ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສປປ ລາວ ລົງນາມໃນສັນຍາ ສ້າງຕັ້ງອົງການຮ່ວມມືປ່າໄມ້ອາຊີ

sing korea1

sing korea3

sing korea2

ປະຕິບັດຕາມແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ສະບັບເລກທີ 1935/ຫສນຍ.ກຄສ, ລົງວັນທີ 5/12/2017 ວ່າດ້ວຍ ການອະນຸມັດໃຫ້ທ່ານລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ລົງນາມໃນສັນຍາສ້າງຕັ້ງອົງການຮ່ວມມືປ່າໄມ້ອາຊີ (Asian Forest Cooperation Organization ຫຼື AFOCO), ບົນພື້ນຖານການມອບສິດໃຫ້ຕາງໜ້າ ລັດຖະບານ, ທ່ານ ປອ. ລຽນ ທິແກ້ວ, ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້, ພ້ອມດ້ວຍຄະນະຜູ້ຕິດຕາມຈໍານວນນຶ່ງ ໄດ້ເດີນທາງໄປລົງນາມໃນສົນທິສັນຍາດັ່ງກ່າວ ທີ່ ນະຄອນຫລວງເຊອູນ, ສ. ເກົາຫຼີ.

ພິທີການເຊັນສົນທີ່ສັນຍາດັ່ງກ່າວ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 13 ມີນາ 2018 ທີ່ ກະຊວງການຕ່າງປະເທດ ສ. ເກົາຫຼີ, ໂດຍມີຜູ້ເຂົ້າຮ່ວມຈາກຝ່າຍລາວ ປະກອບດ້ວຍ ທ່ານເອກອັກະອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ .ເກົາຫລີ, ຫົວໜ້າກົມແຜນການແລະການເງິນ ແລະ ຫົວໜ້າກົມປ່າໄມ້, ກະຊວງກະສິກຳແລະປ່າໄມ້, ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງຈໍານວນນຶ່ງ, ສ່ວນຝ່າຍເກົາຫຼີ ປະກອບດ້ວຍ ຜູ້ຕ່າງໜ້າຈາກ ກະຊວງການຕ່າງປະເທດ, ຈາກກອງເລຂາອົງການຮ່ວມມືປ່າໄມ້ອາຊີ ແລະ ຈາກກົມໃຫຍ່ປ່າໄມ້ຂອງ ສ. ເກົາຫຼີ.

ອົງການ AFOCO ເປັນອົງການຮ່ວມມືດ້ານປ່າໄມ້ໃນລະດັບພາກພື້ນອາຊີ ທີ່ໄດ້ຖືກສ້າງຕັ້ງຂຶ້ນໂດຍມີເປົ້າໝາຍແນໃສ່ການຜັນຂະຫຍາຍແນວທາງນະໂຍບາຍປ່າໄມ້ ຂອງລັດຖະບານໃຫ້ປະກົດຜົນເປັນຈິງ, ໂດຍສະເພາະເພື່ອຟື້ນຟູທີ່ດິນປ່າໄມ້ເຊື່ອມໂຊມ, ປົກປັກຮັກສາປ່າໄມ້ບໍ່ໃຫ້ບົກແຫ້ງ, ເຊື່ອມຄຸນນະພາບ, ເປັນໄປຕາມນະໂຍບາຍການຄຸ້ມຄອງແລະປົກປັກສາປ່າໄມ້ແບບຍືນຍົງ, ອັນເປັນການປະກອບສ່ວນແກ້ໄຂບັນຫາກ່ຽວກັບການປ່ຽນແປງສະພາບດິນຟ້າອາກາດອີກດ້ວຍ.

ໃນການເຂົ້າຮ່ວມເປັນພາຄີໃນອົງການນີ້, ລັດຖະບານລາວ ໂດຍສະເພາະຂະແໜງການກະສິກໍາ ແລະ ປ່າໄມ້ ມີເປົ້າໝາຍ ຈະປະກອບສ່ວນໃນການບັນລຸເປົ້າໝາຍລວມທີ່ກ່ຽວຂ້ອງກັບວຽກງານປ່າໄມ້ໃນລະດັບພາກພື້ນ, ໃນລະດັບສາກົນ ກໍຄື ໃນລະດັບຊາດ, ໂດຍສະເພາະການບັນລຸຄາດໝາຍຍຸດທະສາດປ່າໄມ້ 2020 ຂອງລັດຖະບານຕິດພັນກັບເປົ້າໝາຍການພັດທະນາແບບຍືນຍົງ ໄປຕາມແນວທາງການເຕີບໂຕສີຂຽວ. ເພື່ອເຮັດໃຫ້ສົນທິສັນຍາດັ່ງກ່າວມີຜົນນໍາໃຊ້ເປັນທາງການ, ຂະແໜງການກະສິກາ ແລະປ່າໄມ້ ຍັງຕ້ອງໄດ້ສະເໜີໃຫ້ລັດຖະບານພິຈາລະນາອອກສັດຕະຍາບັນ ເພື່ອຮັບຮອງເອົາສົນທິສັນຍາດັ່ງກ່າວຢ່າງເປັນທາງການໃນໄວໆນີ້.

ນອກຈາກການລົງນາມໃນສົນທິສັນຍາດັ່ງກ່າວນີ້ແລ້ວ, ທ່ານລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ຍັງໄດ້ເຂົ້າຮ່ວມເປັນສັກຂີພິຍານ ໃນການລົງນາມບັດບັນທຶກຄວາມເຂົ້າໃນ ເພື່ອສ້າງ ແລະ ຈັດຕັ້ງປະຕິບັດໂຄງການຄຸ້ມຄອງປ່າສະຫງວນແຫ່ງຊາດດົງຫົວສາວເພື່ອປະກອສ່ວນຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ ຈາກການທໍາລາຍປ່າໄມ້ (REDD+) ລະຫວ່າງ ກະຊວງກະສິກໍາ ແລະ ປ່າໄມ້ ສປປ ລາວ ແລະ ກົມໃຫຍ່ປ່າໄມ້ ສ.ເກົາຫຼີ ທີ່ມີມູນຄ່າໂຄງການ ປະມານ 700.000 ໂດລາ ສະຫະລັດ, ພ້ອມທັງໄດ້ຖືໂອກາດນີ້ ໄປຢ້ຽມຢາມສູນຈຳຫນ່າຍຜະລິດຕະພັນການກະເສດຂອງສະຫະກອນເມືອງອານຊັອງ (NongHyup An-Seong Agri-food Distribution Center), ທີ່ເມືອງອານຊັອງ (Anseong) , ແຂວງກັອງກີ (Gyeonggi). ສູນດັ່ງກ່າວນິີ້ ນັບວ່າມີບົດຮຽນ ແລະ ປະສົບການສູງໃນດ້ານການແຈກຈ່າຍຜະລິດຕະພັນກະສິກໍາ ຈາກກຸ່ມຜູ້ຜະລິດ ໄປສູ່ຜູ້ບໍລິໂພກ ດ້ວຍຮູບການຂາຍຍົກທີ່ມີປະສິດທິພາບ ແລະ ປະສິດທິຜົນສູງ.    

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484633
ມື້ນີ້149
ມື້ວານ188
ອາທິດນີ້1071
ເດືອນນີ້3938