ວັນທີ 11 ທັນວາ 2021, ກອງປະຊຸມເວທີຄັງປັນຍາລະດັບສູງ ຈີນ-ອາຊຽນ (China-ASEAN High Level Think Tank Forum) ໃນຮູບແບບກອງປະຊຸມທາງໄກ ໄດ້ຈັດຂຶ້ນທີ່ແຂວງ ຮາງນານ, ສປ ຈີນ. ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອສົ່ງເສີມການພົວພັນຮ່ວມມື ແລະ ຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະ ກັນ ລະຫວ່າງ ຈີນ-ອາຊຽນ.
ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນທ່າມກາງບັນຍາກາດແຫ່ງການສະເຫລີມມສະຫລອງຜົນສໍາເລັດຂອງການພົວພັນຮ່ວມມື ອາຊຽນ-ຈີນ ຄົບຮອບ 30 ປີ, ໂດຍສະເພາະແມ່ນການຍົກລະດັບການພົວພັນ ອາຊຽນ-ຈີນ ຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ການເປີດນໍາໃຊ້ເສັ້ນທາງລົດໄຟ ລາວ-ຈີນ ເຊິ່ງຈະເປັນບາດກ້າວອັນສໍາຄັນໃນການສົ່ງເສີມການພົວພັນຮ່ວມມື ອາຊຽນ-ຈີນ ໃນຕໍ່ໜ້າ. ກອງປະຊຸມ ດັ່ງກ່າວ ໄດ້ເຊື້ອເຊີນເອົາບັນດາອະດີດການນຳຂັ້ນສູງຂອງແຕ່ລະປະເທດສະມາຊິກອາຊຽນ ແລະ ກອງເລຂາອາຊຽນເຂົ້າຮ່ວມ, ເຊິ່ງຝ່າຍຈີນນຳໂດຍ ທ່ານ ຫວັງ ເຈຍລຸ້ຍ, ອະດີດ ຮອງປະທານສະພາ ທີ່ປຶກສາ ການເມືອງແຫ່ງ ສປ ຈີນ, ປະທານ ມູນນິທິ ສົງຊິງລິງ, ສຳລັບປະເທດສະມາຊິກອາຊຽນມີ ທ່ານ ສົມສະຫວາດ ເລັ່ງສະຫວັດ, ອະດີດກໍາມະການກົມການເມືອງສູນກາງພັກ, ອະດີດຮອງນາຍົກລັດຖະມົນຕີ, ປະທານກິດຕິມະສັກ ສະໂມ ສອນນັກການທູດລາວ; ພ້ອມກັນນນັ້ນກໍ່ມີອະດີດຮອງນາຍົກລັດຖະມົນຕີ, ອະດີດປະທານ ແລະ ຮອງປະທານສະພາ, ອະດີດລັດຖະມົນຕີ, ອະດີດເລຂາທິການໃຫຍ່ອາຊຽນ. ນອກນັ້ນ, ຍັງມີນັກ ວິທະຍາສາດ, ນັກຄົ້ນຄວ້າຈາກ ສປ ຈີນ ແລະ ປະເທດສະມາຊິກອາຊຽນເຂົ້າຮ່ວມເປັນຈໍານວນຫລາຍ ທັງເຊິ່ງໜ້າ ແລະ ອອນລາຍ.
ໃນໂອກາດດັ່ງກ່າວ ທ່ານ ສົມສະຫວາດ ເລັ່ງສະຫວັດ ໄດ້ປະກອບຄໍາເຫັນທີ່ມີຄວາມໝາຍສໍາຄັນໃນພິທີເປີດກອງປະຊຸມ ໂດຍໄດ້ກ່າວວ່າ: ອາຊຽນເປັນບ້ານໃກ້ເຮືອນຄຽງທີ່ດີຂອງ ສປ ຈີນ, ເປັນຄູ່ຮ່ວມມື ທີ່ເຊື່ອໝັ້ນເຊິ່ງກັນ ແລະ ກັນ. ໃນໄລຍະ 30 ປີຜ່ານມາ, ສອງຝ່າຍເຄົາລົບເຊິ່ງກັນ ແລະ ກັນ, ມີຄວາມສະເໝີພາບ, ມິດຕະພາບ ແລະ ຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ; ພາຍຫຼັງເກີດການລະບາດ ຂອງພະຍາດໂຄວິດ-19 ຝ່າຍຈີນໄດ້ໃຫ້ການຊ່ວຍເຫຼືອວັກແຊັງ ແລະ ອຸປະກອນການແພດໃຫ້ແກ່ ສປປ ລາວ ແລະ ບັນດາປະເທດສະມາຊິກອາຊຽນ, ສົ່ງເສີມການຮ່ວມມືໃນຂົງເຂດສາທາລະນະສຸກ ແລະ ການຟື້ນຟູ ເສດຖະກິດ. ນອກນັ້ນ, ທ່ານ ສົມສະຫວາດ ເລັ່ງສະຫວັດ ຍັງໄດ້ສະເໜີໃຫ້ອາຊຽນ ແລະ ສປ ຈີນ ສືບຕໍ່ເພີ່ມທະວີການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ຈັດຕັ້ງປະຕິບັດ ສັນຍາຄູ່ຮ່ວມມືເສດຖະກິດຮອບ ດ້ານພາກພື້ນ (RCEP) ໃຫ້ເປັນຮູບປະທຳ, ສົມທົບກັນ ລະຫວ່າງ ຂໍ້ລິເລິ່ມຂອງແຕ່ລະປະເທດ ກັບ ຂໍ້ລິເລິ່ມ “ໜຶ່ງແລວ, ໜຶ່ງເສັ້ນທາງ”, ພ້ອມກັນຮັກສາສັນຕິພາບ, ສະຖຽນລະພາບ, ຄວາມຈະເລີນຮັ່ງມີ, ຄວາມສວຍງາມ ແລະ ມິດຕະພາບໃນພາກພື້ນ, ຈັບມືກັນໃຫ້ແຫນ້ນສ້າງການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ຈີນໃຫ້ເຕີບໃຫຍ່ເຂັ້ມແຂງ.
ພ້ອມນັ້ນ, ທ່ານ ຍັງໄດ້ຍົກໃຫ້ເຫັນໝາກຜົນຂອງການພົວພັນຮ່ວມມື ລາວ-ຈີນ ໃນໄລຍະ 60 ປີຜ່ານມາ ໂດຍໄດ້ກ່າວວ່າ: ລາວ ແລະ ຈີນ ໄດ້ປະຕິ ບັດນະ ໂຍບາຍ ໄມຕີຈິດ ມິດຕະພາບ ຖານບ້ານ ໃກ້ເຮືອນຄຽງຢ່າງສະເໝີຕົ້ນສະເໝີປາຍ, ສປ ຈີນ ໄດ້ໃຫ້ການຊ່ວຍເຫຼືອປະຊາຊົນລາວໃນພາລະກິດປົດປ່ອຍຊາດ ແລະ ສ້າງສາພັດທະນາປະເທດຊາດຕະຫລອດມາ. ໃນປີໜຶ່ງມານີ້, ເລຂາທິການໃຫຍ່, ປະທານ ປະເທດ ທອງລຸນ ສີສຸລິດ ແລະ ເລຂາທິການໃຫຍ່, ປະທານປະເທດ ສີ ຈິ້ນຜິງ ໄດ້ປຶກສາຫາລືກັນທາງໂທລະສັບ ແລະ ພົບປະກັນແບບກອງປະຊຸມທາງໄກ ພ້ອມທັງໃຫ້ກຽດເຂົ້າຮ່ວມພິທີ ເປີດນໍາໃຊ້ເສັ້ນທາງ ລົດໄຟ ລາວ-ຈີນ ແບບທາງໄກໃນວັນທີ 3 ທັນວາ 2021, ເຊິ່ງເສັ້ນທາງລົດໄຟ ລາວ-ຈີນ ນີ້ ແມ່ນໝາກຜົນ ແລະ ສັນຍາລັກຂອງການສົມທົບກັນ ລະຫວ່າງ ນະໂຍບາຍປ່ຽນສະຖານະພາບ ຈາກປະເທດ ບໍ່ມີ ຊາຍແດນ ຕິດຈອດກັບທະເລໃຫ້ກາຍເປັນປະເທດເຊື່ອມໂຍງ-ເຊື່ອມຈອດພາກພື້ນຂອງ ສປປ ລາວ ກັບ ຂໍ້ລິເລິ່ມ “ໜຶ່ງແລວ, ໜຶ່ງເສັ້ນທາງ” ຂອງ ສປ ຈີນ, ສະແດງໃຫ້ເຫັນເຖິງເນື້ອໃນຈິດໃຈທີ່ມີຊີວິດຊີວາຂອງ ບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ, ຄູ່ຮ່ວມມືທີ່ດີ ແລະ ຄູ່ຮ່ວມຊະຕາກໍາລາວ-ຈີນ. ເສັ້ນທາງລົດໄຟ ລາວ-ຈີນ ຈະກາຍເປັນແຮງຍູ້ດັນໜຶ່ງທີ່ສໍາຄັນໃນການສົ່ງເສີມການຮ່ວມມືແລກປ່ຽນ ລະຫວ່າງ ອາຊຽນ-ຈີນ ກໍຄືອາຊຽນ ແລະ ສາກົນ.
ໃນຕອນທ້າຍທ່ານຍັງກ່າວວ່າ: ການຮ່ວມມື ລາວ-ຈີນ, ອາຊຽນ-ຈີນ ແມ່ນມີກາລະໂອກາດຫຼາຍກວ່າເກົ່າ. ຫວັງຢ່າງຍິ່ງວ່າ ແຕ່ລະຝ່າຍຈະຖືເອົາການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນຈີນ ເປັນຈຸດເລິ່ມ ຕົ້ນໃໝ່, ລົງເລິກການແລກປ່ຽນຮ່ວມມື, ສົ່ງເສີມຄວາມເຂົ້າອົກເຂົ້າໃຈຂອງປະຊາຊົນ, ພ້ອມກັນປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ການພັດທະນາ ແລະ ຄວາມຈະເລີນ ຮຸ່ງເຮືອງໃນ ພາກ ພື້ນ, ນໍາເອົາ ຄວາມຜາສຸກມາໃຫ້ປະຊາຊົນໃນພາກພື້ນ.
ກອງປະຊຸມດັ່ງກ່າວ ໄດ້ດຳເນີນໄປເປັນເວລາ 1 ມື້ເຕັມ ດ້ວຍຜົນສຳເລັດອັນຈົບງາມ, ໂດຍໄດ້ມີການສັງເກດຕີລາຄາຜົນສຳເລັດຂອງການພົວພັນຮ່ວມມື ລະຫວ່າງ ອາຊຽນ-ຈີນ ຕະຫລອດໄລຍະ 30 ປີຜ່ານມາ ພ້ອມທັງຍົກບາງຂໍ້ສະເໜີແນະ ເພື່ອສົ່ງເສີມການຮ່ວມມືສອງຝ່າຍໃນຕໍ່ໜ້າ.