ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ບົດຄວາມ 61 ປີສາຍພົວພັນການທູດລາວ-ຈີນ ທີ່ໝັ້ນຄົງຂະນົງເເກ່ນ

 

         ສາຍພົວພັນທາງການທູດລາວ-ຈີນ ໄດ້ກ້າວເຂົ້າສູ່ປີ ທີ 61 ໃນປີ 2022 ນີ້, ເຊິ່ງໃນປີທີ່ຜ່ານມາ (2021) ໃນໂອກາດຄົບຮອບ 60 ປີ ຂອງວັນທີ່ມີຄວາມໝາຍຄວາມສໍາຄັນດັ່ງກ່າວ,  ປະຊາຊົນສອງຊາດ ລາວ-ຈີນ ໄດ້ພາກັນຈັດຕັ້ງກິດຈະກໍາຕ່າງໆຮ່ວມກັນ ເພື່ອເປັນການສະເຫລີມສະຫລອງປີແຫ່ງຄວາມເປັນສີລິມົງຄຸນ. ໃນໄລຍະທີ່ຜ່ານມາ, ໂດຍສະເພາະແມ່ນນັບແຕ່ 2020 ມານີ້, ການຮ່ວມມືສອງຝ່າຍ ລາວ-ຈີນ ໄດ້ມີຜົນງານທີ່ໂດດເດັ່ນຫລາຍໆຢ່າງ ທີ່ເປັນສິ່ງຢືນຢັນໃຫ້ເຫັນເຖິງຜົນສໍາເລັດທີ່ປະຊາຊົນສອງຊາດລາວ-ຈີນຍາດມາໄດ້, ເປັນຕົ້ນແມ່ນ ການເປີດການນໍາໃຊ້ເສັ້ນທາງດ່ວນວຽງຈັນ-ວັງວຽງໃນວັນທີ 20 ທັນວາ 2020, 11 ເດືອນ ຕໍ່ມາກໍ່ແມ່ນການເປີດການນໍາໃຊ້ ເສັ້ນທາງລົດໄຟ ລາວ-ຈີນ, ການເປີດການນໍາໃຊ້ ອາຄານໂຮງໝໍມະໂຫສົດຫລັງໃໝ່ ແລະ ການພັດທະນາພື້ນຖານໂຄງລ່າງອື່ນໆ ທີ່ນໍາຜົນປະໂຫຍດມາໃຫ້ແກ່ປະຊາຊົນສອງຊາດລາວ-ຈີນ. ຜົນສໍາເລັດທີ່ຍາດມາໄດ້ຕະຫລອດໄລຍະ 61 ປີມານີ້ ໄດ້ເປັນການຢືນຢັນເຖິງຄວາມໝັ້ນຄົງຂະນົງແກ່ນຂອງສາຍພົວພັນການທູດສອງປະເທດລາວ-ຈີນ,  ດັ່ງຄຳສຸພາສິດລາວ ທີ່ກ່າວໄວ້ວ່າ: “ໄລຍະທາງພິສູດມ້າ, ການເວລາພິສູດຄົນ”, ເຊິ່ງມັນໄດ້ສອດຄ່ອງກັບເນື້ອໃນບົດຄວາມຂອງສະຖານທູດ ສ.ປ ຈີນ ທີ່ໄດ້ລົງພິມໃນໜັງສືພິມຂອງລາວທີ່ກ່າວວ່າ “ສາຍພົວພັນການທູດ ຈີນ-ລາວ ສາມາດຜ່ານຜ່າການທົດສອບແຫ່ງການປ່ຽນແປງຢ່າງສັບສົນຂອງສະຖາ ນະການສາກົນ ແລະ ຍິ່ງດົນກໍຍິ່ງແໜ້ນແຟ້ນ, ຍິ່ງດົນກໍຍິ່ງມີຜົນປະໂຫຍດໃໝ່”.

   

     ແຕ່ລະໄລຍະ, ແຕ່ລະສະໄໝ ການສົ່ງເສີມສາຍພົວພັນລະຫວ່າງປະຊາຊົນສອງຊາດ ລາວ-ຈີນ ແມ່ນເປັນການ ຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈ ແລະ ເຈດຕະນາລົມອັນໝາຍໝັ້ນ ແລະ ໜັກແໜ້ນຂອງການນໍາສູງສຸດຂອງພັກຄອມມູນິດຈີນ ແລະ ພັກປະຊາຊົນປະຕິວັດລາວ ທີ່ມີເປົ້າໝາຍພາລະກິດສັງຄົມນິຍົມອັນດຽວກັນ. ການພົວພັນລະ ຫວ່າງການນໍາສູງສຸດຂອງສອງພັກສອງລັດໄດ້ເສີມຂະຫຍາຍບົດບາດຊີ້ນຳ-ນຳພາຕໍ່ການພັດທະນາສາຍພົວພັນ ລາວ-ຈີນ ອັນໄດ້ກາຍເປັນກຳລັງແຮງຊຸກຍູ້ໃຫ້ແກ່ການພົວພັນສອງຝ່າຍ ນັບມື້ນັບມີການຂະຫຍາຍຕົວກວມເອົາທຸກຂົງເຂດວຽກງານ, ແຕ່ສູນກາງຮອດທ້ອງຖິ່ນ, ແຕ່ຕົວເມືອງຮອດຊົນນະບົດ, ນັບມື້ນັບກ້າວເຂົ້າສູ່ລວງເລິກ ແລະ ມີຄວາມແໜ້ນແຟ້ນ ຍິ່ງໆຂຶ້ນ. ໃນປີ 2009 ການນໍາສູງສຸດຂອງສອງພັກ ເຫັນໄດ້ເຖິງຄວາມສໍາຄັນ ໃນການສືບຕໍ່ຮັດແໜ້ນ ແລະ ເພີ່ມທະວີການພົວພັນຮ່ວມມືກັນ ຈຶ່ງໄດ້ຕົກລົງຍົກລະດັບການພົວພັນລາວ-ຈີນ ຂຶ້ນມາເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ. ແຕ່ນັ້ນມາການນໍາສອງພັກ, ສອງລັດ ໄດ້ເອົາໃຈໃສ່ເຮັດວຽກຮ່ວມກັນຢ່າງໃກ້ຊິດ, ມີການໄປມາຫາສູ່ກັນຢ່າງຕໍ່ເນື່ອງ, ອັນໄດ້ເຮັດໃຫ້ສອງປະເທດມີຄວາມເຂົ້າອົກເຂົ້າໃຈກັນຍິ່ງໆຂຶ້ນ, ຊຶ່ງໄດ້ກາຍເປັນພື້ນຖານອັນແໜ້ນແກ່ນໃຫ້ແກ່ການຍົກລະດັບການພົວພັນຮ່ວມມືສອງຝ່າຍຂຶ້ນສູ່ລະດັບໃໝ່ ບົນຫລັກການເຄົາລົບນັບຖືຊຶ່ງກັນ ແລະ ກັນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ.

 

   ບົນພື້ນຖານການຮ່ວມມືທີ່ເປັນມູນເຊື້ອອັນຍາວນານ ແລະ ປະສົບຜົນສໍາເລັດຫລາຍດ້ານເປັນກ້າວໆມາ, ການ ນໍາຂອງ ສປ ຈີນ ຈຶ່ງສະເໜີວ່າ ການພົວພັນລາວ-ຈີນບໍ່ແມ່ນການພົວພັນແບບທົ່ວໄປ, ແຕ່ເປັນການພົວພັນແບບຄູ່ຮ່ວມຊະຕາກໍາທີ່ມີຄວາມໝາຍທາງດ້ານຍຸດທະສາດ ແລະ ທັງສອງຝ່າຍ ຈຶ່ງໄດ້ລະບຸໄວ້ຢູ່ໃນຖະແຫລງການຮ່ວມ ລາວ-ຈີນວ່າ: “ສອງປະເທດເປັນຄູ່ຮ່ວມຊະຕາກໍາທີ່ມີຄວາມໝາຍຍຸດທະສາດ”. ຍ້ອນແນວນັ້ນຜູ້ນໍາ ພັກ-ລັດຂອງສອງປະເທດ ລາວ-ຈີນ ຈຶ່ງໄດ້ເປັນເອກະພາບກັນ ຍົກລະດັບການພົວພັນສອງຝ່າຍຈາກການເປັນຄູ່ຮ່ວມມືແບບຍຸດທະສາດຮອບດ້ານໝັ້ນຄົງຍາວນານຕາມທິດ 4 ດີ ລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ມາເປັນ “ຄູ່ຮ່ວມຊະຕາກໍາລາວ-ຈີນ”, ພ້ອມດຽວກັນນັ້ນສອງຝ່າຍໄດ້ເລີ່ມຄົ້ນຄວ້າສ້າງແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊະຕາກໍາລາວ-ຈີນ. ແຜນແມ່ບົດດັ່ງກ່າວ ໄດ້ຖືກເຊັນຮັບຮອງຢ່າງເປັນທາງການໃນວັນທີ 30 ເມສາ 2019, ທີ່ປັກກິງ ໂດຍການນໍາສູງສຸດຂອງສອງປະເທດ. ເອກະສານດັ່ງກ່າວ ມີຄວາມໝາຍສໍາຄັນທາງດ້ານປະຫວັດສາດຂອງສອງປະເທດ ທີ່ເດີນຕາມເສັ້ນ ທາງສັງຄົມນິຍົມ ແລະ ໄດ້ກາຍເປັນເຂັມຊີ້ທິດເຍືອງທາງໃຫ້ແກ່ການລົງເລິກການຮ່ວມມື ລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ໃຫ້ມີຄວາມໜັກແໜ້ນ ແລະ ເລິກເຊິ່ງກວ່າເກົ່າໃນຂົງເຂດວຽກງານຕ່າງໆເຊັ່ນ: ສອງຝ່າຍຈະສືບຕໍ່ເສີມສ້າງການພົວພັນຮ່ວມມືທີ່ແໜ້ນແຟ້ນທາງດ້ານການເມືອງ, ໂດຍເພີ່ມທະວີການໄປມາຫາສູ່ ລະຫວ່າງການນໍາຂັ້ນສູງຂອງສອງພັກສອງລັດ; ຢຶດໝັ້ນການຮ່ວມມືທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນ ດ້ວຍການເຊື່ອມໂຍງ ລະຫວ່າງ ຍຸດທະສາດການຫັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ໃຫ້ເປັນປະເທດເຊື່ອມໂຍງເຊື່ອມຈອດຂອງລັດຖະບານລາວ ແລະ ຂໍ້ລິເລີ່ມ “ໜຶ່ງແລວ, ໜຶ່ງເສັ້ນທາງ” ຂອງລັດຖະບານຈີນ; ຢຶດໜັ້ນການຮ່ວມມືຊ່ວຍ ເຫລືອຊຶ່ງກັນ ແລະ ກັນໃນວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງຍິ່ງຂຶ້ນ; ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ແລະ ການໄປມາຫາສູ່ກັນຂອງປະຊາຊົນສອງຊາດ ໂດຍການແລກປ່ຽນດ້ານວັດທະນະທໍາ, ການສຶກສາ, ສາທາລະນະສຸກ ແລະ ຂະແໜງການອຶ່ນໆ ແຕ່ສູນກາງຮອດທ້ອງຖິ່ນ; ສືບຕໍ່ໃຫ້ການຮ່ວມມືຊຶ່ງກັນ ແລະ ກັນໃນການສ້າງສາພັດທະນາ ຕາມທິດສີຂຽວ ແລະ ຍືນຍົງ, ປົກປັກຮັກສາຊັບພະຍາກອນທໍາມະຊາດ, ປົກປັກຮັກສາສະ ພາບແວດລ້ອມ ແລະ ລະບົບນິເວດ.

 

         ແນວຄວາມຄິດ ຂໍ້ລິເລີ່ມ “ໜຶ່ງແລວ, ໜຶ່ງເສັ້ນທາງ” ຂອງປະທານ ສີ ຈິ້ນຜິງ ທີ່ໄດ້ຮັບຮອງ ໃນປີ 2013 ນັ້ນ, ໄດ້ກາຍເປັນຍຸດທະສາດດ້ານການທູດທີ່ສໍາຄັນທີ່ສຸດຂອງ ສປ ຈີນ ແລະ ຂອງຊາວໂລກ, ຊຶ່ງຍຸດທະສາດນີ້ໄດ້ອອກແບບເພື່ອໃຫ້ ສປ ຈີນ ຫລິ້ນບົດບາດຢູ່ໃນເວທີສາກົນ ໃນຖານະທີ່ ສປ ຈີນ ກໍາລັງມີຊື່ສຽງທາງດ້ານການເມືອງເສດຖະກິດ, ຄວາມໝັ້ນຄົງ, ທີ່ມີບົດບາດ ແລະ ອິດທິພົນ ໃນປັດຈຸບັນ.  ສປປ ລາວ ໃນຖານະທີ່ເປັນປະເທດບ້ານໃກ້ເຮືອນຄຽງກັບ ສປ ຈີນ, ເປັນປະເທດທີ່ມີອຸດົມການ, ມີແນວທາງນະໂຍບາຍທີ່ຄ້າຍຄືກັນ ແລະ ເຫັນວ່າ ຂໍ້ລິເລີ່ມ “ໜຶ່ງແລວ, ໜຶ່ງເສັ້ນທາງ” ຂອງ ສປ ຈີນ ແມ່ນຕອບສະໜອງກັບ ຍຸດທະສາດ ການຫັນປ່ຽນ ສະຖານະພາບຈາກປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລ ໄປເປັນປະເທດທີ່ເຊື່ອມໂຍງ-ເຊື່ອມຈອດກັບພາກພຶື້ນ ແລະ ສາກົນ ຂອງ ສປປ ລາວ ລັດຖະ ບານ ສປປ ລາວ ຈຶ່ງບໍ່ໄດ້ລັ່ງເລໃຈ ໃນການສະໜັບສະໜູນ ແລະ ຕົກລົງເຂົ້າຮ່ວມໃນ ຂໍ້ລິເລີ່ມດັ່ງກ່າວ. ການເປີດນໍາໃຊ້ເສັ້ນທາງດ່ວນວຽງຈັນ-ວັງວຽງ ແລະ ພິເສດ ເສັ້ນທາງລົດໄຟ ລາວ-ຈີນ ໄດ້ເປັນຂີດໝາຍອັນສໍາຄັນ ໃຫ້ແກ່ການຈັດຕັ້ງປະຕິບັດນະໂຍບາຍເຊື່ອມໂຍງ ເຊຶ່ມຈອດພາກພື້ນ ແລະ ສາກົນຂອງ ສປປ ລາວ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ ແລະ ມີບັນຍາກາດໃໝ່ໃຫ້ແກ່ການພົວພັນ ລາວ-ຈີນ ຍິ່ງໄດ້ຮັບການເສີມຂະຫຍາຍໃຫ້ກວ້າງຂວາງ ແລະ ໃຫ້ແໜ້ນແຟ້ນຍິ່ງຂຶ້ນກວ່າເກົ່າ ທັງເປັນການຢືນຢັນວ່າ ຂໍ້ລິເລີ່ມ “ໜຶ່ງແລວ, ໜຶ່ງເສັ້ນທາງ”  ຂອງ ສປ ຈີນ ບໍ່ແມ່ນສະ ເພາະນຳຜົນປະໂຫຍດມາສູ່ ສປ ຈີນ ພຽງຝ່າຍດຽວ ແຕ່ຍັງໄດ້ຕອບສະໜອງຄວາມມຸ້ງມາດປາຖະໜາ ແລະ ສ້າງຜົນປະ ໂຫຍດແກ່ປະເທດເພື່ອນບ້ານໃກ້ຄຽງ, ບັນດາປະເທດໃນພາກພື້ນ ແລະ ສາກົນນໍາອີກ.

 

          ໃນເດືອນສິງຫາ 2021, ເພື່ອເປັນການປະກອບສ່ວນສະຫລອງວັນສ້າງຕັ້ງສາຍພົວພັນການທູດລາວ-ຈີນ ຄົບ ຮອບ 60 ປີ ແລະ ປີ ມິດຕະພາບ ລາວ-ຈີນ, ສະຖາບັນການຕ່າງປະເທດ ໂດຍໄດ້ຮັບການສະໜັບສະໜູນຈາກສະຖານ ທູດ ສປ ຈີນ ປະຈໍາ ສປປ ລາວ ໄດ້ຈັດກອງປະຊຸມ ສໍາມະນາ ກ່ຽວກັບ “ຄວາມໝາຍຕໍ່ໂລກຂອງແນວຄິດການຕ່າງປະ ເທດປະທານ ສີ ຈິ້ນຜິງ”, ກອງປະຊຸມສໍາມະນາ ໄດ້ຕີລາຄາສູງຕໍ່ກັບ ຄວາມໝາຍຄວາມສໍາຄັນ, ພື້ນຖານແນວຄວາມຄິດ ແລະ ເນື້ອໃນທີ່ອຸດົມສົມບູນ ຂອງນະໂຍບາຍການຕ່າງປະເທດ ຂອງທ່ານ ສີ ຈິ້ນຜິງ, ເລຂາທິການໃຫຍ່ພັກຄອມມູນິດຈີນ, ທີ່ເປັນນັກຍຸດທະສາດການເມືອງທີ່ສະຫລາດສ່ອງໄສ, ນັກແນວຄິດທິດສະດີລັດທິມາກ. ທ່ານມີວິໄສທັດທີ່ກວ້າງໄກ ແລະ ມີຄວາມເປັນຫ່ວງເປັນໄຍຕໍ່ຊະຕາກໍາຂອງມວນມະນຸດ.  ທ່ານ ສີ ຈິ້ນຜິງ ໄດ້ວາງຍຸດທະສາດ ເພື່ອຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນ ໃນເມື່ອກ່ອນນັ້ນ ໃຫ້ກັບຄືນມາມີບົດບາດໃໝ່, ອິດທິພົນໃໝ່, ຄວາມຈະເລີນຮຸ່ງເຮືອງໃໝ່ ທີ່ຊາວໂລກທັງໝົດຮ່ວມໃນຊະຕາກໍາດຽວກັນ. ຕະຫລອດໄລຍະຂອງການເປັນຜູ້ນໍາ, ທ່ານ ສີ ຈິ້ນຜິງ ໄດ້ນໍາພາຈັດຕັ້ງປະຕິບັດ ນະໂຍບາຍການຕ່າງປະເທດທີ່ມີສີສັນພິເສດຂອງຈີນ ໃນຖານະທີ່ເປັນປະເທດໃຫຍ່ ມີການພັດທະນາເສດຖະກິດ-ສັງຄົມທີ່ຂະຫຍາຍຕົວຢ່າງໄວວາ, ມີການພັດທະນາດ້ານເຕັກໂນໂລຊີ ທີ່ທັນສະໄໝ ແລະ ວ່ອງ ໄວ ຈົນກ້າວໄປເປັນປະເທດມະຫາອໍານາດໜຶ່ງຢູ່ໃນໂລກ. ທ່ານໄດ້ຄົ້ນຄິດ ແລະ ນໍາສະເໜີແນວຄິດໃໝ່, ທັດສະນະໃໝ່ ແລະ ຂໍ້ລິເລີ່ມໃໝ່ ທາງດ້ານການຕ່າງປະເທດເປັນຈຳນວນຫຼວງຫຼາຍ ທີ່ມີຫົວຄິດປະດິດສ້າງ ແລະ ມີບົດບາດທີ່ດີໃນການນໍາພາ ສ້າງຄວາມປອງດອງ, ສົ່ງເສີມການຮ່ວມມືກັນແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ເພິ່ງພາອາໄສຊຶ່ງກັນ ແລະ ກັນເພື່ອພັດເສດຖະກິດ-ສັງຄົມ, ເພື່ອຄວາມຢູ່ເຢັນເປັນສຸກ ແລະ ເພື່ອສັນຕິພາບໃນໂລກ.

 

    ໂດຍຈັດຕັ້ງຜັນຂະຫຍາຍນະໂຍບາຍການຕ່າງປະເທດທີ່ເປັນມິດ ແລະ ເອົາໃຈໃສ່ຕໍ່ປະເທດເພື່ອນບ້ານໃກ້ຄຽງ ຜູ້ນໍາຂອງ ສປ ຈີນ ແລະ ຜູ້ນໍາຂອງ ສປປ ລາວ ໄດ້ຕົກລົງກັນສືບຕໍ່ຊຸກຍູ້ໃຫ້ຂະແໜງການກ່ຽວຂ້ອງຂອງສອງຝ່າຍ ໃຫ້ເອົາໃຈໃສ່ໃນການສືບຕໍ່ຮ່ວມມືກັນ ຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈ ແລະ ເຈດຕະນາລົມຂອງຜູ້ນໍາສອງປະເທດ ທີ່ໄດ້ຕົກລົງກັນແລ້ວນັ້ນ, ໂດຍສະເພາະແມ່ນບັນດາໂຄງການ ແລະ ກິດຈະກໍາຕ່າງໆ ທີ່ສອງຝ່າຍຕົກລົງກັນ ໃຫ້ໄດ້ມີການຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາ, ໂດຍສະເພາະແມ່ນໂຄງການຊ່ວຍເຫລືອລ້າທີ່ລັດຖະບານ ສປ ຈີນ ມອບໃຫ້ແກ່ປະຊາຊົນລາວ ກໍຄື ໂຄງການພັດທະນາພື້ນຖານໂຄງລ່າງດ້ານສາທາລະນະສຸກ ລວມທັງໂຄງການກໍ່ສ້າງໂຮງໝໍມະໂຫສົດໄລຍະສອງ, ຍົກລະດັບໂຮງໝໍແຂວງຫລວງພະບາງ. ນອກນັ້ນ, ຍັງມີໂຄງການກໍ່ສ້າງຕຶກອາຄານໂຮງຮຽນມັດທະຍົມ, ໂຮງຮຽນວິຊາຊີບຫລາຍໆແຫ່ງ ຢູ່ນະຄອນຫລວງວຽງຈັນ, ແຂວງອຸດົມໄຊ, ແຂວງຈຳປາສັກ, ແຂວງສະຫວັນນະເຂດ ແລະ ແຂວງຫລວງພະບາງ ເພື່ອຍົກລະດັບການສຶກສາ ແລະ ສ້າງຝີມືແຮງງານໃຫ້ແກ່ ເຍົາວະຊົນລາວ ທີ່ເປັນໜໍ່ແໜງ ແລະ ຈະເປັນກໍາລັງແຮງ ໃນການຂັບເຄື່ອນຂະບວນການສ້າງສາພັດທະນາປະເທດ ຂອງ ສປປ ລາວ ໃນອະນາຄົດ, ເພື່ອນຳເອົາຄວາມຈະເລີນກ້າວໜ້າ ສີວິໄລ ຮຸ່ງເຮືອງ ມາໃຫ້ແກ່ປະເທດຊາດ ແລະ ປະຊາຊົນ ໃຫ້ໄດ້ຮັບຜົນປະໂຫຍດສູງສຸດ. ສາຍພົວພັນມິດຕະພາບ ຄູ່ຮ່ວມຊະຕາກໍາ ລາວ-ຈີນ ຈົ່ງຈະເລີນງອກງາມ ແລະ ໝັ້ນຄົງຂະນົງແກ່ນຕະຫລອດໄປ. (ຄົ້ນ ຄວ້າຮຽບຮຽງໂດຍ: ໂຄງການຄົ້ນຄວ້າຮ່ວມ ລາວ-ຈີນ, ສະຖາບັນການຕ່າງປະເທດ)

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485644
ມື້ນີ້149
ມື້ວານ196
ອາທິດນີ້680
ເດືອນນີ້4949