ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ບົດຄວາມການລົງທຶນຂອງ ສປ ຈີນ ເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ຢ່າງໝັ້ນທ່ຽງ

 

ສປປ ລາວ ແມ່ນປະເທດໜຶ່ງມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ມີຄວາມອຸດົມສົມບູນທາງດ້ານຊັບພະຍາກອນທຳມະຊາດ ເປັນຕົ້ນ ແມ່ນໍ້າລໍາເຊ, ເນື້ອທີ່ດິນອັນກວ້າງໃຫ່ຍ       ເໝາະແກ່ການປູກຝັງ-ລ້ຽງສັດ ແລະ ມີແຮ່ທາດນາໆຊະນິດ ກາຍເປັນທ່າແຮງບົ່ມຊ້ອນທີ່ລໍຄອຍການພັດທະນາ. ນອກນັ້ນ, ສປປ ລາວ ຍັງມີຈຸດພິເສດທາງດ້ານທີ່ຕັ້ງພູມສັນຖານ ເປັນສູນກາງແຫ່ງການຄົມມະນາຄົມ, ຂົນສົ່ງຂອງອະນຸພາກພື້ນ ແລະ ເປັນປະຕູທາງອອກສູ່ຈີນແຜ່ນດິນໃຫ່ຍ ແລະ ປະຕູເຂົ້າສູ່ອາຊຽນອີກດ້ວຍ. ຈາກຈຸດພິເສດ ແລະ ທ່າແຮງດ້ານຕ່າງໆທີ່ກ່າວມານັ້ນ, ໄດ້ເຮັດໃຫ້ ສປປ ລາວ ກາຍເປັນປະເທດທີ່ບັນດານັກລົງທຶນຕ່າງປະເທດ ມີຄວາມສົນໃຈຢາກເຂົ້າມາຊອກສະແຫວງຫາຜົນປະໂຫຍດຈາກການດໍາເນີນທຸລະກິດປະເພດຕ່າງໆ ໂດຍສະເພາະແມ່ນນັກທຸລະກິດຈີນ ໄດ້ພາກັນຫຼັ່ງໄຫຼເຂົ້າມາລົງທຶນຢູ່ລາວ ນັບມື້ນັບຫລາຍຂຶ້ນ ເຊິ່ງການລົງທຶນຂອງ ສປ ຈີນ ໄດ້ກາຍເປັນການປະກອບສ່ວນທີ່ສໍາຄັນໃນການກະຕຸກຊຸກຍູ້ໃຫ້ເສດຖະກິດຂອງລາວມີການຂະຫຍາຍຕົວຂຶ້ນເປັນກ້າວໆ,  ອັນໄດ້ເຮັດໃຫ້ການພັດທະນາສ້າງສາຂອງຫລາຍເຂດແຄວ້ນຂອງລາວໄດ້ມີບາດກ້າວດີຂຶ້ນຢ່າງປະຈັກຕາ ເຊັ່ນ: ໂຄງການທາງດ່ວນນະຄອນຫລວງວຽງຈັນ-ວັງວຽງ, ໂຄງການທາງລົດໄຟລາວ-ຈີນ ທີ່ເຊື່ອມຕໍ່ລະຫວ່າງ ນະຄອນຫຼວງວຽງຈັນຫາເມືອງຄຸນໜິງ, ແຂວງຢູນານຂອງ ສປ ຈີນ ເຫຼົ່ານີ້ເປັນຕົ້ນ.

 

 

ນັບແຕ່ພັກ-ລັດຖະບານລາວ ມີນະໂຍບາຍປ່ຽນແປງໃໝ່ຮອບດ້ານໃນປີ 1986 ເປັນຕົ້ນມາ ໂດຍຫັນຈາກເສດຖະກິດລວມສູນ, ເຄິ່ງທຳມະຊາດ ແລະ ກະແຈກກະຈາຍເປັນກົນໄກເສດຖະກິດຕະຫລາດ, ເປີດກວ້າງການແຂ່ງຂັນ ແລະ ເປີດປະຕູສູ່ການຮ່ວມມືກັບຕ່າງປະເທດ ໄດ້ເຮັດໃຫ້ພື້ນຖານເສດຖະກິດຂອງລາວ ໄດ້ມີການປ່ຽນແປງຢ່າງໃຫ່ຍຫຼວງ ແລະ ເຊື່ອມໂຍງເຂົ້າກັບເສດຖະກິດຂອງພາກພື້ນ ແລະ ສາກົນ, ບັນດາບໍລິສັດ ແລະ ວິສາຫະກິດຂອງລາວ ໄດ້ຄ່ອຍປັບປຸງ ແລະ ຍົກສູງຄຸນນະພາບຂອງຕົນຂຶ້ນເປັນແຕ່ລະໄລຍະ ແລະ ດີຂຶ້ນຕາມລໍາດັບ. ໃນຊ່ວງຕົ້ນຂອງການຈັດຕັ້ງປະຕິບັດຈິນຕະນາການໃຫມ່ ຂອງປະທານ ໄກສອນ ພົມວິຫານ ນັ້ນ, ເສດຖະກິດຂອງ ສປປ ລາວ ໄດ້ມີການເຕີບໂຕໃນລະດັບສູງເລື້ອຍໆ ໂດຍສະເພາະ ປີ 1996 ລະດັບການຂະຫຍາຍຕົວດ້ານເສດຖະກິດແມ່ນ 6.9 %, ລວມຍອດຜະລິດຕະພັນພາຍໃນ (GDP) 754 ໂດລາສະຫະລັດຕໍ່ຫົວຄົນ. ການຂະຫຍາຍຕົວທາງດ້ານເສດຖະກິດ ຕະຫຼອດໄລຍະ 10 ປີຂອງການຈັດຕັ້ງປະຕິບັດແນວທາງປ່ຽນແປງຮອບດ້ານຢ່າງມີຫຼັກການພັກ ໄດ້ຫັນເປັນຮູບປະທໍາຢ່າງຈະແຈ້ງໃນຫລາຍດ້ານ ໂດຍສະເພາະກົນໄກເສດຖະກິດ ຂອງ ສປປ ລາວ ມີການປັບຕົວ ແລະ ປ່ຽນແປງໄປໃນທາງຕັ້ງໜ້າ, ສາມາດແຂ່ງຂັນ , ເປີດກວ້າງດຳເນີນທຸລະກິດກັບຕ່າງປະເທດ. ສະເພາະຂົງເຂດການລົງທຶນຕ່າງປະເທດ ກໍນັບມື້ນັບຂະຫຍາຍຕົວ ມີນັກລົງທຶນເຂົ້າມາລົງທຶນ ຢູ່ໃນ ສປປ ລາວ ດ້ວຍຫລາຍຮູບແບບ, ອັນເປັນຜົນດີໃນການຊຸກຍູ້ໃຫ້ເສດຖະກິດແຫ່ງຊາດມີຂະຫຍາຍຕົວຢ່າງຕໍ່ເນື່ອງ. ທັງໝົດນີ້ ໄດ້ຢັ້ງຢຶນເຖິງຄວາມຖືກຕ້ອງ ແລະ ຄວາມສະຫລາດສ່ອງໃສຂອງພັກ ທີ່ນໍາພາຈັດຕັ້ງປະຕິບັດນະໂຍບາຍປ່ຽນແປງໃໝ່ຢ່າງທັນການ ແລະ ຖືກຕ້ອງສອດຄ່ອງ.

 

ນັບແຕ່ປີ 2000 ເປັນຕົ້ນມາ, ສປປ ລາວ ກໍໄດ້ກາຍເປັນປະເທດທີ່ມີລະດັບການຂະຫຍາຍທາງດ້ານເສດຖະກິດສູງຢູ່ໃນພາກພື້ນ, ທັງນີ້ ຍ້ອນການເຂົ້າຮ່ວມເປັນສະມາຊິກຂອງສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ), ການເຂົ້າເປັນສະມາຊິກອົງການຄ້າໂລກ ແລະ ການເປັນສະມາຊິກຂອງຫລາຍກົນໄກຂອບການຮ່ວມມືອະນຸພາກພື້ນ ລວມທັງໄດ້ຮັບການຊ່ວຍເຫຼືອຈາກບັນດາປະເທດເພື່ອນມິິດຕ່າງໆ ແລະ ການລົງທຶນພາຍໃນ ແລະ ຕ່າງປະເທດ ໄດ້ເຮັດໃຫ້ເສດຖະກິດມີການຂະຫຍາຍຕົວສູງໃນລະດັບ 7% ຂຶ້ນໄປ ຕະຫລອດຫລາຍປີຕິດຕໍ່ກັນ ແລະ ກາຍເປັນປະເທດດອ້ຍພັດທະນາທີ່ມີລາຍຮັບໄດ້ລະດັບສາມາດຫລຸດພົ້ນຈາກເກນຄວາມທຸກຍາກ. ການເຮັດໃຫ້ເສດຖະກິດມີການຂະຫຍາຍຕົວໄດ້ນັ້ນ ສ່ວນໜຶ່ງກໍແມ່ນຍ້ອນການລົງທຶນຂອງຕ່າງປະເທດທີ່ເຂົ້າມາລົງທຶນຢູ່ ສປປ ລາວ ຕາມນະໂຍບາຍດຶງດູດ ແລະ ສົ່ງເສີມການລົງທຶນທີ່ເອື້ອອໍານວຍແກ່ການເຮັດທຸລະກິດ ບໍ່ວ່າຈະເປັນນະໂຍບາຍດ້ານພາສີ-ອາກອນ ແລະ ການໃຫ້ຮັບສິດທິພິເສດອື່ນໆ. ສະນັ້ນ, ຈຶ່ງເຮັດໃຫ້ຈໍານວນນັກລົງທຶນຂອງຕ່າງປະເທດ ມີຄວາມສົນໃຈເຂົ້າມາລົງທຶນໃນ ສປປ ລາວ ນັບມື້ນັບຫລາຍຂຶ້ນ ໂດຍສະເພາະແມ່ນນັກລົງທຶນຈາກ ສປ ຈີນ ຈາກຢູ່ໃນອັນດັບທີ 7 ໃນປີ 2000 ຂຶ້ນມາເປັນອັນດັບໜຶ່ງໃນປີ 2010 ແລະ ຄອງອັນດັບ 1 ມາຫລາຍປີຈົນຮອດປັດຈຸບັນ, ໂດຍກວມເອົາ 815 ໂຄງການ, ຄິດເປັນມູນຄ່າ 16 ຕື້ໂດລາສະຫະລັດ. ຂະແໜງການລົງທຶນທີ່ນັກທຸລະກິດຈີນມີຄວາມສົນໃຈມີຫຼາຍຂົງເຂດ ທັງການບໍລິການ, ອະສັງຫະລິມະຊັບ, ການຄົມມະນາຄົມ-ຂົນສົ່ງ, ພະລັງງານ, ບໍ່່ແຮ່, ປູກຝັງ-ລ້ຽງສັດ,  ເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະແຫ່ງຕ່າງໆ ໃນ ສປປ ລາວ ໂດຍສະເພາະເຂດເສດຖະກິດສາມຫຼ່ຽມທອງຄໍາ (ກຸ່ມບໍລິສັດດອກງີ້ວຄຳ), ເຂດເສດຖະກິດສະເພາະບຶງທາດຫຼວງ, ເຂດເສດຖະກິດກວມລວມໄຊເສດຖາ ແລະ ເຂດອຸດສາຫະກໍາດົງນາທອງເປັນຕົ້ນ.  

 

ໃນປີ 2020 ທ່າມກາງສະພາບການແຜ່ລະບາດຂອງພະຍາດໂຄວິດ-19 , ນັກລົງທຶນຂອງ ສປ ຈີນ ກໍສືບຕໍ່ມາລົງທຶນຢູ່ ສປປ ລາວ ມີເຖິງ 21 ໂຄງການ ຄິດເປັນມູນຄ່າ 2,5 ຕື້ໂດລາສະຫາລັດ ເປັນຕົ້ນໃນຂະ   ແໜງພະລັງງານ-ບໍ່ແຮ່, ການພັດທະນາພື້ນຖານໂຄງລ່າງ, ອຸດສາຫະກໍາ-ການຄ້າ, ກະສິກໍາ ແລະ ການພັດທະນາຊັບພະຍາກອນມະນຸດ. ການລົງທຶນໃນຂະແໜງການເຫຼົ່ານີ້ ໄດ້ສ້າງທ່າແຮງທີ່ສໍາຄັນປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃຫ້ບັນລຸໄດ້ຕາມເປົ້າໝາຍທີ່ວາງໄວ້.  ອັນພົ້ນເດັ່ນທີ່ສຸດ, ກໍແມ່ນການລົງທຶນເພື່ອກໍ່ສ້າງເສັ້ນທາງລົດໄຟ ລາວ - ຈີນ ຈາກນະຄອນຄຸນໝິງ ແຂວງຢູນນານ ຂອງ ສປ ຈີນ ຫາ ນະຄອນຫຼວງວຽງຈັນ ຂອງ ສປປ ລາວ ທີ່ມີມູນຄ່າການລົງທຶນສູງເຖິງ ເກືອບ 6 ຕື້ໂດລາສະຫະລັດ ເຊິ່ງໄດ້ເລີ່ມລົງມືກໍ່ສ້າງແຕ່ຕົ້ນປີ 2017 ເປັນຕົ້ນມາ ແລະ ໄດ້ເປີດໃຫ້ບໍລິການແລ້ວໃນ ວັນທີ 3 ທັນວາ 2021 ອັນໄດ້ນໍາເອົາຜົນປະໂຫຍດຢ່າງຫລວງຫຼາຍມາສູ່ສອງຊາດ ລາວ-ຈີນ

 

ກໍຄືການປະກອບສ່ວນຮັດແໜ້ນສາຍພົວພັນຮ່ວມມືທີ່ເປັນມູນເຊື້ອມິດຕະພາບໝັ້ນຄົງຍາວນານ ລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ. ນອກຈາກນຳຜົນປະໂຫຍດໂດຍກົງໃຫ້ແກ່ສອງຊາດລາວ-ຈີນ, ຍັງໄດ້ເປັນການປະກອບສ່ວນສົ່ງເສີມດ້ານການຄ້າຂອງອະນຸພາກພື້ນ ແລະ ພາກພື້ນໃຫ້ໄດ້ຮັບຜົນປະໂຫຍດອີກດ້ວຍ. ມາຮອດປັດຈຸບັນ ເສັ້ນທາງລົດໄຟ ລາວ- ຈີນ ໄດ້ກະຕຸ້ນການທ່ອງທ່ຽວພາຍໃນປະເທດ ແລະ ມີຜູ້ຊົມໃຊ້ລົດໄຟເພີ່ມຂຶ້ນຢ່າງຫຼວງຫຼາຍ ນັບແຕ່ມື້ເປີດນໍາໃຊ້ມາຮອດໄຕມາດທຳອິດຂອງປີ 2022 ມີຈໍານວນຜູ້ໂດຍສານໄດ້ນຳໃຊ້ລົດໄຟຫຼາຍກວ່າ 1,5 ລ້ານເທື່ອຄົນ ແລະ ຂົນສົ່ງສິນຄ້າຫລາຍກວ່າ 270.000 ໂຕນ, ຄິດເປັນມູນຄ່າ 2,9 ຕື້ຢວນ.   ທັງໝົດນີ້ ແມ່ນຍ້ອນການລົງທຶນຂອງ ສປ ຈີນ ທີ່ໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງລາວ ໃນແຕ່ລະໄລຍະໃຫ້ມີການຂະຫຍາຍຕົວຢ່າງໝັ້ນທ່ຽງ ແລະ ຕໍ່ເນື່ອງດ້ວຍຈັງຫວະທີ່ໜ້າເພິ່ງພໍໃຈ ເຖິງແມ່ນວ່າໃນສະພາບເສດຖະກິດຂອງພາກພື້ນ ແລະ ຂອງໂລກຈະມີການທົດຖອຍ ເນື່ອງຈາກໄດ້ຮັບຜົນກະທົບຢ່າງໜັກຈາກການແຜ່ລະບາດຂອງພະຍາດໂຄວິດ -19 ໃນສອງສາມປີຜ່ານມາ, ແຕ່ໂດຍລວມເສດຖະກິດຂອງ ສປປ ລາວ ກໍຍັງມີການຂະຫຍາຍຕົວໃນລະດັບ 1-2%,  ທັງນີ້ ຍ້ອນການລົງທຶນຂອງຕ່າງປະເທດ ໂດຍສະເພາະແມ່ນນັກລົງທຶນຈາກ ສປ ຈີນ ຍັງໃຫ້ຄວາມເຊື່ອໝັ້ນຕໍ່ການນຳພາ ຂອງພັກ-ລັດຖະບານລາວ ຢ່າງສະເໜີຕົ້ນສະເໜີປາຍ.

 

ລວມຄວາມແລ້ວ, ການລົງທຶນຂອງບັນດາບໍລິສັດ, ຫົວໜ່ວຍທຸລະກິດຂອງ ສປ ຈີນ ໄດ້ປະກອບສ່ວນສໍາຄັນໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ມີການຂະຫຍາຍຕົວທີ່ໝັ້ນທ່ຽງ ໃນລະດັບສູງ ໂດຍສະເພາະໃນຊຸມປີກ່ອນມີການລະບາດຂອງພະຍາດໂຄວິດ-19. ບັນດາໂຄງການໃຫຍ່ຫຼາຍໂຄງການໃນ ສປປ ລາວ ແມ່ນການລົງທຶນຂອງ ສປ ຈີນ ເຊິ່ງບໍ່ພຽງແຕ່ເປັນການປະກອບສ່ວນໃນການພັດທະນາເສດຖະກິດລາວ ແຕ່ຍັງເປັນການສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນລາວອີກດ້ວຍ. ໃນສົກປີ 2023 -2024 ທີ່ຈະມາເຖິງນີ້, ຄາດຄະເນເສດຖະກິດຂອງ ສປປ ລາວ ຈະມີການຂະຫຍາຍຕົວເພີ່ມຂື້ນ ໃນລະດັບ 2-4% ສາເຫດຍ້ອນຫຼາຍປັດໃຈບວກກັບທ່າແຮງຈາກການລົງທຶນໃນຂະແໜງຄົມມະນາຄົມ,ພື້ນຖານໂຄງລ່າງ ໂດຍສະເພາະໂຄງການທາງດ່ວນວຽງຈັນ-ບໍ່ເຕັນ, ວຽງຈັນ-ຫົວພັນ, ວຽງຈັນ-ປາກເຊ, ວຽງຈັນ-ຮ່າໂນ້ຍ ກໍຄືໂຄງການລົດໄຟວຽງຈັນ-ຫວຸງອ່າງ ທີ່ກໍາລັງຈະຖືກຈັດຕັ້ງປະຕິບັດໃນຊຸມປີຕໍ່ໜ້າທີ່ຈະມາເຖິງນີ້.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485299
ມື້ນີ້227
ມື້ວານ169
ອາທິດນີ້335
ເດືອນນີ້4604