ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສປ ຈີນ ສົ່ງຄະນະຊ່ຽວຊານແພດ ມາຊ່ວຍເຫຼືອ ສປປ ລາວ ເພື່ອຮັບມືໃນການແຜ່ລະບາດຂອງພະຍາດໂຄວິດ-19

 

ChineseDoc

 

ໃນຕອນບ່າຍຂອງວັນທີ 04 ພຶດສະພາ 2021, ທີ່ ສະໜາມບິນສາກົນວັດໄຕ, ໄດ້ມີພິທີຕ້ອນຮັບຄະນະຊ່ຽວຊານແພດໝໍຈາກ ສປ ຈີນ ເພື່ອມາຊ່ວຍເຫຼືອໃນການຮັບມືການແຜ່ລະບາດຂອງພະຍາດໂຄວິດ-19 ຮອບໃໝ່ຢູ່ ສປປ ລາວ, ໂດຍການເປັນກຽດຕ້ອນຮັບຂອງ ສະຫາຍ ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໂດຍມີ ສະຫາຍ ຈ່ຽງ ຈາຍຕຸ່ງ, ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ, ບັນດາລັດຖະມົນຕີ, ຮອງລັັັດຖະມົນຕີ, ຄະນະຊ່ຽວຊານແພດໝໍ ແລະ ພະນັກງານກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ໃນໂອກາດດຽວກັນນີ້, ສະຫາຍຮອງນາຍົກລັດຖະມົນຕີ  ກິແກ້ວ ໄຂຄຳພິທູນ ໄດ້ຕາງໜ້າລັດຖະບານ ສະແດງຄວາມຍິນດີ ແລະ ຕ້ອນຮັບຄະນະຊ່ຽວຊານແພດໝໍຈໍານວນ25ສະຫາຍທີ່ເດີນທາງມາຈາກແຂວງຢຸນນານ,ສປຈີນ ພ້ອມດ້ວຍອຸປະກອນທາງການແພດມູນຄ່າ10 ລ້ານຢວນເພື່ອມາຊ່ວຍເຫຼືອໃນການຮັບມືການແຜ່ລະບາດຂອງພະຍາດໂຄວິດ-19ຮອບໃໝ່ຢູ່ສປປລາວທີ່ໄດ້ມີການຂະຫຍາຍອອກສູ່ວົງກວ້າງຈາກນະຄອນຫລວງ, ຈາກແຂວງໄປສູ່ເມືອງແລະຊຸມຊົນທີ່ມີລັກສະນະຮ້າຍແຮງຂຶ້ນກວ່າຄັ້ງທີ່ຜ່ານມາ,ໂດຍສະເພາະຢູ່ນະຄອນຫຼວງວຽງຈັນແລະບັນດາແຂວງຈຳນວນຫນຶ່ງໃນຂອບເຂດທົ່ວປະເທດໄດ້ມີຜູ້ຕິດເຊື້ອໂຄວິດ-19ໃນແຕ່ລະມື້ມີທ່າອ່ຽງເພີ່ມສູງຂຶ້ນເຮັດໃຫ້ລັດຖະບານກໍ່ຄືອໍານາດການປົກຄອງທ້ອງຖິ່ນທຸກຂັ້ນຕ້ອງໄດ້ເພີ່ມທະວີການເຝົ້າລະວັງແລະສຸມທຸກກໍາລັງແຮງເພື່ອສະກັດກັ້ນການແຜ່ລະບາດພະຍາດດັ່ງກ່າວ.

ໃນໂອກາດດັ່ງກ່າວ, ສະຫາຍຮອງນາຍົກລັດຖະມົນຕີ  ກິແກ້ວ ໄຂຄຳພິທູນ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການຊ່ວຍເຫຼືອທີ່ທັນການໃນການສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19ຂອງສປ ຈີນໃຫ້ແກ່ ສປປລາວໃນຄັ້ງນີ້ແລະ ຄັ້ງທີ່ຜ່ານມາ,ນອກຈາກຈະເປັນການສະແດງເຖິງຄວາມເປັນຫ່ວງເປັນໄຍແລະຄວາມເອົາໃຈໃສ່ຂອງພັກ, ລັດຖະບານແລະປະຊາຊົນຈີນ ຢ່າງສະເຫມີຕົ້ນສະເຫມີປາຍທີ່ມີຕໍ່ພັກ-ລັດ ແລະ ປະຊາຊົນລາວ ຕະຫຼອດມາ. ພ້ອມນີ້, ລັດຖະບານລາວ ຍັງໃຫ້ຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ການເດີນທາງມາຊ່ວຍເຫຼືອໃນຄັ້ງນີ້ ຈະສາມາດເອົາຊະນະໃນການເເຜ່ລະບາດຂອງພະຍາດໂຄວິດ-19 ຄືຄັ້ງທີ່ຜ່ານມາ ໄດ້ຢ່າງແນ່ນອນ.

ໃນຕອນທ້າຍ, ສະຫາຍຮອງນາຍົກລັດຖະມົນຕີ  ກິແກ້ວ ໄຂຄຳພິທູນ ໄດ້ອວຍພອນໃຫ້ຄະນະຊ່ຽວຊານແພດໝໍຈາກ ສປ ຈີນ ຈົ່ງມີສຸຂະພາບແຂງແຮງ ແລະ ປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ຢູ່ ສປປ ລາວ ແລະ ອວຍພອນ ໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄູ່ຮ່ວມມືຍຸດທະສາດຮອບດ້ານຫມັ້ນຄົງຍາວນານຕາມທິດ4ດີແລະການເປັນຄູ່ຮ່ວມຊະຕາກໍາລາວ-ຈີນ,ຈີນ-ລາວທີ່ແທ້ຈິງລະຫວ່າງສອງພັກ,ສອງລັດແລະປະຊາຊົນສອງຊາດ ຈົ່ງຫມັ້ນຄົງຂະນົງແກ່ນຕະຫຼອດໄປ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484515
ມື້ນີ້31
ມື້ວານ188
ອາທິດນີ້953
ເດືອນນີ້3820