ໃນວັນທີ 26 ເມສາ 2018, ທ່ານ ນາງ ເຂັມມະນີ ພົນເສນາ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມສະພາປະຊາຄົມເສດຖະກິດອາຊຽນ ຄັ້ງທີ 16 ເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດຜູ້ນຳອາຊຽນ ຄັ້ງທີ 32, ທີ່ຈະຈັດຂຶ້ນໃນວັນທີ 27-28 ເມສາ 2018, ທີ່ ສິງກະໂປ.
ກອງປະຊຸມໄດ້ປຶກສາຫາລືຫລາຍບັນຫາພາຍໃຕ້ປະຊາຄົມເສດຖະກິດອາຊຽນ ໂດຍສະເພາະແມ່ນບັນດາຄາດໝາຍໃນແຜນແມ່ບົດການສ້າງປະຊາຄົມອາຊຽນ 2025 ໃນນັ້ນໄດ້ເນັ້ນໃສ່ 7 ປະເດັນຫລັກຄື: ຄວາມຄືບໜ້າການຈັດຕັ້ງປະຕິບັດແຜນວຽກບູລິມະສິດຂອງສິງກະໂປ ໃນນາມເປັນປະທານອາຊຽນໃນປີ 2018, ການສ້າງສັນຍາອາຊຽນ ວ່າດ້ວຍ ການຄ້າດ້ານອີເລັກໂຕນິກ, ຄວາມຄືບໜ້າການຫລຸດຜ່ອນມາດຕະການດ້ານການຄ້າທີ່ບໍ່ແມ່ນພາສີ, ການເຈລະຈາສັນຍາການຄ້າດ້ານການບໍລິການອາຊຽນ, ຄວາມຄືບໜ້າການເຈລະຈາສັນຍາການຄ້າ ລະຫວ່າງອາຊຽນ ແລະ ປະເທດຄູ່ຮ່ວມເຈລະຈາ ແລະ ຄວາມພ້ອມຂອງປະເທດສະມາຊິກອາຊຽນ ໃນການຮັບມືກັບການປະຕິວັດອຸດສາຫະກຳຄັ້ງທີ 4. ຄຽງຄູ່ກັນນີ້, ກອງປະຊຸມ ຍັງໄດ້ແລກປ່ຽນຄໍາຄິດເຫັນໃນຮ່າງບົດລາຍງານຂອງສະພາປະຊາຄົມເສດຖະກິດອາຊຽນ ແລະ ຮ່າງຖະແຫຼງການປະທານອາຊຽນ ເພື່ອລາຍງານຕໍ່ກອງປະຊຸມສຸດຄັ້ງທີ 32. ພິເສດ, ກອງປະຊຸມ ຍັງໄດ້ປືກສາຫາລືກ່ຽວກັບຄວາມຄືບໜ້າ ກ່ຽວກັບ ການເຈລະຈາໃນຂອບສັນຍາຄູ່ຮ່ວມເສດຖະສິດແບບຮອບດ້ານພາກພື້ນ (RCEP) ແລະ ກະກຽມໃຫ້ແກ່ກອງປະຊຸມລະດັບລັດຖະມົນຂອບສັນຍາຄູ່ຮ່ວມເສດຖະສິດແບບຮອບດ້ານພາກພື້ນ ຄັ້ງທີ 5 ທີ່ຈະຈັດຂຶ້ນໃນທ້າຍເດືອນມິຖຸນາ 2018 ທີ່ ປະເທດຍີ່ປຸນ.