ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສູນທອນພົດ ຂອງເລຂາທິການໃຫຍ່ ຫງວຽນຟູຈ້ອງ

GSecretaryVN

 

ສູນທອນພົດ

ຂອງເລຂາທິການໃຫຍ່ ຫງວຽນຟູຈ້ອງ ໃນພິທີໂຮມຊຸມນຸມເພື່ອສະເຫຼີມສະຫຼອງ ວັນສ້າງສາຍພົວພັນການທູດ ຄົບຮອບ 55 ປີ

ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 40 ປີ

(ຮ່າໂນ້ຍ, ວັນທີ 18 ກໍລະກົດ 2017)

--------------------------------------------------------------

 

-      ຮຽນບັນດາທ່ານຜູ້ແທນ, ບັນດາທ່ານແຂກທີ່ມີກຽດ,

-      ຮຽນບັນດາສະຫາຍລາວ ແລະ ຫວຽດນາມທີ່ຮັກແພງ,

ມື້ນີ້, ດ້ວຍຄວາມເອກອ້າງທະນົງໃຈ ແລະ ຄວາມປິຕິຊົມຊື່ນເປັນຢ່າງຍິ່ງທີ່ໄດ້ເຫັນບາດກ້າວແຫ່ງການຂະຫຍາຍຕົວອັນດີເລີດ ຂອງສາຍພົວພັນແບບພິເສດລະຫວ່າງສອງປະເທດລາວ ແລະ ຫວຽດນາມ, ພວກເຮົາມີຄວາມເບີກບານມ່ວນຊື່ນ ທີ່ໄດ້ພ້ອມກັນມາເຕົ້າໂຮມຢູ່ສະຖານທີ່ແຫ່ງນີ້ ເພື່ອສະເຫຼີມສະຫຼອງວັນສ້າງສາຍພົວພັນການທູດ ຄົບຮອບ 55 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 40 ປີ.

 

ໃນບັນຍາກາດທີ່ເຕັມໄປດ້ວຍຄວາມສາມັກຄີອັນດູດດື່ມ, ມິດຕະພາບ ແລະ ຄວາມເບີກບານມ່ວນຊື່ນຂອງທັງສອງຊາດ, ພວກເຮົາມີຄວາມປິຕິຍິນດີຂໍ່ານັບຮັບຕ້ອນຄະນະຜູ້ແທນຂັ້ນສູງຂອງພັກ ແລະ ລັດລາວນຳໂດຍ ສະຫາຍ ພັນຄຳ ວິພາວັນ, ກຳມະການກົມການເມືອງ, ຜູ້ປະຈໍາການຄະນະເລຂາທິການ, ຮອງປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ມາເຂົ້າຮ່ວມພິທີອັນສະຫງ່າລາສີນີ້, ຊຶ່ງໄດ້ນໍາເອົາໄມຕີຈິດມິດຕະພາບມາສູ່ພັກ, ລັດ ແລະ ປະຊາຊົນຫວຽດນາມ ພວກຂ້າພະເຈົ້າ.

 

ຂໍຕາງໜ້າພັກ, ລັດ ແລະ ປະຊາຊົນຫວຽດນາມ, ຂ້າພະເຈົ້າຂໍຖືເປັນກຽດຝາກມາຍັງ ສະຫາຍ ພັນຄຳ ວິພາວັນ ພ້ອມດ້ວຍບັນດາສະຫາຍລາວ ທີ່ມີໜ້າຢູ່ທີ່ນີ້ ແລະ ຜ່ານບັນດາສະຫາຍໄປຍັງພັກ, ລັດ ແລະ ປະຊາຊົນລາວອ້າຍນ້ອງຄວາມຮັກແພງ ທີ່ສະໜິດສະໜົມ ແລະ ຄຳອວຍພອນອັນປະເສີດ ຢ່າງສຸດອົກສຸດໃຈ.

 

ຮຽນບັນດາສະຫາຍ ແລະ ເພື່ອນມິດທັງຫຼາຍ,

ລາວ ແລະ ຫວຽດນາມ ເປັນສອງປະເທດບ້ານໃກ້ເຮືອນຄຽງທີ່ໃກ້ຊິດ, ມີສາຍພູ, ແມ່ນໍ້າລຳເຊຕິດຈອດກັນ, ຮ່ວມກັນດື່ມນໍ້າແມ່ຂອງ, ພ້ອມກັນອີງໃສ່ສາຍພູຫຼວງອັນສະຫງ່າ, ປະຊາຊົນສອງຊາດ ເຄີຍມີສາຍພົວພັນອັນເປັນມູນເຊື້ອ, ສັດຊື່ບໍລິສຸດ, ສະໜິດຕິດພັນແຕ່ດົນນານ. ພິເສດ, ນັບແຕ່ມື້ພັກກອມມູນິດອິນດູຈີນໄດ້ກຳເນີດເກີດຂຶ້ນມາ ແລະ ນຳພາ, ຕໍ່ມາແມ່ນພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ, ສາຍພົວພັນນັ້ນນັບມື້ນັບໄດ້ຮັບການເປີດກວ້າງ, ຂະຫຍາຍຕົວ ແລະ ໄດ້ຍົກລະດັບທາງດ້ານທາດແທ້. ດ້ວຍທິດນໍາທີ່ເຕັມໄປດ້ວຍລັກສະນະທາງດ້ານມະນຸດສະທຳ ແລະ ມີຄວາມໝາຍດ້ານການເມືອງຢ່າງເລິກເຊິ່ງ ຕາມຄຳສັ່ງສອນຂອງ ປະທານ ໂຮ່ຈີມິນ ຜູ້ຍິ່ງໃຫ່ຍ ຊ່ວຍເພື່ອນແມ່ນຊ່ວຍຕົນເອງ.

 

ສອງຊາດລາວ ແລະ ຫວຽດນາມ ຍາມໃດກໍຄຽງບ່າຄຽງໄຫຼ່, ຮ່ວມທຸກຮ່ວມສຸກ, ເພີ່ມພູນຄຸນສ້າງເປັນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ, ກາຍເປັນຊັບສິນອັນລ້ຳຄ່າ, ແຫຼ່ງພະລັງປະເສີດທີ່ສຸດ, ແມ່ນປັດໄຈສໍາຄັນຍິ່ງ ເພື່ອຮັບປະກັນຜົນສໍາເລັດຂອງການປະຕິວັດແຕ່ລະປະເທດ.

 

ຮຽນບັນດາສະຫາຍ ແລະ ເພື່ອນມິດທັງຫຼາຍ,

ກ່ອນ​ໜ້າ​ນີ້ 55 ປີ, ໃນສະພາບການ​ທີ່ຂະບວນການຕໍ່ສູ້ຕ້ານພວກຈັກກະພັດອາເມລິກາ, ເພື່ອກອບກູ້ປະເທດຊາດຂອງປະຊາຊົນລາວ ແລະ ຫວຽດນາມ ໄດ້ກ້າວເຂົ້າສູ່ໄລຍະຫຍຸ້ງຍາກ, ດຸເດືອດ, ແຕ່ດ້ວຍໄຊຊະນະທີ່ສຳຄັນທັງດ້ານການເມືອງ, ການທະຫານ, ການຕ່າງປະເທດຂອງການປະຕິວັດລາວ, ສົນທິສັນຍາເຊີແນວ 1962 ກ່ຽວກັບ ລາວ ກໍ່ໄດ້ຮັບການລົງນາມ, ເປີດສັງກາດໃໝ່ໃຫ້ແກ່ການປະຕິວັດຂອງສອງປະເທດລາວ ແລະ ຫວຽດນາມ. ດ້ວຍກາລະໂອກາດ ແລະ ເງື່ອນໄຂເອື້ອອໍານວຍນັ້ນ, ສອງປະເທດ ໄດ້ສ້າງສາຍພົວພັນການທູດນຳກັນຢ່າງເປັນທາງການ ໃນວັນທີ 05/9/1962. ນີ້ແມ່ນເຫດການປະຫວັດສາດສຳຄັນ, ເປັນຂີດໝາຍທີ່ສໍາຄັນຍິ່ງໃນສາຍພົວພັນລະຫວ່າງສອງປະເທດ, ເປັນການຢືນຢັນເຖິງຄວາມຕິດພັນດ້ານຊາຕະກຳຂອງສອງຊາດ ໃນຂະບວນການຕໍ່ສູ້ປົດປ່ອຍຍາດເອກະລາດຊົນຊາດ ແລະ ການທ້ອນໂຮມປະເທດຊາດ. ພາຍຫຼັງສອງປະເທດ ໄດ້ຮັບການປົດປ່ອຍຢ່າງສົມບູນໃນປີ 1975, ເພື່ອເສີມ​ຂະຫຍາຍ ສາຍພົວພັນລາວ-ຫວຽດນາມ ໃຫ້ມີການພັດທະນາຢ່າງຮອບດ້ານ ແລະ ນັບມື້ນັບນັບກ້າວເຂົ້າສູ່ລວງເລິກ, ສອງປະເທດ ໄດ້ລົງນາມສົນທິສັນຍາມິດຕະພາບ ແລະ ການຮ່ວມມື ໃນວັນທີ 18/7/1977, ໃນນັ້ນໄດ້ເນັ້ນໜັກ: ສາຍພົວພັນພິເສດລາວ-ຫວຽດນາມ, ຄວາມສາມັກຄີສູ້ຮົບ ແລະ ມິດຕະພາບ ທີ່ບໍ່ມີສິ່ງໃດໆສາມາດເຮັດໃຫ້ສັ່ນສະເທືອນໄດ້ ລະຫວ່າງປະຊາຊົນລາວ ແລະ ຫວຽດນາມ, ຄວາມຮັກແພງຖານສະຫາຍອັນຍິ່ງໃຫຍ່ ລະຫວ່າງພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ ໄດ້ຜ່ານ​ການ​ທົດ​ສອບ​ຮ່ວມ​ສຸກຮ່ວມ​ທຸກມາໃນຫຼາຍສິບປີ, ຮ່ວມສູ້ຮົບ, ຮ່ວມກັນຕີເອົາຊະນະສັດຕູຜູ້ຮຸກຮານ, ພ້ອມກັນຮ່ວມມື ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນການສ້າງສາປະເທດຊາດເປັນມູນເຊື້ອໜຶ່ງທີ່ປະເສີດ, ເປັນກໍາລັງແຮງຊະນະເລີດຂອງສອງຊາດ, ສອງພັກ.... ສີ່ສິບປີຜ່ານມາ, ສົນທິສັນຍາສະບັບນີ້ ໄດ້ກາຍເປັນພື້ນຖານອັນໜັກແໜ້ນທາງດ້ານການເມືອງ, ນິຕິກຳອັນສຳຄັນເພື່ອປັບປຸງ ແລະ ເສີມຂະຫຍາຍສາຍພົວພັນ ລະຫວ່າງສອງປະເທດ ໃຫ້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ, ຮັບໃຊ້ຢ່າງແຂງແຮງໃຫ້ແກ່ພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ ຂອງ​ແຕ່​ລະ​ປະ​ເທດ.

 

ຫວນຄືນເສັ້ນທາງປະຫວັດສາດອັນອົງອາດກ້າແກ່ນ ໃນ 55 ປີ ຜ່ານມາ, ພວກເຮົາມີຄວາມເອກອ້າງທະນົງໃຈເປັນຢ່າງຍິ່ງ ຕໍ່ຂະບວນວິວັດແຫ່ງການກຳເນີດແລະຂະຫຍາຍຕົວຂອງສາຍພົວພັນພິເສດ, ຫາໄດ້ຍາກລະຫວ່າງສອງຊາດ, ເພາະວ່າ: ນັ້ນແມ່ນສາຍພົວພັນທີ່ມີການພັດທະນາແບບຍືນຍົງ ຈາກສາຍພົວພັນອັນເປັນມູນເຊື້ອ, ສະໜິດສະໜົມໄດ້ກາຍ ເປັນສາຍພົວພັນພິເສດຊຶ່ງ ປະທານ ໂຮ່ຈີມິນ ຜູ້ຍິ່ງໃຫ່ຍເປັນຜູ້ກໍ່ຕັ້ງ ແລະ ພ້ອມກັບ ສະຫາຍ ປະທານ ໄກສອນ ພົມວິຫານ, ສະຫາຍ ປະທານ ສຸພານຸວົງ ແລະ ການນຳຮຸ້ນຕ່າງໆ ຂອງສອງພັກ, ສອງລັດ ເພີ່ມພູນຄຸນສ້າງ; ນັ້ນແມ່ນສາຍພົວພັນທີ່ສະແດງເຖິງຄວາມມຸ້ງມາດປາດຖະໜາອັນແຮງກ້າ ຂອງປະຊາຊົນສອງປະເທດ ແມ່ນຄວາມສາມັກຄີ, ຊ່ວຍເຫຼືອກັນຕ້ານສັດຕູໂຕດຽວ, ສ້າງສາຍພົວພັນສະເໝີພາບ, ເປັນເຈົ້າຕົນເອງ, ມິດຕະພາບ, ຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ ລະຫວ່າງສອງປະເທດ; ນັ້ນແມ່ນສາຍພົວພັນຮ່ວມມືຮອບດ້ານ, ໝັ້ນຄົງ ທີ່ມີລັກສະນະຕໍ່ເນື່ອງຕະຫລອດໄລຍະປະຫວັດສາດ, ແມ່ນເສັ້ນທາງ, ແມ່ນບາດກ້າວກະກຽມໃຫ້ແກ່ບາດກ້າວຕໍ່ມາ ໃນ​ການສືບຕໍ່ຂະຫຍາຍຕົວ​ເພື່ອກ້າວໄປ​ເຖິງໄຊຊະນະປະຫວັດສາດຂອງສອງຊ​າດລາວ, ຫວຽດນາມ ໃນພາລະກິດຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ ໃນເມື່ອກ່ອນ ແລະ ໃນພາລະກິດແຫ່ງການປ່ຽນແປງໃໝ່, ສ້າງສາປະເທດຊາດພ້ອມກັນກ້າວຂຶ້ນສູ່ສັງຄົມນິຍົມປັດຈຸບັນ.

 

ຮຽນບັນດາສະຫາຍ ແລະ ເພື່ອນມິດທັງຫຼາຍ

 

ພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍມີຄວາມຮັບຮູ້ຢ່າງເລິກເຊິ່ງວ່າ, ທຸກໆໄຊຊະນະໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດໃນເມື່ອກ່ອນ, ກໍຄືໃນແຕ່ລະຜົນສຳເລັດໃນພາລະກິດແຫ່ງການປ່ຽນແປງໃໝ່, ປົກປັກຮັກສາ ແລະ ສ້າງສາປະເທດຊາດໃນປັດຈຸບັນຂອງຫວຽດນາມ ລ້ວນແລ້ວແຕ່ຕິດພັນກັບຄວາມສາມັກຄີ, ສະໜັບສະໜູນ, ຊ່ວຍເຫຼືຶອອັນລໍ້າຄ່າ, ມິດຈິດມິດໃຈຂອງພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ. ເນື່ອງໃນໂອກາດນີ້, ພວກຂ້າພະເຈົ້າ ຂໍສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ມາຍັງພັກປະຊາຊົນປະຕິວັດລາວ, ລັດຖະ​ບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ​ກໍ່​ຄື ປະຊາຊົນລາວ ທີ່ມີໃຫ້ແກ່ພັກ, ລັດ ແລະ ປະຊາຊົນຫວຽດນາມ. ໃນດວງໃຈຂອງຄົນຫວຽດນາມທຸກຄົນໃນມື້ນີ້ ແລະ ຕະຫຼອດໄປ ຍາມໃດກໍຈາລືກຢ່າງເລິກເຊິ່ງຄຳສັ່ງສອນຂອງ ປະທານ ໂຮ່ຈີມິນ ຜູ້ຍິ່ງໃຫ່ຍທີ່ວ່າ ສອງຊາດຫວຽດ-ລາວ ໄດ້ຝັງຄວາມຮັກຢູ່ໃນໃຈຮົ່ງຮ່າ ທັງແມ່ຂອງ ບໍ່ເລິກປຸນປານໄດ້’.

 

ໃນນາມຜູ້ເປັນສະຫາຍ, ອ້າຍນ້ອງຜູ້ໃກ້ຊິດ, ພວກຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງຕໍ່ບັນດາຜົນສຳເລັດອັນໃຫຍ່ຫຼວງ ທີ່ພັກ, ລັດ ແລະ ປະຊາຊົນລາວ ສາມາດຍາດມາໄດ້ໃນຕະຫຼອດເສັ້ນທາງການປະຕິວັດອັນສະຫງ່າລາສີຂອງຕົນ. ໃນເງື່ອນໄຂທີ່ມີຄວາມຫຍຸ້ງຍາກ, ທົສອບຫຼາຍປະການ, ປະຊາຊົນລາວ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ໄດ້ເສີມຂະຫຍາຍມູນເຊື້ອການປະຕິບັດຢ່າງເດັດດ່ຽວ ໜຽວແໜ້ນ, ຄວາມມານະພະຍາຍາມຍາດໄດ້ຫຼາຍຜົນສຳເລັດອັນໃຫຍ່ຫຼວງ, ເປັນໜ້າຊົມຊື່ນໃນພາລະກິດສ້າງສາ, ພັດທະນາເສດຖະກິດ-ສັງຄົມ, ຮັກສາຄວາມສະຫງົບ, ປ້ອງກັນຊາດໄວ້ໄດ້ຢ່າງໜັກແໜ້ນ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນ, ສາຍພົວພັນການຕ່າງປະເທດ ໄດ້ຮັບການເປີດກວ້າງ. ພວກຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຕໍ່ຜົນສຳເລັດມີຄວາມໝາຍປະຫວັດສາດເຊິ່ງພັກ, ລັດ ແລະ ປະຊາຊົນລາວອ້າຍນ້ອງຍາດໄດ້ ຕະຫຼອດ​ໄລ​ຍະ 30 ປີ ແຫ່ງການປ່ຽນແປງໃໝ່ ແລະ ບັນດາຜົນສຳເລັດທີ່ສຳຄັນພາຍຫຼັງ ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ ກວ່າ 01 ປີຢ່າງສຸດອົກສຸດໃຈ ແລະ ເຊື່ອໝັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ, ການຄຸ້ມຄອງ ແລະການບໍລິຫານຂອງລັດຖະບານ, ການຕິດຕາມກວດກາຂອງສະພາແຫ່ງຊາດ, ລາວຈະປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ແລະ ແຜນການພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII ໃຫ້ສໍາເລັດຢ່າງມີໄຊ; ສ້າງສາປະເທດລາວມີສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນາຖາວອນ ຕາມຈຸດໝາຍສັງຄົມນິຍົມຢ່າງສຳເລັດຜົນ, ຖານະບົດບາດ ແລະ ອິດທິພົນ ຂອງປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ນັບມື້ນັບໄດ້ຮັບການເຊີດຊູສູງຂຶ້ນ ໃນເວທີພາກພື້ນ ແລະ ສາກົນ.

 

ຮຽນບັນດາສະຫາຍ ແລະ ເພື່ອນມິດທັງຫຼາຍ,

ໃນສະພາບການໂລກ ແລະ ພາກພື້ນ ທີ່ມີການຜັນແປຢ່າງສັບສົນຄືດັ່ງປັດຈຸບັນ, ສອງປະເທດພວກເຮົາ ພວມປະເຊີນໜ້າກັບກາລະໂອກາດຂອງ​ການພັດທະນາ ກໍຄືຕໍ່ຄວາມຫຍຸ້ງຍາກ, ສິ່ງທ້າທາຍໃໝ່ຫຼາຍປະການ; ບັນດາບົດຮຽນປະຫວັດສາດຂອງສາຍພົວພັນ ທີ່ເປັນແວ່ນແຍງອັນໃສແຈ້ງ ລາວ-ຫວຽດນາມ, ຫວຽດນາມ-ລາວ; ບັນດາແນວຄິດຊີ້ນຳ ແລະ ເນື້ອໃນການຮ່ວມມື ທີ່ໄດ້ລະ​ບຸ​ໄວ້​ໃນ​ສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຍັງມີຄຸນຄ່າຢູ່ເໝືອນເດີມ, ຈະຄົງແມ່ນເສັ້ນບົວແດງເກາະຫ້ອຍຕະຫລອດຂະບວນວິວັດແຫ່ງການຂະຫຍາຍຕົວ ຂອງສາຍພົວພັນລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ. ພວກເຮົາພາກພູມໃຈທີ່ເຫັນວ່າ, ສາຍພົວພັນລະຫວ່າງສອງປະເທດ ນັບມື້ນັບກ້າວສູ່ລວງເລິກ, ແທ້ຈິງ ແລະ ມີປະສິດທິຜົນໃນທຸກຂົງເຂດ, ດ້ວຍຫຼາຍຮູບແບບການຮ່ວມມືທີ່ອຸດົມສົມບຸນ, ມີຊີວິດຊີວາໃນສາຍພັກ, ສາຍລັດ ແລະ ການທູດປະຊາຊົນ; ລະຫວ່າງບັນດາຂະແໜງການ ແລະ ທ້ອງຖິ່ນຕ່າງໆ; ທັງຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ. ສາຍພົວພັນດ້ານການເມືອງໄດ້ຖືສຳຄັນ, ນັບມື້ນັບໄດ້ຮັກສາບົດບາດເປັນແກ່ນສານ, ກຳນົດທິດໃຫ້ແກ່ ການພົວພັນຮ່ວມມືໃນທຸກໆດ້ານ; ບັນດາກົນໄກຮ່ວມມືປັດຈຸບັນ ລະຫວ່າງສອງພັກ, ສອງລັດ ສືບຕໍ່ໄດ້ເສີມຂະຫຍາຍດ້ວຍປະສິດທິຜົນ. ຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນສືບຕໍ່ໄດ້ຮັບ​ການຊຸກຍູ້, ກາຍເປັນພື້ນຖານອັນຍາວນານ ໃຫ້ແກ່ສາຍພົວພັນລະຫວ່າງສອງປະເທດ. ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ ນັບມື້ນັບແໜ້ນແຟ້ນເຂົ້າສູ່ລວງເລິກ, ບັນລຸປະສິດທິຜົນຢ່າງຕັ້ງໜ້າ ແລະ ຮັກສາບົດບາດເປັນເສົາຄ້ຳໃນສາຍພົວພັນລະຫວ່າງສອງຊາດ. ການຮ່ວມມືດ້ານວັດທະນະທຳ, ການສຶກສາ-ກໍ່ສ້າງ, ສາທາລະນະສຸກ, ວິທະຍາສາດ-ເຕັກໂນ​ໂລ​ຊີ ກໍ່ຍາດໄດ້ຜົນງານຫລາຍຢ່າງທີ່ຕັ້ງໜ້າ, ສີມທ່າແຮງໃຫ້ແກ່ກັນໃນພາລະກິດປ່ຽນແປງໃໝ່ ແລະ ຂະຫຍາຍຕົວ. ສອງປະເທດລາວ ແລະ ຫວຽດນາມ ພວມ​ເອົາ​ໃຈ​ໃສ່​ຊຸກ​ຍູ້ພາລະກິດແຫ່ງການປ່ຽນແປງໃໝ່, ເປັນເຈົ້າການ ແລະ ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ, ປະຊາຊົນສອງຊາດ ພວມຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງແຕ່ລະພັກ ແລະ ພ້ອມກັນສູ້ຊົນສ້າງສາປະເທດຊາດໃຫ້ມັັ່ງຄັ່ງ, ເຂັ້ມແຂງ, ປະຊາຊົນສອງຊາດ ມີຊີວິດການເປັນຢູ່ຢ່າງອີ່ໜໍາສໍາລານ, ມີເສລີພາບ, ມີຄວາມຜາສຸກ, ປະກອບສ່ວນຕັ້ງໜ້າເຂົ້າໃນພາລະກິດສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າທາງສັງຄົມຢູ່ໃນໂລກ.

 

ເພື່ອເພີ່ມທະວີການຮ່ວມມືຮອບດ້ານ, ນໍາເອົາສາຍພົວພັນພິເສດ ລາວ-ຫວຽດນາມ, ຫວຽດນາມ-ລາວ ຂຶ້ນສູ່ລະດັບສູງອັນໃໝ່, ສອງຝ່າຍ ຕ້ອງສືບຕໍ່ເພີ່ມ ແລະ ປັບ​ປຸງບັນດາກົນໄກ, ນະໂຍບາຍໃຫ້​ສົມ​ບູນ ແລະ ຈັດຕັ້ງຊີ້ນຳການ​ປະຕິບັດບັນດາຂໍ້ຕົກລົງຢ່າງມີປະສິດທິຜົນ ແລະ ຈັດ​ຕັ້ງ​ປະ​ຕິ​ບັດບັນດາເປົ້າໝາຍຍຸດທະສາດ ທີ່ໄດ້ວາງອອກດ້ວຍວິໄສທັດ​ອັນກວ້າງໄກ, ຮອບດ້ານ ແລະ ຍາວນານກວ່າເກົ່າ ແນ​ໃສ່ປັບປຸງ, ເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນສາມັກຄີ​ພິ​ເສດ, ການຮ່ວມມືຮອບດ້ານລະຫວ່າງລາວ-ຫວຽດນາມ ໃຫ້ຂະ​ຫຍາຍ​ຕົວ​ຢ່າງບໍ່ຢຸດຢັ້ງ. ເຖິງແມ່ນວ່າມີຄວາມຫຍຸ້ງຍາກລຳບາກປານໃດກໍ່ຕາມ, ພວກເຮົາຂໍໃຫ້ຄຳໝັ້ນສັນຍາວ່າ ຈະປົກປັກຮັກສາສາຍພົວພັນລາວ-ຫວຽດນາມ ປຽບເໝືອນແກ້ວຕາຂອງຕົນ ເພື່ອໃຫ້ສາຍພົວພັນລາວ-ຫວຽດນາມ ໜັກແໜ້ນ, ຍືນຍົງກວ່າພູເຂົາກ້າ, ກວ່າແມ່ນໍ້າລຳເຊໃຫ້ຄືກັບຄຳຢືນຢັນຂອງ ປະທານ ໄກສອນ ພົມວິຫານ.

 

ຂໍອວຍພອນໃຫ້ໄຊສາຍພົວພັນຄວາມມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ຈົ່ງໝັ້ນຄົງຂະໜົງແກ່ນຕະຫຼອດກາລະນານ.

 

ອວຍພອນໃຫ້ໄຊມາຍັງບັນດາສະຫາຍການນຳ, ອະດີດການນໍາພັກ, ລັດ ແລະ ບັນດາສະຫາຍລາວ ແລະ ຫວຽດນາມ ທຸກຖ້ວນໜ້າ ຈົ່ງມີສຸຂະພາບແຂງແຮງອະນາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດ ໃນໜ້າທີ່ການງານຂອງຕົນ.

ຂໍຂອບໃຈ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484472
ມື້ນີ້176
ມື້ວານ273
ອາທິດນີ້910
ເດືອນນີ້3777