ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທ່ານ ສົມສະຫວາດ ເລັ່ງສະຫວັດ, ອະດີດຮອງນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສໍາມະນາ ສະເຫຼີມສະຫຼອງ ຄົບຮອບ 20 ປີ ຂອງຖະແຫຼງການ ວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຈີນໃຕ້ (ດີໂອຊີ)

 

Somsavanth 2572022 3

Somsavanth 2572022 2

Somsavanth 2572022 1

      ໃນວັນທີ 25 ກໍລະກົດ 2022, ທີ່ ກະຊວງການຕ່າງປະເທດ, ທ່ານ ສົມສະຫວາດ ເລັ່ງສະຫວັດ, ອະດີດຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມສໍາມະນາແບບທາງໄກ ເພື່ອສະເຫຼີມສະຫຼອງຄົບຮອບ 20 ປີ ຂອງຖະແຫຼງການ ວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຈີນໃຕ້ (ດີໂອຊີ). ກອງປະຊຸມສໍາມະນາດັ່ງກ່າວ ເປັນເຈົ້າພາບຈັດໂດຍ ສປ ຈີນ ແລະ ເຂົ້າຮ່ວມກອງປະຊຸມສໍາມະນາຄັ້ງນີ້ມີບັນດາອະດີດຮອງນາຍົກລັດຖະມົນຕີ ແລະ ອະດີດລັດຖະມົນຕີຕ່າງປະເທດຂອງບັນດາປະເທດສະມາຊິກອາຊຽນ ແລະ ສປ ຈີນ ທີ່ໄດ້ຮ່ວມລົງນາມໃນຖະແຫຼງການ ດີໂອຊີ ໃນປີ 2002 ທີ່ພະນົມເປັນ, ປະເທດກໍາປູເຈຍ. ພ້ອມນີ້, ກໍມີບັນດາເຈົ້າໜ້າທີ່ອາວຸໂສ, ບັນດານັກຄົ້ນຄວ້າ ແລະ ຊ່ຽວຊານຈາກປະເທດສະມາຊິກອາຊຽນ ແລະ ສປ ຈີນ ເຂົ້າຮ່ວມ. ໃຫ້ກຽດກ່າວເປີດກອງປະຊຸມສໍາມະນາຄັ້ງນີ້ໂດຍທ່ານ ຫວັງ ອີ້, ທີ່ປຶກສາແຫ່ງລັດ, ລັດຖະມົນຕີຕ່າງປະເທດ ແຫ່ງ ສປ ຈີນ ແລະ ຜູ້ຕາງໜ້າຈາກປະເທດສະມາຊິກອາຊຽນ ຈໍານວນຫນຶ່ງ.

 

          ໃນກອງປະຊຸມສໍາມະນາຄັ້ງນີ້, ທ່ານ ສົມສະຫວາດ ເລັ່ງສະຫວັດ, ອາດີດຮອງນາຍົກລັດຖະມົນຕີ, ລັດຖະມົນຕີຕ່າງປະເທດ ໃນນາມຜູ້ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ທີ່ໄດ້ຮ່ວມລົງນາມໃນຖະແຫຼງການດີໂອຊີ ໄດ້ກ່າວຄໍາເຫັນໃນຫົວຂໍ້: “ຄວາມຊົງຈໍາເຫດການປະຫວັດສາດຂອງການລົງນາມຖະແຫຼງການ ດີໂອຊີ ແລະ ທິດທາງໃນຕໍ່ໜ້າ”, ຊຶ່ງໄດ້ຕີລາຄາວ່າ ການລົງນາມໃນຖະແຫຼງການ ດີໂອຊີ ໃນປີ 2002 ໄດ້ເປັນເຫດການປະຫວັດສາດທີ່ມີຄວາມໝາຍຄວາມສໍາຄັນ ເພາະເປັນການຮັບຮອງເອົາເອກະສານທີ່ກໍານົດຄວາມໝາຍໝັ້ນຮ່ວມກັນຂອງປະເທດສະມາຊິກອາຊຽນ ແລະ ສປ ຈີນ ເພື່ອສົ່ງເສີມສັນຕິພາບ, ສະຖຽນລະພາບ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ແລະ ການຮ່ວມມືໃນທະເລຈີນໃຕ້. ຕະຫລອດໄລຍະ 20 ປີຜ່ານມາ ການຈັດຕັ້ງປະຕິບັດ ດີໂອຊີ ໄດ້ມີຄວາມຄືບໜ້າດີ, ມີຫລາຍກິດຈະກໍາໄດ້ຮັບການຈັດຕັ້ງປະຕິບັດ ທັງຢູ່ໃນບັນດາປະເທດສະມາຊິກອາຊຽນ ກໍຄືຢູ່ ສປ ຈີນ. ປັດຈຸບັນ,​ ບັນດາປະເທດສະມາຊິກອາຊຽນ ແລະ ສປ ຈີນ ກໍາລັງສືບຕໍ່ການເຈລະຈາກົດແຫ່ງການປະພຶດ (ຊີໂອຊີ) ໃນທະເລຈີນໃຕ້ ຊຶ່ງໄດ້ມີຄວາມຄືບໜ້າເລື້ອຍໆມາ. ພ້ອມນີ້, ທ່ານ ສົມສະຫວາດ ເລັ່ງສະຫວັດ ຍັງຕີລາຄາສູງຕໍ່ການພົວພັນ ແລະ ຮ່ວມມືອາຊຽນ-ຈີນ ທີ່ເຫັນວ່າຕະຫຼອດໄລຍະ 30 ປີທີ່ຜ່ານມາ ໄດ້ຮັບການເສີມຂະຫຍາຍເປັນກ້າວໆມາ ແລະ ໄດ້ຮັບການຍົກລະດັບເປັນຄູ່ຮ່ວມຍຸດທະສາດຮອບດ້ານໃນທ້າຍປີ 2021.

--------------------------

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484504
ມື້ນີ້20
ມື້ວານ188
ອາທິດນີ້942
ເດືອນນີ້3809