ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ສຳເລັດການເຂົ້າຮ່ວມກອງປະຊຸມລັດຖະມົນຕີ ຄະນະກຳມະການປະສານງານຮ່ວມ ເຂດສາມຫຼ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ ຄັ້ງທີ 12 ແລະ ກອງປະຊຸມປິ່ນອ້ອມຕ່າງໆ

2019311-mplan-and-investmen1

2019311-mplan-and-investmen2

ໃນວັນທີ 10 ມີນາ 2019, ທ່ານ ສຸພັນ ແກ້ວມີໄຊ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ປະທານຄະນະກຳມະການປະສານງານຮ່ວມ ເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ຂອງ ສປປ ລາວ ພ້ອມດ້ວຍຄະນະ ​ໄດ້ສໍາ​ເລັດການເຂົ້າ​ຮ່ວມກອງປະຊຸມ ຄະນະກຳມະການປະສານງານຮ່ວມເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 12 ທີ່ ແຂວງກະແຈະ, ປະເທດກຳປູເຈຍ ພາຍ​ໃຕ້​ການ​ເປັນ​ປະທານຂອງ ທ່ານ ປານ ​ໂສຣະສັກ (PAN Sorasak), ລັດຖະມົນຕີກະຊວງ​ການ​ຄ້າ, ປະທານ​ຄະນະ​ກຳມະການ​ປະສານ​ງານ​ຮ່ວມເຂດ​ສາມຫຼ່ຽມພັດທະນາ ​ແຫ່ງ ຣາຊະ​ອານາຈັກ ກຳປູ​ເຈຍ, ​ເຊິ່ງກໍມີ​ ທ່ານ ຫງວຽນ ຈິ ຢຸງ (Nguyen Chi Dung), ລັດຖະມົນຕີກະຊວງ​ແຜນການ ​ແລະ ການ​ລົງ​ທຶນ, ປະທານ​ຄະນະ​ກຳມະການ​ປະສານ​ງານ​ຮ່ວມ ​ເຂດ​ສາມຫຼ່ຽມພັດທະນາ ​ແຫ່ງ ສສ ຫວຽດນາມ ເຂົ້າຮ່ວມ. ນອກຈາ​ກ ຄະນະ​ຜູ້​ແທນ​ຈາກ​ກະຊວງ​ຂະ​ແໜງ​ການ​ຕ່າງໆ ຂອງສາມ​ປະ​ເທດ​ ​ແລ້ວ, ຍັງ​ມີ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຈາກ 13 ​ແຂວງ ຂອງ ​ເຂດສາມຫຼ່ຽມພັດທະນາ ກຳປູ​ເຈຍ-ລາວ-ຫວຽດນາມ, ​ໃນ​ນັ້ນ ລວມມີບັນດາການນຳຂອງ ​ແຂວງສາລະ​ວັນ, ​ແຂວງ​ເຊ​ກອງ, ​ແຂວງອັດ​ຕະປື ​ແລະ ​ແຂວງ​ຈໍາປາ​ສັກ ຂອງ ສປປ ລາວ ກໍ່​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ດັ່ງກ່າວ.

ກອງ​ປະຊຸມ​ຄັ້ງນີ້ ​ໄດ້ທົບທວນຄືນຄວາມຄືບໜ້າການຈັດຕັ້ງປະຕິບັດ ຜົນຂອງກອງປະຊຸມຄະນະກຳມະການ ປະສານງານຮ່ວມ ເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ (JCC) ຄັ້ງທີ 11 ໃນເດືອນ ທັນວາ 2017 ທີ່ ແຂວງບິງເຟືອກ, ສສ ຫວຽດນາມ ແລະ ກອງປະຊຸມສຸດຍອດ ເຂດສາມຫຼ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ ຄັ້ງທີ 10 ໃນເດືອນມີນາ 2018 ທີ່ ຮ່າໂນ້ຍ, ສສ ຫວຽດນາມ ​ແລະ ພ້ອມ​ກັນ​ປຶກສາ​ຫາລື ກ່ຽວ​ກັບ ທິດ​ທາງ​ການ​ຮ່ວມ​ມື​ໃນ​ຕໍ່ໜ້າ. ໃນ​ໂອກາດກອງ​ປະຊຸມດັ່ງກ່າວ, ທ່ານລັດຖະ​ມົນຕີ ຂອງ 3 ​ປະ​ເທດ ​ໄດ້​ເຫັນ​ດີຮັບຮອງ ​ແລະ ລົງ​ນາມບົດ​ບັນທຶກ ຂອງ ກອງ​ປະຊຸມ​ຄະນະ​ກຳ​ມະ​ການປະສານ​ງານ​ຮ່ວມ ເຂດສາມຫຼ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ ຄັ້ງ​ທີ 12 ເພື່ອ​ເປັນ​ບ່ອນ​ອີງ​ໃນ​ການ​ສືບ​ຕໍ່ຈັດ​ຕັ້ງປະຕິ​ບັດວຽກ​ງານ​ການ​ຮ່ວມ​ມື​ໃນ​ຕໍ່ໜ້າ ລະຫວ່າງ    ສາມ​ປະ​ເທດ ກໍ​ຄື 13 ​ແຂວງ​ ໃນ​ເຂດ​ສາມຫຼ່ຽມ​ພັດທະນາ ທັງ​ນີ້​ກໍ​ເພື່ອ​ຈະລາ​ຍງານ ​ຕໍ່ກອງ​ປະຊຸມ​ສຸດຍອດ ເຂດສາມຫຼ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ ຄັ້ງທີ 11, ​ເຊິ່ງ ສປປ ລາວ ຈະເປັນເຈົ້າພາບ ​ໃນ​ຕົ້ນປີ 2020 ທີ່ຈະມາເຖິງນີ້.

​​​ກອງ​ປະຊຸມ​ໄດ້​ຮັບ​ຊາບ​ ຄວາມຄືບຫນ້າ ຂອງການເຄື່ອນໄຫວວຽກງານດ້ານຕ່າງໆ ລະຫວ່າງ 3 ປະເທດ ກໍຄືບັນດາແຂວງ ໃນເຂດສາມຫລ່ຽມພັດທະນາ ຈາກໝາກຜົນ​ຂອງກອງ​ປະຊຸມລະດັບຕ່າງໆ ​ແລະ ກິດຈະກຳປິ່ນ​ອ້ອມ​ ທີ່​​ໄດ້ຈັດ​ຂຶ້ນ​ໃນ​ໂອກາດ​ກອງ​ປະຊຸ​ມຄັ້ງ​ນີ້, ຊື່ງລວມມີ​ກອງ​ປະຊຸມ​ເຈົ້າ​ໜ້າທີ່​ອາວຸ​ໂສ, ​​ກອງ​ປະຊຸມອະນຸ​ກໍາມະການ​ດ້ານ​ເສດຖະກິດ ຄັ້ງທີ 11, ກອງ​ປະຊຸມ​ອະນຸ​ກໍາມະການດ້ານຄວາມຫມັ້ນຄົງ ​ແລະ ວຽກ​ງານ​ການ​ຕ່າງປະ​ເທດ ຄັ້ງທີ 11, ກອງ​ປະຊຸມ​ອະນຸ​ກໍາມະການ​ສັງຄົມ ​ແລະ ສິ່ງ​ແວດ​ລ້ອມ ຄັ້ງ​ທີ 9 ​ແລະ ກອງ​ປະຊຸມ​ອະນຸ​ກໍາມະການ​ປະສານ​ງານ​ລະດັບ​ແຂວງ ຄັ້ງທີ 10 ລວມທັງ​ຜົນ​ການຈັດ​ງານ​ວາງສະ​ແດງ​ການ​ຄ້າ ​ແລະ ການທ່ອງທ່ຽວ, ​ເວທີ​ປຶກສາ​ຫາລື​ຊາວ​ໜຸ່ມ  ຄັ້ງທີ 8 ​ແລະ ກອງ​ປະຊຸມ​ສໍາ​ມະ​ນາ ວ່າ​ດ້ວຍ​ການ​ສົ່ງ​ເສີມ​ການ​ຄ້າ, ການ​ລົງທຶນ ​ແລະ ການທ່ອງທ່ຽວ ຄັ້ງທີ 12.

ກອງປະຊຸມລັດຖະມົນຕີ ຄະນະກຳມະການປະສານງານຮ່ວມ ເຂດສາມຫລ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງຕໍ່ໄປ ຄັ້ງທີ 13 ແມ່ນ ສປປ ລາວ ຈະເປັນເຈົ້າພາບ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484564
ມື້ນີ້80
ມື້ວານ188
ອາທິດນີ້1002
ເດືອນນີ້3869