ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີໃຕ້ໄຟໃສ່ປະຕູໄຊ ເນື່ອງໃນໂອກາດສະເຫລີມສະຫລອງ ວັນຄົບຮອບ 50 ປີ ແຫ່ງການສ້າງຕັ້ງອາຊຽນ ແລະ ຄົບຮອບ 20 ປີ ທີ່ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ

 

pertfai1

pertfai2

 

ເພື່ອ​ເປັນ​ການສະ​ເຫລີ​ມສະຫລອງສອງ​ວັນສໍາຄັນ​ຄື: ວັນ​ຄົບຮອບ 50 ປີ ​ແຫ່ງ​ການ​ສ້າງ​ຕັ້ງ​ອາ​ຊຽນ (8 ສິງຫາ 1967- 8 ສິງຫາ 2017) ແລະ ຄົບຮອບ 20 ປີ ທີ່ ສປປ ລາວ ​ເຂົ້າ​ເປັນ​ສະມາຊິກ​ອາ​ຊຽນ (23 ກໍລະກົດ 1997-23 ກໍລະກົດ 2017) ໃນ​ວັນ​ທີ 8 ສິງຫາ 2017, ​ເວລາ 19:00 ໂມງ, ສປປ ລາວ ໄດ້​ຈັດ​ພິທີ​ໃຕ້ໄຟ​​ໃສ່​ປະຕູ​ໄຊ ​ ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ ທ່ານ ອາ​ລຸນ​ແກ້ວ ກິດ​ຕິ​ຄຸນ, ລັດຖະມົນຕີ​ປະ​ຈໍາ​ສໍານັກງານ​ນາຍົກລັດຖະມົນຕີ. ​ເຂົ້າ​ຮ່ວມ​ໃນ​ພິທີ​ດັ່ງ​ກ່າວມີ​ບັນດາ​ການ​ນໍາ​ຂອງ​ກະຊວງ ແລະ ຂະແໜງການຕ່າງໆ​ທີ່​ຮັບຜິດ ຊອບວຽກ​ອາ​ຊຽນ ​ແລະ ບັນດາ​ທູຕາ​ນຸທູດ​ຕ່າງປະ​ເທດ​ປະ​ຈໍາ ສປປ ລາວ ພ້ອມ​ດ້ວຍ​ມວນ​ຊົນ​ຊາວ​ນະຄອນຫລວງ​ວຽງ​ຈັນ ​ເຂົ້າ​ຮ່ວມ​ຫລາຍກ​ວ່າ 200 ທ່ານ. ພິທີ​ໃຕ້​ໄຟ​ດັ່ງກ່າວແມ່ນເປັນໜຶ່ງໃນກິດຈະກໍາສະເຫຼີມສະຫຼອງວັນ​ຄົບຮອບ 50 ປີ ​ແຫ່ງ​ການ​ສ້າງ​ຕັ້ງ​ອາ​ຊຽນ ​​ແລະ ໄດ້​ຈັດ​ຂຶ້ນພ້ອມໆກັນ​ຢູ່ຕາມບັນດາ​ເມືອງ​ຫລວງ​ຂອງ​ບັນດາ​ປະ​ເທດສະ​ຊິກ​ອາ​ຊຽນ ແລະ ຈະ​ໃຕ້​ຢູ່​ຕາມ​ສະຖານ​ທີ່​ສໍາຄັນ​ຕ່າງໆ ຊຶ່ງນອກຈາກຈະເປັນການສ້າງຄວາມຮັບຮູ້ກ່ຽວກັບອາຊຽນແລ້ວໃຫ້ແກ່ປະຊາຊົນແລ້ວ, ຍັງເປັນການສະເຫຼີມສະຫຼອງຜົນສໍາເລັດຂອງອາຊຽນຕະຫລອດໄລຍະ 50 ປີທີ່ຜ່ານມາ.

​ໃນ​ບາງ​ຕອນທ່ານປະທານ​ໄດ້ກ່າວວ່າ ຕະຫລອດໄລຍະຜ່ານມາອາຊຽນໄດ້ສຸມໃສການເຊື່ອມໂຍງພາກພື້ນ   ອາຊຽນ ແລະ ການສ້າງປະຊາຄົມອາຊຽນ ອັນໄດ້ນໍາມາສູ່ການປະກາດສ້າງຕັ້ງເປັນປະຊາຄົມອາຊຽນຢ່າງເປັນທາງການ ໃນວັນທີ 31 ທັນວາ 2015 ທີ່ປະກອບດ້ວຍ 3 ເສົາຄໍ້າປະຊາຄົມອາຊຽນ ຄື: ປະຊາຄົມການເມືອງ-ຄວາມຫມັ້ນຄົງ   ອາຊຽນ, ປະຊາຄົມເສດຖະກິດອາຊຽນ ແລະ ປະຊາຄົມວັດທະນະທໍາ-ສັງຄົມອາຊຽນ. ພ້ອມກັນນີ້, ອາຊຽນຍັງໄດ້ຮັດ ແໜ້ນການພົວພັນກັບພາຍນອກ ໂດຍໄດ້ຂະຫຍາຍການເປັນຄູ່ຮ່ວມເຈລະຈາ ກວມເອົາບັນດາປະເທດໃຫຍ່ໃນໂລກ ໂດຍຜ່ານບັນດາກົນໄກຮ່ວມມືທີ່ອາຊຽນເປັນຜູ້ລິເລີ້ມ ຊຶ່ງບໍ່ພຽງແຕ່ສຳລັບໃຫ້ອາຊຽນພົວພັນຮ່ວມມືກັບຄູ່ເຈລະຈາຂອງຕົນ ແລະ ຄູ່ຮ່ວມມືພາຍນອກອື່ນໆ ເທົ່ານັ້ນ, ແຕ່ຍັງເປັນເວທີໃຫ້ຄູ່ເຈລະຈາ ແລະ ຄູ່ຮ່ວມມືພາຍນອກອື່ນ ລວມທັງບັນດາປະເທດມະຫາອໍານາດໄດ້ພົບປະປຶກສາຫາລືກັນ ຊຶ່ງເປັນການປະກອບສ່ວນເຂົ້າໃນການສົ່ງເສີມຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ຄວາມໄວ້ເນື້ອເຊື່ອໃຈດ້ານຍຸດທະສາດ, ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ກໍຄືໃນໂລກ.

ນອກນັ້ນທ່ານຍັງກ່າວວ່າ ນັບແຕ່ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ ໃນປີ 1997, ອາຊຽນ ໄດ້ກາຍເປັນເສົາຄ້ຳໜຶ່ງທີ່ສໍາຄັນ ໃນນະໂຍບາຍການຕ່າງປະເທດຂອງ ສປປ ລາວ. ຕະຫຼອດໄລຍະສອງທົດສະຫວັດຜ່ານມາ, ສປປ ລາວ ໄດ້ເຄື່ອນໄຫວວຽກງານອາຊຽນຢ່າງຕັ້ງຫນ້າ ໃນທຸກໆຂົງເຂດການຮ່ວມມືພາຍໃຕ້ 3 ເສົາຄໍ້າປະຊາຄົມອາຊຽນ, ລວມທັງການພົວພັນກັບພາຍນອກຂອງອາຊຽນ ແລະ ໄດ້ປະຕິບັດພັນທະຕ່າງໆຂອງຕົນ ອັນໄດ້ນໍາຜົນປະໂຫຍດມາສູ່ປະເທດຊາດ ແລະ ປະຊາຊົນລາວ. ອັນສໍາຄັນ ສປປ ລາວ ກໍໄດ້ຮັບກຽດເປັນປະທານອາຊຽນ ຄັ້ງທີ 2 ໃນປີ 2016 ພາຍໃຕ້ຄໍາຂວັນ ຫັນວິໄສທັດໃຫ້ເປັນຮູບປະທຳ ເພື່ອຄວາມເຂັ້ມແຂງ ຂອງປະຊາຄົມອາຊຽນ. ໃນການເປັນປະທານອາຊຽນ ຄັ້ງທີ 2 ນີ້ ພວກເຮົາໄດ້ສໍາເລັດການສ້າງເອກະສານຫລາຍສະບັບ ອັນເປັນພື້ນຖານສໍາລັບການຮ່ວມມືພາຍໃນອາຊຽນ ພາຍໃຕ້ 3 ເສົາຄໍ້າ ແລະ ການຮ່ວມມື ລະຫວ່າງ ອາຊຽນ ກັບພາຍນອກ. ຜົນສໍາເລັດດັ່ງກ່າວໄດ້ສົ່ງເສີມຖານະບົດບາດຂອງ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນໃຫ້ສູງເດັ່ນຂຶ້ນ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484531
ມື້ນີ້47
ມື້ວານ188
ອາທິດນີ້969
ເດືອນນີ້3836