ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີສະເຫຼີມສະຫຼອງວັນຄົບຮອບ 70 ປີ ຖະແຫຼງການສິດທິມະນຸດສາກົນ

Sitthimanout

 

ໃນຕອນບ່າຍວັນທີ 10 ທັນວາ 2018 ທີ່ ໂຮງແຮມແລນມາກ, ນະຄອນຫຼວງວຽງຈັນ ລັດຖະບານແຫ່ງ ສປປ ລາວ ໂດຍຮ່ວມກັບ ອົງການສະຫະປະຊາຊາດ, ສະຫະພາບເອີຣົບ ແລະ ອົດສະຕຣາລີ ປະຈຳ ສປປ ລາວ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນຄົບຮອບ 70 ປີ ຖະແຫຼງການສິດທິມະນຸດສາກົນ (ວັນທີ 10 ທັນວາ 194810 ທັນວາ 2018) ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເກີດ ສັງສົມສັກ, ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ປະທານຄະນະຊີ້ນໍາລະດັບຊາດໃນການປະສານງານດ້ານສິດທິມະນຸດ, ມີທູຕານຸທູດ, ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ, ກະຊວງຂະແໜງການທີ່ກ່ຽວຂ້ອງ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ, ສະມາຄົມທີ່ບໍ່ຫວັງຜົນກຳໄລ, ຕະຫຼອດຮອດຄູອາຈານ ແລະ ນັກສຶກສາ ເຂົ້າຮ່ວມຫຼາຍກວ່າ 200 ຄົນ.

 

ໃນພິທີດັ່ງກ່າວ ທ່ານ ບຸນເກີດ ສັງສົມສັກ, ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ປະທານຄະນະຊີ້ນໍາລະດັບຊາດ ໃນການປະສານງານດ້ານສິດທິມະນຸດ, ທ່ານ ລີໂອ ຟາເບີ, ເອກອັກຄະລັດຖະທູດ ອີຢູ ປະຈໍາ ລາວ, ທ່ານ ຢອງ-ເບີນາດ ກາຣາດໂກ, ເອກອັກຄະລັດຖະທູດອົດສະຕຣາລີ ປະຈໍາ ລາວ, ທ່ານ ນາງ ມາເຊຍ ຄຣານ, ສະມາຊິກຄະນະກຳມະການສິດທິມະນຸດ ສປຊ ແລະ ທ່ານ ນາງ ກາລິນາ ອີໂມເນັນ ຜູ້ປະສານງານອົງການສະຫະປະຊາຊາດ ປະຈຳ ລາວ ໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງຖະແຫຼງການສິດທິມະນຸດ ຕໍ່ການປົກປ້ອງ ແລະ ສົ່ງເສີມສິດທິມະນຸດຢູ່ໃນໂລກປະຈຸບັນ ຕະຫຼອດຮອດການຫັນເນື້ອໃນຖະແຫຼງການດັ່ງກ່າວ ເຂົ້າໃນການຈັດຕັ້ງປະຕິບັດຕົວຈິງຢູ່ໃນໂລກເວົ້້າລວມ, ເວົ້າສະເພາະແມ່ນ ຢູ່ ສປປ ລາວ ຊຶ່ງຖືວ່າເປັນປະເທດໜຶ່ງ ທີ່ມີຄວາມຄືບໜ້າຫຼາຍດ້ານໃນການຈັດຕັ້ງປະຕິບັດພັນທະທາງດ້ານສິດທິມະນຸດ ໂດຍສະເພາະແມ່ນກການປະຕິບັດພັນທະຂອງຕົນ ພາຍໃຕ້ສົນທິສັນຍາດ້ານສິດທິມະນຸດທີ່ ສປປ ລາວ ເປັນພາຄີ ລວມທັງຂໍ້ສະເໜີແນະພາຍໃຕ້ກົນໄກການທົບທວນປະຈຳໄລຍະດ້ານສິດທິມະນຸດ (UPR).

 

ໃນງານສະເຫຼີມສະຫຼອງດັ່ງກ່າວ ຍັງໄດ້ມີການຈັດຕັ້ງຈັດສົນທະນາ (Panel Discussion)ໂດຍມີຜູ້ຕາງໜ້າ ຈາກກະຊວງການຕ່າງປະເທດ, ຊ່ຽວຊານຈາກ ປະເທດ ອົດສະຕາລີ, ສີລັງກາ, ຜູ້ຕາງອົງການ UNICEF ປະຈໍາລາວ ແລະ ຜູ້ຕາງໜ້າອົງການຈັດຕັ້ງທາງສັງຄົມຂອງ ສປປ ລາວ ໄດ້ຮ່ວມກັນແລກປ່ຽນຄຳຄິດຄຳເຫັນໃນຫົວຂໍ້ “ສິ່ງບັນດານໃຈ ແລະ ຜົນສະທ້ອນຕົວຈິງຂອງຖະແຫຼງການສາກົນວ່າດ້ວຍສິດທິມະນຸດ ຕໍ່ການພັດທະນາກ້າວໜ້າຂອງກົດໝາຍສາກົນດ້ານສິດທິມະນຸດຕະຫຼອດໄລຍະ 70 ປີຜ່ານມາ” ຊຶ່ງແຕ່ລະທ່ານ ກໍໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງຖະແຫຼງການໃນການປົກປ້ອງ ແລະ ສົ່ງເສີມສິດທິມະນຸດ ກໍຄືໃນການປະຕິບັດແຜນພັດທະນາເສດຖະກິດສັງຄົມແຫ່ງຊາດຂອງ ສປປ ລາວ ແລະ ເປົ້າໝາຍການພັດທະນາແບບຍືນຍົງ SDG.

 

ການສະເຫຼີມສະຫຼອງວັັນສິດທິມະນຸດຢູ່ ສປປ ລາວ ຄັ້ງນີ້ ຍັງເປັນການສ້າງໂອກາດໃຫ້ ສປປ ລາວ ໃນການເຜີຍແຜ່ແນວທາງນະໂຍບາຍຂອງລັດຖະບານ ໂດຍສະເພາະແມ່ນການເຄື່ອນໄຫວສິດທິມະນຸດ ແລະ ຜົນສຳ ເລັດໃນການຈັດຕັ້ງ ແລະ ສົ່ງເສີມສິດທິມະນຸດຢູ່ ສປປ ລາວ ໃນໄລຍະຜ່ານມາ.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480335
ມື້ນີ້165
ມື້ວານ157
ອາທິດນີ້733
ເດືອນນີ້6566