ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສປປລາວ ໄດ້ຮັບເລືອກຕັ້ງ ເປັນຮອງປະທານສະມັດຊາໃຫຍ່ ສປຊ ສະໄຫມທີ 76

202168-un1

202168-un2

ໃນຕອນເຊົ້າຂອງວັນທີ 7 ມີຖຸນາ 2021, ທີ່ສຳນັກງານໃຫຍ່ອົງການ ສປຊ, ທີ່ນະຄອນນິວຢອກ, ສ. ອາເມລິກາ ໄດ້ມີກອງປະຊຸມແບບເປີດກວ້າງຂອງ ສະມັດຊາໃຫຍ່ ສປຊ ສະໄໝທີ 75 ຄັ້ງທີ 72, ພາຍໃຕ້ການເປັນປະທານຂອງທ່ານ ໂວນຄານ ບອສເກີ (Volkan Bozkir), ປະທານສະມັດຊາໃຫຍ່ ສປຊ ສະໄໝທີ 75. ໃນນັ້ນ, ກອງປະຊຸມໄດ້ມີການເລືອກຕັ້ງເອົາປະທານ-ຮອງປະທານສະມັດຊາໃຫຍ່ ສປຊ ສະໄໝທີ 76 ແລະ ເລືອກຕັ້ງເອົາປະທານຂອງ 6 ຄະນະກໍາມະການຫຼັກຂອງ ສະມັດຊາໃຫຍ່ ສປຊ ສະໄໝທີ 76.

ໃນການເລືອກຕັ້ງປະທານສະມັດຊາໃຫຍ່ ສປຊ ສະໄໝທີ 76 ໄດ້ມີຜູ້ລົງສະຫມັກສອງທ່ານຄື: ທ່ານ Zalmai Rassoul, ອະດີດລັດຖະມົນຕີການຕ່າງປະເທດ ອັຟການິສຖານ ແລະ ທ່ານ Abdulla Shahid (ລັດຖະມົນຕີກະຊວງການຕ່າງປະເທດ ຂອງ ມາວດິບ) ໂດຍຜ່ານການປ່ອນບັດແບບປິດລັບ. ຜົນການເລືອກຕັ້ງແມ່ນ ທ່ານ Abdulla Shahid ໄດ້ຮັບເລືອກຕັ້ງໃຫ້ເປັນປະທານສະມັດຊາໃຫຍ່ ສປຊ ສະໄຫມທີ 76. ພ້ອມກັນນັ້ນ, ກໍ່ໄດ້ມີການເລືອກຕັ້ງເອົາຮອງປະທານສະມັດຊາໃຫຍ່ ສປຊ ສະໄໝທີ 76 ຈໍານວນ 21 ປະເທດ ເຊິ່ງເປັນຕົວແທນຈາກແຕ່ລະພາກພື້ນ ບວກກັບສະມາຊິກຖາວອນຂອງສະພາຄວາມຫມັ້ນຄົງ ສປຊ, ໃນນັ້ນ ຈາກພາກພື້ນອາຊີ-ປາຊີຟິກ ມີ 4 ປະເທດໄດ້ຮັບເລືອກຄື: ບັງກະລາເດັດ, ກູເວດ; ສປປ ລາວ ແລະ ຟິລິບປິນ.

ການເຮັດຫນ້າທີ່ ຂອງ ປະທານ ແລະ ຮອງປະທານສະມັດຊາໃຫຍ່ ສປຊ ສະໄໝທີ 76 ແມ່ນຈະເລີ້ມຈາກ ເດືອນກັນຍາ 2021 ຫາ ເດືອນກັນຍາ 2022, ເຊິ່ງເປັນໄລຍະທີ່ມີຄວາມຫມາຍສໍາຄັນຍິ່ງ ໃນທ່າມກາງທີ່ສະພາບແວດລ້ອມສາກົນມີການຜັນແປຢ່າງໄວວາ ແລະ ຄາດຄະເນໄດ້ຍາກ, ໂດຍສະເພາະ ແມ່ນການຟື້ນຟູຈາກສະພາບວິກິດການອັນເກີດຈາກພະຍາດ ໂຄວິດ-19, ຂໍ້ຂັດແຍ່ງ ທີ່ຍັງເກີດຂຶ້ນຢູ່ບາງພາກພື້ນໃນໂລກ, ວິກິດການດ້ານເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ ທີ່ຍັງສືບຕໍ່ເປັນໄພຂົ່ມຂູ່ ຕໍ່ປະຊາຄົມໂລກ. ການເຮັດຫນ້າທີ່ດັ່ງກ່າວ ຍັງເປັນການສືບຕໍ່ຍົກສູງບົດບາດ ຂອງ ສປປ ລາວ ໃນເວທີສາກົນ ໂດຍສະເພາະໃນເວທີ ສປຊ ໃຫ້ພົ້ນເດັ່ນຍິ່ງຂຶ້ນ ເຊິ່ງ ສປປ ລາວ ເຮົາຈະເຮັດໜ້າທີ່ເປັນປະທານບັນດາກອງປະຊຸມສາກົນຕ່າງໆ ໃນຂອບສະມັດຊາໃຫຍ່ ສປຊ, ກອງປະຊຸມລະດັບສູງຕ່າງໆ ເປັນຕົ້ນແມ່ນ ກອງປະຊຸມພາກອະພິປາຍທົ່ວໄປ ຂອງສະມັດຊາໃຫຍ່ ສປຊ ສະໄໝທີ 76 ທີ່ຈະໄຂຂຶ້ນ ໃນເດືອນ ກັນຍາ 2021 ຊຶ່ງຈະມີຜູ້ນຳຂັ້ນປະມຸກລັດ, ຫົວໜ້າລັດຖະບານ ແລະ ຜູ້ແທນຂັ້ນສູງຈາກ 193 ປະເທດສະມາຊິກເຂົ້າຮ່ວມ. ການປະຕິບັດຫນ້າທີ່ດັ່ງກ່າວ ຍິ່ງຈະຕ້ອງໄດ້ເພີ້ມທະວີຄວາມເອົາໃຈໃສ່ຂຶ້ນກວ່າເກົ່າ ໂດຍສະເພາະ ແມ່ນໃນທ່າມກາງສະພາບທີ່ມີການຜັນແປຕະຫລອດເວລາ, ຮັບປະກັນການປະຕິບັດໜ້າທີ່ແບບເປັນກາງ, ໂປ່ງໄສ ແລະ ອີງຕາມກົດລະບຽບການດໍາເນີນຂອງ ສະມັດຊາໃຫຍ່ ສປຊ, ລວມທັງການປຶກສາຫາລືຮ່ວມກັບ ປະເທດສະມາຊິກ ສປຊ ກ່ຽວກັບ ບັນຫາສໍາຄັນຕ່າງໆ ທີ່ບໍ່ສາມາດຄາດຄະເນ ລ່ວງຫນ້າໄດ້ ເຊັ່ນ: ການລິເລີ້ມ ແລະ ດໍາເນີນການເຈລະຈາ ບັນດາຮ່າງຖະແຫຼງການ ແລະ ຮ່າງຍັດຕິຕ່າງໆ, ການປຶກສາຫາລື ແລະ ການຈາລະຈາລະຫວ່າງລັດຖະບານ ວ່າດ້ວຍການປະຕິຮູບສະພາຄວາມໝັ້ນຄົງ ສປຊ ປະຈໍາປີ 2022 ແລະ ກອງປະຊຸມຂອງຄະນະກໍາມະການສະເພາະກິດ ວ່າດ້ວຍການປະຕິຮູບສະມັດຊາໃຫຍ່ ສປຊ ປະຈໍາປີ 2022 ແລະ ການເຮັດໜ້າທີ່ສໍາຄັນອື່ນໆ ໂດຍອີງຕາມການມອບໝາຍຂອງ ປະທານສະມັດຊາໃຫຍ່ ສປຊ ສະໄຫມທີ 76.

ສະມັດຊາໃຫຍ່ ສປຊ ແມ່ນຫນຶ່ງໃນ 6 ອົງກອນຫລັກ ຂອງ ສປຊ ທີ່ໄດ້ຮັບການສ້າງຕັ້ງຂຶ້ນໂດຍພາຍໃຕ້ກົດບັດຂອງ ສປຊ ໃນປີ 1945, ມີບົດບາດຕັດສິນ ແລະ ຮັບຮອງເອົາບັນຫາສໍາຄັນຕ່າງໆຂອງໂລກ, ທັງເປັນເວທີໃນການຖະແຫລງດ້ານນະໂຍບາຍ ຂອງບັນດາ 193 ປະເທດສະມາຊິກ ສປຊ. ຜ່ານມາສປປ ລາວ ເຮົາເຄີຍໄດ້ຮັບເລືອກຕັ້ງ ໃຫ້ເປັນຮອງປະທານສະມັດຊາໃຫຍ່ ສປຊ ແລ້ວ 1 ຄັ້ງ ໃນໄລຍະກອງປະຊຸມສະມັດຊາໃຫຍ່ ສປຊ ສະໄຫມທີ 50, ໃນປີ 1995.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480390
ມື້ນີ້48
ມື້ວານ172
ອາທິດນີ້788
ເດືອນນີ້6621