ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ປວງຊົນຊາວຈີນພວມສ້າງຂະບວນການຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ຄັ້ງທີ 20 ຂອງພັກກອມມູນິດຈີນຢ່າງຟົດຟື້ນ

       

ປີ 2022 ເປັນປີທີ່ມີຄວາມຫມາຍຄວາມສໍາຄັນຕໍ່ ພັກ, ລັດຖະບານ ແລະ ປະຊາຊົນຈີນທຸກທົ່ວໜ້າ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກກອມມູນິດຈີນຈະຈັດຂຶ້ນໃນທ້າຍປີ 2022 ຕາມການຄົ້ນຄວ້າພິຈາລະນາ ແລະ ຮັບຮອງເອົາມະຕິຕົກລົງກ່ຽວກັບການໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກ ໃນໂອກາດຈັດກອງປະຊຸມຄົບຄະນະຄັ້ງທີ 6 ຂອງຄະນະກໍາມະການສູນກາງພັກກອມມູນິດຈີນສະໄໝທີ 19  ໃນຕົ້ນເດືອນພະຈິກ 2021 ທີ່ຜ່ານມາ.  ກອງປະຊຸມໃຫຍ່ຄັ້ງທີ 20 ຂອງພັກກອມມູນິດຈີນ ເປັນເຫດການສໍາຄັນໜຶ່ງໃນຊີວິດການເມືອງຂອງພັກ ແລະ ປະເທດຊາດ, ເຊິ່ງຈະມີຜູ້ແທນຈຳນວນ 2300 ສະຫາຍທີ່ໄດ້ຜ່ານການຄັດເລືອກ ແລະ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກ ສະມາຊິກພັກກອມມູນິດຈີນ ຈຳນວນ 95 ລ້ານກວ່າສະຫາຍໃນທົ່ວປະເທດ ເຂົ້າຮ່ວມກອງປະຊຸມດັ່ງກ່າວ ເພື່ອພ້ອມກັນຄົ້ນຄວ້າປຶກສາຫາລື ແລະ ຮັບ ຮອງເອົາບັນຫາທີ່ສຳຄັນຂອງພັກ ແລະ ຂອງຊາດ, ກໍານົດທິດທາງແຜນການໃນຕໍ່ໜ້າ, ລົງຄະແນນເລືອກເອົາຄະນະບໍລິຫານງານສູນກາງພັກຊຸດໃຫມ່ ແລະ ບັນດາການນຳຂອງອົງຈັກການຈັດຕັ້ງທີ່ສຳຄັນຂອງພັກກອມມູນິດຈີນ. ປັດຈຸບັນ, ສະມາຊິກພັກ, ພະນັກງານ, ທະຫານ, ຕໍາຫລວດ, ຊາວໜຸ່ມ, ເຍົາວະຊົນ ແລະ ປວງຊົນຊາວຈີນທຸກທົ່ວໜ້າ ພວມພ້ອມພາກັນສ້າງຂະບວນການ, ແຂ່ງຂັນກັນສ້າງຜົນງານຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດຈີນຄັ້ງທີ 20 ຢ່າງເປັນຂະບວນຟົດຟື້ນ.

  

ກອງປະຊຸມຄັ້ງນີ້ຈະຈັດຂຶ້ນໃນທ່າມກາງບັນຍາກາດທີ່ ສປ ຈີນ ຍາດໄດ້ຜົນສໍາເລັດຫລາຍຢ່າງໃນການພັດທະນາເສດຖະກິດ-ສັງຄົມ, ເສດຖະກິດສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊົນໄດ້ຮັບການປັບປຸງໃຫ້ດີຂຶ້ນເລື້ອຍໆ, ສັງຄົມມີຄວາມສະຫງົບປອດໄພ, ປະຊາຊົນບັນດາເຜົ່າມີຄວາມສາມັກຄີປອງດອງ, ພາລະບົດບາດຂອງ ສປ ຈີນ ໄດ້ຮັບການຍົກສູງຢູ່ໃນເວທີພາກພື້ນ ແລະ ສາກົນ, ກາຍເປັນປະເທດທີ່ມີຄວາມກ້າວໜ້າຢູ່ໃນໂລກທາງດ້ານເສດຖະກິດ, ວິທະຍາສາດ-ເຕັກໂນໂລຊີ, ການທະຫານ ແລະ ອື່ນໆ. ຜົນສໍາເລັດດັ່ງກ່າວແມ່ນບໍ່ເຄີຍມີມາກ່ອນໃນຮອບຫລາຍຮ້ອຍຫລາຍພັນປີ.  ພ້ອມນັ້ນ, ກອງປະຊຸມໃຫຍ່ຄັ້ງທີ 20 ຂອງພັກກອມມູນິດຈີນ ຈະໄຂຂຶ້ນໃນໄລຍະທີ່ພັກກອມມູນິດຈີນນຳພາປວງຊົນທັງຊາດ ກ້າວເຂົ້າສູ່ການສ້າງປະເທດສັງຄົມນິຍົມທີ່ທັນສະໄໝຢ່າງຮອບດ້ານ ແລະ ມຸ່ງໜ້າສູ່ເປົ້າໝາຍສູ້ຊົນຄົບຮອບ 100 ປີເຫດການທີສອງ ເພື່ອສ້າງ ສປ ຈີນ ໃຫ້ກາຍເປັນປະເທດຮັ່ງມີເຂັ້ມແຂງ, ມີປະຊາທິປະໄຕ ແລະ ສີວິໄລ, ສັງຄົມມີຄວາມປອງດອງ ແລະ ເປັນປະເທດທີ່ມີຄວາມທັນສະໄໝໃນໂອກາດສະຖາປະນາ ສປ ຈີນ ຄົບຮອບ 100 ປີ ໃນປີ 2049.   ຄຽງຄູ່ກັນນັ້ນ, ກໍເປັນຊ່ວງໄລຍະທີ່ ສປ ຈີນ ປະເຊີນກັບຂໍ້ຫຍຸ້ງຍາກຕ່າງໆ ຍ້ອນຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ແລະ ສະພາບແວດລ້ອມພາຍນອກທີ່ສືບຕໍ່ຜັນແປໄປຢ່າງສະຫລັບຊັບຊ້ອນ, ອິດທິກໍາລັງປໍລະປັກສືບຕໍ່ປິດລ້ອມ ແລະ ຈຳກັດການຂະຫຍາຍຕົວຂອງ ສປ ຈີນໃນທຸກຮູບແບບ, ຊຶ່ງຮຽກຮ້ອງໃຫ້ພັກກອມ ມູນິດຈີນ ສືບຕໍ່ຍົກສູງສະຕິລະວັງຕົວ, ຍົກສູງບົດບາດຊີ້ນຳ-ນຳພາຂອງພັກ, ເຊີດຊູຄວາມສາມັກຄີພາຍໃນ ແລະ ພາຍນອກ.

       

ເຖິງຢ່າງໃດກໍຕາມ, ບົດຮຽນທາງດ້ານທິດສະດີ ແລະ ພຶດຕິກໍາທີ່ອຸດົມສົມບູນຂອງພັກກອມມູນິດຈີນ ສົມທົບກັບຜົນສຳເລັດທີ່ຍາດມາໄດ້ໃນໄລຍະ 100 ກວ່າປີຜ່ານມາ, ຈະເປັນປັດໃຈອັນສໍາຄັນເຮັດໃຫ້ພັກກອມມູນິດຈີນ ສືບຕໍ່ເດີນໜ້າໂດຍບໍ່ຫວັ່ນໄຫວກັບສິ່ງທ້າທາຍ ແລະ ພາຍຸລົມແດງໃດໆ.  ນັບແຕ່ພັກກອມມູນິດຈີນໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1921 ເປັນຕົ້ນມາ, ພັກກອມມູນິດຈີນໄດ້ຖືເອົາການສະແຫວງຫາຄວາມສຸກຂອງປະຊາຊົນ ແລະ ການຟື້ນຟູຄວາມຈະເລີນຮຸ່ງເຮືອງຄືນໃໝ່ຂອງປະຊາຊາດຈີນເປັນອຸດົມການແຕ່ຫົວທີ ແລະ ເປັນພາລະກຳຂອງຕົນຢ່າງສະເໝີຕົ້ນສະເໝີປາຍ, ໄດ້ຍຶດໝັ້ນອຸດົມການລັດທິກອມມູນິດ ແລະ ຄວາມເຊື່ອຖືສັງຄົມນິຍົມຢ່າງສະເໝີຕົ້ນສະເໝີປາຍ, ສາມັກຄີ ແລະ ນໍາພາປະຊາຊົນບັນດາເຜົ່າໃນທົ່ວປະເທດບຸກບືນສູ້ຊົນເຮັດສຳເລັດພາລະກິດປົດປ່ອຍຊາດ, ນໍາພາປະເທດຊາດກ້າວຂຶ້ນສູ່ຄວາມມັ່ງຄັ່ງເຂັ້ມແຂງ ປະຊາຊົນມີຄວາມສຸກ, ເຊິ່ງເປັນວິລະກຳທາງປະຫວັດສາດທີ່ສະຫງ່າລາສີທີ່ສຸດໃນປະຫວັດສາດຂອງປະຊາຊາດຈີນ ໃນໄລຍະຫລາຍພັນປີ.   ອັນພົ້ນເດັ່ນແມ່ນພັກກອມມູນິດຈີນ ໄດ້ນໍາພາປວງຊົນທັງຊາດສູ້ຊົນເຮັດສຳເລັດເປົ້າຫມາຍ 100 ປີ ເຫດການທີໜຶ່ງ ໃນການສ້າງລະບອບສັງຄົມນິຍົມອີ່ມໜໍາສໍາລານຢ່າງຮອບດ້ານ, ຄວາມທຸກຍາກໄດ້ຮັບການລົບລ້າງໂດຍເດັດຖານໃນຂອບເຂດທົ່ວປະເທດໃນໂອກາດສະເຫລີມສະຫລອງວັນສ້າງຕັ້ງພັກກອມມູນິດຈີນຄົບຮອບ 100 ປີໃນເດືອນກໍລະກົດປີ 2021 ຜ່ານມາ.  

       

ຜົນສໍາເລັດທີ່ພັກ, ລັດຖະບານ ແລະ ປະຊາຊົນຈີນຍາດມາໄດ້ນັ້ນ ສະແດງໃຫ້ເຫັນຢ່າງຈະແຈ້ງວ່າພາຍໃຕ້ການຊີ້ນໍາ-ນໍາພາ ຂອງພັກກອມມູນິດຈີນທີ່ສະຫລາດສ່ອງໃສ ສົມທົບກັບຄວາມເສຍສະຫລະ ແລະ ຄວາມເປັນແບບຢ່າງຢືນຢູ່ແຖວໜ້າຂອງທຸກໜ້າທີ່ວຽກງານຂອງສະມາຊິກພັກ-ພະນັກງານ, ເຮັດໃຫ້ພັກກອມມູນິດຈີນສາມາດຜ່ານຜ່າການທົດສອບຈາກພາຍຸລົມແດງ, ບໍ່ຫວັ່ນໄຫວຕໍ່ອຸປະສັກ ແລະ ສິ່ງທ້າທາຍນາໆປະການ, ນໍາພາປະຊາຊົນຈີນບັນດາເຜົ່າລຸກຂຶ້ນຕໍ່ສູ້ກູ້ຊາດ, ປົກປັກຮັກສາ ແລະ ປົວແປງລະບອບໃຫມ່ ກ້າວສູ່ຄວາມຈະເລີນເຂັ້ມແຂງຢ່າງບໍ່ຢຸດຢັ້ງ.

        

ປັດໃຈ ແລະ ສາຍເຫດທີ່ພາໃຫ້ພັກກອມມູນິດຈີນປະສົບຜົນສຳເລັດມີຫລາຍຢ່າງ. ໃນນັ້ນ, ການຍຶດ​ໝັ້ນ​ການ​ນຳ​ພາ​ຂອງ​ພັກ, ຍຶດ​ໝັ້ນ​ຖື​ປະ​ຊາ​ຊົນ​ສຳ​ຄັນ​ກວ່າ​ໝູ່, ຍຶດ​ໝັ້ນ​ການ​ປະ​ດິດ​ສ້າງ​ໃໝ່​ໃນ​ດ້ານ​ທິດ​ສະ​ດີ, ຍຶດ​ໝັ້ນຄວາມ​ເປັນເອ​ກະ​ລາດ​ເປັນ​ເຈົ້າ​ຕົນ​ເອງ, ຍຶດ​ໝັ້ນ​ເສັ້ນ​ທາງ​ຈີນ, ຍຶດ​ໝັ້ນ​ໃນ​ການ​ຫ່ວງ​ໃຍ​ຊາ​ຕາ​ກຳ​ຂອງ​ໂລກ,  ຍຶດ​ໝັ້ນ​ການ​ບຸກ​ເບີກ​ປະ​ດິດ​ສ້າງໃໝ່, ຍຶດ​ໝັ້ນ​ໃນ​ການ​ກ້າ​ຕໍ່​ສູ້, ຍຶດ​ໝັ້ນ​ແນວ​ໂຮມ​ເອ​ກະ​ພາບ ແລະ ຍຶດ​ໝັ້ນ​ການ​ປະ​ຕິ​ວັດ​ໂດຍຕົນ​ເອງ ເປັນປັດໃຈສຳຄັນຕັດສິນຜົນສຳເລັດ ໃນການຊີ້ນຳ-ນຳພາຂອງພັກກອມມູນິດຈີນຕະ ຫລອດໄລຍະ 101 ປີທີ່ຜ່ານມາ.

       

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກກອມມູນິດຈີນ, ບໍ່ສະເພາະແຕ່ມີຄວາມຫມາຍຄວາມສຳຄັນຕັດສິນຊີ້ຂາດອະນາຄົດ ແລະ ໂຊກຊະຕາຂອງປະຊາຊົນຈີນ, ແຕ່ຍັງມີຄວາມຫມາຍຄວາມສໍາຄັນແກ່ປະເທດເພື່ອນມິດ ແລະ ປະເທດ ທີ່ມີອຸດົມການດຽວກັນກັບ ສປ ຈີນ ໂດຍສະເພາະແມ່ນ ສປປ ລາວ ທີ່ເປັນປະເທດບ້ານໃກ້ເຮືອນຄຽງ, ມີອຸດົມການສັງຄົມນິຍົມເຊັນດຽວກັນກັບ ສປ ຈີນ ແລະ ຍັງເປັນປະເທດຄູ່ຮ່ວມຊະຕາກໍາທີ່ມີການພົວພັນກັນຢ່າງສະໜິດແໜ້ນ ແລະ ເລິກເຊິ່ງ, ກອງປະຊຸມຄັ້ງນີ້ຈະເປັນບ່ອນອີງທາງດ້ານທິດສະດີ ແລະ ພຶດຕິກຳທີ່ສຳຄັນໃຫ້ແກ່ ພັກ ແລະ ລັດຖະບານ ສປປ ລາວ ໃນການຄົ້ນຄວ້າວາງແນວທາງນະໂຍບາຍຂອງພັກໃນຕໍ່ໜ້າ, ເພື່ອເຮັດໃຫ້ປະເທດຊາດຮັ່ງມີເຂັ້ມແຂງ, ສັງຄົມມີຄວາມສີວິໄລ, ປະຊາຊົນມີຄວາມຜາສຸກ.

(ຄົ້ນຄວ້າຮຽບຮຽງໂດຍ: ໂຄງການຄົ້ນຄວ້າຮ່ວມລາວ-ຈີນ, ສະຖາບັນການຕ່າງປະເທດ)  

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485774
ມື້ນີ້73
ມື້ວານ206
ອາທິດນີ້810
ເດືອນນີ້5079