ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສປປ ລາວ ເຂົ້າຮ່ວມລາຍງານກ່ຽວກັບການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍ ການລຶບລ້າງທຸກຮູບການຈຳແນກ ຕໍ່ແມ່ຍິງ (ຊີດໍ) ທີ່ ເຈນິວາ, ປະເທດ ສະວິດເຊີແລນ

20181116CEDAW

         ໃນ​ວັນ​ທີ 2 ພະຈິກ 2018, ຢູ່​ທີ່ ນະຄອນ ​ເຈ​ນິວາ, ປະ​ເທດ​ສະ​ວິດ​ເຊີ​ແລນ, ຄະນະ​ຜູ້​ແທນ​ແຫ່ງ ສປປ ລາວ ​ເຊິ່ງນຳ​ໂດຍ ທ່ານ ອາ​ລຸນ​ແກ້ວ ກິດ​ຕິ​ຄຸນ, ລັດຖະມົນຕີ ປະຈຳສຳ​ນັກ​ງານ​ນາຍົກລັດຖະມົນຕີ, ຮອງ​ປະທານ ຄະ​ນະ​ກຳມາ​ທິການ​ແຫ່ງ​ຊາດ ​ເພື່ອ​ຄວາມ​ກ້າວໜ້າ​ຂອງ​ແມ່ຍິງ ​ແລະ ​ແມ່-​ເດັກ (ຄຊກມດ) ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ທີ 71 ຂອງ ຄະນະ​ກຳມະການ​​ລຶບລ້າງ​ທຸກ​ຮູບ​ການຈຳ​ແນ​ກຕໍ່​ແມ່ຍິງ (ຊີ​ດໍ), ສປຊ ​ເຊິ່ງ​ໄດ້​ຈັດ​ຂຶ້ນ​ເພື່ອ​ປະ​ເມີນ ​ແລະ ທົບ​ທວນຄືນ​ກ່ຽວ​ກັບ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ພາຍ​ໃຕ້​ສົນທິສັນຍາຊີ​ດໍ ​ຂອງ ສປປ ລາວ ນັບ​ແຕ່​ການທົບ​ທວນ​ປະຈຳ​ໄລຍະ​ຄັ້ງ​ທີ 2 ​ໃນ ປີ 2009 ຈົນ​ເຖິງ​ປະຈຸ​ບັນ. ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ດຳ​ເນີນ​ຢູ່ ສຳ​ນັກງານ​ອົງການ ສປຊ ປະຈຳ​ນະຄອນ​​ເຈ​ນິວາ ພາຍ​ໃຕ້​ການ​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ​ນາງ ດາ​ເລຍ ​ເລ​ນາດ (Ms. Dalia Leinarte) ປະທານ​ຄະນະ​ກຳມະການຊີ​ດໍ ຂອງ ສປຊ ​ໂດຍ​ມີ​ຄະນະ​ຜູ້​ແທນຂອງ ສປປ ລາວ ​ແລະ ຜູ້ຕາງໜ້າ​ຈາກ​ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ, ອົງການ​ຈັດ​ຕັ້ງ​ສາກົນ​ບໍ່​ຂຶ້ນ​ກັບ​ລັດຖະບານ ​ແລະ ສື່​ມວນ​ຊົນ​ຕ່າງປະ​ເທດ​ຈຳນວນ​ໜຶ່ງ​ໃນ​ຖານະ​ຜູ້​ສັງ​ເກດ​ການ ​ເຂົ້າ​ຮ່ວມ.

​          ໃນ​ກອງ​ປະຊຸມ​ ທ່ານ ຫົວໜ້າ​ຄະນະ ​ຍັງ​ໄດ້​ຍົກ​ໃຫ້​​ເຫັນ​ເຖິງ​ຜົນງານ​ອັນ​ພົ້ນ​ເດັ່ນ ​ແລະ ຄວາມ​ຄືບ​ໜ້າໃນ​ການຈັດ​ຕັ້ງ​ປະຕິບັດວຽກ​ງານ​ສົ່ງ​ເສີມ​ຄວາມ​ກ້າວໜ້າ​ຂອງ​ແມ່ຍິງ, ຄວາມ​ສະ​ເໝີ​ພາບ​ຍິງ-ຊາຍ ​ແລະ ການ​ລຶບລ້າງ​ທຸກ​ຮູບ​ການຈຳ​ແນ​ກຕໍ່​ແມ່ຍິງ ຢູ່ ສປປ ລາວ ​ເປັນ​ຕົ້ນ​ແມ່​ນການຈັດ​ຕັ້ງ​ປະຕິບັດ​ນະ​ໂຍບາຍ, ລັດຖະທຳ​ມະນູນ ​ແລະ ກົດໝາຍ, ການ​ພັດທະນາ​ເສດຖະກິ​ດ-ສັງຄົມ, ການ​ລົບ​ລ້າງ​ຄວາມທຸກ​ຍາກ, ການ​ປະຕິບັດ​ເປົ້າ​ໝາຍ​ສະຫັດ​ສະຫວັດ​ດ້ານ​ການ​ພັດທະນາ, ການ​ຮ່ວມ​ມື​ສາກົນ​ດ້ານ​ສິດທິ​ມະນຸດ ​ໂດຍ​ສະ​ເພາະ​ສິດ​ທິມະນຸດ​ຂອງ​ແມ່ຍິງ ກໍ​ຄື​ການຈັດ​ຕັ້ງ​ປະຕິບັດ​ສົນທິສັນຍາ​ຊີ​ດໍ ທີ່ ສປປ ລາວ ​ເປັນ​ພາ​ຄີ ອັນ​ໄດ້ເຮັດ​ໃຫ້​ແມ່ຍິງ​ລາວ​ບັນດາ​ເຜົ່າ​ໄດ້​ຮັບ​ການ​ປົກ​ປ້ອງ​ສິດ ​ແລະ ຜົນ​ປະ​​ໂຫຍ​ດອັນ​ຊອບ​ທຳ, ​ໄດ້​ຮັບ​ການ​​ສົ່ງ​ເສີມ​​ໃຫ້​ມີ​ຄວາມ​ກ້າວໜ້າ, ​ມີຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ-ຊາຍ ລວມທັງ​ການລຶບລ້າງ​ທຸກ​ຮູບ​ການຈຳ​ແນ​ກຕໍ່​ແມ່ຍິງ​ ​ໄດ້​ເທື່ອ​ລະ​ກ້າວ ຕໍ່​ຜົນສຳ​ເລັດ​ທີ່ ສປປ ລາວ ຍາດ​ມາ​ໄດ້​ນັ້ນ ​ເຮັດ​ໃຫ້​ບັນດາ​ຄະນະ​ກຳມະການຊີ​ດໍ ຍ້ອງຍໍ​ຊົ​ມ​ເຊີຍ ​ແລະ ຕີ​ລາຄາ​ສູງ​ຕໍ່​ຜົນສຳ​ເລັດ​ດັ່ງກ່າວ.

​          ໃນ​ໄລຍະ​​ສົນທະນາ​ແບບ​ສ້າງສັນ​ນັ້ນ ລະຫວ່າງຄະນະ​ຜູ້​ແທນລາວ ​ແລະ ຄະນະ​ກຳມະການຊີ​ດໍ ​ເຊິ່ງຄະນະ​ກຳມະການ​ຊີ​ດໍ​ໄດ້​ຕັ້ງ​ຄຳ​ຖາມ​ເຈາະ​ຈິ້ມຕໍ່​ບັນຫາ​ຕ່າງໆ​ ໃນ​ການ​ສົ່ງ​ເສີມ​ຄວາມ​ກ້າວໜ້າ​ຂອງ​ແມ່ຍິງ, ຄວາມ​ສະ​ເໝີ​ພາບ​ຍິງ-ຊາຍ ​ແລະ ການ​ລຶບລ້າງ​ທຸກ​ຮູບ​ການຈຳ​ແນ​ກຕໍ່​ແມ່ຍິງ ​ເຊິ່ງຄະນະ​ຜູ້​ແທນ ສປປ ລາວ ​ໄດ້​ສະໜອງ​ຂໍ້​ມູນ ​ແລະ ຊີ້​ແຈງ​ອະທິບາຍ​ຢ່າງ​ລະອຽດເປັນ​ຕົ້ນ​ແມ່ນ: ສະພາບ​ກົງ​ຈັກ​ການຈັດ​ຕັ້ງ​ຂອງ ຄະນະ​ກຳມາ​ທິການ​ແຫ່ງ​ຊາດ​ເພື່ອ​ຄວາມ​ກ້າວໜ້າ​ຂອງ​ແມ່ຍິງ ​ແລະ​ແມ່-​ເດັກ, ການຈັດ​ຕັ້ງ​ປະຕິບັດ​ບັນດາ​ກົດໝາຍ​ທີ່​ກ່ຽວ​ພັນ​ເຖິງ​ສິດ ​ແລະ ຜົນ​ປະ​ໂຫຍ​ດຂອງ​ແມ່ຍິງ, ການ​ເຂົ້າ​ເຖິງ​ຂະ​ບວນການ​ຍຸຕິ​ທຳ​ຂອງ​ແມ່ຍິງ, ການ​ເຂົ້າ​ເຖິງ​ການ​ສຶກສາ​ຂອງ​ເດັກ​ຍິງ, ບັນຫາ​ສຸຂະພາບ​ຂອງ​ແມ່ຍິງ, ການ​ມີ​ວຽກ​ເຮັດ​ງານ​ທຳ​, ການ​ຈ່າຍ​ຄ່າ​ແຮງ​ງານ​​ລະ​ຫວ່າງ​ຍິງ-ຊາຍ, ​ແຮງ​ງານ​ເຄື່ອນ​ຍ້າຍ​ເພດ​ແມ່ຍິງ, ບັນຫາ​ຄວາມ​ສະ   ​ເໝີ​ພາບ​ໃນ​ຄອບຄົວ ລວມ​ເຖິງ​ການ​ມີ​ສ່ວນ​ຮ່ວມ​ໃນ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ຂອງ​ບັນດາ​ອົງການບໍ່​ສັງກັດ​ລັດຖະ ບານ, ອົງການ​ຈັດ​ຕັ້ງ​ທາງ​ສັງຄົມ ​ແລະ ສະມາຄົມ​ຕ່າງໆ, ການຈັດ​ສັນ​ງົບປະມານ​ເພື່ອ​ຮັບ​ໃຊ້​ວຽກ​ງານ​ຄວາມ​ກ້າວໜ້າ​ຂອງ​ແມ່ຍິງ, ຄວາມ​ສະ​ເໝີ​ພາບ​ຍິງ-ຊາຍ ​ແລະ ການ​ລຶບລ້າງ​ທຸກ​ຮູບ​ການຈຳ​ແນ​ກຕໍ່​ແມ່ຍິງ, ​ເຊິ່ງການ​ອະທິບາຍ ​ແລະ ​ຊີ້​ແຈງ​ຂອງ​ຄະນະ​ຜູ້​ແທນ ສປປ ລາວ ​ໄດ້​ເຮັດ​ໃຫ້​ຄະນະ​ກຳມະການ​ຊີ​ດໍ ​ແລະ ຜູ້​ເຂົ້າ​ຮ່ວມ​ອື່ນໆ ມີ​ຄວາມ​ເຂົ້າ​ໃຈ​ເປັນ​ຢ່າງ​ດີ​ກ່ຽວ​ກັບ​ການ​ປະຕິບັດ​ສິດທິ​ມະນຸດ​ຂອງ​ແມ່ຍິງ​ບັນດາ​ເຜົ່າ​ໃນ ສປປ ລາວ. ສຳລັບ​ບາງ​ຄຳ​ຊີ້​ແຈງ​ຂໍ້​ມູນ​ກ່ຽວ​ກັບ​ວຽກ​ປົກ​ປ້ອງ​ທາງ​ສັງຄົມ ຄະນະ​ຜູ້​ແທນ ຂອງ ສປປ ລາວ ກໍ​ໄດ້​ສົ່ງ​ຄຳ​ຊີ້​ແຈງ​ເປັນ​ລາຍ​ລັກ​ອັກສອນ​​ເພີ່ມ​ເຕີມໃຫ້ຄະນະກຳມະການ​ຊີ​ດໍຕາມ​ພາຍຫຼັງ.

ກອງ​ປະຊຸມ​​ໄດ້​ດຳ​ເນີນ​ໄປ​ດ້ວຍ​ບັນຍາ​ກາດ​ທີ່​ສ້າງສັນ ​ແລະ ​​ເຂົ້າ​ອົກ​ເຂົ້າ​ໃຈ​ກັນລະຫວ່າງ​ຄະນະ​ຜູ້​ແທນ ສປປ ລາວ ​ແລະ ຄະນະ​ກຳມະການ​ຊີ​ດໍ ​ແຫ່ງ ສປຊ, ຫຼັງ​ຈາກ​ນີ້ ຄະນະ​ກຳມະການ​ຊີ​ດໍ ກໍ​ຈະ​ມີ​ບັນດາ​ຂໍ້​ສະ​ເໜີ​ແນະ​ຕ່າງ​ໆ ​ເພື່ອ​ໃຫ້ ສປປ ລາວ​ພິຈາລະນາ ​ແລະ ຈັດ​ຕັ້ງ​ຜັນ​ຂະຫຍາຍ​ພາຍ​ໃຕ້​ສົນທິສັນຍາ​ຊີ​ດໍ​ໃນ​ຕໍ່ໜ້າ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485776
ມື້ນີ້75
ມື້ວານ206
ອາທິດນີ້812
ເດືອນນີ້5081