ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຝຶກອົບຮົມ ວ່າດ້ວຍ ການພັດທະນາການຂຽນໂຄງການ ແລະ ສະຫລຸບໂຄງການອາຊຽນ

Asean2018724AtMercur

 

ໃນວັນທີ 23 ກໍລະກົດ 2018, ທີ່ ໂຮງແຮມ ເມີຄຽວ, ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດຮ່ວມກັບ ກອງເລຂາອາຊຽນ ທີ່ມີສໍານັກງານຕັ້ງຢູ່ ນະຄອນຫຼວງຈາກາກຕາ, ປະເທດ ອິນໂດເນເຊຍ ໄດ້ຈັດຊຸດ     ຝຶກອົບຮົມກ່ຽວກັບການພັດທະນາການຂຽນໂຄງການ ແລະ ສະຫລຸບໂຄງການອາຊຽນ ຊຶ່ງມີຜູ້ເຂົ້າຮ່ວມຈາກບັນດາກະຊວງ, ຂະແໜງການອ້ອມ​ຂ້າງ​ສູນ​ກາງ, ບັນດາຈຸດປະສານງານອາຊຽນ ລວມທັງໝົດ 80 ທ່ານ.

ຈຸດປະສົງຫລັກຂອງກອງປະຊຸມສໍາມະນາ ແມ່ນເພື່ອເຮັດໃຫ້ຜູ້ເຂົ້າຮ່ວມທີ່ມີທ່າແຮງໃນການຂຽນບົດສະເຫນີໂຄງການພາຍໃນຂອບອາຊຽນໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງລະອຽດ ກ່ຽວກັບ ວິທີການຂຽນບົດສະເຫນີໂຄງການທີ່ມີຄຸນນະພາບ ແລະ ເປັນໂຄງການພາກພື້ນ, ຂັ້ນຕອນຕ່າງໆໃນການສະເໜີໂຄງການ ລວມເຖິງ ການຈັດຕັ້ງປະຕິບັດ, ການຕິດຕາມກວດກາ ແລະ ການສະຫຼຸບໂຄງການຢ່າງມີປະສິດທິພາບ, ສໍາເລັດຕາມເວລາທີ່ກໍານົດໄວ້ ລວມທັງ ແຫລ່ງທຶນສໍາລັບຈັດຕັ້ງປະຕິບັດໂຄງການ. ນອກນີ້, ກອງປະຊຸມສໍາມະນາ ຍັງໄດ້ຍົກໃຫ້ເຫັນເຖິງຈຳນວນໂຄງການຈາກ ສປປ ລາວ ໃນໄລຍະຜ່ານມາ ແມ່ນຍັງມີຫນ້ອຍ ຖ້າທຽບໃສ່ປະເທດອາຊຽນອື່ນໆ. ກອງປະຊຸມສຳມະນາໄດ້ຊຸກຍູ້ບັນດາຂະແໜງການໃຫ້ຜັນຂະຫຍາຍບັນຫາ ຫລື ສິ່ງທ້າທາຍທີ່ຕົນປະເຊີນ ເປັນເອກະສານແນວຄວາມຄິດ ເພື່ອພັດທະນາເປັນໂຄງການລະອຽດ ແລະ ຖືກຕ້ອງຕາມລະບຽບການທີ່ວາງໄວ້ ເພື່ອຍາດແຍ່ງເອົາທຶນຈາກກອງທຶນຕ່າງໆພາຍໃນຂອບອາຊຽນ ເຊັ່ນ: ກອງທຶນພັດທະນາອາຊຽນ, ກອງທຶນຮ່ວມມື ລະຫວ່າງ ອາຊຽນກັບບັນດາຄູ່ຮ່ວມເຈລະຈາ ເຊັ່ນ: ຍີ່ປຸ່ນ, ສປ ຈີນ, ສ. ເກົາຫລີ ແລະ ອື່ນໆ ເພື່ອນຳມາຈັດຕັ້ງປະຕິບັດຢູ່ ສປປ ລາວ ໃຫ້ນັບມື້ນັບຫລາຍຂຶ້ນ.

ພ້ອມນີ້, ກອງປະຊຸມສຳມະນາ ຍັງໄດ້ເນັ້ນເຖິງພັນທະໃນການເຮັດບົດສະຫລຸບໂຄງການ ແລະ ສະຫລຸບການເງິນພາຍຫລັງສຳເລັດໂຄງການອາຊຽນ. ການຈັດຊຸດຝຶກອົບຮົມນີ້ ຍັງແມ່ນສ່ວນຫນຶ່ງໃນການຈັດຕັ້ງປະຕິບັດແຜນວຽກປະຈຳປີຂອງ ກອງທຶນພັດທະນາອາຊຽນ (ASEAN Development Fund), ເຊິ່ງໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2005 ໃນໄລຍະທີ່ ສປປ ລາວ ເຮົາເປັນປະທານອາຊຽນ (2004-2005). ກິດຈະກຳດັ່ງກ່າວ ແມ່ນແນໃສ່ສ້າງຂີດຄວາມສາມາດໃຫ້ບັນດາຜູ້ສະເໜີໂຄງການຢູ່ປະເທດສະມາຊິກອາຊຽນໃນການຂຽນບົດສະເໜີໂຄງການທີ່ຮັບປະກັນຄຸນນະພາບ   ລວມເຖິງ ວິທີການຄຸ້ມຄອງ, ຈັດຕັ້ງປະຕິບັດ ແລະ ສະຫຼຸບໂຄງການຢ່າງມີປະສິດທິພາບ. ຊຸດຝຶກອົບຮົມຄັ້ງນີ້ ຈະດໍາເນີນ ເປັນເວລາ 2 ວັນ.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480302
ມື້ນີ້132
ມື້ວານ157
ອາທິດນີ້700
ເດືອນນີ້6533