ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ບົດຄວາມ ການພົວພັນລະຫວ່າງການນຳຂັ້ນສູງ ສອງພັກ ສອງລັດ ລາວ-ຈີນ ຈີນ-ລາວ

 

 

ລົງເລິກຜັນຂະຫຍາຍແນວຄິດການຕ່າງປະເທດ ສີ ຈິ້ນຜິງ,

ຮັບໃຊ້ການພົວພັນລະຫວ່າງການນຳສູງສຸດ ສອງພັກ ສອງລັດ ລາວ-ຈີນ ຈີນ-ລາວ ຢ່າງສຸດອົກສຸດໃຈ

ບົດຄວາມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຈີນ-ລາວ ຄົບຮອບ 61 ປີ ບົດທີ 1

 

ເນື່ອງໃນໂອກາດປະຊາຊົນລາວສະເຫຼີມສະຫຼອງປີໃໝ່ລາວ ດ້ວຍບັນຍາກາດເບີກບານມ່ວນຊື່ນ, ປະເທດຈີນກັບປະເທດລາວໄດ້ສ້າງຕັ້ງສາຍພົວພັນການທູດຄົບຮອບ 61 ປີ. ໃນປີທີ່ຜ່ານມາ, ສອງຝ່າຍໄດ້ສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ ແລະ ປີມິດຕະພາບ ຈີນ-ລາວ ລາວ-ຈີນ ຢ່າງຟົດຟື້ນ, ການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ ລາວ-ຈີນ ມີຄວາມຄືບໜ້າຢ່າງຮອບດ້ານ, ທາງລົດໄຟ ຈີນ-ລາວ ລາວ-ຈີນ ໄດ້ເປີດນຳໃຊ້ຢ່າງເປັນທາງການ. ໂດຍສະເພາະແມ່ນ ສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປ ຈີນ ກັບ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມພິທີເປີດນຳໃຊ້ທາງລົດໄຟ ຈີນ-ລາວ ລາວ-ຈີນ ແລະ ຈັດການພົບປະແບບທາງໄກ ແລະ ຊີ້ອອກວ່າ, ສາຍພົວພັນ ຈີນ-ລາວ ລາວ-ຈີນ ສາມາດຜ່ານຜ່າການທົດສອບແຫ່ງການປ່ຽນແປງຢ່າງສັບສົນຂອງສະຖານະການສາກົນ,ແລະ ຍິ່ງດົນຍິ່ງແໜ້ນແຟ້ນ, ຍິ່ງດົນຍິ່ງມີຜົນປະໂຫຍດໃໝ່, ເນື່ອງຈາກວ່າ ສອງຝ່າຍ ຍຶດໝັ້ນອຸດົມການອັນດຽວກັນ, ໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ຊ່ວຍເຫຼືອອູ້ມຊູເຊິ່ງກັນ ແລະ ກັນ ແລະ ຮ່ວມຊາຕາກຳ; ສະຫາຍເລຂາທິການໃຫຍ່ສອງປະເທດ ຍັງເນັ້ນໜັກວ່າ, ປະເທດຈີນ ກັບ ປະເທດລາວ ຕ່າງກໍຍຶດໝັ້ນການນຳພາຂອງພັກກອມມູນິດ ແລະ ທິດທາງສັງຄົມນິຍົມ, ເຊິ່ງເປັນເອກະລັກພື້ນຖານຂອງສາຍພົວພັນ ຈີນ-ລາວ ລາວ-ຈີນ, ສອງຝ່າຍ ຕ້ອງຍຶດໝັ້ນຮ່ວມກັນຮັກສາພາລະກິດສັງຄົມນິຍົມ ແລະ ເລີ່ມຈາກຈຸດສູງທາງການເມືອງ ແລະ ຍຸດທະສາດດັ່ງກ່າວນີ້, ຊຸກຍູ້ສາຍພົວພັນສອງພັກສອງລັດ ກ້າວເຂົ້າສູ່ລະດັບໃໝ່ ແລະ ສ້າງຄູ່ຮ່ວມຊາຕາກຳທີ່ແໜ້ນແຟ້ນຢ່າງຕໍ່ເນື່ອງ. ການນຳສູງສຸດສອງພັກສອງລັດ ຍັງມີຄວາມຮັບຮູ້ເປັນເອກະພາບກັນທາງດ້ານການຮັກສາຄວາມໝັ້ນຄົງທາງການເມືອງ ແລະ ລະບອບ, ລົງເລິກການແລກປ່ຽນເຊິ່ງກັນ ແລະ ກັນທາງດ້ານການຄຸ້ມຄອງພັກ ແລະ ບໍລິຫານລັດ, ຊຸກຍູ້ການຮ່ວມມືຮອບດ້ານ ແລະ ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນສອງຊາດ, ເຊິ່ງເປັນຫຼັກການພື້ນຖານ ແລະ ກຳລັງແຮງໃຫ້ແກ່ການສ້າງຄູ່ຮ່ວມຊາຕາກຳຈີນ-ລາວ ລາວ-ຈີນ ແລະ ສະແດງໃຫ້ເຫັນການພົວພັນລະຫວ່າງການນຳສູງສຸດສອງພັກສອງລັດ ໄດ້ເສີມຂະຫຍາຍບົດບາດຊີ້ນຳນຳພາຕໍ່ການພັດທະນາສາຍພົວພັນຈີນ-ລາວ ລາວ-ຈີນ ຢ່າງບໍ່ມີສິ່ງໃດປ່ຽນແທນໄດ້.

 

ເນື່ອງຈາກວ່າການພົວພັນລະຫວ່າງການນຳສູງສຸດມີບົດບາດສຳຄັນໃນການຊີ້ນຳນຳພາ ແລະ ໃຫ້ກຳລັງແຮງຕໍ່ການພົວພັນສອງຝ່າຍ, ຝ່າຍຈີນ ຍາມໃດກໍຖືການຮັບໃຊ້ ແລະ ຮັບປະກັນການພົວພັນລະຫວ່າງການນຳສູງສຸດສອງພັກສອງລັດ ເປັນວຽກງານສຳຄັນທີ່ສຸດໃນການພົວພັນສອງຝ່າຍ ແລະ ເປັນມາດຕະການສຳຄັນ ເພື່ອຈັດຕັ້ງປະຕິບັດແນວຄິດການຕ່າງປະເທດສີຈິ້ນຜິງ. ເພາະສະນັ້ນ, ໃນປີມິດຕະພາບ ຈີນ-ລາວ ລາວ-ຈີນ, ສອງຝ່າຍ ໄດ້ຈັດ “ກອງປະຊຸມສຳມະນາກ່ຽວກັບຄວາມໝາຍຕໍ່ໂລກຂອງແນວຄິດການຕ່າງປະເທດ ສີຈິ້ນຜິງ”. ໃນກອງປະຊຸມດັ່ງກ່າວ, ຝ່າຍຈີນ ໄດ້ບັນລະຍາຍຄວາມໝາຍສຳຄັນ, ຈິດໃຈພື້ນຖານ ແລະ ເນື້ອໃນທີ່ອຸດົມສົມບູນຂອງແນວຄິດການຕ່າງປະເທດສີຈິ້ນຜິງ ແລະ ສະແດງວ່າ ເລຂາທິການໃຫຍ່ ສີຈິິ້ນຜິງ ໃນຖານະເປັນນັກການເມືອງ, ນັກແນວຄິດ ແລະ ນັກຍຸດທະສາດລັດທິມາກ, ເພິ່ນໄດ້ນຳໃຊ້ສະຕິປັນຍາທາງດ້ານການເມືອງທີ່ດີເລີດ, ຄວາມກ້າຫານທາງດ້ານທິດສະດີທີ່ພົ້ນເດັ່ນ ແລະ ນ້ຳໃຈຮັບຜິດຊອບຕໍ່ທົ່ວໂລກ, ຄຳນຶງເຖິງສະພາບການຍຸດທະສາດຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນ ແລະ ສະຖານະການປ່ຽນແປງຂອງໂລກທີ່ບໍ່ເຄີຍມີໃນຮອບຮ້ອຍປີ, ໄດ້ນຳພາພຶດຕິກຳ ການຕ່າງປະເທດທີ່ມີສີສັນພິເສດຂອງຈີນ ໃນຖານະເປັນມະຫາປະເທດ ແລະ ໄດ້ສະເໜີແນວຄິດໃໝ່, ທັດສະນະໃໝ່ ແລະ ຂໍ້ລິເລີ່ມໃໝ່ທາງດ້ານການຕ່າງປະເທດຈຳນວນຫຼວງຫຼາຍທີ່ມີຫົວຄິດປະດິດສ້າງແລະ ມີບົດບາດຊີ້ນຳນຳພາ, ເຊິ່ງເປັນຫຼັກການພື້ນຖານ ແລະ ທິດທາງຊີ້ນຳຕໍ່ພຶດຕິກຳການຕ່າງປະເທດ ທີ່ມີສີສັນພິເສດຂອງຈີນ ແລະ ສະໜອງສະຕິປັນຍາ ແລະ ບົດຮຽນຂອງຈີນ ຕໍ່ການແກ້ໄຂຄວາມຫຍຸ້ງຍາກຂອງທົ່ວໂລກ.ໂດຍສະເພາະຕໍ່ກັບຄຳຖາມ “ໂລກເປັນແນວໃດແລ້ວ, ພວກເຮົາຈະເຮັດແນວໃດ”, ເລຂາທິການໃຫຍ່ ສີຈິ້ນຜິງ ຮຽກຮ້ອງໃຫ້ສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດດ້ວຍສາຍຕາເບິ່ງກວ້າງມອງໄກ, ຊຸກຍູ້ສ້າງໂລກທີ່ມີສັນຕິພາບຍາວນານ, ມີຄວາມໝັ້ນຄົງທົ່ວໄປ, ມີຄວາມຈະເລີນຮຸ່ງເຮືອງຮ່ວມກັນ, ມີຄວາມເປີດກວ້າງ ແລະ ໂອບເອື້ອອາລີ ແລະ ມີຄວາມສະອາດສວຍງາມ, ຊຸກຍູ້ສ້າງສາຍພົວພັນສາກົນແບບໃໝ່ທີ່ເຄົາລົບເຊິ່ງກັນ ແລະ ກັນ, ມີຍຸດຕິທຳ ແລະ ຄວາມເປັນທຳ ແລະ ຮ່ວມມືຢ່າງຮັບຊະນະພ້ອມກັນ, ເສີມຂະຫຍາຍຄຸນຄ່າຮ່ວມຂອງມວນມະນຸດທີ່ມີສັນຕິພາບ, ການພັດທະນາ, ຍຸດຕິທຳ, ຄວາມເປັນທຳ, ປະຊາທິປະໄຕ ແລະ ເສລີພາບ, ໄດ້ຮັບຄວາມເຂົ້າໃຈ ແລະ ການສະໜັບສະໜູນຢ່າງກວ້າງຂວາງຈາກປະຊາຄົມໂລກ, ເປັນກຳລັງທາງບວກໃຫ້ແກ່ໂລກທີ່ມີປັດໄຈບໍ່ໝັ້ນຄົງ ແລະ ບໍ່ແນ່ນອນ, ແລະ ຊີ້ນຳທິດທາງໃຫ້ແກ່ການພັດທະນາກ້າວໜ້າຂອງປະຊາຄົມມວນມະນຸດ.

 

ຝ່າຍລາວ ໄດ້ໃຫ້ຕອບ​ໂຕ້​ຢ່າງຕັ້ງໜ້າຕໍ່ຂໍ້ລິເລີ່ມດັ່ງກ່າວ ແລະ ໄດ້ກ່າວວ່າ, ເລຂາທິຫານໃຫຍ່ ສີຈິ້ນຜິງ ໄດ້ສະເໜີຂໍ້ລິເລີ່ມ "ໜຶ່ງແລວໜຶ່ງເສັ້ນທາງ" ແລະ ທັດສະນະກ່ຽວກັບການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດຢ່າງມີຫົວຄິດປະດິດສ້າງ ເຊິ່ງເປັນການປະກອບສ່ວນອັນພົ້ນເດັ່ນໃຫ້ແກ່ປະຊາຄົມສາກົນ, ສປປ ລາວ ກໍໄດ້ຮັບຜົນປະໂຫຍດຢ່າງຫຼວງຫຼາຍ. ປະເທດຈີນກັບປະເທດລາວ ຕ່າງກໍເປັນປະເທດສັງຄົມນິຍົມ ແລະ ເປັນບ້ານໃກ້ເຮືອນຄຽງທີ່ດີ, ມີອຸດົມການອັນດຽວກັນ, ສະນັ້ນການດຳເນີນການແລກປ່ຽນ ແລະ ຄົ້ນຄວ້າກ່ຽວກັບແນວຄິດການຕ່າງປະເທດ ສີຈິ້ນຜິງ ແມ່ນມີຄວາມໝາຍສຳຄັນພິເສດ,ຈະຊ່ວຍພວກເຮົາຮັບຮູ້ທ່າອ່ຽງ ແລະ ທິດທາງຢ່າງຈະແຈ້ງໃນສະຖານະການສາກົນ ແລະ ພາກພື້ນທີ່ສັບສົນໃນປະຈຸບັນ, ເພື່ອຮ່ວມກັນກຳແໜ້ນກາລະໂອກາດການພັດທະນາ, ຮັບມືກັບຄວາມສ່ຽງ ແລະ ສິ່ງທ້າທາຍ ແລະ ສ້າງອະນາຄົດທີ່ສົດໃສ. ພວກເຮົາ​ດີໃຈ​ທີ່​ໄດ້​ເຫັນ​ວ່າ,​ທັດສະນະຫຼັກ​ຂອງ​ແນວຄິດການຕ່າງປະເທດ ສີຈິ້ນຜິງ ​ໄດ້​ຫັນ​ເປັນ​ການ​ປະຕິບັດຕົວຈິງ​ຢ່າງ​ມີຊີວິດຊີວາຂອງ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ ຈີນ-ລາວ ລາວ-ຈີນ. ສອງ​ປະ​ເທດ ຈີນ​-ລາວ ຍຶດໝັ້ນ​ການ​ນຳພາ​ລວມສູນເປັນເອກະພາບຂອງພັກ​ຕໍ່ກັບ​ວຽກ​ງານ​ການ​ຕ່າງປະ​ເທດ, ​ຍຶດໝັ້ນ​​ສູນ​ກາງ​ພັກ​ມີອຳນາດຕັດສິນນະໂຍບາຍການຕ່າງປະເທດ, ອັນນີ້​ໄດ້​ກາຍ​ເປັນ​ການ​ຮັບປະກັນ​ອັນກົກຮາກທີ່​ວຽກ​ງານ​ການ​ຕ່າງປະເທດ ສາມາດ​ຜ່ານ​ຜ່າ​​ຄວາມ​ຫຍຸ້ງຍາກ ​ແລະ ​ບັນລຸ​ໄຊຊະນະທຸກຢ່າງໄດ້. ການນຳສູງສຸດຂອງສອງຝ່າຍ ໄດ້ລົງນາມແຜນແມ່ບົດ ວ່າດ້ວຍ ການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ ລາວ-ຈີນ ເພື່ອສະແຫວງຫາ ແລະ ສ້າງສາຍພົວພັນລະຫວ່າງປະເທດສັງຄົມນິຍົມແບບໃໝ່ບົນພື້ນຖານສາຍພົວພັນສາກົນແບບໃໝ່, ອັນນີ້ເປັນການກະທຳຢ່າງປະດິດສ້າງອັນສຳຄັນໃນປະຫວັດສາດທາງການທູດຂອງສອງປະເທດ. ພວກເຮົາຢູ່ແຖວ​ໜ້າ​ຂອງ​ການ​ຮ່ວມ​ກັນສ້າງ "ໜຶ່ງ​ແລວ​​ໜຶ່ງ​ເສັ້ນ​ທາງ", ແລວ​ທາງ​ເສດ​ຖະ​ກິດ​ ຈີນ-ລາວ ລາວ-ຈີນ ໄດ້​ປ່ຽນ​ຈາກ​ແຜນແມ່ບົດ​ກາຍ​ເປັນ​ຄວາມ​ຈິງ, ທາງ​ລົດ​ໄຟ ​ຈີນ-ລາວ ລາວ-ຈີນ ແລະ ​ທາງ​ດ່ວນ​ວຽງຈັນ ຫາ ວັງວຽງ ​ກໍ​ໄດ້​ເປີດນຳໃຊ້​ຢ່າງ​ສຳ​ເລັດ​ຜົນ. ການຮ່ວມມືສອງຝ່າຍໄດ້ສ້າງເປັນຮູບແບບໃໝ່ໂດຍ​ມີຄວາມຮັບຮູ້ເປັນເອກະພາບກັນອັນສຳຄັນຂອງ​ ສະຫາຍເລຂາທິການ​ໃຫຍ່​ສອງພັກ ​ເປັນ​ທິດ​ຊີ້​ນຳ, ຖືການຈັດ​ຕັ້ງ​ປະຕິບັດ​ແຜນແມ່ບົດ ວ່າດ້ວຍ ການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ ລາວ-ຈີນ ເປັນ​ສາຍຫຼັກ​ ແລະ ​ຖືການ​ຮ່ວມ​ມື​ສ້າງ "ໜຶ່ງ​ແລວ​​ໜຶ່ງ​ເສັ້ນທາງ" ​ເປັນ​ເວທີ.

 

​ເນື່ອງ​ໃນ​ໂອກາດ​ສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ສປ ຈີນ - ສປປ ລາວຄົບຮອບ 61 ປີ, ພວກເຮົາຮູ້ສຶກຕື່ນເຕັ້ນໃຈຍ້ອນວ່າສາຍພົວພັນສອງຝ່າຍ ໄດ້ຮັບການຂະຫຍາຍຕົວອັນຍາວໄກພາຍໃຕ້ການນຳພາຂອງການນຳສູງສຸດສອງພັກສອງລັດ, ພ້ອມ​ກັນ​ນັ້ນ, ກໍ​ໄດ້​ເພີ່ມ​ຄວາມ​ຮັບຜິດຊອບ​ໃນ​ການ​ປະຕິບັດຄວາມຮັບຮູ້ເປັນເອກະພາບກັນອັນສຳຄັນຂອງການນຳສູງສຸດສອງພັກສອງ​ລັດ. ສະນັ້ນ, ໃນວັນດຽວກັນທີ່ ສະຫາຍເລຂາທິການໃຫຍ່ ສີຈິ້ນຜິງ ພົບປະແບບທາງໄກກັບ ສະຫາຍເລຂາທິການໃຫຍ່ ທອງລຸນ ສີສຸລິດ, ສະຫາຍ ຫວັງອີ້ ທີ່​ປຶກສາ​ແຫ່ງ​ລັດ​, ​ລັດ​ຖະ​ມົນ​ຕີ​ກະຊວງການ​ຕ່າງ​ປະ​ເທດ ແຫ່ງ ສປ ຈີນ ກັບ ສະຫາຍ ສະເຫຼີມໄຊ ກົມມະສິດ, ລັດ​ຖະ​ມົນ​ຕີກະຊວງການ​ຕ່າງ​ປະ​ເທດ ແຫ່ງ ສປປ ລາວ ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ຢ່າງຮອບດ້ານ ແລະ ​​ຈັດ​​ການວຽກງານເປັນສັງ​ລວມ. ໃນຕໍ່ໜ້າ, ພວກເຮົາຈະສືບຕໍ່ຮ່ວມກັບຝ່າຍລາວ ຊຸກຍູ້ປະຕິບັດຄວາມຮັບຮູ້ເປັນເອກະພາບກັນອັນສຳຄັນດັ່ງກ່າວຢ່າງສຸດຄວາມແຮງ ພາຍໃຕ້ການຊີ້ນຳນຳພາຂອງ​ແນວຄິດການຕ່າງປະເທດ ສີຈິ້ນຜິງ: ​ເພີ່ມ​ທະວີ​ການ​ແລກປ່ຽນ​ຖອດຖອນບົດຮຽນ​ດ້ານ​ການ​ຄຸ້ມຄອງພັກບໍລິຫານລັດ, ຮ່ວມ​ກັນ​ຍຶດໝັ້ນ​ເສັ້ນທາງ​ສັງຄົມ​ນິຍົມໃຫ້ດີ, ຮັດ​ແໜ້ນ​ລະບອບ​ສັງຄົມ​ນິຍົມໃຫ້ດີ, ພັດທະນາ​ພາລະກິດສັງຄົມ​ນິຍົມໃຫ້ດີ, ລົງ​ເລິກ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ, ຊຸກຍູ້​ການ​ຮ່ວມ​ມື​ກໍ່​ສ້າງ "ໜຶ່ງ​ແລວ​​ໜຶ່ງ​ເສັ້ນທາງ" ໃຫ້ມີ​ຄຸນ​ນະພາ​ບສູງ​ໂດຍຜ່ານການພັດທະນາທາງລົດ​ໄຟ​ ຈີນ-ລາວ ລາວ-ຈີນ, ​ເລັ່ງລັດ​ການ​ສ້າງ​ແລວ​ທາງ​ເສດຖະກິດ​ ຈີນ-ລາວ ລາວ-ຈີນ ແລະ ​ຍົກ​ລະດັບ​ການ​ຮ່ວມ​ມື​ເປັນຮູບປະທຳ ລະຫວ່າງ ​ຈີນ-ລາວ; ​ເນັ້ນ​ໜັກ​ເຖິງ​ທັດສະນະທີ່ຖື​ປະຊາຊົນເປັນຫຼັກ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຕ້ານການ​ແຜ່​ລະບາດ​ຂອງ​ພະຍາດໂຄວິດ-19,​ ເພີ່ມ​ການ​ຊ່ວຍ​ເຫຼືອ​ດ້ານວັກ​ແຊງ,​ ເລັ່ງລັດສ້າງ​ໂຮງໝໍ​ແລະ ມອບ-ຮັບໂຮງຮຽນທີ່ສ້າງຂຶ້ນໂດຍບໍລິຈາກ; ປະສານ​ສົມທົບດ້ານຫຼາຍ​ຝ່າຍ​ໃຫ້​ແໜ້ນ​ແຟ້ນກວ່າເກົ່າ, ຮ່ວມ​ກັນ​ປະຕິບັດ​ຂໍ້​ລິ​ເລີ່​ມການພັດທະນາ​ທົ່ວ​ໂລກ, ​ຮັກສາ​ລັດທິ​ຫຼາຍ​ຝ່າຍ​ທີ່​ແທ້​ຈິງ, ຊຸກຍູ້​ການ​ສ້າງ​ປະຊາ​ຄົມຮ່ວມຊາຕາກຳຂອງ​ມວນ​ມະນຸດ. ພວກ​ເຮົາ​ເຊື່ອໝັ້ນ​ວ່າ, ພາຍໃຕ້ການນໍາພາຮ່ວມກັນຂອງ ສະຫາຍເລຂາທິການໃຫຍ່ ສີຈິ້ນຜິງ ແລະ ສະຫາຍເລຂາທິການໃຫຍ່ ທອງລຸນ ສີສຸລິດ, ພາຍໃຕ້ຄວາມພະຍາຍາມຮ່ວມກັນຂອງທຸກພາກສ່ວນ ແລະ ທ້ອງຖິ່ນຂອງສອງຝ່າຍ, ສາຍພົວພັນ ຈີນ-ລາວ ລາວ-ຈີນ ທີ່ໄດ້ກ້າວເຂົ້າສູ່ໄລຍະອີກ 60 ປີ ຕ້ອງບຸກເບີນສ້າງສະພາບການໃໝ່ ແລະ ເປີດສັງກາດໃໝ່ຢ່າງບໍ່ຢຸດຢັ້ງ.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480222
ມື້ນີ້52
ມື້ວານ157
ອາທິດນີ້620
ເດືອນນີ້6453