ລົງເລິກຜັນຂະຫຍາຍແນວຄິດການຕ່າງປະເທດ ສີ ຈິ້ນຜິງ
ພະຍາຍາມສ້າງຄວາມຜາສຸກໃຫ້ແກ່ປະຊາຊົນ ລາວ-ຈີນ
ບົດຄວາມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຈີນ-ລາວ ຄົບຮອບ 61 ປີ ບົດທີ 3
ເລຂາທິການໃຫຍ່ ສີຈິ້ນຜິງ ໄດ້ເນັ້ນວ່າ ຄວາມມຸ້ງຫວັງທີ່ຢາກດຳລົງຊີວິດການເປັນຢູ່ອັນດີງາມຂອງປະຊາຊົນ ກໍ່ແມ່ນເປົ້າຫມາຍສູ້ຊົນຂອງພວກເຮົາ, ທຸກອັນທີ່ພັກກອມມູນິດຈີນ ທີ່່ເຮັດໄປກໍ່ແມ່ນເພື່່ອສະແຫວງຫາຄວາມຜາສຸກຂອງປະຊາຊົນຈີນ, ສະແຫວງຫາຄວາມຟຶ້ນຟູຄວາມຈະເລິນຮຸ່ງເຮືອງຂອງຊົນຊາດຈີນ, ສະແຫວງຫາສັນຕິພາບ ແລະ ການພັດທະນາຂອງມວນມະນຸດ ໂດຍທີ່ໄດ້ນຳເອົາຜົນປະໂຫຍດຂອງປະຊາຊົນໄວ້ຢູ່ພິກັດສູງສຸດໃນດວງໃຈຂອງຕົນຢ່າງສະເຫມີຕົ້ນສະເຫມີປາຍ ແລະ ມອງໄປມຸມຜົນປະໂຫຍດຮ່ວມຂອງປະຊາຊົນຈີນ ແລະ ໂລກ ຢ່າງສະເຫມີຕົ້ນສະເຫມີປາຍ ເລຂາທິການໃຫຍ່ ສີຈິ້ນຜິງ ໄດ້ມີຂໍ້ສະເຫນີວ່າຈະສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ ຊຶ່ງໄດ້ກາຍເປັນກະແສແນວຄິດນຳພາຍຸກສະໄຫມ ແລະ ຄັນທຸງອັນແຈ້ງສະຫວ່າງທີ່ຊີ້ທິດເຍືອງທາງໃຫ້ແກ່ມວນມະນຸດ ເລຂາທິການໃຫຍ່ ສີຈິ້ນຜິງ ຍັງໄດ້ຮ່ວມກັບການນຳຂັ້ນສູງສຸດຂອງປະເທດລາວ ເຊັນແຜນແມ່ບົດ ວ່າດ້ວຍ ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ຈີນ-ລາວ ຊຶ່ງໄດ້ນຳເອົາຜົນປະໂຫຍດອັນແທ້ຈິງໃຫ້ແກ່ປະຊາຊົນສອງປະເທດ ໃນເວລາທີ່ພົບປະແບບວິດີໂອທາງໄກກັບ ເລຂາທິການໃຫຍ່ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ສີຈິ້ນຜິງ ໄດ້ເນັ້ນວ່າ ການຮັບໃຊ້ປະຊາຊົນແມ່ນວັດຖຸປະສົງຮ່ວມຂອງສອງພັກລາວຈີນ, ສາຍພົວພັນ ລາວ-ຈີນ ກໍ່ຄວນຖືເອົາປະຊາຊົນເປັນກົກເພື່ອນຳເອົາຜົນປະໂຫຍດໃຫ້ແກ່ປະຊາຊົນສອງຊາດລາວຈີນ ຊຶ່ງໄດ້ສະແດງເຖິງຄວາມເມດຕາຮັກແພງຕໍ່ປະຊາຊົນ ແລະ ຄວາມຫ່ວງໃຍຕໍ່ໂລກມະນຸດອັນເລິກເຊິງດູດດື່ມ ໄດ້ຊີ້ທິດແລະຮຽກຮ້ອງໃຫ້ແກ່ການເສີມສ້າງສາຍພົວພັນລາວຈີນເພື່ອສ້າງຄວາມຜາສຸກໃຫ້ແກ່ປະຊາຊົນສອງປະເທດ.
ສາຍພົວພັນ ລາວ-ຈີນ ຍຶດຫມັ້ນຖືເອົາປະຊາຊົນເປັນກົກໄດ້ສະແດງອອກໃນການຍຶດຫມັ້ນການຊ່ວຍກູ້ຊີວິດປະຊາຊົນ ແລະ ຮ່ວມກັນຕ້ານການແຜ່ລະບາດພະຍາດໂຄວິດ-19 ພາຍຫລັງເກີດພະຍາດໂຄວິດ-19ເປັນຕົ້ນມາ ສອງປະເທດ ລາວ-ຈີນ ໄດ້ຮ່ວມທຸກຮ່ວມສຸກ ແລະ ອູ້ມຊູຊ່ວຍເຫລືອຊຶ່ງກັນ ແລະ ກັນ ໃນໄລຍະເປັນຂໍກຸນແຈທີ່ຝ່າຍຈີນຕໍ່ສູ້ຕ້ານກັບພະຍາດໂຄວິດ-19 ທຸກວົງການສັງຄົມທົ່ວປະເທດລາວ ໄດ້ສະຫນອງການຊ່ວຍເຫລືອລ້າທີ່ຈິງໃຈສຸດຂີດໃຫ້ແກ່ປະເທດຈີນ ລວມທັງໄດ້ຊ່ວຍເຫລືອເງິນສົດ 7 ແສນໂດລາສະຫະລັດ ໃນເວລາຝ່າຍລາວປະກາດພົບເຫັນກໍລະນີຕິດເຊື້ອຜູ້ທຳອິດບໍ່ຮອດ 5 ວັນ ຄະນະຊ່ຽວຊານຈີນຊຸດທຳອິດກໍ່ໄດ້ມາຮອດນະຄອນຫລວງວຽງຈັນ ເພື່ອຊ່ວຍເຫລືອຝ່າຍລາວ, ຫລັງໆມາກໍ່ໄດ້ຈັດສົ່ງຊ່ຽວຊານມາເປັນຫລາຍຊຸດຈົນຮອດປະຈຸບັນຍັງມີຊ່ຽວຊານຈີນ ປະຕິບັດຫນ້າທີ່ວຽກງານຢູ່ນະຄອນຫລວງວຽງຈັນ ຝ່າຍຈີນແຕ່ສູນກາງຮອດທ້ອງຖິ່ນກໍ່ໄດ້ຊ່ວຍເຫລືອວັດຖຸອຸປະກອນ ແບ່ງປັນບົດຮຽນ ຊ່ວຍສ້າງແຜນງານຕ້ານການລະບາດພະຍາດຮອບດ້ານໃຫ້ແກ່ຝ່າຍລາວ ຊຶ່່ງໄດ້ຍົກລະດັບແບບຫັນເປັນວິທະຍາສາດ ແລະ ມາດຖານໃນການຕ້ານພະຍາດໂຄວິດ-19, ຝ່າຍຈີນ ໄດ້ຊ່ວຍເຫລືອກໍ່ສ້າງຫ້ອງທົດລອງເກັບກໍາຂໍ້ມູນ ແລະ ຊອກເຊື້ອພະຍາດໃຫ້ແກ່ຝ່າຍລາວ ຢ່າງທັນການ, ຊຶ່ງໄດ້ຍົກສູງລະດັບການກວດເຊື້ອຢ່າງຮອບດ້ານ ການຊ່ວຍເຫລືອວັກຊິນຕ້ານພະຍາດຈາກປະເທດຈີນໄດ້ກວມກວ່າເຄິ່ງຫນຶ່ງຂອງພົນລະເມືອງລາວ ແລະ ຝ່າຍລາວກໍ່ໄດ້ຈັດການເປັນທີ່ຮຽບຮ້ອຍໃນການສັກວັກຊິນໃຫ້ແກ່ພົນລະເມືອງຈີນທີ່ອາໃສຢູ່ລາວ ສະເພາະຫນ້ານີ້ ພະຍາດໂຄວິດ-19 ຍັງຈະສືບຕໍ່ຜັນຂະຫຍາຍ ສອງຝ່າຍ ລາວ-ຈີນ ຍັງຈະສືບຕໍ່ຮ່ວມມືກັນ ພວກຂ້າພະເຈົ້າຍິນດີສືບຕໍ່ໃຫ້ການຊ່ວຍເຫລືອແກ່ປະເທດລາວ ລວມທັງການສະຫນອງວັກຊິນຕຶ່ມອີກ ແລະ ຝ່າຍຈີນ ກໍ່ເຊື່ອຫມັ້ນວ່າຝ່າຍລາວ ຈະສືບຕໍ່ຊ່ວຍເຫລືອເບິ່ງແຍງພົນລະເມືອງຈີນແລະ ຊາວຈີນຕ່າງດ້າວທີ່ອາໃສຢູ່ລາວ ໃຫ້ດີຄືເກົ່າ ຫວັງວ່າທັງສອງປະເທດ ລາວ-ຈີນ ຮ່ວມກັນປົກປັກຮັກສາຊີວິດ ແລະ ສຸຂະພາບຂອງປະຊາຊົນນຳກັນ.
ສາຍພົວພັນ ລາວ-ຈີນ ຍຶດຫມັ້ນຖືເອົາປະຊາຊົນເປັນກົກໄດ້ສະແດງອອກໃນການຍຶດຫມັ້ນແລກປ່ຽນບົດຮຽນນຳກັນ ແລະ ຮ່ວມກັນແກ້ໄຂຄວາມທຸກຍາກ ລາວ-ຈີນ ລ້ວນແຕ່ເປັນປະເທດກຳລັງພັດທະນາລ້ວນແຕ່ໄດ້ປະເຊີນຫນ້າກັບພາລະຫນ້າທີ່ການແກ້ໄຂຄວາມທຸກຍາກ ໂດຍຜ່ານການບຸກບືນສູ້ຊົນຢ່າງບໍ່ລົດລະ ປະເທດຈີນໄດ້ແກ້ໄຂບັນຫາທຸກຍາກຂອງປະຊາຊົນທີ່ແກ່ຍາວມາເປັນຫລາຍພັນປີ ໄດ້ລ່ວງຫນ້າ 10 ປີ ບັນລຸເປົ້າຫມາຍລົດຜ່ອນຄວາມທຸກຍາກໃນວາລະການພັດທະນາແບບຍືນຍົງຮອດປີ 2030 ຂອງສະຫະປະຊາຊາດ ສັດຈະທຳໃຫຍ່ກວ່າຫມູ່ໃນໂລກແມ່ນຍຸດຕິທຳ ເລຂາທິການໃຫຍ່ ສີຈິ້ນຜິງ ໄດ້ຊີ້ອອກວ່າ ປະຊາຊົນຈີນບໍ່ພຽງແຕ່ຕົນເອງມີຊີວິດການເປັນຢູ່ດີຂຶ້ນຍັງຕ້ອງສະແຫວງຫາການມີຊີວິດການເປັນຢູ່ທີ່ດີຂອງປະຊາຊົນໂລກ ພວກຂ້າພະເຈົ້າໄດ້ຕັ້ງຫນ້າເຂົ້າຮ່ວມການແກ້ໄຂຄວາມທຸກຍາກໃນໂລກ ແລະ ເຂົ້າຮ່ວມເປັນສະມາຊິກຂອງສະຫະພັນລົດຜ່ອນຄວາມທຸກຍາກຂອງສະຫະປະຊາຊາດ ພວກຂ້າພະເຈົ້າໄດ້ສ້າງມູນນິທິຊ່ວຍເຫລືອລ້າໃນຂອບການຮ່ວມມືໃຕ້-ໃຕ້ ຊຶ່ງໄດ້ຈັດຕັ້ງປະຕິບັດໂຄງການຊ່ວຍເຫລືອລ້າ 200 ກວ່າໂຄງການໃນ 30 ກວ່າປະເທດ ພວກຂ້າພະເຈົ້າໄດ້ມີຂໍ້ລິເລິ່ມຫນຶ່ງແລວຫນຶ່ງເສັ້ນທາງ ຊຶ່່ງບົດລາຍງານຂອງທະນາຄານໂລກ ໄດ້ຊີ້ອອກວ່າ ຂໍ້ລິເລິ່ມດັ່ງກ່າວໄດ້ເຮັດໃຫ້ປະຊາຊົນ 7.6 ລ້ານຄົນຫລຸດພົ້ນອອກຈາກຄວາມທຸກຍາກແບບເດັດຖານ ແລະ 32 ລ້ານຄົນ ຫລຸດພົ້ນອອກຈາກຄວາມທຸກຍາກລະດັບປານກາງໃນບັນດາປະເທດກ່ຽວຂ້ອງ ລາວ-ຈີນ ເປັນຄູ່ຮ່ວມຊາຕາກຳທີ່ໃຫ້ການຊ່ວຍເຫລືອຊຶ່ງກັນ ແລະ ກັນ ພວກຂ້າພະເຈົ້າມີຄວາມຈຸດປະສົງສູງກວ່າຄົນອຶ່ນທີ່ຫວັງຢາກໃຫ້ປະຊາຊົນລາວ ມີຊີວິດການເປັນຢູ່ທີ່ດີ ທັງສອງຝ່າຍໄດ້ກຳນົດຢ່າງຈະແຈ້ງໃນແຜນແມ່ບົດ ວ່າດ້ວຍ ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ວ່າ ຕ້ອງເພິ່ມທະວີການຮ່ວມມືກັນເພື່ອແກ້ໄຂຄວາມທຸກຍາກ ຊຸກຍູ້ໃຫ້ປະເທດລາວຫລຸດພົ້ນອອກຈາກສະພາວະດ້ອຍພັດທະນາໂດຍໄວ ພວກຂ້າພະເຈົ້າ ເອົາໃຈໃສ່ການຊ່ວຍເຫລືອແບບວິທະຍາສາດແລະແບ່ງປັນບົດຮຽນການແກ້ໄຂຄວາມທຸກຍາກຊຶ່ງໄດ້ມອບປຶ້ມຫນັງສືທີ່ມີຊື່ວ່າຄຳສັບທີ່ເປັນຂໍກຸນແຈຂອງຈີນ: ການແກ້ໄຂຄວາມທຸກຍາກແບບເຖິງຈຸດພິກັດ (ສະບັບພາສາລາວ) ໃຫ້ແກ່ຝ່າຍລາວ ກໍາລັງຈັດແປບົດນິພົນຂອງ ເລຂາທິການໃຫຍ່ ສີຈິ້ນຜິງ ທີ່ມີຊື່ວ່າຫລຸດພົ້ນອອກຈາກຄວາມທຸກຍາກ ແລະ ຈະຈັດພິມຈຳຫນ່າຍຢູ່ປະເທດລາວ ເພື່ອເປັນບົດຮຽນຕົວຈິງ ພວກຂ້າພະເຈົ້າໄດ້ເລືອກເອົານະຄອນຫລວງວຽງຈັນ ແລະ ແຂວງຫລວງພະບາງ ເປັນບ່ອນລະຫນຶ່ງບ້ານມາຈັດຕັ້ງປະຕິບັດເປັນແບບຢ່າງໃນການແກ້ໄຂຄວາມທຸກຍາກ ກໍ່ສ້າງຫລາຍໆໂຄງການຂຶ້ນໃນສອງບ້ານດັ່ງກ່າວ, ຊຶ່ງໄດ້ກວມເອົາເສັ້ນທາງ ໂຮງຮຽນ ສຸກສາລາ ນໍ້າປະປາ ແລະ ອຶ່ນໆ ເພື່ອຊ່ວຍເຫລືອປະຊາຊົນ ເພິ່ມລາຍໄດ້ ແລະ ແກ້ໄຂຄວາມທຸກຍາກ.
ສາຍພົວພັນ ລາວ-ຈີນ ຍຶດຫມັ້ນຖືເອົາປະຊາຊົນເປັນກົກ ແມ່ນໄດ້ສະແດງອອກໃນການຍຶດຫມັ້ນອູ້ມຊູຊ່ວຍເຫລືອກັນ ແລະ ຮ່ວມກັນບັນລຸເປົ້າຫມາຍການພັດທະນາ ໃນເວລາທີໄດ້ແລກປ່ຽນບົດຮຽນແກ້ໄຂຄວາມທຸກຍາກນຳຝ່າຍລາວ ພວກຂ້າພະເຈົ້າຍັງໄດ້ທຳການຮ່ວມມືກັບຝ່າຍລາວໃນການແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນຢ່າງບໍ່ຢຸດຢັ້ງ ເຖິງແມ່ນວ່າຕົກຢູ່ສະພາບການຕ້ານພະຍາດໂຄວິດ-19 ກໍຕາມ. ໃນໂອກາດນນີ້ ຂ້າພະເຈົ້າຂໍຍົກວຽກງານບາງອັນໃນເວລາໃກ້ໆນີ້ “8 ໂຄງການໃຫຍ່” ໄດ້ສືບຕໍ່ຊຸກຍູ້ປະຕິບັດ ໂຄງການຊ່ວຍເຫລືອລ້າກໍ່ສ້າງພຶ້ນຖານໂຄງລາງ ເພື່ອແກ້ໄຂຄວາມທຸກຍາກລະໄຍຫນຶ່ງໄດ້ລົງມືໃນເດືອນມີນາ ປີ 2021 ແລະ ຈະສ້າງສຳເລັດພາຍໃນປີນີ້ ໂຄງການຊ່ວຍເຫລືອລ້າກໍ່ສ້າງລະບົບການຄ້າເອເລັກໂຕຣນິກສຳລັບຜະລິດຕະພັນກະສິກຳລາວ ຈະໄດ້ລົງມືສ້າງພາຍໃນປີນີ້ “ໂຄງການ 2 ໂຮງຫມໍ” ໄດ້ລົງມືສ້າງເປັນລຳດັບ ແລະ ໂຄງການໂຮງຫມໍມະໂຫສົດໄລຍະຫນຶ່ງໄດ້ສ້າງສຳເລັດ ແລະ ໄດ້ມອບໃຫ້ຝ່າຍລາວ ໃນເດືອນພະຈິກ ປີ 2021 ຢ່າງເປັນທາງການ ໄລຍະສອງລວມທັງການສ້າງຕຶກສຸກເສີນ ແລະ ຕຶກເຕັກນິກແພດວິທະຍາກຳລັງຢູ່ໄລຍະກໍ່ສ້າງ ໂຄງການຍົກລະດັບໂຮງຫມໍແຂວງຫລວງພະບາງໄດ້ເລິ່ມລົງມືແລ້ວ ບາດສ້າງສຳເລັດແລ້ວຈະສາມາດສະຫນອງການບໍລິການການແພດໃຫ້ແກ່ປະຊາຊົນພາກເຫນືອເປັນຢ່າງດີ “ໂຄງການຊ່ວຍເຫລືອລ້າກໍ່ສ້າງ 5 ໂຮງຮຽນ” ໄດ້ຈັດຕັ້ງປະຕິບັດໄປຢ່າງເປັນທາງການ ໂຮງຮຽນມັດທະຍົມນາຊາຍທອງນະຄອນຫລວງວຽງຈັນ ໄດ້ລົງມືສ້າງໃນເດືອນກຸມພາປີ 2021 ໂຮງຮຽນມັດທະຍົມເພຍວັດນະຄອນຫລວງວຽງຈັນ ໄດ້ລົງມືສ້າງໃນເດືອນພຶດສະພາ ປີ 2021 ໂຄງການຊ່ວຍເຫລືອກໍ່ວິທະຍາໄລເຕັກນິກວິຊາຊີບການລົດໄຟລາວ ໄດ້ລົງມືສ້າງໃນເດືອນກັນຍາ ປີ 2021 ໂຄງການປັບປຸງສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານລາວ ຈະໄດ້ເລິ່ມສ້າງໃນວັນທີ 25 ເດືອນເມສາ ປີ 2022 ນີ້ ແລະໂຄງການກໍ່ສ້າງສູນພັດທະນາເຕັກນິກວິຊາຊີບແຂວງອຸດົມໄຊ ຈະໄດ້ລົງມືອອກແບບໃນເດືອນມິຖຸຸນານີ້. ພ້ອມກັນນັ້ນ, ໂຄງການທີ່ຖືກຜົນກະທົບຈາກໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ໄດ້ສ້າງສຳເລັດ ແລະ ໂຄງການກໍ່ສ້າງສູນກິດຈະກຳຄົບວົງຈອນຊາວຫນຸ່ມເຍົາວະຊົນລາວ ກໍ່ຈະສ້າງສຳເລັດໃນເວລາມໍ່ໆນີ້ ບາດກ້າວຕໍ່ໄປພວກຂ້າພະເຈົ້າຈະລົງມືຈັດຕັ້ງປະຕິບັດໂຄງການກໍ່ສ້າງພຶ້ນຖານໂຄງລາງ ເພື່່ອແກ້ໄຂຄວາມທຸກຍາກໄລຍະສອງ ໂຄງການຍົກລະດັບໃຫ້ແກ່ຄູ່ອາຈານຊົນນະບົດ ໂຄງການການສຶກສາຜ່ານລະບົບທາງໄກ ແລະ ອຶ່ນໆ ໂດຍສະເພາະຈະຕັ້ງຫນ້າຊຸກຍູ້ການກໍ່ສ້າງໂຄງການຂະຫຍາຍໂຮງຮຽນວັດທະນະທຳຫລັກ 67 ກະຊວງປ້ອງກັນຄວາມສະຫງົບ ວິທະຍາໄລເຕັກນິກວິຊາຊີບເຂດເສດຖະກິດໄຊເສດຖາ ໂຮງຮຽນມັດທະຍົມປາກເຊແຂວງຈຳປະສັກ ໂຮງຮຽນມັດທະຍົມສະຫວັນແຂວງສະຫວັນນະເຂດ ແລະ ໂຮງຮຽນມັດທະຍົມສັນຕິພາບແຂວງຫລວງພະບາງ ເພື່ອຍົກລະດັບການສຶກສາ ແລະ ສ້າງຝີມືແຮງງານໃຫ້ແກ່ຝ່າຍລາວຫລາຍຂຶ້ນ ໃນຖານະທີ່ເປັນຄູ່ຮ່ວມຊາຕາກຳນຳກັນ ພວກຂ້າພະເຈົ້າຂໍອວຍພອນ ແລະ ເຊື່ອຫມັ້ນວ່າ ປະເທດລາວຈະກ້າວໄປສູ່ຄວາມຈະເລິນຮຸ່ງເຮືອງຢ່າງແນ່ນອນ ປະຊາຊົນລາວ ຈະໄດ້ມີຊີວິດການເປັນຢູ່ທີ່ດີກວ່າເກົ່າຢ່າງແນ່ນອນ.