ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຄະນະຜູ້ແທນລາວ ເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 15, ທີ່ ນະຄອນໜານໜິງ, ສປ ຈີນ

2018091215HEsomdyNanninChina11

2018091215HEsomdyNanninChina2

ໂດຍຕອບສະໜອງຕາມຄຳເຊີນຂອງລັດຖະບານ ແຫ່ງ ສາທາລະນະລັດ ປະຊາຊົນ ຈີນ, ໃນວັນທີ 11 ກັນຍາ 2018, ພະນະທ່ານ ສົມດີ ດວງດີ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ນຳພາຄະນະຜູ້ແທນຂັ້ນສູງຂອງ ລາວ ເດີນທາງເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 15, ຊື່ງມີກຳນົດຈັດຂື້ນແຕ່ວັນທີ 12-15 ກັນຍາ 2018 ທີ່ ນະຄອນໜານໜິງ, ແຂວງກວາງຊີ, ຈີນ. ການເຂົ້າຮ່ວມງານວາງສະແດງຂອງ ພະນະທ່ານ ສົມດີ ດວງດີ ໃນຄັ້ງນີ້ ເປັນການສືບຕໍ່ເສີມຂະຫຍາຍສາຍພົວພັນອັນດີ ລະຫວ່າງ ລັດຖະບານສອງປະເທດ ແລະ ປະຊາຊົນສອງຊາດ ລາວ-ຈີນ ໃຫ້ແໜ້ນແຟ້ນຍິ່ງຂື້ນ.

ງານວາງສະແດງສີນຄ້າຄັ້ງນີ້ ຈັດຂື້ນເປັນ ຄັ້ງທີ 15 ພາຍ​ໃຕ້​ຄຳ​ຂວັນ: ການ​ຮ່ວມ​ມື​ກັນ​ສ້າງ​ເສັ້ນທາງ​ສາຍໄໝ​ແຫ່ງ​ສັດຕະວັດ​ທີ 21, ເພື່ອ​ສົ່ງ​ເສີມ​ປະຊາ​ຄົມ​ແຫ່ງນະ​ວັດຕະ​ກຳ ຈີນ ​ແລະ ອາຊຽນ. ພ້ອມກັນນີ້, ງານວາງສະແດງສິນຄ້າ ຈີນ-ອາຊຽນ ປະຈຳປີ ຄັ້ງນີ້ເປັນປີທີ່ມີຄວາມໝາຍສຳຄັນເປັນພິເສດ ເນື່ອງຈາກເປັນປີແຫ່ງການສະເຫລີມສະຫລອງການເປັນຄູ່ຮ່ວມຍຸດທະສາດ ອາຊຽນ ແລະ ຈີນ ຄົບຮອບ 15 ປີ ແລະ ຍັງເປັນປີແຫ່ງການຮ່ວມມືດ້ານນະວັດຕະກຳ ລະຫວ່າງ ອາຊຽນ ແລະ ຈີນ, ຊຶ່ງ ອາຊຽນ ແລະ ຈີນ ກໍ່ຈະໄດ້ແລກປ່ຽນບົດຮຽນແລະຮ່ວມມືກັນ ​ໂດຍ​ຜ່ານ​ການ​ຈັດຕັ້ງປະຕິບັດບັນດາ​ກິດຈະກຳຕ່າງໆ ​ເພື່ອ​ເປັນ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​​ໃນ​ຂົງ​ເຂດ ​ເຕັກ​ໂນ​ໂລ​ຊີ​ທັນ​ສະ​ໄໝ ​ແລະ ​ເສດຖະກິດ ດີ​ຈີ​ຕອນ.

ໃນໂອກາດເຂົ້າຮ່ວມງານວາງສະແດງຄັ້ງນີ້, ທ່ານຮອງນາຍົກລັດຖະມົນຕີໄດ້ພົບປະສອງຝ່າຍກັບ ທ່ານ ຫາງເຈິ້ງ (Han Zheng), ຮອງ​ນາຍົກລັດຖະມົນຕີ ​ແຫ່ງ ສປ ຈີນ, ເຊີ່ງ​ທັງ​ສອງ​ຝ່າຍໄດ້​ຕີ​ລາ​ຄາ​ສູງ​​ ຕໍ່ການ​ພົວ​ພັນ​ແບບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ ລະ​ຫວ່າງ ສ​ປ​ປ​ ລາວ - ສ​ປ ຈີນ. ພ້ອມ​ກັນ​ນີ້, ກໍ່​ໄດ້​ປຶກສາຫາລືການ​ຮ່ວມ​ມື​ສອງຝ່າຍດ້ານ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ, ວັດ​ທະ​ນະ​ທຳ-ສັງ​ຄົມ​, ການ​ທ່ອງ​ທ່ຽວ ແລະ ການ​ຊ່ວຍ​ເຫຼືອ​ເພື່ອ​ການ​ພັ​ດ​ທະ​ນາ.

ທ່ານ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍັງ​ໄດ້​ໄປ​ຢ້ຽມ​ຢາມ​ຮ້ານ​ວາງ​ສະ​ແດງ​ແຫ່ງ​ຊາດ​ຂອງ​ລາວ, ຊຶ່ງໃນ​ປີ​ນີ້​ແມ່ນ ​ແຂວງວຽງ​ຈັນ ​ຖືກ​ຄັດ​ເລືອ​ກເປັນ​ເມືອງ​ແຫ່ງ​ສະ​ເໜ່ ຂອງ ສ​ປ​ປ ລາວ. ນອກຈາກຄະນະຜູ້ແທນທາງການແລ້ວ ຍັງມີພາກສ່ວນທຸລະກິດຂອງ ລາວ ເຂົ້າຮ່ວມໃນງານວາງສະແດງໃນຄັ້ງນີ້ອີກດ້ວຍ, ຊື່ງການເຂົ້າຮ່ວມງານວາງສະແດງສິນຄ້າ ຂອງນັກທຸລະກິດລາວ ສຳລັບປີນີ້ ຈະມີຮ້ານວາງສະແດງທັງໝົດ 82 ຮ້ານ ຈາກ 52  ບໍລິສັດ ແລະ ຜະລິດຕະພັນສິນຄ້າສ່ວນໃຫຍ່ຂອງ ລາວ ທີ່ນຳໄປວາງສະແດງໃນງານຄັ້ງນີ້ມີ: ​ຜະລິດຕະພັນໄມ້ແກະສະຫຼັກ, ເຄື່ອງເຟີນີເຈີ, ຜະລິດຕະພັນເຄື່ອງປະດັບ, ເຄື່ອງຫັດຖະກຳ, ເຄື່ອງອຸດສາຫະກຳ ແລະ ການໂຄສະນາການທ່ອງທ່ຽວ.

ງານວາງສະແດງສິນຄ້າ ຈີນ-ອາຊຽນ ແມ່ນຈັດຂື້ນທຸກໆປີ ນັບຕັ້ງແຕ່ປີ 2004 ເປັນຕົ້ນມາ, ຊຶ່ງໄດ້ປະກອບສ່ວນອັນສຳຄັນ ໃຫ້ແກ່ການຮັດແໜ້ນການຮ່ວມມືທາງດ້ານເສດຖະກິດ ແລະ ການຄ້າ ແລະ ການຂະຫຍາຍໂຕ ທາງດ້ານການລົງທຶນ, ພ້ອມທັງປະກອບສ່ວນໃຫ້ແກ່ການຮັດແໜ້ນການຮ່ວມມື ແລະ ການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ອາຊຽນ ແລະ ຈີນ.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480402
ມື້ນີ້60
ມື້ວານ172
ອາທິດນີ້800
ເດືອນນີ້6633