ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີປາຖະກະຖາ ໃນຫົວຂໍ້ “ການທູດແບບພິເສດ”

dfm speech1

 

dfm speech2

ໃນຕອນເຊົ້າຂອງວັນທີ 13 ກໍລະກົດ 2017, ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ຮ່ວມກັບ ສະຖານທູດຍີ່ປຸ່ນ ປະຈຳ ສປປ ລາວ ໄດ້ຈັດການປາຖະກະຖາ ໃນຫົວຂໍ້ “ການທູດແບບພິເສດ”, ທີ່ສູນ ICTC. ບັນຍາຍໂດຍ ທ່ານ ຄິໂຍຊິ ໂອດາວາຣະ (Mr. Kiyoshi ODAWARA), ຮອງລັດຖະມົນຕີກະຊວງການຕ່າງປະເທດຝ່າຍລັດຖະສະພາຍີ່ປຸ່ນ ແລະ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ນາງ ຄຳເພົາ ເອີນທະວັັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ.

ໃນໂອກາດນີ້ມີຜູ້ເຂົ້າຮ່ວມຮັບຟັງການບັນຍາຍຈາກຜູ້ຕາງໜ້າສະຖານທູດຍີ່ປຸ່ນ ປະຈຳລາວ, ບັນດາທ່ານທູດອາວຸໂສ, ບັນດາທ່ານຫົວໜ້າກົມ, ຮອງກົມ, ຂັ້ນພະແນກ ແລະ ພະນັກງານວິຊາການຈາກກະຊວງການຕ່າງປະເທດ, ກະຊວງອ້ອມຂ້າງສູນກາງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ລວມທັງໝົດກວ່າ 100 ທ່ານ.

ຈຸດປະສົງຂອງການປາຖະກະຖາຄັ້ງນີ້ແມ່ນເນັ້ນເຖິງ ສາຍພົວພັນອັນເປັນມູນເຊື້ອທີ່ດີ ລະຫວ່າງສອງຊາດ ລາວ ແລະ ຍີ່ປຸ່ນ ຕະຫຼອດໄລຍະເວລາກວ່າ 62 ປີ ນັບຕັ້ງແຕ່ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ໃນວັນທີ 5 ມີນາ 1955 ເປັນຕົ້ນມາ ເຊິ່ງເປັນໄລຍະທີ່ສາຍພົວພັນຂອງສອງຝ່າຍໄດ້ຮັບການເພີ່ມພູນຄູນສ້າງ, ຈະເລີນງອກງາມ, ເຕີບໂຕ ແລະ ມີໝາກຜົນ. ໃນຊຸມປີຜ່ານມາ ຍີ່ປຸ່ນຢູ່ອັນດັບ 7 ຂອງການລົງທຶນຕ່າງປະເທດຢູ່ ສປປ ລາວ, ເຊິ່ງມີປະມານ 136 ບໍລິສັດ ໂດຍສ່ວນຫຼາຍແມ່ນລົງທຶນໃນຂົງເຂດອຸດສາຫະກຳ, ການບໍລິການ, ບໍລິສັດທີ່ປຶກສາ, ການກໍ່ສ້າງ, ການຄົມມະນາຄົມ ແລະ ພະລັງງານໄຟຟ້ານ້ຳຕົກ. ຍີ່ປຸ່ນຍັງໄດ້ສະແດງເຖິງຄວາມເຫັນອົກເຫັນໃຈຕໍ່ການພັດທະນາເສດຖະກິດຂອງລາວ ເຊິ່ງເປັນປະເທດທີ່ບໍ່ມີທາງອອກສູ່ທະເລ ແຕ່ຄ່ຽງຄູ່ກັນນັ້ນ ລາວເຮົາຍັງເປັນປະເທດທີ່ມີທີ່ຕັ້ງທາງຍຸດທະສາດທີ່ສຳຄັນໃນການເຊື່ອມຕໍ່ ລະຫວ່າງ ປະເທດຂອງອາຊີຕາເວັນອອກສ່ຽງໃຕ້ ພ້ອມອຸດົມໄປດ້ວຍຊັບພະຍາ ກອນທາງທຳມະຊາດທີ່ສົມບູນ ແລະ ມີແມ່ນ້ຳທີ່ສຳຄັນຄື ແມ່ນ້ຳຂອງ ໂດຍໄຫຼຜ່ານໃນຫລາຍປະເທດແຕ່ເໜືອເຖິງໃຕ້. ນອກນັ້ນ, ທ່ານຍັງໄດ້ກ່າວເຖິງການຂາດແຄນບຸກຄະລະກອນໃນດ້ານການພັດທະນາພື້ນຖານໂຄງລ່າງຂອງລາວ ພ້ອມທັງໃຫ້ການສະໜັບສະໜູນ ໃນຫລາຍຮູບການ ພາຍໃຕ້ໂຄງການທຶນຊ່ວຍເຫຼືອລ້າຂອງຍີ່ປຸ່ນດ້ານການສຶກສາ ເພື່ອການພັດທະນາຊັບພະຍາກອນມະນຸດ (JDS) ໃນໄລຍະສັ້ນ ແລະ ໄລຍະຍາວຕື່ມອີກ ເຊິ່ງນອນໃນແຜນການຮ່ວມມື 3 ເສົາຫຼັກເຊັ່ນ: ການເພີ່ມທະວີການເຊື່ອມຈອດ, ການພັດທະນາຊັບພະຍາກອນມະນຸດດ້ານອຸດສາຫະກຳ ແລະ ການແກ້ໄຂຄວາມແຕກໂຕນທາງດ້ານສັງຄົມ ເຊິ່ງແມ່ນແຜນການພັດທະນາໄລຍະກາງ ແລະ ໄລຍະຍາວຂອງ ສປປ ລາວ.

ສປປ ລາວ ແລະ ຍີ່ປຸ່ນ ໄດ້ສ້າງສາຍສຳພັນມິດຕະພາບນຳກັນມາເປັນເວລາດົນນານ ເຊິ່ງໃນປະຈຸບັນໄວໜຸ່ມຂອງຍີ່ປຸ່ນກໍໄດ້ມີຄວາມສົນໃຈເພີ່ມຂື້ນ ໃນການເລືອກເອົາປະເທດລາວ ເປັນສະຖານທີ່ທ່ອງທ່ຽວປາຍທາງ. ນອກນັ້ນ, ສາຍພົວພັນຮ່ວມມື ລະຫວ່າງ ສອງປະເທດ ລາວ ແລະ ຍີ່ປຸ່ນ ໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງທ່າມກາງບັນຍາກາດຂອງຄວາມເຂົ້າອົກເຂົ້າໃຈກັນຫລາຍຂື້ນ ເຊິ່ງໄດ້ສະແດງອອກໃນການແລກປ່ຽນການຢ້ຽມຢາມຂອງການນຳຂັ້ນສູງ ກໍ່ຄືຂັ້ນວິຊາການຂອງສອງປະເທດ ຢ່າງເປັນປົກກະຕິ ໂດຍໄດ້ກວມເອົາການຮ່ວມມືໃນຫຼາຍຂະແໜງການ ອັນເປັນສັນຍາລັກເພື່ອຊຸກຍູ້ໃຫ້ແກ່ການຈະເລີນເຕີບໃຫຍ່ຂອງສາຍພົວພັນສອງຝ່າຍ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485404
ມື້ນີ້105
ມື້ວານ227
ອາທິດນີ້440
ເດືອນນີ້4709