ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຄະນະຜູ້ແທນລາວ ເຂົ້າຮ່ວມເວທີປະຊາທິປະໄຕບາຫຼີ ຄັ້ງທີ 10

10thBALI

 

ໃນລະຫວ່າງວັນທີີ 7-8 ທັນວາ 2017, ຄະນະຜູ້ແທນ ສປປ ລາວ ນໍາໂດຍ ທ່ານ ພົງສະຫວັດ ບຸບຜາ, ອາດີດລັດຖະມົນຕີ, ຫົວໜ້າຫ້ອງວ່າການປະທານປະເທດ, ໄດ້ເຂົ້າຮ່ວມເວທີປະຊາທິປະໄຕບາຫຼີ ຄັ້ງທີ 10, ທີ່ ບານເຕັນ, ຈາກາຕາ, ສາທາລະນະລັດອິນໂດເນເຊຍ. ກອງປະຊຸມຄັ້ງນີ້ ໄດ້ດໍາເນີນພາຍໃຕ້ຫົວຂໍ້ “ປະຊາທິປະໄຕໄດ້ຖືກຈັດຕັ້ງປະຕິບັດ ຫຼື ບໍ?.” ເຂົ້າຮ່ວມກອງປະຊຸມ ມີຄະນະຜູ້ແທນມາຈາກ 97 ປະເທດ ແລະ 7 ອົງການຈັດຕັ້ງສາກົນ ໃນພາກພື້ນອາຊີ-ປາຊີຟິກ, ເອີຣົບ, ອາເມລິກາລາຕິນ ແລະ ອາຟຣິກກາ ເພື່ອພ້ອມກັນແລກປ່ຽນຄວາມຄິດເຫັນ, ປະສົບການ ແລະ ທົບທວນຄືນກ່ຽວກັບການຈັດຕັ້ງປະຕິບັດ ແລະ ພັດທະນາປະຊາທິປະໄຕໃນພາກພື້ນ ແລະ ໃນປະເທດຕົນ.

 

ທ່ານ ພົງສະຫວັດ ບຸບຜາ, ຫົວໜ້າຄະນະຜູ້ແທນລາວ, ໄດ້ຂຶ້ນປະກອບຄໍາເຫັນໃນພາກອະຟິປາຍທົ່ວໄປ, ໂດຍທ່ານໄດ້ເນັ້ນຢໍ້າຄວາມມຸ້ງໝັ້ນ ແລະ ຄວາມເຊື່ອໃນຄ່ານິຍົມປະຊາທິປະໄຕ ຂອງ ສປປ ລາວ, ເຊິ່ງບໍ່ມີຕົວແບບປະຊາທິປະໄຕໃດທີ່ສົມບູບແບບໃນໂລກ, ລວມທັງໃນອາຊີ-ປາຊິຟິກ. ການປົກຄອງແບບປະຊາທິປະໄຕນັ້ນ ມີຫຼາຍຮູບແບບທີ່ແຕກຕ່າງກັນໃນແຕ່ລະປະເທດ ໂດຍຂຶ້ນກັບເງື່ອນໄຂ ແລະ ຈຸດພິເສດສະເພາະຂອງແຕ່ລະປະເທດ ແລະ ຄວາມມຸ້ງມາດປາຖະໜາຂອງປະຊາຊົນ.

 

ທ່ານຍັງໄດ້ຍົກໃຫ້ເຫັນວ່າ ໃນຫຼາຍປີທີ່ຜ່ານມາສະພາແຫ່ງຊາດ ແລະ ລັດຖະບານລາວ ໃນຖານະເປັນສະຖາບັນຫຼັກໃນລະບົບປະຊາທິປະໄຕ ໄດ້ມີບົດບາດສໍາຄັນໃນການພັດທະນາປະຊາທິປະໄຕ ຢູ່ ສປປ ລາວ ໂດຍໄດ້ມີການປັບປຸງດັດແກ້ລັດຖະທໍາມະນູນຕາມສະພາບຄວາມເປັນຈິງ ເຊັ່ນຄັ້ງລ້າສຸດແມ່ນໃນປີ 2015 ເຊິ່ງແນໃສ່ປັບປຸງລະບົບການປົກຄອງລັດ, ລວມມີ ອໍານາດນິຕິບັນຍັດ, ບໍລິຫານ, ຕຸລາການ ແລະ ການປົກຄອງທ້ອງຖິ່ນ. ໃນນັ້ນພົ້ນເດັ່ນກວ່າໝູ່ ແມ່ນໄດ້ມີການສ້າງຕັ້ງສະພາປະຊາຊົນທ້ອງຖິ່ນ ເພື່ອກະຈາຍອໍານາດໃຫ້ປະຊາຊົນມີສ່ວນຮ່ວມ.

 

ຫົວໜ້າຄະນະຜູ້ແທນລາວ ຍັງໄດ້ຊີ້ໃຫ້ເຫັນວ່າ ລັດຖະບານໄດ້ເອົາໃຈໃສ່ໃນການສ້າງຄວາມເປັນເອກະພາບແຫ່ງຊາດ, ຮັບປະກັນສິດ ແລະ ຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍຂອງປະຊາຊົນບັນດາເຜົ່າ, ໃນນັ້ນລວມທັງອິດສະຫຼະພາບທາງດ້ານສາດສະໜາ ຫຼື ຄວາມເຊື່ອຖື ເຊິ່ງປະຊາຊົນລາວບັນດາເຜົ່າມີສິດຢ່າງເຕັມສ່ວນໃນການນັບຖື ຫຼື ບໍ່ນັບຖືສາດສະໜາໃດໜຶ່ງ ບົນພື້ນຖານຄວາມຕ້ອງການຂອງເຂົາເຈົ້າ. ລັດຖະບານ ຍັງໄດ້ວາງວິໄສທັດຫັນປະເທດເປັນລັດແຫ່ງກົດໝາຍ ໃນປີ 2020 ເພື່ອຮັບປະກັນສິດສະເໝີພາບຂອງປະຊາຊົນຕໍ່ໜ້າກົດໝາຍ, ປາບປາມການສໍ້ລາດບັງຫຼວງ, ສົ່ງເສີມການມີສ່ວນຮ່ວມຂອງປະຊົນຕໍ່ວຽກງານລວມຂອງຊາດ, ສົ່ງເສີມບົດບາດ ແລະ ຄວາມສະເໝີພາບລະຫວ່າງ ຍິງ-ຊາຍ.      

 

ເວທີປະຊາທິປະໄຕບາຫຼີ ໄດ້ເລີ່ມຕົ້ນມາແຕ່ ປີ 2008 ໂດຍມີຈຸດປະສົງເພື່ອສົ່ງເສີມຄວາມຮ່ວມມືໃນພາກພື້ນອາຊີ-ປາຊີຟິກ ກ່ຽວກັບ ການພັດທະນາປະຊາທິປະໄຕ ແລະ ການເມືອງ, ເນັ້ນໃສ່ການປຶກສາຫາລືແບບເປີດກວ້າງ, ສ້າງສັນ ແລະ ຮຽນຮູ້ຈາກການແລກປ່ຽນປະສົບການຂອງແຕ່ລະປະເທດ. ເວທີປຶກສາຫາລືດັ່ງກ່າວຈັດຂຶ້ນທຸກໆປີ ເຊິ່ງປີນີ້ ກໍຄົບຮອບ 10 ປີພໍດີ, ມາຮອດປະຈຸບັນ ປະເທດເຈົ້າພາບອິນໂດເນເຊຍ ໄດ້ເປີດກວ້າງເຊີນປະເທດໃນພາກພື້ນອື່ນໆ ເຂົ້າຮ່ວມນໍາ. ພິເສດໃນປີນີ້ ຍັງໄດ້ຈັດໃຫ້ມີກອງປະຊຸມນັກສຶກສາປະຊາທິປະໄຕບາຫຼີຂຶ້ນເປັນຄັ້ງທໍາອິດ ເພື່ອຊຸກຍູ້ ແລະ ສົ່ງເສີມໄວໜຸ່ມໃນການຮຽນຮູ້ ແລະ ເຂົ້າໃຈໃຫ້ຖືກຕ້ອງ ກ່ຽວກັບ ບັນຫາປະຊາທິປະໄຕ.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480293
ມື້ນີ້123
ມື້ວານ157
ອາທິດນີ້691
ເດືອນນີ້6524