ໂດຍຕອບສະໜອງຕາມຄຳເຊີນຂອງລັດຖະບານ ແຫ່ງ ສາທາລະນະລັດ ປະຊາຊົນ ຈີນ, ໃນວັນທີ 11 ກັນຍາ 2018, ພະນະທ່ານ ສົມດີ ດວງດີ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ນຳພາຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ເດີນທາງເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 15, ຊື່ງມີກຳນົດຈັດຂື້ນແຕ່ວັນທີ 12-15 ກັນຍາ 2018 ທີ່ ນະຄອນໜານໜິງ, ແຂວງກວາງຊີ, ສປ ຈີນ. ການເຂົ້າຮ່ວມງານວາງສະແດງຂອງ ພະນະທ່ານ ສົມດີ ດວງດີ ໃນຄັ້ງນີ້ ເປັນການສືບຕໍ່ເສີມຂະຫຍາຍສາຍພົວພັນອັນດີ ລະຫວ່າງ ລັດຖະບານສອງປະເທດ ແລະ ປະຊາຊົນສອງຊາດ ລາວ-ຈີນ ໃຫ້ແໜ້ນແຟ້ນຍິ່ງຂື້ນ.
ງານວາງສະແດງສີນຄ້າຄັ້ງນີ້ ຈັດຂື້ນເປັນ ຄັ້ງທີ 15 ພາຍໃຕ້ຄຳຂວັນ: “ການຮ່ວມມືກັນສ້າງເສັ້ນທາງສາຍໄໝແຫ່ງສັດຕະວັດທີ 21, ເພື່ອສົ່ງເສີມປະຊາຄົມແຫ່ງນະວັດຕະກຳ ຈີນ ແລະ ອາຊຽນ”. ພ້ອມກັນນີ້, ງານວາງສະແດງສິນຄ້າ ຈີນ-ອາຊຽນ ປະຈຳປີ ຄັ້ງນີ້ເປັນປີທີ່ມີຄວາມໝາຍສຳຄັນເປັນພິເສດ ເນື່ອງຈາກເປັນປີແຫ່ງການສະເຫລີມສະຫລອງການເປັນຄູ່ຮ່ວມຍຸດທະສາດ ອາຊຽນ ແລະ ສປ ຈີນ ຄົບຮອບ 15 ປີ ແລະ ຍັງເປັນປີແຫ່ງການຮ່ວມມືດ້ານນະວັດຕະກຳ ລະຫວ່າງ ອາຊຽນ ແລະ ສປ ຈີນ, ຊຶ່ງ ອາຊຽນ ແລະ ສປ ຈີນ ກໍ່ຈະໄດ້ແລກປ່ຽນບົດຮຽນແລະຮ່ວມມືກັນ ໂດຍຜ່ານການຈັດຕັ້ງປະຕິບັດບັນດາກິດຈະກຳຕ່າງໆ ເພື່ອເປັນການເພີ່ມທະວີການຮ່ວມມືໃນຂົງເຂດ ເຕັກໂນໂລຊີທັນສະໄໝ ແລະ ເສດຖະກິດ ດີຈີຕອນ.
ໃນໂອກາດເຂົ້າຮ່ວມງານວາງສະແດງຄັ້ງນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ພົບປະສອງຝ່າຍກັບ ທ່ານ ຫາງເຈິ້ງ (Han Zheng), ຮອງນາຍົກລັດຖະມົນຕີ ແຫ່ງ ສປ ຈີນ, ເຊີ່ງທັງສອງຝ່າຍໄດ້ຕີລາຄາສູງ ຕໍ່ການພົວພັນແບບຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງ ສປປ ລາວ - ສປ ຈີນ. ພ້ອມກັນນີ້, ກໍ່ໄດ້ປຶກສາຫາລືການຮ່ວມມືສອງຝ່າຍດ້ານເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທຳ-ສັງຄົມ, ການທ່ອງທ່ຽວ ແລະ ການຊ່ວຍເຫຼືອເພື່ອການພັດທະນາ.
ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ໄປຢ້ຽມຢາມຮ້ານວາງສະແດງແຫ່ງຊາດຂອງລາວ, ຊຶ່ງໃນປີນີ້ແມ່ນ ແຂວງວຽງຈັນ ຖືກຄັດເລືອກເປັນເມືອງແຫ່ງສະເໜ່ ຂອງ ສປປ ລາວ. ນອກຈາກຄະນະຜູ້ແທນທາງການແລ້ວ ຍັງມີພາກສ່ວນທຸລະກິດຂອງ ສປປ ລາວ ເຂົ້າຮ່ວມໃນງານວາງສະແດງໃນຄັ້ງນີ້ອີກດ້ວຍ, ຊື່ງການເຂົ້າຮ່ວມງານວາງສະແດງສິນຄ້າ ຂອງນັກທຸລະກິດລາວ ສຳລັບປີນີ້ ຈະມີຮ້ານວາງສະແດງທັງໝົດ 82 ຮ້ານ ຈາກ 52 ບໍລິສັດ ແລະ ຜະລິດຕະພັນສິນຄ້າສ່ວນໃຫຍ່ຂອງ ສປປ ລາວ ທີ່ນຳໄປວາງສະແດງໃນງານຄັ້ງນີ້ມີ: ຜະລິດຕະພັນໄມ້ແກະສະຫຼັກ, ເຄື່ອງເຟີນີເຈີ, ຜະລິດຕະພັນເຄື່ອງປະດັບ, ເຄື່ອງຫັດຖະກຳ, ເຄື່ອງອຸດສາຫະກຳ ແລະ ການໂຄສະນາການທ່ອງທ່ຽວ.
ງານວາງສະແດງສິນຄ້າ ຈີນ-ອາຊຽນ ແມ່ນຈັດຂື້ນທຸກໆປີ ນັບຕັ້ງແຕ່ປີ 2004 ເປັນຕົ້ນມາ, ຊຶ່ງໄດ້ປະກອບສ່ວນອັນສຳຄັນ ໃຫ້ແກ່ການຮັດແໜ້ນການຮ່ວມມືທາງດ້ານເສດຖະກິດ ແລະ ການຄ້າ ແລະ ການຂະຫຍາຍໂຕ ທາງດ້ານການລົງທຶນ, ພ້ອມທັງປະກອບສ່ວນໃຫ້ແກ່ການຮັດແໜ້ນການຮ່ວມມື ແລະ ການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ອາຊຽນ ແລະ ຈີນ.