ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລາວ-ຢີ່ປຸ່ນ ເພີ່ມທະວີການຮ່ວມມືສອງຝ່າຍ

alk hup japan1 alk hup japan2

 alk hup japan3 alk hup japan4

    ໃນວັນທີ 09 ກຸມພາ 2018, ທີ່ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ທ່ານ ອາລຸນແກ້ວ ກິດຕິຄຸນ, ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໄດ້ຕ້ອນຮັບ ແລະ ພົບປະສອງຝ່າຍກັບ ທ່ານ ເຄັນທາໂຣ ໂຊໂນະອຸຣະ, ທີ່ປຶກສາພິເສດປະຈໍານາຍົກລັດຖະມົນຕີຍີ່ປຸ່ນ, ໃນໂອກາດທີ່ທ່ານ ແລະ ຄະນະ ເດີນທາງມາຢ້ຽມຢາມ ສປປ ລາວ.

ໃນໂອກາດພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ທີ່ນັບມື້ນັບຂະຫຍາຍຕົວ ພາຍໃຕ້ການເປັນຄູ່ຮ່ວມຍຸດທະສາດ ນັບແຕ່ປີ 2016 ເປັນຕົ້ນມາ ທີ່ໄດ້ມີການຂະຫຍາຍຕົວ, ເຂົ້າສູ່ລ່ວງເລິກ ແລະ ເປັນຮູບປະທໍາໃນຫຼາຍດ້ານ ແລະ ສອງຝ່າຍໄດ້ປຶກສາຫາລືທິດທາງການຮ່ວມມືໃນຕໍ່ໜ້າ, ໂດຍສະເພາະການຮ່ວມມືສອງຝ່າຍທາງດ້ານການຄ້າແລະການລົງທຶນ, ການສ້າງຄວາມອາດສາ ມາດ,ການສຶກສາ, ການພັດທະນາຊົນນະບົດແລະລຶບລ້າງຄວາມທຸກຍາກ, ດ້ານວັດທະນະທຳ-​ທ່ອງທ່ຽວ, ການຮ່ວມມືໃນຂອບພາກພື້ນແລະສາກົນ ແລະ ດ້ານອື່ນໆ,ເຊິ່ງເປັນການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ​-ສັຄົມຂອງລາວກໍຄືແຜນການຮ່ວມມືລາວ-ຍີ່ປຸ່ນເພື່ອພັດທະນາລາວແບບຍືນຍົງ.

ໃນໂອກາດນີ້, ທ່ານ ອາລຸນແກ້ວ ກິດຕິຄຸນ ໄດ້ສະແດງຄວາມຂອບໃຈໃນການຊ່ວຍເຫຼືອຂອງລັດຖະບານຍີ່ປຸ່ນ ຕໍ່ ສປປ ລາວ ໃນໄລຍະຜ່ານມາ, ເປັນຕົ້ນແມ່ນການຊ່ວຍເຫຼືອເພື່ອການພັດທະນາ (ODA), ການພັດທະນາພື້ນຖານໂຄງລ່າງ, ຊັບພະຍາກອນມະນຸດ, ສາທາລະນະສຸກ, ກະສິກຳ-ປ່າໄມ້ ແລະການສົ່ງອາສາສະໝັກ ແລະ ຊ່ຽວຊານມາຊ່ວຍເຫຼືອ ສປປ ລາວ, ເຊິ່ງເຫັນວ່າ ມີປະສິດຕິຜົນສູງ, ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຕົວຈິງ ແລະ ທັງເປັນການປະກອບສ່ວນສຳຄັນເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມແລະ ການເຊື່ອມໂຍງເຂົ້າໃນພາກພື້ນຂອງ ສປປ ລາວ. ໃນໂອກາດດຽວກັນ, ທ່ານທີ່ປຶກສາພິເສດ ເຄັນທາໂຣ ໂຊໂນະອຸຣະ ກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ເຫັນດີຈະສືບຕໍ່ໃຫ້ການຮ່ວມມືຊ່ວຍເຫຼືອ ແລະ ສະໜັບສະໜູນການພັດທະນາປະເທດຊາດຂອງ ສປປ ລາວ ໃນອະນາຄົດ.

ຫຼັງພາຍສຳເລັດການພົບປະ, ທ່ານ ອາລຸນແກ້ວ ກິດຕິຄຸນ ແລະ ທ່ານ​ ເຄັນທາໂຣ ໂຊໂນະອຸຣະ ຍັງໄດ້ເຂົ້າຮ່ວມເປັນສັກຂີ​ພິຍານໃນການຮ່ວມລົງນາມເອກະສານແລກປ່ຽນ ໂຄງກາປັບປຸງໂຮງໝໍເຊດຖາທິຣາດ ແລະ ໂຮງໝໍແຂວງຈໍາປາສັກ”, ເຊິ່ງເປັນໂຄງການຊ່ວຍເຫຼືອລ້າຈາກລັດຖະບານຢີ່ປຸ່ນ ມູນຄ່າ 1.940 ລ້ານເຢັນ (ໜຶ່ງພັນເກົ້າຮ້ອຍສີ່ສິບ ລ້ານເຢັນ). ຕາງໜ້າຝ່າຍລາວຮ່ວມລົງນາມໃນເອກະສານແລກປ່ຽນຄັ້ງນີ້ແມ່ນ ທ່ານ ນາງ ຄໍາເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕາງໜ້າຝ່າຍຍີ່ປຸ່ນແມ່ນ ທ່ານ ຕາເກຊິ ຮິກິຮາຣະ, ​ເອກອັກຄະລາຊະທູດຍີ່ປຸ່ນ ປະຈຳ ສປ ລາວ ແລະ ມີບັນດາຕາງໜ້າຂະແໜງການທີ່ກ່ຽວຂ້ອງຂອງທັງສອງຝ່າຍ ເຂົ້າຮ່ວມ. ໂຄງການດັ່ງກ່າວແມ່ນນອນຢູ່ໃນແຜນການ ບູລິມະສິດຂອງລັດຖະບານລາວ ໃນການປັບປຸງວຽກງານສາທາລະນະສຸກ ເພື່ອຮັບປະກັນການບໍລິການການປິ່ນປົວ ແລະ ຮັກສາສຸຂະພາບຂອງປະຊາຊົນລາວບັນດາເຜົ່າໃຫ້ສະດວກ ແລະ ວ່ອງໄວຫຼາຍຂຶ້ນກວ່າເກົ່າ

ໃນໂອກາດມາຢ້ຽມຢາມ ສປປ ລາວ ຄັ້ງນີ້, ທ່ານ​ ເຄັນທາໂຣ ໂຊໂນະອຸຣະ ແລະ ຄະນະ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທີ່ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ເຂົ້າຢ້ຽມຂໍ່ານັບ ທ່ານ ພົໂທ ຈັນສະໝອນ ຈັນຍາລາດ, ລັດຖະມົນຕີກະຊວງປ້ອງກັນປະເທດ, ທີ່ ກະຊວງປ້ອງກັນປະເທດ ອີກດ້ວຍ.

ແຈ້ງການ

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
478594
ມື້ນີ້15
ມື້ວານ174
ອາທິດນີ້303
ເດືອນນີ້4825