ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

101 ປີ ໃນການນໍາພາຟື້ນຟູພາຍໃນ ກ້າວສູ່ຄວາມສີວິໄລຢູ່ແຖວໜ້າໂລກ

 

      ເມື່ອຮອດວັນທີ 1 ກໍລະກົດ 2022, ກໍ່ຈະເປັນວັນປະກາດການສ້າງຕັ້ງພັກຄອມມູນິດ ຈີນ ຄົບຮອບ 101 ປີ. ການສ້າງຕັ້ງພັກຄອມມູນິດຈີນ ແມ່ນເປັນການເປີດສັງກາດໃໝ່ ໃນປະຫວັດສາດ ຈີນ ທີ່ມີອົງການຈັດຕັ້ງພັກ ເປັນແກນນໍາ ຂອງປະຊາຊົນ ໃນການຕໍ່ສູ້ ເພື່ອກອບກູ້ກຽດສັກສີ ແລະ ພະຍາຍາມຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະເທດຊາດຈີນຄືນໃໝ່. ນັບຕັ້ງແຕ່ມື້ທີ່ໄດ້ກໍ່ຮ່າງສ້າງຕົວ ເປັນຕົ້ນມາ, ພັກຄອມມູນິດຈີນ ໄດ້ສຸມທຸກຄວາມພະຍາຍາມໃນການປັບປຸງ ບໍາລຸງສ້າງໃຫ້ພັກຄອມມູນິດຈີນ ມີຄວາມເຂັ້ມແຂງ ໜັກແໜ້ນທາງດ້ານແນວຄິດ ທິດສະດີ, ເສີມຂະຫຍາຍບົດບາດການນໍາພາຂອງພັກ ເພື່ອເຕົ້າໂຮມຄວາມສາມັກຄີປະຊາຊົນຈີນບັນດາເຜົ່າໃຫ້ເປັນປຶກແຜ່ນ, ໃຫ້ມີຄວາມເປັນເອກະພາບຢ່າງແໜ້ນແຟ້ນ, ເປັນອັນໜຶ່ງອັນດຽວກັນ ໃນການຕໍ່ສູ້ກູ້ຊາດ, ເພື່ອຄວາມເປັນເອກະລາດແຫ່ງຊາດ ແລະ ສະຖາປະນາປະເທດ ສາທາລະນະລັດ ປະຊາຊົນຈີນ ໃນວັນທີ 1 ຕຸລາ 1949. ຈາກນັ້ນກໍໄດ້ ສືບຕໍ່ນໍາພາປະຊາຊົນ ຈີນ ໃນການສ້າງສາພັດທະນາເສດຖະກິດ-ສັງຄົມຂອງປະເທດ ທີ່ຕ້ອງໄດ້ຕໍ່ສູ້ຜ່ານຜ່າຄວາມຫຍຸ້ງຍາກສັບສົນຂອງສະພາບ ແລະ ວິກິດການພາຍໃນປະເທດ ລວມທັງສະພາບແວດລ້ອມຂອງພາກພື້ນ ແລະ ສາກົນ ທີ່ມີການປ່ຽນແປງຢ່າງສັບສົນ ຊຶ່ງມີທັງການຮ່ວມມື, ການແກ່ງແຍ່ງແຂ່ງຂັນ ແລະ ການກົດດັນປິດລ້ອມ.

     

     ໃນປະຫວັດສາດໄດ້ຈາລຶກໄວ້ວ່າ ເມື່ອຫ້າພັນປີກ່ອນ ປະເທດຈີນ ເປັນປະເທດໜຶ່ງທີ່ເຄີຍປະກອບສ່ວນສ້າງວິລະກໍາທີ່ສໍາຄັນທີ່ສຸດໃຫ້ແກ່ຄວາມສີວິໄລຂອງມວນມະນຸດໃນໄລຍະນັ້ນ. ແຕ່ພາຍຫລັງການເກີດສົງຄາມຢາຝິ່ນ ໃນປີ 1840, ປະເທດຈີນ ໄດ້ເລີ່ມເຊື່ອມຖອຍລົງເລື້ອຍໆ ຈົນຕົກເປັນປະເທດເຄິ່ງຫົວເມືອງຂຶ້ນຂອງຕ່າງຊາດ, ກາຍເປັນສັງຄົມເຄິ່ງສັກດີນາ ແລະ ທີ່ຮ້າຍແຮງກວ່ານັ້ນແມ່ນຖືກສົງຄາມທໍາລາຍຢ່າງໜັກໜ່ວງ. ເຫດການຕ່າງໆເຫຼົ່ານັ້ນໄດ້ສ້າງຄວາມອັບອາຍຂາຍໜ້າ ແລະ ຄວາມເຈັບແຄ້ນແໜ້ນໃຈໃຫ້ແກ່ປະຊາຊົນຈີນທີ່ສຸດ, ເພາະໃນເມື່ອກ່ອນ ຈີນເຄີຍເປັນປະເທດທີ່ສີວິໄລ ມີຄວາມເຂັ້ມແຂງ, ແຕ່ພັດກາຍມາເປັນປະເທດທີ່ຕົກຕໍ່າອ່ອນແອ ແລະ ຖືກຂົ່ມເຫັງຍໍ່າຍີ, ຖືກແບ່ງແຍກດິນແດນ. ປະຊາຊົນຈີນ ທີ່ມີຄວາມຄຽດແຄ້ນ ແລະ ມີຄວາມໄຝ່ຝັນທີ່ຢາກຟື້ນຟູ ແລະ ກູ້ກຽດປະເທດຈີນຄືນໃໝ່ໃນໄລຍະນັ້ນ ໄດ້ມີຄວາມພະຍາຍາມໃນການຕໍ່ສູ້ເພື່ອເຕົ້າໂຮມປະເທດຊາດ ແລະ ໄດ້ມີຫລາຍຂະບວນການຕໍ່ສູ້ເກີດຂຶ້ນຢ່າງຕໍ່ເນື່ອງ. ຄວາມພະຍາຍາມໃນການຕໍ່ສູ້ແຕ່ລະຄັ້ງ ຂອງທຸກຂະບວນການ ລ້ວນແລ້ວແຕ່ໄດ້ສິ້ນສຸດລົງດ້ວຍຄວາມປະລາໄຊ. ບົດຮຽນທີ່ຖອດຖອນໄດ້ຈາກຄວາມປະລາໄຊ ຂອງຂະບວນການຕໍ່ສູ້ເພື່ອຟື້ນຟູປະເທດຊາດຜ່ານມາ ໄດ້ຊີ້ໃຫ້ເຫັນວ່າ ປະຊາຊົນຈີນມີຄວາມຈໍາເປັນຕ້ອງມີ ອົງການຈັດຕັ້ງທີ່ເປັນແກນນໍາ, ເປັນຕົວແທນໃຫ້ແກ່ປະຊາຊົນຢ່າງແທ້ຈິງ ພ້ອມທັງມີຜູ້ນໍາທີ່ມີແນວຄິດ ແລະ ທິດສະດີ ໃໝ່ທີ່ສອດຄ່ອງ ເພື່ອນໍາພາການເຕົ້າໂຮມກ້ອນກໍາລັງສາມັກຄີ ປະຊາຊົນຈີນ ໃນການດໍາເນີນການຕໍ່ສູ້ປະຕິວັດຊາດດ້ວຍກໍາລັງອາວຸດ. ຍ້ອນຜົນສໍາເລັດຂອງກະແສຟອງປະຕິວັດເດືອນ ຕຸລາ 1917 ຢູ່ ຣັດເຊຍ, ແນວຄິດ ທິດສະດີສັງຄົມນິຍົມໄດ້ເລີ່ມເປັນທີ່ຮັບຮູ້ ແລະ ຖືກຖອດຖອນ ເຂົ້າໃນຂະບວນການນໍາພາເຄື່ອນໄຫວປະຕິວັດ ຂອງຊົນຊັ້ນຜູ້ອອກແຮງງານໃນປະເທດຈີນ. ຫລັງຈາກນັ້ນ 4 ປີ ຄືວັນທີ 1 ກໍລະກົດ 1921, ພັກຄອມມູນິດຈີນ ກໍໄດ້ຮັບການປະກາດສ້າງຕັ້ງຂຶ້ນຢ່າງເປັນທາງການ, ຊຶ່ງໃນເວລານັ້ນຈໍານວນສະມາຊິກພັກຄອມມູນິດຈີນ ມີບໍ່ເຖິງ 60 ສະຫາຍ. ການເວລາໄດ້ຜ່ານໄປ, ພັກຄອມມູນິດຈີນ ໄດ້ມີການພັດທະນາຕົນເອງ ແລະ ມີຄວາມເຕີບໃຫຍ່ຂະຫຍາຍຕົວທັງດ້ານ ປະລິມານ ແລະ ຄຸນນະພາບ, ປັດຈຸບັນ ມີສະມາຊິກເຖິງ 95 ລ້ານຄົນ, ເຊິ່ງເປັນພັກການເມືອງ ທີ່ມີສະມາຊິກຫລາຍທີ່ສຸດໃນໂລກ ທີ່ຕາງໜ້າໃຫ້ປະຊາຊົນຈີນຫລາຍກວ່າ 1,4 ຕື້ຄົນ.

 

      ຕະຫລອດໄລຍະ ໜຶ່ງສັດຕະວັດຜ່ານມາ, ພັກຄອມມູນິດຈີນ ໄດ້ສຸມຄວາມພະຍາຍາມໃນການຊີ້ນໍາ ແລະ ນໍາພາປະຊາຊົນຈີນ ເພື່ອບັນລຸເປົ້າໝາຍໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ ແລະ ເຫັນວ່າຄວາມພະຍາຍາມທີ່ຜ່ານມານັ້ນ ໄດ້ປະສົບຜົນສໍາເລັດຕາມຄວາມມຸ້ງມາດປາຖະໜາຂອງພັກ ແລະ ຂອງປະຊາຊາດ ຈີນ ໃນການນໍາເອົາຄວາມສົມບູນພູນສຸກມາໃຫ້ແກ່ປະຊາຊົນ ແລະ ເອົາຄວາມຈະເລີນຮຸ່ງເຮືອງມາສູ່ປະເທດຊາດ. ສໍາຄັນທີ່ສຸດແມ່ນລັດຖະບານ ສປ ຈີນ ສາມາດບັນລຸເປົ້າໝາຍທີ່ເປັນປະຫວັດສາດ ໃນການລົບລ້າງຄວາມທຸກຍາກໄດ້ຢ່າງສິ້ນເຊີງ, ຖືເປັນໄຊຊະນະທີ່ຍິ່ງໃຫຍ່ທີ່ສຸດ ແລະ ເປັນຄວາມພາກພູມໃຈຂອງພັກຄອມມູນິດຈີນ ແລະ ປະຊາຊາດຈີນ ທັງໝົດ. ປັດຈຸບັນພັກຄອມມູນິດຈີນກໍາລັງນໍາພາປະຊາຊົນຈີນ ກ້າວເດີນໄປຂ້າງໜ້າດ້ວຍຄວາມໜັກແໜ້ນ ແລະ ດ້ວຍເຈດຕະນາລົມທີ່ແນ້ວແນ່ ໃນການກ້າວສູ່ເປົ້າໝາຍໃໝ່ ໃນສັດຕະວັດທີ່ສອງ ເພື່ອສ້າງປະເທດຈີນໃຫ້ເປັນປະເທດສັງຄົມນິຍົມທີ່ທັນສະໄໝຮອບດ້ານ.

 

     ນັບແຕ່ມື້ສ້າງຕັ້ງພັກຄອມມູນິດຈີນເປັນຕົ້ນມາ, ພັກ ມີຄວາມມຸ້ງມາດປາຖະໜາ ທີ່ຈະນໍາເອົາຄວາມເພິ່ງພໍໍໃຈ ແລະ ຄວາມສົມບູນພູນສຸກມາສູ່ປະຊາຊົນ ແລະ ປະເທດຊາດຈີນ ໃຫ້ໄດ້ມີການຟື້ນຕົວຄືນມາໃໝ່. ພັກໄດ້ນໍາພາທຸກໆການຕໍ່ສູ້, ການເສຍສະຫລະ ແລະ ການສ້າງສາພັດທະນາ ໂດຍການເຕົ້າໂຮມຄວາມສາມັກຄີຂອງປະຊາຊົນ ໃຫ້ເປັນກ້ອນກໍາລັງອັນດຽວພາຍໃຕ້ຄໍາຂວັນດຽວກັນ ຄື ສ້າງປະເທດຊາດຈີນໃຫ້ເຂັ້ມແຂງ ແລະ ຍິ່ງໃຫຍ່. ເພື່ອບັນລຸຜົນສໍາເລັດໃນການສ້າງປະເທດຊາດຈີນໃຫ້ເຂັ້ມແຂງນັ້ນ, ພັກຄອມມູນິດຈີນ ໄດ້ເຕົ້າໂຮມ ແລະ ນໍາພາປະຊາຊົນຈີນ ໃນການຕໍ່ສູ້ ຢ່າງນອງເລືອດໃນສະໜາມຮົບຕ່າງໆ ຢ່າງເດັດດ່ຽວ ແລະ ອົງອາດກ້າຫານ ເພື່ອບັນລຸໄຊຊະນະອັນໃຫຍ່ຫລວງ ໃນການປະຕິວັດ ປະຊາທິປະໄຕໃໝ່. ເປັນຕົ້ນໃນລະຫວ່າງສົງຄາມໂລກຄັ້ງທີ 2; ສົງຄາມເພື່ອປົດປ່ອຍຊາດ; ສົງຄາມຕໍ່ສູ້ກັບກໍາລັງປະກອບອາວຸດທີ່ຕ້ານການປະຕິວັດ; ສົງຄາມໂຄ່ນລົ້ມພວກສັກດີນາ; ສົງຄາມຕ້ານຈັກກະພັດ; ຕ້ານລູກແຫລ້ງຕີນມືພວກນາຍທຶນ ແລະ ກ້າວໄປເຖິງຜົນສໍາເລັດໃນການສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ໂດຍແມ່ນປະຊາຊົນຈີນເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ, ຊຶ່ງສາມາດປົດປ່ອຍ ປະຊາຊົນຈີນ ອອກຈາກການເປັນຂ້ອຍຂ້າ ແລະ ກອບກູ້ ເອກະລາດ ອະທິປະໄຕຂອງຊາດຈີນ ໄວ້ໄດ້. ເລີ່ມຈາກຈຸດນີ້ຖືວ່າປະເທດຊາດຈີນ ໄດ້ສິ້ນສຸດລະບອບທີ່ເປັນເຄິ່ງຫົວເມືອງຂຶ້ນ, ເຄິ່ງສັງຄົມສັກດີນາ ແລະ ສິ້ນສຸດຄວາມແຕກແຍກພາຍໃນປະເທດຊາດຈີນ, ສິ້ນສຸດຄວາມບໍ່ຍຸຕິທໍາທີ່ຕ່າງຊາດເຄີຍເອົາລັດເອົາປຽບ ປະຊາຊົນຈີນ.

 

    ພັກຄອມມູນິດຈີນ ໄດ້ເພີ່ມຄວາມພະຍາຍາມເພື່ອສົ່ງເສີມໃຫ້ປະຊາຊົນຈີນເອົາໃຈໃສ່ໃນການປັບປຸງຕົນເອງ ເພື່ອພັດ ທະນາທາງດ້ານເຕັກນິກ ວິທະຍາສາດ ເພື່ອຟື້ນຄືນຄວາມທັນສະໄໝ, ຄວາມມີວິທະຍາສາດຂອງຊົນຊາດຈີນ, ເຊິ່ງໃນອະດີດຕະການເຄີຍເປັນຜູ້ນໍາໜ້າທາງດ້ານເຕັກນິກ ວິທະຍາສາດ, ເປັນຜູ້ຄົ້ນຄິດປະດິດສ້າງສິ່ງຂອງ ແລະ ເຄື່ອງມືຮັບໃຊ້ຕ່າງໆ ກ່ອນໝູ່ໝົດເຊັ່ນ: ຜະລິດເຈັ້ຍ ຕັ້ງແຕ່ປີ 202 ກ່ອນຄຣີສຕະຈັກກະຣາດ; ເຄື່ອງມືພິມໜັງສືທີ່ເຮັດດ້ວຍໄມ້ ປະມານ ປີ (ຄ.ສ 650-670); ເຄື່ອງຕີພິມຕົວໜັງສື ທີ່ປິ່ນໄດ້ ປະມານ ປີ (ຄ.ສ 960-1279); ໝື້ປືນ ປະມານປີ (ຄ.ສ 618-907); ເຂັມຊີ້ທິດ ປະມານປີ (ຄ.ສ 202) ແລະ ອື່ນໆ, ທີ່ປະເທດຈີນ ໄລຍະນັ້ນຢືນຢູ່ແຖວໜ້າໝູ່ໃນໂລກ ທາງດ້ານເຕັກນິກວິທະຍາສາດ, ແຕ່ກົງກັນຂ້າມພາຍຫລັງທີ່ປະເທດຊາດຕົກເປັນເຄິ່ງຫົວເມືອງຂຶ້ນ, ເຄິ່ງສັກດີນາ ແລະ ຖືກຕ່າງຊາດຮຸກຮານ ຄອບຄອງ, ປະເທດຈີນໄດ້ກາຍເປັນປະເທດທີ່ຫລ້າຫລັງທາງດ້ານເຕັກນິກວິທະຍາສາດ.  ຄວາມພະຍາຍາມຂອງປະເທດຈີນທີ່ຈະພັດທະນາຕົນເອງທາງດ້ານເຕັກໂນໂລຊີ ເພື່ອແລ່ນໃຫ້ທັນລະດັບ ແລະ ໃຫ້ສາມາດລໍ້າໜ້າໃນໝູ່ປະເທດທີ່ພັດທະນາໄດ້ນັ້ນ ບໍ່ແມ່ນເລື່ອງງ່າຍດາຍ ແລະ ບໍ່ສາມາດຈະເຮັດໄດ້ມື້ໜຶ່ງຍາມດຽວ. ພັກຄອມມູນິດຈີນ ນອກຈາກນໍາພາປະຊາ ຊົນຈີນ ເພີ່ມຄວາມເອົາໃຈໃສ່ໃນຄວາມພະຍາຍາມເພື່ອພັດທະນາດ້ານຊັບພະຍາກອນມະນຸດ ໃຫ້ມີຄວາມຮູ້ຄວາມສາມາດສືບທອດຕໍ່ກັນ ຈາກຮຸ້ນສູ່ຮຸ້ນໃນແຕ່ລະຍຸກແຕ່ລະສະໄໝ, ປະຊາຊົນຈີນຍັງຖືກຕ່າງຊາດ ທີ່ ພັດທະນາແລ້ວນັ້ນ ໄດ້ໃຊ້ຄວາມພະຍາຍາມໃນການຜູກຂາດ ຂໍ້ມູນຂ່າວສານດ້ານເຕັກໂນໂລຊີ, ເພື່ອກົດໜ່ວງຖ່ວງດຶງ, ສ້າງຄວາມຫຍຸ້ງຍາກສັບສົນ, ພະຍາຍາມນໍາໃຊ້ມາດຕະການທີ່ບໍ່ຍຸຕິທໍາ ເປັນສິ່ງກີດຂວາງ ເພື່ອບໍ່ໃຫ້ຈີນສາມາດເຂົ້າເຖິງແຫລ່ງຂໍ້ມູນ  ໃນການພັດທະນາທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ ຂອງ ປະເທດຈີນໄດ້, ໂດຍສະເພາະແມ່ນການຂຶ້ນທະບຽນລິຂະສິດຊັບສິນທາງປັນຍາ. ປະເທດຈີນ ບໍ່ສະເພາະແຕ່ຖືກປິດລ້ອມການເຂົ້າເຖິງຂໍ້ມູນຂ່າວສານດ້ານເຕັກໂນໂລຊີເທົ່ານັ້ນ, ແຕ່ຍັງຖືກປິດລ້ອມບໍ່ໃຫ້ບໍລິສັດຕ່າງຊາດ ຂາຍສິນຄ້າ ທີ່ປະກອບສ້າງຂຶ້ນດ້ວຍເຕັກໂນໂລຊີສູງ. ຍ້ອນຂໍ້ຈໍາກັດ ແລະ ມາດຕະການກີດຂວາງດັ່ງກ່າວນັ້ນ ໄດ້ສົ່ງຜົນກະທົບທີ່ຫຍຸ້ງຍາກທີ່ສຸດຕໍ່ຄວາມພະຍາຍາມໃນການຍົກລະດັບຄວາມຮູ້ ແລະ ການສ້າງຂີດຄວາມສາມາດໃນການຄົ້ນຄວ້າ, ການປະດິດຄິດສ້າງຕ່າງໆ, ເຊິ່ງທັງໝົດນີ້ແມ່ນໄດ້ບັງຄັບໃຫ້ ສປ ຈີນ ຈໍາເປັນຕ້ອງໄດ້ເພິ່ງພາອາໄສ ຕ່ອງໂສ້ການຜະລິດຕ່າງໆ ທາງດ້ານເຕັກນິກ ວິທະຍາສາດ ຂອງປະເທດທີ່ພັດທະນາແລ້ວ. ອີງຕາມຂໍ້ມູນຈາກຂ່າວສານຈີນ ລາຍງານວ່າ ໃນຂະແໜງການຜະລິດສິນຄ້າທີ່ນໍາໃຊ້ເຄື່ອງເຕັກນິກວິທະຍາສາດສູງ ຢູ່ໃນ ສປ ຈີນ 70% ຍັງໄດ້ອີງໃສ່ການສະໜອງດ້ານເຕັກນິກວິທະຍາສາດຈາກຕ່າງປະເທດ; 80% ຂອງເຄື່ອງອາໄຫລ່ ທີ່ຜະລິດເຄື່ອງທັນສະໄໝ ຕ້ອງໄດ້ນໍາເຂົ້າຈາກຕ່າງປະເທດ; ບາງເຕັກນິກວິທະຍາສາດໃນຂະແໜງການທີ່ຜະລິດ ໄມໂກຣຈິບ ຍັງຕ້ອງໄດ້ນໍາເຂົ້າເຕັກນິກວິທະຍາສາດຈາກຕ່າງປະເທດ 100%.

 

     ໃນຄວາມພະຍາຍາມເພື່ອສ້າງໃຫ້ຈີນເປັນປະເທດທີ່ກ້າວໜ້າໃນການພັດທະນາດ້ານເຕັກນິກວິທະຍາສາດນັ້ນ ໃນ ປີ 2015 ພັກຄອມມູນິດຈີນ ໄດ້ວາງຍຸດທະສາດ “ຜະລິດໃນປະເທດຈີນ ປີ 2025 (made in China 2025)“, ເປົ້າ ໝາຍ ຂອງນະໂຍບາຍດັ່ງກ່າວນີ້ແມ່ນ ສປ ຈີນ ຈະພະຍາຍາມສູ້ຊົນຈັດຕັ້ງຜັນຂະຫຍາຍ ແຜນຍຸດທະສາດການພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 13 ແລະ ຄັ້ງທີ 14 ຂອງ ພັກຄອມມູນິດຈີນ ໃຫ້ບັນລຸຜົນສໍາເລັດເພື່ອສ້າງໃຫ້ປະເທດຈີນ ເປັນຖານການຜະລິດຂອງໂລກ (World’s factory) ທາງດ້ານເຕັກໂນໂລຊີ, ໂດຍການປັບປຸງຄວາມສາມາດໃນການຜະລິດອຸດສາຫະກໍາຂອງຈີນຈາກການນໍາໃຊ້ແຮງງານຄົນ ໄປສູ່ການນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ, ເຊັ່ນ: ຮອດປີ 2020 ການຜະລິດພາຍໃນ ສປ ຈີນ ສໍາລັບສິ້ນສ່ວນສໍາຄັນ ແລະ ອຸປະກອນຕ່າງໆ ດ້ານເຕັກໂນໂລຊີ ໃຫ້ໄດ້ 40%, ເມື່ອຮອດປີ 2025 ຈະໃຫ້ສາມາດບັນລຸ 70%. ແຜນການດັ່ງກ່າວແມ່ນສ້າງໃຫ້ ຈີນ ສາມາດສ້າງດ້ວຍຕົນເອງ ແລະ ກຸ້ມຕົນເອງ ດ້ານສິ້ນສ່ວນ ແລະ ອຸປະກອນ ສໍາລັບບໍລິສັດທີ່ຜະລິດຢູ່ໃນປະເທດຈີນ, ເຊິ່ງຈະກ້າວໄປເຖິງການສ້າງໃຫ້ບໍລິສັດ ຈີນ ສາມາດເປັນຖານການຜະລິດທີ່ໝັ້ນຄົງແຂ່ງຂັນກັບຕະຫລາດສາກົນໄດ້. ບັນດາຂະແໜງການເປົ້າໝາຍຂອງຍຸດທະສາດ “ ຜະລິດໃນປະເທດຈີນ ປີ 2025” ມີຄື: ອຸປະກອນໄຟຟ້າ; ເຄື່ອງກົນຈັກກະສິກໍາ; ຜະລິດຕະພັນອຸປະກອນແບບໃໝ່; ຜະລິດລົດໄຟຟ້າທີ່ປະຢັດພະລັງງານ; ເຄື່ອງຈັກໂຣເບີດ; ຂໍ້ມູນຂ່າວສານເຕັກໂນໂລຊີ ( IT ); ອຸປະກອນອາວະກາດ; ອຸປະກອນທາງລົດໄຟ; ອຸປະກອນ ວິສະວະກອນທາງທະເລ ແລະ ກໍໍ່າປັ່ນ ທີ່ນໍາໃຊ້ລະບົບໄຮເຕັກສູງສຸດ; ແລະ ເຄື່ອງມືອຸປະກອນການແພດ.

 

      ໃນໄລຍະທີ່ຜ່ານມາ, ຍ້ອນຄວາມພະຍາຍາມໃນການຊີ້ນໍາ ແລະ ນໍາພາ ຂອງພັກຄອມມູນິດຈີນ, ລັດຖະບານ ແລະ ປະຊາຊົນຈີນ ສາມາດຜ່ານຜ່າທຸກວິກິດການໄປໄດ້ຢ່າງສໍາເລັດຜົນ ເຊັ່ນ: ວິກິດການທາງດ້ານເສດຖະກິດໃນພາກພື້ນອາຊີໃນຊຸມປີ 1997, ວິກິດການເສດຖະກິດໃນພາກພື້ນອື່ນຂອງໂລກ ລວມທັງວິກິດການການແຜ່ລະບາດຂອງພະຍາດ ໂຄວິດ-19, ສປ ຈີນ ກໍ່ສາມາດຜ່ານຜ່າ ແລະ ເອົາຊະນະໄດ້, ຊຶ່ງເຮັດໃຫ້ໂລກຕ້ອງຍອມຮັບຮູ້ເຖິງຄວາມສາມາດໃນການນໍາພາຂອງພັກຄອມມູນິດຈີນ. ໃນກອງປະຊຸມສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ຄັ້ງທີ 5 ສະໄໝທີ 19, ໃນວັນທີ 5 ມີນາ 2022, ໄດ້ຮັບຟັງການລາຍງານ ຂອງທ່ານນາຍົກ ລີເຄີຊຽງ ກ່ຽວກັບ ສະພາບການພັດທະນາເສດຖະກິດຂອງ ສປ ຈີນ ສະເພາະໃນປີ 2021 ເຖິງແມ່ນວ່າ ປະເທດຍັງມີຜົນກະທົບດ້ານການແຜ່ລະບາດຂອງພະຍາດ ໂຄວິດ-19, ແຕ່ເສດຖະກິດຈີນຍັງສືບຕໍ່ຂະຫຍາຍຕົວ 8,1% ບັນລຸໄດ້ປະມານ 17.700 ຕື້ ໂດລາ, ເຊິ່ງກວມເອົາ 18% ຂອງ GDP ໂລກ ແລະ ເປັນເສດຖະກິດທີ່ໃຫຍ່ອັນດັບສອງຂອງໂລກ ໃນນີ້ຂະແໜງການອຸດສາຫະກໍາເພີ່ມຂຶ້ນ 8,2%. ການຂະຫຍາຍຕົວຂອງ ຂະແໜງການອຸດສາຫະກໍາໄດ້ສ້າງຜົນດີໃຫ້ແກ່ການຄ້າສາກົນຂອງຈີນ ໄດ້ເພີ່ມຂຶ້ນໃນປີ 2021 ຈໍານວນ 21,4%. ສະເລ່ຍລາຍໄດ້ຕໍ່ຫົວຄົນປະມານ 12.000 ໂດລາ/ຄົນ/ປີ. ສິ່ງດັ່ງກ່າວ ເປັນການຢັ້ງຢືນເຖິງຄໍາເຫັນຂອງທ່ານປະທານ ສີ ຈິ້ນຜິງ ທີ່ໄດ້ກ່າວໃນງານ ມິດຕິງ ສະຫລອງວັນຄົບຮອບ 100 ປີ ຂອງພັກຄອມມູນິດຈີນວ່າ: "ຜ່ານການຕໍ່ສູ້ທີ່ເດັດດ່ຽວໜຽວແໜ້ນ ພັກ ແລະ ປະຊາຊົນຈີນໄດ້ສະແດງໃຫ້ ຊາວໂລກເຫັນວ່າ ປະຊາຊົນຈີນ ບໍ່ພຽງແຕ່ມີຄວາມສາມາດ ໃນການປົດປ່ອຍ ໂລກທີ່ເກົ່າແກ່ໄດ້ເທົ່ານັ້ນ, ແຕ່ຍັງສາມາດສ້າງອັນໃໝ່ຂຶ້ນມາ, ນັ້ນມີພຽງແຕ່ ລະບອບສັງຄົມນິຍົມເທົ່ານັ້ນທີ່ສາມາດປົກປ້ອງປະເທດຈີນໄດ້ ແລະ ມີພຽງແຕ່ ລະບອບສັງຄົມນິຍົມເທົ່ານັ້ນທີ່ສາມາດພັດທະນາປະເທດຈີນໃຫ້ຈະເລີນກ້າວໜ້າໄດ້ "

 

     ປັດຈຸບັນ ສປ ຈີນ ມີສະຖຽນລະພາບທາງດ້ານການເມືອງ, ການພັດທະນາເສດຖະກິດ-ສັງຄົມທີ່ໝັ້ນຄົງວ່ອງໄວ, ມີຄວາມກ້າວໜ້າດ້ານການພັດທະນາ ວິທະຍາສາດ ແລະ ເຕັກໂນໂລຊີ, ຈຶ່ງເຮັດໃຫ້ ສປ ຈີນ ມີຊື່ສຽງ, ມີບົດບາດ ແລະ ອິດທິພົນ ສູງເດັ່ນຂຶ້ນຢູ່ໃນເວທີສາກົນ. ໃນໄລຍະບໍ່ເທົ່າໃດປີມານີ້ ປະທານ ສີ ຈິ້ນຜິງ ໄດ້ສະເໜີຫລາຍຂໍ້ລິເລີ່ມໃໝ່ ເພື່ອຮ່ວມກັນພັດທະນາເສດຖະກິດ-ສັງຄົມໃນພາກພື້ນ ແລະ ສາກົນເປັນຕົ້ນແມ່ນ: ຂໍ້ລິເລີ່ມ ໜຶ່ງແລວ, ໜຶ່ງເສັ້ນທາງ; ຂໍ້ລິເລີ່ມທະນາຄານການລົງທຶນເພື່ອພັດທະນາພື້ນຖານໂຄງລ່າງອາຊີ; ທະນາຄານພັດທະນາໃໝ່ໃນກຸ່ມ (BRICS); ການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ; ຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ (Regional Comprehensive Economic Partnership (RCEP)); ນອກນັ້ນຍັງມີການຮ່ວມມືຕາມແລວເສດຖະກິດກັບປະເທດຕ່າງໆໃນພາກພື້ນອີກດ້ວຍ. ປະ ທານ ສີ ຈິ້້ນຜິງ ກ່າວວ່າ ສປ ຈີນ ຈະສ້າງການພົວພັນສາກົນແບບໃໝ່ ແລະ ສ້າງປະຊາຄົມມວນມະນຸດ ທີ່ຮ່ວມຊະຕາກໍາດຽວກັນ, ສົ່ງເສີມການພັດທະນາ ຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ທີ່ມີຄຸນນະພາບສູງ ດ້ວຍຄວາມພະຍາຍາມຮ່ວມກັນ, ໂດຍໝູນໃຊ້ຜົນສໍາເລັດໃໝ່ໃນການພັດທະນາຂອງປະເທດຈີນ ເພື່ອສະໜອງກາລະໂອກາດໃໝ່ໃຫ້ແກ່ຊາວໂລກ.

 

    ຄວາມມີລະບຽບວິໄນຂອງພັກ ແລະ ການປະຕິຮູບພາຍໃນພັກ ແມ່ນແກ່ນສານທີ່ຖ່າຍທອດຈາກຮຸ້ນສູ່ຮຸ້ນຂອງພັກຄອມມູນິດຈີນ ເຮັດໃຫ້ພັກມີຄວາມເຂັ້ມແຂງໜັກແໜ້ນ, ມີຄວາມຕັດສິນໃຈສູງ, ເຮັດແທ້ ທໍາຈິງ ຈຶ່ງໄດ້ຮັບການສະໜັບສະໜູນອຸ້ມຊູຈາກປະຊາຊາດຈີນ. ນັບຕັ້ງແຕ່ມື້ສ້າງຕັ້ງ ເປັນຕົ້ນມາ, ພັກຄອມມູນິດຈີນ ສາມາດຍືນຍົງຄົງຕົວຢູ່ໄດ້ 101 ປີ ດ້ວຍການປັບປຸງພາຍໃນພັກ ໃຫ້ສອດຄ່ອງ ແລະ ແທດເໝາະກັບ ສະພາບການປ່ຽນແປງຂອງໂລກ ແລະ ຍຸກສະໄໝ, ສອດຄ່ອງກັບ ສະພາບການພັດທະນາເສດຖະກິດ-ສັງຄົມ ຂອງປະເທດ, ສອດຄ່ອງກັບຄວາມມຸ້ງມາດປາຖະໜາຂອງປະຊາຊາດຈີນ. ຄວາມເດັດດຽ່ວໃນການປັບປຸງ ກໍ່ສ້າງຕົນເອງຢ່າງອົງອາດກ້າຫານນັ້ນ, ພັກຄອມມູນິດຈີນ ຈຶ່ງສາມາດປະຕິຮູບ ແລະ ປ່ຽນແປງການຊີ້ນໍາ-ນໍາພາສ້າງໃຫ້ລັດຖະບານ ສປ ຈີນ ເປັນລັດຖະບານຂອງປະຊາຊົນ ທີ່ມີຄວາມຊື່ສັດ ບໍລິສຸດ ປອດໃສ ຂາວສະອາດ ແລະ ຕ້ານການສໍ້ລາດບັງຫລວງ ເພື່ອຮັກສາຄວາມບໍລິສຸດ ແລະ ເຮັດໃຫ້ເປັນອຸປະນິໄສ ຂອງ ບັນດາສະມາຊິກພັກຄອມມູນິດຈີນ ຕະຫລອດໄປ.

 

(ຄົ້ນຄວ້າຮຽບຮຽງໂດຍ: ໂຄງການຄົ້ນຄວ້າຮ່ວມລາວ-ຈີນ, ສະຖາບັນການຕ່າງປະເທດ)

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484444
ມື້ນີ້148
ມື້ວານ273
ອາທິດນີ້882
ເດືອນນີ້3749