ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະບານລາວ-ລັດ ​ເຊຍ ເສີມຂະຫຍາຍ ​ແລະ ຮັດແໜ້ນສາຍພົວພັນຮ່ວມມື

ລັດຖະບານລາວ-ລັດ ​ເຊຍ ເສີມຂະຫຍາຍ ​ແລະ ຮັດແໜ້ນສາຍພົວພັນຮ່ວມມື ແລະ ທັງເປັນການ ສືບຕໍ່ປະຕິບັດ ສັນຍາຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ ແລະ ສະຫະພັນລັດເຊຍ ໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ,  ທ່ານ ສົມດີ ດວງດີ, ລັດຖະມົນຕີວ່າການ ກະຊວງ ແຜນການ ແລະ ການລົງທຶນ, ປະທານຄະນະກຳມາທິການ ຮ່ວມມືດ້ານເສດຖະກິດ-ການຄ້າ ແລະ ວິທະຍາສາດ-ເຕັກນິກ ລາວ-ລັດເຊຍ ພ້ອມຄະນະ​ເດີນທາງ ​ເຂົ້າ​ຮ່ວມກອງປະຊຸມຄະນະກຳມາ​ທິການ ​ຮ່ວມ​ມື​ດ້ານ​ເສດຖະກິດ-​ການ​ຄ້າ ​ແລະ ວິທະຍາສາດ​-ເຕັກນິກ ຄັ້ງທີ 11 ລະຫວ່າງ ລັດຖະບານ ສປປ ລາວ ແລະ ລັດຖະບານ ສະຫະພັນ ລັດເຊຍ ທີ່ນະຄອນຫລວງມົດສະກູ ໃນລະຫວ່າງ ວັນທີ 27-28 ເມສາ 2015, ເຊິ່ງທາງຝ່າຍລັດເຊຍຕາງໜ້າໂດຍ ທ່ານ ນິໂກລາຍ ນິກີຟາຣົບ ( Mr. Nikolay NIKIFOROV), ລັດຖະມົນຕີວ່າການກະຊວງ ໂທລະຄົມມະນາຄົມ ແລະ ການສື່ສານ, ປະທານຄະນະກຳມາທີການ ຮ່ວມມືດ້ານເສດຖະກິດ-ການຄ້າ ແລະ ວິທະຍາສາດ-ເຕັກນິກ ລັດເຊຍ-ລາວ.

    ກອງປະຊຸມຄັ້ງນີ້, ແມ່ນມີຄວາມໝາຍ ຄວາມສຳຄັນຫລາຍ ເພາະເປັນໂອກາດໃຫ້ສອງຝ່າຍ ໄດ້ທົບທວນຄືນ ແຜນການຮ່ວມມື ທີ່ທັງສອງຝ່າຍ ໄດ້ຕົກລົງກັນຜ່ານມາ. ພ້ອມດຽວ ກັນນີ້ ກໍເພື່ອປຶກສາຫາລືທິດທາງ ແຜນການຮ່ວມມື ໃນຕໍ່ໜ້າຂອງສອງປະເທດ. ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມື ອັນເປັນມູນເຊື້ອທີ່ດີງາມ ລະຫວ່າງ ສປປລາວ ແລະ ສະຫະພັນລັດເຊຍ ໃນໄລຍະທີ່ຜ່ານມາ, ໂດຍສະເພາະ ໃນຂອບການຮ່ວມມື ກັບຂະແໜງການຕ່າງໆ ທີ່ເປັນສ່ວນປະກອບທີ່ສຳຄັນ ໃນການເສີມສ້າງສາຍພົວພັນ, ມິດຕະພາບ ແລະ ການຮ່ວມມື ໃນໄລຍະໃໝ່ ໃຫ້ມີຄວາມເຂັ້ມແຂງ ແລະ ຈະເລີນງອກງາມຍີ່ງໆຂື້ນ. 
ນອກຈາກນັ້ນ, ກໍຍັງມີກອງປະຊຸມພາກທຸລະກິດ ລາວ-ລັດເຊຍ ໄດ້ມີການພົບປະໂອ້ລົມກັນ ​ເພື່ອຖອດຖອນບົດຮຽນໃນການເຮັດທຸລະກິດຂອງຕົນ ຊຶ່ງ​ເປັນ​ຄັ້ງ​ທຳ​ອິດ ​ເພື່ອ​ເປີດ​ໂອກາດ​ໃຫ້​ນັກທຸລະກິດທັງ​ສອງ​ປະ​ເທດ ​ໄດ້​ມີ​ໂອກາດ​ປຶກສາ​ຫາລື ແລະ ຮ່ວມກັນເພື່ອຊອກຊ່ອງທາງ ສົ່ງເສີມການ ຮ່ວມມືດ້ານທຸລະກິດຕ່າງໆ ທີ່ມີທ່າແຮງຮ່ວມ​ກັນໃນຕໍ່ໜ້າ.

  ກອງປະຊຸມໄດ້ດຳເນີນໄປ ພາຍໃຕ້ບັນຍາກາດອັນອົບອຸ່ນ ແລະ ສະໜິດສະແໜ້ນເປັນຢ່າງດີ. ທັງສອງຝ່າຍໄດ້ສຸມເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການແລກປ່ຽນຄວາມຄິດຄວາມເຫັນ ໂດຍແນໃສ່ເຮັດໃຫ້ການພົວພັນ ແລະ ການຮ່ວມມື ທີ່ມີມູນເຊື້ອອັນດີງານ ມາຕັ້ງແຕ່ດົນນານນັ້ນໃຫ້ມີ ຄວາມ​ແໜ້ນ​ແຟ້ນ ແລະ ແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ.  ທັງສອງຝ່າຍໄດ້ເຫັນດີ ເປັນເອກະພາບກັນສູງ ສຸມໃສ່ຈັດຕັ້ງຜັນຂະຫຍາຍ ເນື້ອໃນຈິດໃຈສາຍພົວພັນການ ຮ່ວມມືຂອງສອງ​ປະ​ເທດ ສປປລາວ ແລະ ລັດເຊຍ ໃຫ້ມີຜົນສຳເລັດອັນໃຫຍ່ຫລວງ. ທັງນີ້ກໍເພື່ອຜົນ ປະໂຫຍດລວມ ຂອງປະຊາຊົນ ສອງປະເທດ ແລະ ເຮັດໃຫ້ການຮ່ວມມືຂອງ ສອງປະເທດກ້າວໄປສູ່ໄລຍະໃໝ່, ການຮ່ວມມືທີ່ຕ່າງຝ່າຍຕ່າງໄດ້ຮັບ ຜົນປະໂຫຍດ ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ແລະ ເພີ່ມທະວີຄວາມເປັນພັນທະມິດຢ່າງຍາວນານ. ພາຍຫລັງສໍາເລັດກອງປະຊຸມ ທັງສອງຝ່າຍ ກໍໄດ້ຮ່ວມກັນ ອອກຖະແຫລງການ ຕໍ່ສື່ມວນຊົນ ເພື່ອເປັນການປະກາດ ໃຫ້ທຸກພາກສ່ວນຮັບຮູ້ ຢ່າງ​ກ້ວາງ​ຂວາງ.

ແຈ້ງການ

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
478578
ມື້ນີ້173
ມື້ວານ165
ອາທິດນີ້287
ເດືອນນີ້4809