່າງໆ. ແບບສະໝັກໃຈ ແມ່ນເລັ່ງໃສ່ຜູ້ປະກອບອາຊີບສ່ວນບຸກຄົນ ແລະ ຜູ້ສະໝັກໃຈທົ່ວໄປ. ຊຶ່ງຈະໄດ້ຮັບການອຸດໜູນທຸກປະເພດ ເປັນຕົ້ນ ອຸດໜູນປິ່ນປົວສຸຂະພາບ, ອອກລູກ ຫຼື ຫຼຸລູກ, ປ່ວຍການ, ບຳນານ, ເສຍອົງຄະ, ຜູ້ດູແລ, ເສຍຊີວິດ ແລະ ສະມາຊິກຄອບຄົວຂອງຜູ້ປະກັນຕົນຈະໄດ້ຮັບຢ່າງຫຼວງຫຼາຍ.

ທ່ານ ຍັງໃຫ້ຮູ້ຕື່ມອີກວ່າ ພະນັກງານພາກລັດ ເມື່ອໄດ້ຮັບຂໍ້ຕົກລົງເປັນລັດຖະກອນຮັບເງິນເດືອນ 95 % ຕາມລະບຽບແລ້ ກໍ່ຈະຖືກຕັດເງິນຢ່າງອັດຕະໂນມັດ ເພື່ອສົມທົບເຂົ້າກອງທຶນປະກັນສັງຄົມແຫ່ງຊາດ 16,5 % ຂອງເງິນເດືອນທັງໝົດ ໃນນັ້ນລັດຖະບານໄດ້ຮັບຜິດຊອບ 8,5 % ຂອງເງິນເດືອນລັດຖະກອນ ແລະ ພະນັກງານໜຶ່ງຄົນໃດຈະຕ້ອງສົມທົບ 8 % ຂອງເງິນເດືອນທັງໝົດ. ສ່ວນພາກວິສາຫະກິດ ຕ້ອງສົມທົບ 11,5 % ຂອງເງິນເດືອນປະກັນຕົນ ໃນນັ້ນຜູ້ໃຊ້ແຮງງານຮັບຜິດຊອບຈ່າຍ 6 % ຂອງເງິນເດືອນປະກັນຕົນ ແລະ ຜູ້ອອກແຮງງານຈ່າຍ 5,5 % ຂອງເງິນເດືອນຜູ້ປະກັນຕົນ ຊຶ່ງມີເພດານສູງສຸດ 4,500,000 ກີບ; ສຳລັບຜູ້ປະກອບອາຊີບສ່ວນບຸກຄົນ ແລະ ຜູ້ປະກັນຕົນແບບສະໝັກໃຈຕ້ອງຈ່າຍ 9 % ຂອງເງິນເດືອນປະກັນຕົນທີ່ສາມາດເລືອກຈ່າຍໄດ້.

ໃນກອງປະຊຸມ ໄດ້ມີການສົນທະນາຖາມ-ຕອບ ກ່ຽວກັບ ບັນດາສິດຜົນປະໂຫຍດ ທີ່ຈະໄດ້ຮັບຈາກການເຂົ້າເປັນສະມາຊິກການປະກັນສັງຄົມ ຊຶ່ງໃນສ່ວນໃຫຍ່ແມ່ນເນັ້ນໃຫ້ປະກັນສັງຄົມ ເພີ່ມຄວາມເອົາໃຈໃສ່ຕໍ່ຂອບບໍລິການປິ່ນປົວສຸຂະພາບຂອງສະມາຊິກເວລາໄປໃຊ້ບໍລິການຢູ່ໂຮງໝໍ, ການເຈັບເປັນສຸກເສີນ ເຫັນວ່າໃນໄລຍະຜ່ານມາ ຍັງບໍ່ຈັດຕັ້ງປະຕິບັດໄດ້ດີເທົ່າທີ່ຄວນ. ຊຶ່ງ ທ່ານ ນາງ ກິ່ງເມືອງ ວົງສາລະວັນ ແລະ ທີມງານເຜີຍແຜ່ ກໍ່ໄດ້ຊີ້ແຈງບັນຫາຕ່າງໆ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ແຜນການໃນຕໍ່ໜ້າຢ່າງກົງໄປກົງມາ ພ້ອມທັງຮັບເອົາຄຳສະເໜີຕ່າງໆ ຈາກພະນັກງານຫຼັກແຫຼ່ງ ເພື່ອນຳສະເໜີຂັ້ນເທິງ ເພື່ອປັບປຸ່ງແກ້ໄຂໃນຕໍ່ໜ້າໃຫ້ແທດເໝາະກັບສະພາບການຕົວຈິງ ແລະ ເປັນທີ່ເພິ່ງພໍໃຈຂອງສະມາຊິກປະກັນສັງຄົມ ເວົ້າສະເພາະຕໍ່ປະຊາຊົນໃນຂອບເຂດທົ່ວປະເທດ.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480342
ມື້ນີ້172
ມື້ວານ157
ອາທິດນີ້740
ເດືອນນີ້6573